ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານທູດ ລາວ ປະຈຳ ນະຄອນຫຼວງ ວໍຊິງຕັນ ຈັດງານລ້ຽງ ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ


ທ່ານ ໄມ ໄຊຍະວົງ ເອກອັກຄະລັດຖະທູດ ລາວ ປະຈຳ ສະຫະລັດ ການາດາ ແລະ ເມັກຊິໂກ ກ່າວຄຳປາໄສ ໃນງານ ລ້ຽງ ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ເມື່ອວັນສຸກ ທີ 30 ພະຈິກ 2018.

ໃນວັນສຸກ ທີ 30 ພະຈິກ 2018 ຜ່ານມານີ້ ສະຖານທູດລາວ ປະຈຳ ນະຄອນຫຼວງ
ວໍຊິງຕັນ ດີຊີ ຂອງ ສະຫະລັດ ໂດຍການຊີ້ນຳຂອງ ທ່ານ ໄມ ໄຊຍະວົງ ເອກອັກ-
ຄະລັດຖະທູດ ລາວ ຜູ້ມີອຳນາດເຕັມ ປະຈຳ ສະຫະລັດ ການາດາ ແລະ ເມັກຊິໂກ
ແລະບັນດາເຈົ້າໜ້າທີ່ລາວ ປະຈຳສະຖານທູດ ໄດ້ຈັດງານລ້ຽງ ສະເຫຼີມສະຫຼອງ
ວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ ແລະເປັນກຽດມາຮ່ວມໃນງານນີ້ ກໍມີ ປອ ຂຽນ
ພັນສຸລິວົງ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການ
ສະຫະປະຊາຊາດ ເຂົ້າຮ່ວມນຳດ້ວຍ. ໄຊຈະເລີນສຸກ ນັກຂ່າວຂອງວີໂອເອ ຈະມີ
ລາຍງານ ການສະເຫຼີມສະຫຼອງດັ່ງກ່າວນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນັບຕັ້ງແຕ່ພັກປະຊາຊົນ ປະຕິວັດລາວ ໄດ້ສະຖາປະນາ ວັນທີ 2 ທັນວາ ໃຫ້ເປັນວັນ
ຊາດຂອງລາວ ໃນປີ 1975 ສະຖານທູດລາວ ປະຈຳນະຄອນຫຼວງ ວໍຊິງຕັນ ດີຊີ ກໍໄດ້
ຈັດງານລ້ຽງເພື່ອສະເຫຼີມສະຫຼອງ ວັນສຳຄັນນີ້ ໃນແຕ່ລະປີ. ເມື່ອປີກາຍນີ້ ຂ້າພະເຈົ້າ ກໍໄດ້ມີໂອກາດໄປຮ່ວມໃນງານ ແລະໄດ້ຂຽນລາຍງານອອກອາກາດໄປແລ້ວ ແລະໃນ
ປີນີ້ ຂ້າພະເຈົ້າກໍໄດ້ ໄປຮ່ວມໃນງານສະເຫຼີມສະຫຼອງວັນຊາດ ອີກຄັ້ງນຶ່ງ ແລ້ວມີລາຍ
ງານມາສະເໜີທ່ານດັ່ງຕໍ່ໄປນີ້.

ໃນເວລາ 5 ໂມງແລງຂອງວັນສຸກ ທີ 30 ພະຈິກ 2018 ບັນດາແຂກພີ່ນ້ອງຊາວລາວ
ທັງຍິງແລະຊາຍທີ່ຢູ່ໃກ້ ບໍລິເວນອ້ອມແອ້ມເຂດນະຄອນຫຼວງ ວໍຊິງຕັນ ແລະໄກຈົນ
ເຖິງການາດາ ກໍໄດ້ເລີ້ມພາກັນເດີນທາງເຂົ້າມາໃນ ສະຖານທູດລາວ ທີ່ຕັ້ງຢູ່ 2222
ຖະໜົນແອັສ ເຂດຕາເວັນຕົກສຽງເໜືອ ຂອງນະຄອນຫຼວງ ວໍຊິງຕັນ ດີຊີ ນອກຈາກ
ແຂກພີ່ນ້ອງຊາວລາວແລ້ວ ກໍຍັງມີແຂກຕ່າງປະເທດຈຳນວນນຶ່ງກໍໄດ້ມາຮ່ວມນຳດ້ວຍ.
ບັນດາແຂກທີ່ມາຮ່ວມໃນງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ໂດຍທົ່ວໄປແລ້ວ
ແຕ່ງກາຍສຸພາບ ແບບປະເພນີລາວ ເຊັ່ນວ່າແມ່ຍິງຈະໃສ່ສິ້ນໄໝລາວ ເສື້ອແພໄໝ
ລາວ ອັນເປັນເອກກະລັກຂອງຊາດລາວ ແມ່ນແຕ່ແຂກຕ່າງປະເທດບາງທ່ານກໍ ໃສ່
ສິ້ນໄໝລາວ ເຊັ່ນກັນ ສ່ວນແຂກທ່ານຊາຍ ກໍແຕ່ງກາຍໃສ່ຊູດສາກົນ.

ຕົກມາເຖິງເວລາປະມານ 7 ໂມງເຄິ່ງ ເຈົ້າໜ້າທີ່ສະຖານທູດລາວ ໄດ້ເຊື້ອເຊີນບັນດາ
ແຂກທັງຫຼາຍ ປະມານ 90 ຄົນ ເຂົ້າໄປໃນຫ້ອງຮັບແຂກກໍ້າຊ້າຍ ທີ່ໄດ້ຖືກຈັດໄວ້ໃຫ້
ເປັນສະຖານທີ່ ກ່າວຄຳປາໄສ ແລະເປັນບ່ອນຈັດຕັ້ງສຳລັບວົງດົນຕີ ແລະເວທີພ້ອນລຳ.
ຫຼັງຈາກທີ່ແຂກໄດ້ເຂົ້າມາເປັນທີ່ຮຽບຮ້ອຍແລ້ວ ທ່ານ ຄຳແພງ ດວງທອງລາ ຮອງເອກ-
ອັກຄະລັດຖະທູດລາວ ຈຶ່ງໄດ້ກ່າວເປີດພິທີຢ່າງເປັນທາງການ ຕໍ່ຈາກນັ້ນ ທ່ານ ໄມ
ໄຊຍະວົງ ໄດ້ຂຶ້ນກ່າວຄຳປາໄສ ກ່ຽວກັບວັນຊາດທີ 2 ທັນວາ ໂດຍມີເນື້ອໃນບາງສ່ວນ
ບາງຕອນດັ່ງຕໍ່ໄປນີ້:


ຫຼັງຈາກທ່ານເອກອັກຄະລັດຖະທູດ ໄມ ໄດ້ກ່າວສຸນທອນພົດ ສຳເລັດເສັດສິ້ນລົງແລ້ວ
ທ່ານໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ ໄດ້ເຊື້ອເຊີນບັນດາແຂກຜູ້ມີກຽດທັງຫຼາຍ ທີ່
ໄດ້ມາຮ່ວມໃນງານ ຍົກຈອກເພື່ອອວຍພອນໄຊໃຫ້ກັນແລະກັນເນື່ອງໃນວັນຊາດ ແລະ
ໄດ້ເຊີນບັນດາແຂກຮ່ວມຮັບປະທານອາຫານຄ່ຳ ທີ່ທາງສະຖານທູດໄດ້ຈັດໄວ້ຕ້ອນຮັບ
ອາຫານໂດຍສ່ວນໃຫຍ່ ຈະເປັນອາຫານລາວ ເຊັ່ນ ລາບຊີ້ນ ກ້ອຍປາ ຕຳໝາກຮຸ່ງ ເຂົ້າ
ປຸ້ນ ແລະເຂົ້າໜຽວ ເປັນຕົ້ນ ພ້ອມດ້ວຍເຄື່ອງດື່ມ.

ໃນລະຫວ່າງ ທີ່ບັນດາແຂກກຳລັງພາກັນກິນອາຫານແລະດື່ມເຫຼົ້າ ຢ່າງອີ່ມໜຳສຳລານ
ຢູ່ນັ້ນ ຂ້າພະເຈົ້າ ຈຶ່ງໄດ້ສວຍໂອກາດຂໍສຳພາດກັບ ທ່ານ ເຕື່ອຍ ຈັກທະວີໄຊ ຈາກເມືອງ ໂຣໜົກ ລັດເວີຈີເນຍ ຜູ້ທີ່ໄດ້ອົບພະຍົບມາຢູ່ສະຫະລັດ ໃນຊ່ວງປີ 1980 ຕັ້ງແຕ່ທ່ານຍັງ
ມີອາຍຸໄດ້ 8 ປີ ຫາກເພິ່ນກໍຍັງເວົ້າພາສາລາວ ໄດ້ດີພໍສົມຄວນ ດັ່ງຕໍ່ໄປນີ້:

ຂ້າພະເຈົ້າ ໄດ້ສັງເກດເຫັນແຂກຕ່າງປະເທດທ່ານນຶ່ງ ທີ່ໄດ້ມາຮ່ວມໃນງານພ້ອມດ້ວຍ
ພັນລະຍາຊາວຕ່າງປະເທດ ຜູ້ທີ່ແຕ່ງກາຍ ໃສ່ສິ້ນໄໝລາວ ແບບແມ່ຍິງລາວ ແຂກທ່ານ
ນີ້ ຊື່ວ່າ ທ່ານ ພອລ ເພິ່ນເວົ້າພາສາລາວໄດ້ເກັ່ງຫຼາຍ ຂ້າພະເຈົ້າຈຶ່ງ ໄດ້ເຂົ້າໄປລົມນຳ
ແລ້ວກໍຂໍສຳພາດເພິ່ນ ແຕ່ໃນເບື້ອງຕົ້ນ ເພິ່ນໄດ້ປະຕິເສດ ແຕ່ດ້ວຍຄວາມພະຍາຍາມ
ເພິ່ນຈຶ່ງເຫັນໃຈ ແລ້ວກໍໃຫ້ສຳພາດ ດັ່ງຕໍ່ໄປນີ້:

ສ່ວນແຂກຕ່າງປະເທດອີກທ່ານນຶ່ງ ທີ່ມາຮ່ວມພ້ອມກັບພັນລະຍາ ທີ່ເປັນຄົນລາວ ເພິ່ນ
ຊື່ວ່າ ທ່ານ ແຟຣັງ ອາລເບີດ ຊຶ່ງເພິ່ນໄດ້ໃຫ້ສຳພາດ ດັ່ງຕໍ່ໄປນີ້:

ພາຍຫຼັງຈາກ ໄດ້ຮັບປະທານອາຫານ ອີ່ມໜຳສຳລານແລ້ວ ງານສະເຫຼີມສະຫຼອງ ວັນ
ຊາດ ທີ 2 ທັນວາ ຂາດໄປບໍ່ໄດ້ນັ້ນ ກໍຄືການເສບດົນຕີ ການຟ້ອນລຳວົງ ເພື່ອສ້າງ
ຄວາມເບີກບານມ່ວນຊື່ນ ໃຫ້ແກ່ບັນດາແຂກ ທີ່ໄດ້ມາຮ່ວມໃນງານ ຕາມທີ່ໄດ້ປະຕິບັດ
ກັນມາໃນແຕ່ລະປີ ສ່ວນໃນປີນີ້ ກໍບໍ່ແຕກຕ່າງຫຍັງຫຼາຍ ກັບປີກ່ອນໆ ບັນດາແຂກ ທີ່
ໄດ້ມາຮ່ວມໃນງານ ກໍໄດ້ພາກັນຂຶ້ນຟ້ອນລຳວົງ ຢ່າງຕໍ່ເນື່ອງຈົນງານສະເຫຼີມສະຫຼອງ
ວັນຊາດທີ 2 ທັນວາ ໄດ້ສິ້ນສຸດລົງຢ່າງສົມບູນ ສຳລັບປີນີ້ ບັນດາແຂກທີ່ມາຮ່ວມ ໂດຍ
ສ່ວນໃຫຍ່ ກໍແມ່ນປະຊາຄົມຊາວລາວ ສັນຊາດອາເມຣິກັນ ທີ່ເຄີຍມາຮ່ວມງານ ໃນ
ແຕ່ລະປີ ແລະມີຈຳນວນນຶ່ງທີ່ມາຮ່ວມເປັນເທື່ອທຳອິດ ອີງຕາມການໂອ້ລົມສົນທະນາ
ແລະສຳພາດກັບແຂກແຕ່ລະທ່ານແລ້ວ ຫຼາຍໆທ່ານຈະເວົ້າເປັນສຽງດຽວກັນວ່າ
ເຫດຜົນທີ່ມາຮ່ວມໃນງານກໍເພາະວ່າ ເຮົາເປັນຄົນລາວ ບໍ່ວ່າຈະໄປຢູ່ໃສ່ ໄດ້ສັນຊາດ
ປະເທດໃດກໍຕາມ ເຮົາກໍຍັງເປັນຄົນລາວເຊື້ອຊາດລາວຢູ່ ເຮົາລືມບ້ານເກີດເມືອງ
ນອນຂອງເຮົາບໍ່ໄດ້” ບາງທ່ານກໍຢາກຈະປະກອບສ່ວນຊ່ອຍສ້າງສາປະເທດຊາດ
ແລະຢາກຈະໄປລົງທຶນຢູ່ລາວ ຫຼື ໄປຢ້ຽມຢາມຍາດຕິພີ່ນ້ອງ ຫຼື ອາດຈະກັບຄືນໄປ
ອາໄສ ຢູ່ໃນລາວຍາມກະສຽນແລ້ວ ກໍເປັນໄດ້ ອັນນັ້ນກໍເປັນສິດທິຂອງແຕ່ລະທ່ານ
ທີ່ຈະຕັດສິນໃຈ ແລະປະຊາຄົມຊາວລາວອີກບາງສ່ວນ ທີ່ບໍ່ໄດ້ໄປຮ່ວມ ກໍອາດຈະບໍ່
ເຫັນດີນຳກໍມີ. ເຖິງຢ່າງໃດກໍດີ ການເຫັນຕ່າງ ຫຼືຄິດຕ່າງກັນນັ້ນ ກໍມີຕາມທຳມະດາ
ຢູ່ສະເໝີ ແຕ່ຄວນໃຊ້ເຫດຜົນ ແລະເຄົາລົບຕໍ່ສິດທິຊຶ່ງກັນແລະກັນ.

ໄຊຈະເລີນສຸກ ວີໂອເອ

XS
SM
MD
LG