ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວຄາດຫວັງວ່າ ຈະມີລາຍໄດ້ຈາກ ການສົ່ງອອກສິນຄ້າໄປຕ່າງປະເທດ  8,198 ກວ່າລ້ານໂດລາສະຫະລັດ ໃນປີ 2023


ລັດວິສາຫະກິດໄຟຟ້າລາວ
ລັດວິສາຫະກິດໄຟຟ້າລາວ

ທາງການລາວຄາດຫວັງວ່າຈະມີລາຍໄດ້ຈາກການສົ່ງອອກສິນຄ້າໄປຕ່າງປະເທດ 8,198 ກວ່າລ້ານໂດລາສະຫະລັດ ໃນປີ 2023 ໃນນີ້ລວມການສົ່ງອອກກະແສໄຟຟ້າ ແລະແຮ່ທາດທີ່ມີມູນຄ່າລວມເຖິງ 3,978 ລ້ານໂດລາສະຫະລັດດ້ວຍ.

ນັກທຸລະກິດໃນພາກອຸດສາຫະກຳຂອງລາວ ເປີດເຜີຍວ່າລັດຖະບານລາວໄດ້ວາງເປົ້າໝາຍການຜະລິດໃນພາກອຸດສາຫະກຳໄວ້ ທີ່ມູນຄ່າລວມ 14,0209.09 ຕື້ກີບ ໃນປີ 2023 ຊຶ່ງເພີ້ມຂຶ້ນເກີນກວ່າ 7 ເປີເຊັນ ທຽບໃສ່ປີ 2022 ພ້ອມກັນນີ້ຍັງໄດ້ວາງເປົ້າໝາຍທີ່ຈະສົ່ງອອກສິນຄ້າໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 8,198 ລ້ານໂດລາສະຫະລັດ ໃນນີ້ລວມການສົ່ງອອກແຮ່ທາດ 1,525 ລ້ານໂດລາສະຫະລັດ ແລະພະລັງງານໄຟຟ້າ 2,453 ລ້ານໂດລາສະຫະລັດ ໂດຍຈະຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນມູນຄ່າບໍ່ເກີນ 6,808 ລ້ານໂດລາສະຫະລັດ ຊຶ່ງຈະເຮັດໃຫ້ລາວໄດ້ປຽບດຸນການຄ້າເຖິງ 1,390 ລ້ານໂດລາສະຫລັດ ແຕ່ວ່າບັນຫາກໍຄື ເງິນຕາຕ່າງປະເທດສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກໄຟຟ້ານັ້ນ ຈະຕ້ອງນຳໃຊ້ເພື່ອຊຳລະໜີ້ໃນຕ່າງປະເທດຂອງບັນດາຜູ້ລົງທຶນສ້າງເຂື່ອນໃນລາວ ສະນັ້ນຈຶ່ງບໍ່ໄດ້ມີການໂອນເງິນຕາດັ່ງກ່າວເຂົ້າມາໃນລາວແຕ່ຢ່າງໃດ ຊຶ່ງເຮັດໃຫ້ລາວຈະຕ້ອງຕົກເປັນຝ່າຍເສຍປຽບດຸນການຄ້າເຖິງ 928 ລ້ານໂດລາສະຫະລັດ ໃນປີ 2023 ເພາະວ່າເຂື່ອນໄຟຟ້າສ່ວນໃຫຍ່ເປັນຂອງບໍລິສັດຕ່າງຊາດ ທີ່ລົງທືນໃນລາວນັ້ນເອງ.

ຍິ່ງໄປກວ່ານັ້ນ ລັດວິສາຫະກິດໄຟຟ້າລາວ (EDL) ກໍຍັງຈະຕ້ອງຊື້ພະລັງງານໄຟຟ້າຈາກເຂື່ອນຕ່າງໆຂອງບໍລິສັດຕ່າງຊາດໃນລາວ ເພື່ອຕອບສະໜອງການຊົມໃຊ້ໄຟຟ້າຂອງປະຊາຊົນລາວໃນປະເທດ ໃຫ້ໄດ້ຢ່າງພຽງພໍດ້ວຍນັ້ນ ເພາະ EDL ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງເລີຍ ຈຶ່ງຈະຕ້ອງຊື້ໄຟຟ້າໃນລາຄາແພງຈາກເຂື່ອນຂອງບໍລິສັດຕ່າງຊາດດັ່ງກ່າວ ແຕ່ວ່າຈະຕ້ອງຕອບສະໝອງນະໂຍບາຍຄວບຄຸມລາຄາໄຟຟ້າຂອງລັດຖະບານ ເພື່ອໃຫ້ກະທົບຕໍ່ຊີວິດປະຈຳວັນຂອງປະຊາຊົນລາວໃຫ້ໜ້ອຍທີ່ສຸດນັ້ນກໍ່ຍັງເຮັດໃຫ້ EDL ຕ້ອງປະເຊີນບັນຫາຂາດທຶນຢ່າງຕໍ່ເນື່ອງອີກດ້ວຍ ດັ່ງເຈົ້າໜ້າທີ່ EDL ຢືນຢັນວ່າ:

“ໄຟຟ້າລາວນີ້ ສັງຄົມນີ້ເຂົ້າໃຈວ່າປະເທດລາວນີ້ມີ 100 ເຂື່ອນ ເປັນໝໍ້ໄຟອາຊຽນແລ້ວເປັນຫຍັງ ຄ່າໄຟຈຶ່ງວ່າແພງ ຄວາມຈິງນີ້ ໄຟຟ້າລາວນີ້ບໍ່ມີເຂື່ອນເປັນຂອງຕົນເອງ ປັດຈຸບັນນີ້ພວກເຮົາໄດ້ຊື້ໄຟຈາກເຂື່ອນຕ່າງໆແລ້ວມາຂາຍຕໍ່ ແລ້ວຕົ້ນທຶນໃນການຊື້ກັບລາຍຮັບຈາກການຂາຍໄຟ ມັນບໍ່ສົມຄູ່ກັນ ແລະເປັນຫຍັງເຮົາຈຶ່ງບໍ່ໃຫ້ສົມຄູ່ກັນໄດ້ ກະອີງໃສ່ວ່າລາຍໄດ້ຂອງປະຊາກອນເຮົາຍັງຢູ່ໃນເກນຕໍ່າ ສະນັ້ນລັດຖະບານໃນແຕ່ລະໄລຍະທີ່ຜ່ານມາ ຈຶ່ງໃຫ້ວ່າລາຄາໄຟນີ້ຕໍ່າກວ່າຕົ້ນທຶນມາຕະຫລອດ.”

ທາງດ້ານຜູ້ບໍລິຫານຂັ້ນສູງ ຂອງສູນຍຸດທະສາດທາງດ້ານພະລັງງານໄຟຟ້າ ແລະຊັບພະຍາກອນທຳມະຊາດ ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ໄດ້ໃຫ້ທັດສະນະວ່າ ລັດຖະບານລາວຈະບັນລຸເປົ້າໝາຍໃນການພັດທະນາລາວໃຫ້ກ້າວໄປເປັນປະເທດ ຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫລືວ່າເປັນໝໍ້ໄຟຂອງອາຊຽນ ໄດ້ຢ່າງເປັນຮູບປະທຳນັ້ນດ້ວຍການຊ່ວຍເຫລືອດ້ານເທັກໂນໂລຈີ ສະໄໝໃໝ່ຈາກຈີນເປັນຫລັກ ໂດຍສະເພາະເທັກໂນໂລຈີພະລັງງານໝູນວຽນ ທີ່ເປັນມິດກັບສິ່ງແວັດລ້ອມທຳມະຊາດນັ້ນ ຖືເປັນເທັກໂນໂລຈີບັນດາບໍລິສັດຈີນ ມີຄວາມຊຳນານເປັນຢ່າງດີ ຈຶ່ງສາມາດທີ່ຈະຕອບສະໜອງໃຫ້້ແກ່ການພັດທະນາ ພາກພະລັງງານໃນລາວໄດ້ຢ່າງຄົບວົງຈອນ ໃນນີ້ລວມເຖິງການລົງທຶນພັດທະນາລະບົບສາຍສົ່ງໄຟຟ້າແຮງສູງ ທີ່ຈະເຊື່ອມຕໍ່ລາວກັບຈີນ ແລະອາຊຽນດ້ວຍ ດັ່ງທີ່ຜູ້ບໍລິຫານຊັ້ນສູງຢືນຢັນວ່າ:

“ເຖິງຢ່າງໃດກໍຕາມ ມັນຈະບໍ່ຍຸຕິທຳປານໃດທີ່ຈະເວົ້າວ່າການສ້າງເຂື່ອນໄຟຟ້ານໍ້າຕົກຈະສືບຕໍ່ ຫລືອາດຈະພາລາວໄປສູ່ສະຖານະການທີຫຍຸ້ງຍາກ ເພາະວ່າພວກເຮົາຕ້ອງເບິ່ງຜົນກະທົບໃນໄລຍະຍາວ ແລະຈີນແລະລາວມີສາຍພົວພັນທາງດ້ານການຄ້າທີ່ຍາວນານ ເພາະສະນັ້ນຈີນມີຄວາມສົນໃຈຫລາຍທີ່ຈະຊ່ວຍເຫລືອລາວພັດທະນາເສດຖະກິດ ແລະຈີນມີເທັກໂນໂລຈີ ດັ່ງນັ້ນຈາກມຸມມອງທາງດ້ານອຸດສາຫະກຳ ແລະເທັກໂນໂລຈີດ້ານການພັດທະນາແລະເກັບກ່ຽວຜົນຜະລິດຈາກທຳມະຊາດ ລາວໄດ້ຮັບຜົນປະໂຫຍດຈາກໂຄງການເຂື່ອນໄຟຟ້າ.”

ທາງດ້ານເຈົ້າໜ້າທີ່ຂອງລັດວິສາຫະກິດໄຟຟ້າລາວ (EDL) ຢືນຢັນວ່າ ການພັດທະນາລາວໃຫ້ເປັນໝໍ້ໄຟຂອງອາຊຽນຈະເກີດຂຶ້ນບໍ່ໄດ້ເລີຍ ຖ້າຫາກວ່າບໍມີລະບົບສາຍສົ່ງໄຟຟ້າແຮງສູງທັນສະໄໝເຊື່ອມຕໍ່ໄປປະເທດໃນອາຊຽນ ສະນັ້ນ ຈຶ່ງໄດ້ຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ທີ່ເປັນການຮ່ວມທຶນລະຫວ່າງ EDL ກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ນັບແຕ່ປີ 2020 ເປັນຕົ້ນມາ ເພື່ອທີ່ຈະພັດທະນາລະບົບສາຍສົ່ງໄຟຟ້າແຮງສູງທັນສະ ໄໝ ດ້ວຍເງິນລົງທຶນ ແລະເທັກນິກຈາກຈີນ ໂດຍເລີ້ມຈາກການລົງທຶນ 2,000 ລ້ານໂດລາສະຫະລັດ ໂດຍຈີນຖືຫຸ້ນ 90 ເປີເຊັນ ມີອາຍຸສຳປະທານ 40 ປີ.

XS
SM
MD
LG