ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ສ້າງເຂດ ເສດຖະກິດ ສະເພາະ 9 ແຫ່ງ ແລະ ເຂດ ເສດຖະກິດ ພິເສດ 2 ແຫ່ງ


ທ່ານ ດຣ.ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາເຈົ້າໜ້າທີ່ຄົນອື່ນໆ ກຳລັງຮັບຟັງການອະທິບາຍກ່ຽວກັບ ແຜນການກໍ່ສ້າງເຂດເສດຖະກິດ ດົງໂພສີ
ທ່ານ ດຣ.ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາເຈົ້າໜ້າທີ່ຄົນອື່ນໆ ກຳລັງຮັບຟັງການອະທິບາຍກ່ຽວກັບ ແຜນການກໍ່ສ້າງເຂດເສດຖະກິດ ດົງໂພສີ

ທາງ​ການ ລາວ ​ໄດ້​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ສະ​ເພາະ​ແລ້ວ 9 ​ແຫ່​ງພ້ອມ​ທັງ​ຍັງ​ໄດ້​ສ້າງ​ຕັ້ງ​ເຂດ​ເສດຖະກິ​ດພິ​ເສດ​ແລ້ວ 2 ​ແຫ່ງ
ໂດ​ຍຄິ​ດ​ເປັນ​ມູນ​ຄ່າ​ການ​ລົງທຶນ​ລວມກັນ​ຫຼາຍ​ກວ່າ 6,000 ລ້ານ​ໂດ​ລາ.

ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາຍ​ງານ​ວ່າ​ມີ​ບໍລິສັດ​ຕ່າງ​ຊາດ 220 ລາຍ​ທີ່​ໄດ້​ລົງທຶນ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ທີ່​ມີ​ຢູ່ 11 ​ແຫ່ງ​ໃນ​ປະຈຸ​ບັນ ​ແລະ ​ມີ​ມູນ​ຄ່າ​ລວມກັນ​ຫຼາຍ​ກວ່າ 6,000 ລ້ານ​ໂດ​ລາ ​ໂດຍ​ເຂດ​ທີ່​ມີ​ມູນ​ຄ່າ​ລົງທຶນ​ຫຼາຍ​ທີ່​ສຸດ ກໍ​ຄື​ເຂດ​ເສດ​ຖະກິດ​ພິ​ເສດ ສາມຫຼ່ຽມ​ຄຳ​ຢູ່​ເ​ມື​ອງ ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ ຊຶ່ງ​ໃນ​ປະຈຸ​ບັນ​ນີ້​ໄດ້​ລົງທຶນ​ໄປແລ້ວ​ຫຼາຍ​ກວ່າ 500 ລ້ານ​ໂດ​ລາ​ຈາກ​ແຜນການ​ລົງ​ທຶນ​ລວມ 2,250 ລ້ານ​ໂດ​ລາ​ທີ່​ເປັນ​ການ​ລົງທຶນ​ທັງ 100 ​ເປີ​ເຊັນ​ຂອງບໍລິສັດ​ເອກ​ະຊົນ​ຈາກ​ປະ​ເທດ ຈີນ.

ສ່ວນ​ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ​ແດນ​ງາມ ຊຶ່ງ​ຕັ້ງ​ຢູ່​ຊາຍ​ແດ​ນ ລະ​ຫວ່າງ ລາວ ກັບ ຈີນ ​ໃນ​ເຂດ​ແຂວງ​ຫຼວງ​ນ້ຳ​ທາ​ນັ້ນ ກໍ​ເປັນ​ອີກ​ເຂດ​ໜຶ່ງ​ທີ່​ເປັນ​ການ​ລົງ​ທຶນ​ຂອງ​ກຸ່ມ​ບໍລິສັດ​ຈາກ​ປະ​ເທດ ຈີນ ເຊັ່ນ​ດຽວ​ກັນ​ໂດຍ​ໄດ້​ເນັ້ນ​ໜັກ​ການ​ລົງທຶນ​ເພື່ອ​ການ​ພັດທະນາ​ທຸລະ​ກິດ​ໃນ 6 ດ້ານ​ຄື ສູນ​ການ​ຄ້າ ສູນ​ການ​ເງິ​ນ-ການ​ທະນາຄານ ສູນ​ຂໍ້​ມູນ​ຂ່າວສານ​ດ້ານ​ການທ່ອງທ່ຽວ ​ແລະ ບໍລິການ ບ້ານວັດທະນະທຳ ສາງ​ພັກ ​ແລະ ການ​ຂົນ​ຖ່າຍ​ສິນຄ້າ ອ່າງ​ເກັບ​ນ້ຳ​ທຳ​ມະ​ຊາດ ສວນ​ປ່າ​ທຳ​ມະ​ຊາດ ​ແລະ ສະໜາມ​ກອລຟ.

ພາບນີ້ແມ່ນ ໂຄງການກໍ່ສ້າງ ເຮືອນພັກ ຄອນໂດມີນຽມ ທີ່ເຂດ ເສດຖະກິດສະເພາະ ບຶງທາດຫຼວງ
ພາບນີ້ແມ່ນ ໂຄງການກໍ່ສ້າງ ເຮືອນພັກ ຄອນໂດມີນຽມ ທີ່ເຂດ ເສດຖະກິດສະເພາະ ບຶງທາດຫຼວງ

ກຸ່ມ​ບໍລິສັດ​ ຈີນ ​ໄດ້​ເລີ່​ມການ​ພັດທະນາ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ​ແດນ​ງາມ​ນັບ​ຈາກ​ປີ 2012 ​ເປັນ​ຕົ້ນ​ມາ ດ້ວຍ​ເປົ້າ​ໝາຍ​ຈະ​ດຶງ​ເອົາ​ການ​ລົງທຶນ​ຈາກ ຈີນ ​ເຂົ້າ​ມາ​ໃນ​ ລາວ ​ໃຫ້​ໄດ້​ເພີ່ມ​ຂຶ້ນ​ນັບ​ມື້ ​ເນື່ອງ​ຈາກ​ວ່າ​ເປັນ​ເຂດ​ເຊື່ອມ​ຕໍ່​ເສດຖະກິດ ລະຫວ່າງ ຈີນ ກັບປະ​ເທດ​ໃນ​ລຸ່ມ​ແມ່ນ​ນຳ​ຂອງ ທັງ​ຍັງ​ເປັນ​ເຂດ​ເສດຖະກິ​ດສະ​ເພາະ ທີ່​ສາມາດ​ຕໍ່​ສຳ​ປະທານ​ໄດ້ເຖິງ 20 ຄັ້ງ​ຫຼັງສິ້ນ​ສຸດ​ສັນຍາ​ສຳ​ປະທານ 50 ປີ ​ແລະ ການ​ຕໍ່​ສັນຍານ​ສຳ​ປະທານໃນ​ແຕ່​ລະ​ຄັ້ງ​ນັ້ນ​ກໍ​ມີ​ອາຍຸ​ເຖິງ 20 ປີ​ຈຶ່ງ​ເປັນ​ການ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ຍາ​ວ​ໃຫ້​ກັບ​ບັນດາ​ນັກລົງທຶນ​ຈາກ ຈີນ ​ໄດ້​ເປັນ​ຢ່າງ​ດີ​ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ ລາວ ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20 ​ແຫ່​ງພາຍ​ໃນ​ປີ 2015 ​ໂດຍ​ເຂດ​ທຳ​ອິດ​ກໍ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ
ສະ​ຫວັນ-​ເຊ​ໂນ​ ໃນ​ແຂວງ​ສະຫວັນ​ນະເຂດ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2003 ຕິ​ດຕາມ​ດ້ວຍ​ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ​ແດນ​ງາມ​ດັ່ງ​ກ່າວ.

ສ່ວນ​ນະຄອນຫຼວງ ວຽງ​ຈັນ ກໍ​ມີ​ຢູ່​ເຖິງ 5 ​ເ​ຂດຄື​ນິຄົມ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ​ວຽງ​ຈັນ-​ໂນ​ທອງ​ເຂດ​ເສດຖະກິດ​ສະ​ເພາະ​ ດົງ​ໂພ​ສີ ​ເຂດ​ເສດຖະກິ​ດສະ​ເພາະ ລ່ອງ​ແກ່​ງ-ວຽງ​ຈັນ ​ເຂດ​ພັດທະນາ​ກວມ​ລວມຢູ່​ທີ່​ເມືອງ ໄຊ​ເສດ​ຖາ ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫຼວງ​ທີ່​ລົງທຶນ​ໂດຍ​ບໍລິສັດ​ຈາກ ຈີນ ​ເຊັ່ນ​ກັນ ນອກຈາກ​ນີ້​ກໍ​ມີ​ເຂດ​ເສດຖະກິດ​ສະ​ເພາະ ທ່າ​ແຂກ ​ແລະ ​ເຂ​ດ​ເສດຖະກິດ​ສະ​ເພາະ​ພູ​ຂຽວ​ໃນ​ແຂວງ ຄຳ​ມ່ວນ.

​ໂດຍ​ການ​ສ້າງ​ຕັ້ງເຂດ​ເສດ​ຖະກິ​ດພິ​ເສດ ​ແລະ ​ເຂດ​ເສດຖະກິ​ດສະ​ເພາະຂຶ້ນ​ໃນ​ ລາວ ນັ້ນ ກໍ​ມີ​ເປົ້າໝາຍ​ເພື່ອ​ໃຫ້​ເປັນ​ພາກສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ ລາວ ​ໃຫ້​
ຈະ​ເລີ​ນກ້າວໜ້າ ທັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ແກ່​ຄົນ ລາວ ອີກ​ດ້ວຍ ​ດັ່ງ​ທີ່​ທ່ານນາງ ບົວ​ທາ ຂັດຕິຍະ ຮອງ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ລາວ ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ
​ພິ​ເສດ ​ແລະ ​ເ​ຂດ​ເສດຖະກິດ​ສ​ະ​ເພາະ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ວຽກງານ​ການ​ພັດທະນາ​ເ​ຂດ​ເສດຖະກິດ​ພິ​ເສດ ​ເປັນ​ວຽງ​ງານ​ໃໝ່​ທີ່​ຕັ້ງ​ຂຶ້ນ​ແຕ່​ປີ 200 ທີ່​ລັດ​ຖະບານ ສປປ ລາວ ມີ​ຈຸດ​ເປົ້າ​ໝາຍ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວເປັນ​ຫົວ​ຈັກ​ໃຫ້​ແກ່​ການ​ພັດທະນາ ​ແລະ ກໍ່​ສ້າງ​ປະກອບສ່ວນ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ເທດ​ຊາດ ປະກອບສ່ວນ​ໃຫ້​ແກ່​ການ​ພັດ​ທະນາ​ເສດຖະກິິ​ດ ​ແລະ ສັງຄົມ​ແຫ່ງ​ຊາດ​ໃນ​ແຕ່ລະ​ໄລ​ຍະ ກາ​ນພັດທະນາ​ນີ້​ຈະ​ແຈ້ງ​ຂຶ້ນ​ກໍ​ຍ້ອນ​ການຈັດ​ຕັ້ງ​ພາກ​ລັດຖະບານ​ ​ໄດ້ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຫາ​ວິທີ​ແກ້​ໄຂ​ບັນຫາ.”

​ໂດ​ຍຫຼ້າ​ສຸດ​ຄະນະ​ກຳມ​ການ​ຄຸ້ມ​ຄອງ​ເສດຖະກິດ​ພິ​ເສ​ດ ​ແລະ ​ເຂດ​ເສດຖະກິດ​ສະ​ເພ​າະ ​ໄດ້​ອະນຸມັດໃຫ້​ສ້າງ​ຕັ້ງເຂດ​ເສດ​ຖະກິດສະ​ເພາະ ທີ່​ໃຊ້​ຊື່ວ່າ​ເຂດ​ນິຄົມ​ອຸດ​ສາ​ຫະກຳ ​ປາ​ກ​ເຊ-
ຍີ່​ປຸ່ນ SME ​ໂດຍ​ມີ​ເນື້ອນທີ່​ສຳ​ປະທານ 195 ​ເຮັດ​ຕາ​ຢູ່​ໃນ​ເຂດ​ເມື​ອງອຸທຸມ​ພອນ ​ແລະ ​ເມືອງ​ບາ​ຈຽງ​ຈະ​ເລີ​ນສຸກ ​ແຂວງຈຳ​ປາ​ສັກ ຊຶ່ງ​ລົງທຶນ​ໂດຍບໍລິສັດ​ເອກ​ະຊົນ ຍີ່ປຸ່ນ ​ໃນ​ມູນ​ຄ່າ 62 ລ້ານ​ໂດ​ລາ ​ແລະ ມີ​ອາຍຸ​ສຳ​ປະທານ 50 ປີ​ດ້ວຍ​ເປົ້າ​ໝາຍທີ່​ຈະ​ໃຫ້ການ​ສົ່ງ​ເສີມ​ອຸດສາຫະກຳ​ການ​ຜະລິດ​ສິນຄ້າ ​ແລະ ບໍລິການ​ຕ່າງໆ​ທີ່​ແນ​ໃ​ສ່ການ​ສົ່ງ​ອອກ​ເປັນ​ຫຼັກ.

ທາງ​ດ້ານ​ອົງການ​ການ​ຄ້າ​ຕ່າງປະ​ເທດ ຍີ່​ປຸ່ນ (JETRO) ລາຍ​ງານ​ວ່າ​ມີ​ບໍລິສັດ​ເອກະ​ຊົນ​
ຍີ່​ປຸ່ນ ​ໄດ້​ພາກັນ​ຍ້າຍ​ຖານ​ການ​ລົງທຶນຈາກ ຈີ​ນ ​ແລະ ​ໄທ ​ເຂົ້າ​ມາ​ໃນ ລາວ ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນັບ​ຕັ້ງແຕ່​ປີ 2011 ​ເປັນ​ຕົ້ນ​ມາ ​ແລະ ​ເພື່ອຮອງ​ຮັບ​ການ​ລົງ​ທຶນ​ຂອງ ຍີ່​ປຸ່ນ ​ໃນ ລາວ ຫຼາຍ​ຂຶ້ນ​ນັ້ນ ລັດຖະບານ ລາວ ກໍ​ໄດ້​ຈັດ​ກິ​ດຈະ​ກຳ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ລາວ ​ໃຫ້​ແກ່​ນັກທຸລະກິ​ດ ຍີ່​ປຸ່ນ ຫຼາຍ​ຂຶ້ນ.

​ໃນ​ປະຈຸ​ບັນ ຍີ່ປຸ່ນ ລົງທຶນ​ໃນ ລາວ ​ເປັນ​ອັນ​ດັບ​ທີ 7 ມີ​ມູນ​ຄ່າລວມ 500 ກວ່າ​ລ້ານ​ໃນ 111 ​ໂຄງການ​ຄິດ​ເປັນ 7 ​ເປີ​ເຊັນ ຂອງ​ມູນ​ຄ່າ​ກາ​ນລົງທຶນ​ທັງ​ໝົດ​ຂອງ​ ຈີນ ​ໃນ​ ລາວ ​ແຕ່​ກໍ​ເຊື່ອ​ວ່າການ​ລົງທຶນ​ຂອງ ຍີ່​ປຸ່ນ ​ໃນ ລາວ ຈະ​ເພີ່​ມຂຶ້ນ​ຢ່າງ​ວ່ອງ​ໄວ ​ແລະ ຄາດ​ວ່າ​ຈະ​ກ້າວ​ຂຶ້ນ​ສູ່​ອັນ​ດັບ​ທີ 4 ​ໄດ້​ພາຍ​ໃນ​ປີ 2016 ​ເປັນ​ຢ່າງ​ຊ້າ.

XS
SM
MD
LG