ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດວິສາຫະກິດຜະລິດໄຟຟ້າລາວ ລະດົມ ເງິນທຶນ ດ້ວຍການຂາຍ ພັນທະບັດ


ພິທີ ເປີດໂຕ ລັດວິສາຫະກິດຜະລິດໄຟຟ້າລາວ (EDL-GEN) ໃນຕະຫຼາດຮຸ້ນໄທ.
ພິທີ ເປີດໂຕ ລັດວິສາຫະກິດຜະລິດໄຟຟ້າລາວ (EDL-GEN) ໃນຕະຫຼາດຮຸ້ນໄທ.

ລັດວິສາຫະກິດຜະລິດໄຟຟ້າລາວ (EDL-GEN) ລະດົມເງິນທຶນດ້ວຍການຂາຍ ພັນທະບັດ ໃນມູນຄ່າ 312 ລ້ານໂດລາ ໃນຕະຫຼາດຮຸ້ນໄທ ສ່ວນລັດວິສາຫະກິດ ຖືຮຸ້ນລາວ ຈະມຸ້ງພັດທະນາພະລັງງານທາງເລືອກໃຫ້ຫຼາຍຂຶ້ນ.

ທ່ານນາງ ລັດຕະນາ ປະທຸມວັນ ຜູ້ອຳນວນການໃຫຍ່ ບໍລິສັດໄຟຟ້າລາວ ມະຫາຊົນ (EDL-GEN) ຢືນຢັນວ່າ EDL-GEN ໄດ້ລະດົມເງິນທຶນ ດ້ວຍການຂາຍພັນທະບັດ ຄິດເປັນມູນຄ່າລວມ 312 ລ້ານໂດລາ ຢູ່ໃນຕະຫຼາດຫລັກຊັບແຫ່ງປະເທດໄທ ເມື່ອບໍ່ ນານມານີ້ ຊຶ່ງກໍປາກົດວ່າ ບັນດານັກລົງທຶນ ໃນຕະຫຼາດຮຸ້ນໄທ ໄດ້ພາກັນຈອງຊື້ ພັນທະບັດດັ່ງກ່າວ ຢ່າງຄົບຖ້ວນພາຍໃນລະຍະເວລາອັນສັ້ນ ເພາະໝັ້ນໃຈໃນສະຖຽນ ລະພາບທາງທຸລະກິດຂອງ EDL-GEN ທີ່ສາມາດສ້າງລາຍຮັບ ຈາກການຈຳໜ່າຍ ກະແສໄຟຟ້າ ທັງໃນລາວ ແລະ ສົ່ງໄປໄທໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ເຄື່ອງໝາຍ ຂອງລັດວິສາຫະກິດ ຜະລິດໄຟຟ້າລາວ ຫຼື EDL-GEN
ເຄື່ອງໝາຍ ຂອງລັດວິສາຫະກິດ ຜະລິດໄຟຟ້າລາວ ຫຼື EDL-GEN

ການລະດົມເງິນທຶນໃນຄັ້ງນີ້ຂອງ EDL-GEN ນັບເປັນຄັ້ງທີ 2 ແລ້ວ ໂດຍຄັ້ງທຳອິດ ໄດ້ຈັດຂຶ້ນໃນທ້າຍປີ 2014 ທີ່ສາມາດລະດົມເງິນທຶນໄດ້ ໃນມູນຄ່າລວມ 6,500 ລ້ານ ບາດ ຫາກແຕ່ສຳລັບການລະດົມເງິນທຶນໃນຄັ້ງທີ 2 ນີ້ ເປັນການລະດົມເງິນທຶນໃນ ສະກຸນເງິນໂດລາສະຫະລັດ ເປັນການສະເພາະ ເພື່ອນຳໃຊ້ໃນການຮ່ວມລົງທຶນ ກໍ່ສ້າງ ເຂື່ອນຜະລິດໄຟຟ້າໃນລາວ ໃຫ້ເພີ້ມຂຶ້ນ ຈາກ 1,131 ເມກາວັດ ໃນປະຈຸບັນນີ້ ເປັນ ບໍ່ຕ່ຳກວ່າ 2,238 ເມກາວັດ ໃນປີ 2020 ຕໍ່ໄປ.

ໂດຍພັນທະບັດທີ່ EDL-GEN ສະເໜີຂາຍໃນຕະຫຼາດໄທ ຄັ້ງຫຼ້າສຸດໄດ້ແບ່ງການ ຊຳລະຄືນເງິນຕົ້ນອອກເປັນ 3 ລະຍະຄື 7 ປີ, 10 ປີ ແລະ 12 ປີ ດ້ວຍອັດຕາດອກເບ້ຍ
5, 5.59 ແລະ 5.98 ເປີເຊັນ ຕໍ່ປີ ຕາມລຳດັບ ຊຶ່ງນັບເປັນບໍລິສັດຕ່າງຊາດລາຍທຳອິດ ທີ່ມີລະຍະຊຳລະໜີ້ຍາວນານທີ່ສຸດເຖິງ 12 ປີ ທັງຍັງມີມູນຄ່າຂອງການລະດົມເງິນທຶນ ໄດ້ສູງທີ່ສຸດອີກດ້ວຍ.

ທາງດ້ານທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໃຫ້ການຢືນຢັນວ່າ ລັດວິສາຫະກິດຖືຮຸ້ນລາວ (Laos Holding State Entreprise) ໄດ້ວາງແຜນການຈະຂະຫຍາຍການລົງທຶນໄປໃນການພັດທະນາແຫລ່ງພະລັງງານ ທາງເລືອກ ດ້ວຍການຮ່ວມລົງທຶນກັບບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໃຫ້ ຫຼາຍຂຶ້ນ ລວມເຖິງການຂຸດຄົ້ນແຮ່ທາດຕ່າງໆ ອີກດ້ວຍດັ່ງທີ່ທ່ານໄດ້ເນັ້ນຢ້ຳວ່າ:

“ດຽວນີ້ທ່າແຮງຂອງພວກເຮົາມີຄືກັນ ບໍ່ຈຳເປັນວ່າຊິໄປຖ້າແຕ່ຜູ້ອື່ນ ເຮົາກໍສາ ມາດຄົ້ນຄວ້າເຮົາເອງໄດ້ ຫຼືວ່າເຂົ້າຮ່ວມກັບບັນດານັກລົງທຶນທີ່ມີທຶນມີຮອນ ມີເທັກໂນໂລຈີ ທີ່ທັນສະໄໝ ກໍສາມາດເຂົ້າມາເຮັດໄດ້ ຕົວຢ່າງຄື ພະລັງງານ ທົດແທນ ທີ່ພວກເຮົາກຳລັງຜັກດັນຂຶ້ນຢູ່ໃນປັດຈຸບັນນີ້ ແສງແດດບໍ່ ລົມບໍ່ ຈັງຊີ້ ຫຼືວ່າສາມາດເຂົ້າຮ່ວມກັບພວກບໍລິສັດຂຸດຄົ້ນແຮ່ ທີ່ມີຄວາມສາມາດສ້າງລາຍ ຮັບສູງຂຶ້ນຕື່ມ ພວກເຮົາກໍສາມາດເຮັດໄດ້.”

ໂດຍລັດວິສາຫະກິດຖືຮຸ້ນລາວ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2005 ແລະໃນໂອກາດການ ສະເຫຼີມສະຫຼອງ ການສ້າງຕັ້ງຄົບຮອບ 10 ປີ ໃນເດືອນມີນາ 2015 ທີ່ຜ່ານມານັ້ນ ກໍມີ ລາຍງານວ່າ ລັດວິສາຫະກິດດັ່ງກ່າວ ໄດ້ລະດົມເງິນທຶນເພື່ອປະກອບສ່ວນ ເຂົ້າໃນການ ລົງທຶນສ້າງເຂື່ອນຜະລິດກະແສໄຟຟ້າ 5 ໂຄງການຄິດເປັນມູນຄ່າ ການຮ່ວມລົງທຶນ ລວມ ຫຼາຍກວ່າ 600 ລ້ານໂດລາ.

ໂດຍການຮ່ວມລົງທຶນໃນ 5 ໂຄງການດັ່ງກ່າວ ປະກອບດ້ວຍໂຄງການເຂື່ອນໄຟຟ້າ ນ້ຳເທີນ 2 ຊຶ່ງລັດວິສາຫະກິດ ຖືຮຸ້ນລາວ ຮ່ວມລົງທຶນ 112 ລ້ານໂດລາ ໂຄງການຫົງສາ ລິກໄນຕ໌ 220 ກວ່າລ້ານໂດລາ ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ 100 ກວ່າ ລ້ານໂດລາ ໂຄງການເຂື່ອນນ້ຳງຽບ 1 ຫຼາຍກວ່າ 100 ລ້ານໂດລາ ແລະທຸລະກິດກຳຈັດ ຂີ້ເຖົ່າລອຍ ໃນໂຄງການຫົງສາລິກໄນຕ໌ ອີກ 64 ລ້ານໂດລາ.

ໂດຍໃນປີ 2015 ທີ່ຜ່ານມາ ລັດວິສາຫະກິດຖືຮຸ້ນລາວ ມີລາຍຮັບຄິດເປັນມູນຄາລວມ ເກີນກວ່າ 122 ຕື້ກີບ ຫຼື ຫຼາຍກວ່າ 15 ລ້ານໂດລາ ຊຶ່ງໄດ້ຈາກການຮ່ວມລົງທຶນ ໃນໂຄງ ການເຂື່ອນນ້ຳເທີ 2 ແລະໄດ້ມອບພັນທະໃຫ້ລັດຖະບານລາວ ໃນມູນຄ່າ 3 ລ້ານ 6 ແສນ ໂດລາ ສ່ວນໃນປີ 2016 ລັດວິສາຫະກິດຖືຮຸ້ນລາວ ກໍຈະມີລາຍຮັບເພີ້ມຂຶ້ນ ຈາກການ ຂາຍພະລັງງານໄຟຟ້າ ໃນໂຄງການຫົງຫາລິກໄນຕ໌ ທີ່ລັດວິສາຫະກິດຖືຮຸ້ນລາວ ກໍຈະມີ ລາຍຮັບເພີ້ມຂຶ້ນຈາກການຂາຍພະລັງງານໄຟຟ້າ ໃນໂຄງການຫົງສາລິກໄນຕ໌ ທີ່ລັດວິສາ ຫະກິດຖືຮຸ້ນລາວ ຮ່ວມລົງທຶນ 20 ເປີເຊັນ ແລະອີກ 25 ເປີເຊັນ ທີ່ເປັນການຮ່ວມທຶນ ໃນ ການຂຸດຄົ້ນຖ່ານລິກໄນຕ໌ ຕອບສະໜອງໃຫ້ໂຄງການ.

ໃນປັດຈຸບັນປະເທດລາວມີເຂື່ອນຜະລິດໄຟຟ້າດ້ວຍພະລັງງານນ້ຳ 37 ແຫ່ງ ແລະ ໂຮງງານຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌ 1 ແຫ່ງ ມີກຳລັງ ຕິດຕັ້ງລວມ 6,265 ເມກາວັດ ໂດຍລັດຖະບານລາວ ວາງເປົ້າໝາຍຈະເພີ້ມເປັນ 10,000 ແລະ 15,000 ເມກາວັດ ໃນປີ 2020 ແລະ 2025 ຕາມລຳດັບ.

XS
SM
MD
LG