ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລາວ​ມີຊັບພະຍາກອນ ມະນຸດ ຄຸນ​ນະ​ພາບຕໍ່າ ທີ່ສຸດ ໃນອາຊຽນ


ການມ​ອບ​ໃບ​ປະ​ກາດ​ແກ່​ນັກ​ສຶກ​ສາ​ທີ່​ຮຽນ​ຈົບຢູ່​ໂຮງ​ຮຽນ​ວິ​ຊາ​ຊີບແຫ່ງ​ນຶ່ງ​ຂອງ​ລາວ.
ການມ​ອບ​ໃບ​ປະ​ກາດ​ແກ່​ນັກ​ສຶກ​ສາ​ທີ່​ຮຽນ​ຈົບຢູ່​ໂຮງ​ຮຽນ​ວິ​ຊາ​ຊີບແຫ່ງ​ນຶ່ງ​ຂອງ​ລາວ.

ບັນຫາຄຸນນະພາບຕໍ່າໃນດ້ານການສຶກສາ ໃນລາວຄືສາເຫດສໍາຄັນ ທີ່ເຮັດໃຫ້ຊັບ ພະຍາກອນມະນຸດ ຂອງລາວ ມີຄຸນນະພາບຕໍ່າດ້ວຍເຊັ່ນກັນ ແລະຖືວ່າຕໍ່າທີ່ສຸດ ໃນ ບັນດາປະເທດສະມາຊິກໃນ ອາຊຽນດ້ວຍກັນ. ຊົງລິດ ໂພນເງິນ ມີລາຍງານ ມາຈາກ
ບາງກອກ.

ທ່ານນາງຂັນທະລີ ສິລິພົງພັນປະທານຄະນະກວດກາກະຊວງສຶກສາທິການ ແລະກິລາ
ຖະແຫລງ ຢືນຢັນວ່າ ການທຸດ​ຈະ​ລິດ ໃນດ້ານການສຶກສາຍັງເກີດຂຶ້ນຢ່າງກວ້າງຂວາງ ທັງຍັງ ເປັນສາເຫດສໍາຄັນທີ່ເຮັດໃຫ້ການສຶກສາ ໃນລາວມີຄຸນນະພາບຕໍ່າ ແລະໄດ້ສົ່ງ ຜົນກະ ທົບຕໍ່ການພັດທະນາຊັບພະຍາກອນມະນຸດ ໃນລາວທີ່ຖືວ່າ ມີລະດັບຄຸນນະ ພາບຕໍ່າທີ່ ສຸດໃນບັນດາປະເທດສະມາຊິກໃນອາຊຽນດ້ວຍກັນ.

ເດັກນ້ອຍນັກຮຽນປະຖົມແຫ່ງນຶ່ງໃນລາວ
ເດັກນ້ອຍນັກຮຽນປະຖົມແຫ່ງນຶ່ງໃນລາວ

​ທັງນີ້ໂດຍການທຸດຈະລິດໃນດ້ານການສຶກສາໃນລາວມີຫລາຍຮູບແບບດ້ວຍກັນເຊ່ນ
ການ ປອມແປງການປອມແປງໃບປະກາດສະນີຍະບັດການສໍາເລັດການສຶກສາທັງໃນ
ລະດັບມັດທະ ຍົມສຶກສາ, ປະລິນຍາຕີ ແລະປະລິນຍາໂທ ລວມທັງປະກາດສະນີຍະບັດ ການສໍາເລັດ ການສຶກສາໃນດ້ານວິຊາຊີບຊັ້ນສູງອີກດ້ວຍ ຊຶ່ງໃນໄລຍະກ່ອນໜ້ານີ້ ໄດ້ມີການກວດ ພົບໃບປະກາດນີຍະບັດປອມດັ່ງກ່າວ ຈໍານວນເຖິງ 400-500 ກວ່າ
ໃບ ໃນແຕ່ລະປີ ແຕ່ດ້ວຍການກວດກາຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ການປອມແປງໃບ ປະກາດສະນີຍະບັດ ຫລຸດລົງຢ່າງຕໍ່ເນື່ອງ ດັ່ງທີ່ທ່ານນາງ ຂັນທະລີ ໃຫ້ການ ຢືນຢັນວ່າ:
“ອັນສໍາຄັນທີ່ສຸດໄດ້ສືບຕໍ່ນໍາເອົາເນື້ອໃນທີ່ຈໍາເປັນຂອງວຽກງານສະກັດກັ້ນຕ້ານ
ການສໍ້ລາດບັງຫລວງ ແຊກຊ້ອນເຂົ້າໃນຫລັກສູດສາຍອາຊີວະສຶກສາ ແລະການ
ສຶກສາຊັ້ນສູງ ສໍາລັບມະຫາວິທະຍາໄລແຫ່ງຊາດ ມາຮອດປັດຈຸບັນນີ້ ແຊກຊ້ອນເຂົ້າ
ໃນວິຊາລາວສຶກສາສໍາເລັດ 50 ເປີເຊັນ ຂຶ້ນໄປແລ້ວ ແລະກະເອົາໃຈໃສ່ກວດກາ ການ
ປອມແປງເອກະສານນໍາໃຊ້ເອກະສານປອມ ປະກາດສະນີຍະບັດປອມ ໃນຂະແໜງ ການສຶກສາ ແລະກິລາ ແຕ່ດຽວນີ້ກະຄ່ອຍຫລຸດ ຄັ້ນເວລາ
2006-2007 ກວດເມື່ອ ໃດນີ້ແມ່ນ 400-500 ໃບ. ດຽວນີ້ຄ່ອຍຫລຸດໆ ເພາະມີການກວດກາເຄັ່ງຄັດ.”

ໂດຍອີງຕາມລາຍງານຂອງກະຊວງສຶກສາທິການ ແລະກິລາ ລະບຸວ່າ ອັດຕາການເຂົ້າ
ຮຽນຂອງເດັກນ້ອຍລາວ ທີ່ມີອາຍຸ ລະຫວ່າງ 3 ຫາ 5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນ
ການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະລະດັບມັດທະຍົມ
ປາຍນັ້ນ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມ
ລຳດັບ ຊຶ່ງຖືເປັນການພັດທະນາດ້ານການສຶກສາ ທີ່ມີການຂະຫຍາຍຕົວເພີ້ມຂຶ້ນ ໃນ
ທຸກພາກສ່ວນ ຫາກແຕ່ການພັດທະນາການສຶກສາໃນລາວ ຍັງຂາດຄຸນນະພາບ ຊຶ່ງ
ເຫັນໄດ້ ຈາກອັດຕາການຄ້າງຫ້ອງ ໃນລະດັບປະຖົມສຶກສາ ຍັງຢູ່ທີ່ລະດັບ 4.9 ເປີເຊັນ
ສ່ວນບັນຫາຄວາມຍາກຈົນ ກໍເຮັດໃຫ້ເດັກນ້ອຍຕ້ອງປະການຮຽນ ໃນອັດຕາສະເລ່ຍ
4.8 ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນດ້ວຍກັນ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນລາວ
ຊຶ່ງມີສາເຫດມາຈາກລະດັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ
ລາວ ກໍບໍ່ສາມາດຈະໃຫ້ການຊ່ອຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນ ຂອງ
ເດັກນ້ອຍ ໃນລະດັບປະຖົມສຶກສາ ໃນເຂດຊົນນະບົດຂອງລາວນັ້ນ ມີອັດຕາສະເລ່ຍສູງ
ກວ່າ 20 ເປີເຊັນ ອີກດ້ວຍ.

ຍິ່ງໄປກວ່ານັ້ນ ບັນຫາຄຸນນະພາບຕ່ຳຂອງບັນດາຄູ-ອາຈານສ່ວນໃຫຍ່ຂອງລາວ ໃນ
ປັດຈຸບັນນີ້ ມີສາເຫດມາຈາກວິທີການຄັດເລືອກທີ່ຜິດພາດ ແລະບໍ່ໄດ້ມາດຕະຖານ
ເພາະການຄັດເລືອກ ຄູ-ອາຈານຂອງລາວ ໃນໄລຍະຜ່ານມາ ໄດ້ໃຫ້ຄວາມສຳຄັນກັບ
ສະພາບຮ່າງກາຍຫຼາຍກວ່າ ຄວາມຮູ້ຄວາມສາມາດຂອງຄູ ຈຶ່ງເຮັດໃຫ້ໄດ້ຄູໂຕໃຫຍ່
ແຕ່ບໍ່ມີຄວາມຮູ້ຄວາມສາມາດ ໃນການສອນນັກຮຽນ ອັນໄດ້ສົ່ງຜົນຕໍ່ເນື່ອງ ເຮັດໃຫ້
ນັກຮຽນທີ່ຈົບການສຶກສາມາ ຢ່າງບໍ່ມີຄຸນນະພາບດ້ວຍເຊັ່ນກັນ ໂດຍເພື່ອເປັນການແກ້
ໄຂບັນຫາດັ່ງກ່າວ ກະຊວງສຶກສາທິການ ແລະກິລາຂອງລາວ ຈຶ່ງລິເລີ້ມການຄັດເລືອກ
ຄູແບບໃໝ່ ດ້ວຍການຈັດໃຫ້ມີການສອບເສັງ ຢ່າງເປີດກວ້າງ ແລະຄັດເລືອກເອົາສະ ເພາະຜູ້ທີ່ສອບເສັງໄດ້ຄະແນນສູງເທົ່ານັ້ນ.

ປັດຈຸບັນ ກະຊວງສຶກສາທິການແລະກິລາ ມີຄູ-ອາຈານທັງໝົດ 18,000 ກວ່າຄົນ ທົ່ວ
ປະເທດ ແລະໃນປີ 2018 ນີ້ ລັດຖະບານລາວ ກໍອະນຸຍາດໃຫ້ສາມາດຮັບຄູໃໝ່ໄດ້
ບໍ່ເກີນ 1,800 ຄົນ ເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ໂຮງຮຽນໃນເຂດຊົນນະບົດຫ່າງໄກ
ຍັງຈະຕ້ອງປະເຊີນບັນຫາຂາດຄູສອນຕໍ່ໄປນັ້ນເອງ.

XS
SM
MD
LG