ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝ່າຍປາບປາມຍາເສບຕິດຂອງທາງການລາວ ຈະຕ້ອງປັບປຸງ ລະບົບການປະຕິບັດງານ ໃຫ້ໂປ່ງໃສຢ່າງແທ້ຈິງ


ການຈັບກຸມນັກຄ້າຢາເສບຕິດຢູ່ໃນລາວ
ການຈັບກຸມນັກຄ້າຢາເສບຕິດຢູ່ໃນລາວ

ເຈົ້າໜ້າທີ່ອົງການໄອຍະການປະຊາຊົນລາວ ເປີດເຜີຍວ່າ ການກະທຳຄວາມຜິດກ່ຽວກັບຢາເສບຕິດຍັງຄອງອັນດັບທີ 1 ຂອງຄະດີອາຍາທີ່ມີການຟ້ອງຮ້ອງຕໍ່ສານປະຊາຊົນຫຼາຍທີ່ສຸດໃນທົ່ວປະເທດລາວ ໂດຍເຖິງແມ້ວ່າຈະເກີດການລະບາດໄວ ຣັສໂຄວິດ 19 ຢ່າງຮຸນແຮງໃນຊ່ວງປີ 2020-2022 ກໍ່ຕາມ

ຝ່າຍປາບປາມຍາເສບຕິດຂອງທາງການລາວ ຈະຕ້ອງປັບປຸງລະບົບການປະຕິບັດງານໃຫ້ໂປ່ງໃສ ຢ່າງແທ້ຈິງ ໂດຍສະເພາະແມ່ນຄວາມໂປ່ງໃສໃນການຈັບນັກຄ້າ ແລະການຍຶດຢາເສບຕິດຂອງກາງນັ້ນ ຊົງ​ຣິດ ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ ບາງ ກອກ.

ເຈົ້າໜ້າທີ່ອົງການໄອຍະການປະຊາຊົນລາວ ເປີດເຜີຍວ່າ ການກະທຳຄວາມຜິດກ່ຽວກັບຢາເສບຕິດຍັງຄອງອັນດັບທີ 1 ຂອງຄະດີອາຍາທີ່ມີການຟ້ອງຮ້ອງຕໍ່ສານປະຊາຊົນຫຼາຍທີ່ສຸດໃນທົ່ວປະເທດລາວ ໂດຍເຖິງແມ້ວ່າຈະເກີດການລະບາດໄວ ຣັສໂຄວິດ 19 ຢ່າງຮຸນແຮງໃນຊ່ວງປີ 2020-2022 ກໍ່ຕາມ ຫາກແຕ່ກໍ່ບໍ່ໄດ້ເຮັດໃຫ້ການລັກລອບຂົນສົ່ງ ແລະ ການຄ້າຢາເສບຕິດຫຼຸດລົງແຕ່ຢ່າງໃດ ກົງກັນຂ້າມກັບປາກົດວ່າ ມີການລັກລອບຢ່າງເປັນຂະບວນການທີ່ໃຫຍ່ຂຶ້ນນັບມື້ ແລະ ມີລັກສະນະເປັນຂະບວນການຂ້າມຊາດທີ່ມີເຄືອຂ່າຍຢ່າງກວ້າງຂວາງ ທັງໃນລາວ ແລະ ຕ່າງປະເທດດ້ວຍ ທັງໆທີ່ວ່າລັດຖະບານລາວໄດ້ປະກາດວາລະແຫ່ງຊາດທີ່ຈະດຳເນີນມາດຕະການປາບປາມການຄ້າຢາເສບຕິດ ໃຫ້ໄດ້ຢ່າງສິ້ນເຊິງ ໃນປີ 2023 ກໍ່ຕາມ ແຕ່ກໍ່ຄົງຈະເປັນໄປບໍ່ໄດ້ແລ້ວ ທັງຍັງເຮັດໃຫ້ເກີດຄວາມສົງໄສໃນສັງຄົມລາວດ້ວຍວ່າຝ່າຍປາບປາມ ໄດ້ປະຕິບັດໜ້າທີ່ຕາມກົດໝາຍຢ່າງເຄັ່ງຄັດຫຼືບໍ່ອີກດ້ວຍ ໂດຍສະເພາະແມ່ນກ່ຽວກັບຄວາມໂປ່ງໃສໃນການຈັບກຸມຜູ້ຕ້ອງຫາ ແລະ ການຍຶດຂອງກາງທີ່ເປັນຢາເສບຕິດ ແລະ ຊັບສິນຕ່າງໆນັ້ນ ດັ່ງເຈົ້າໜ້າທີ່ອົງການໄອຍະການປະຊາຊົນລາວ ໄດ້ໃຫ້ການຢືນຢັນວ່າ:

“ໄລຍະຜ່ານມາກໍ່ມີຫາງສຽງວ່າມີການສັບປ່ຽນການຢັ້ງຢືນວ່າ ຢານີ້ເປັນຜົງແປ້ງເພື່ອເຮັດໃຫ້ການຫຼຸດຜ່ອນໂທດຫັ້ນ ເພື່ອໃຫ້ຮັບປະກັນຈຸດນີ້ ຄວນມີຄະນະຮັບ ຜິດຊອບໃນການກວດພິສູດຢານີ້ ຄວນມີສ່ວນຮ່ວມຂອງຫລາຍພາກສ່ວນເພື່ອບໍ່ໃຫ້ມີຊ່ອງວ່າງໃນເວລາເອົາໄປພິສູດ ເປັນຕົ້ນອາດຈະມີສ່ວນຮ່ວມຂອງຂະແໜງ ສາທາລະນະສຸກ ຂອງໄອຍະການເຂົ້າມາຮ່ວມວ່າຊັ້ນຊະ ມັນຈະຮັບປະກັນເພາະ ວ່າໄລຍະຜ່ານມາມັນມີກໍລະນີທີ່ວ່າເວລາຈັບແລ້ວຊັບສິນຂອງເຂົາເຈົ້າຫັ້ນນະ ກັບຄືນມາພັດບໍ່ແມ່ນຕົວຈິງ ມີການສັບປ່ຽນ.”

ສ່ວນເຈົ້າໜ້າທີ່ປາບປາມຢາເສບຕິດ ໃຫ້ການຍອມຮັບວ່າການກໍ່ອາດຊະຍາກຳທີ່ພົວພັນກັບແກ້ງຄ້າຢາເສບຕິດ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ໂດຍເຖິງແມ່ນວ່າ ຈະໄດ້ດຳເນີນມາດຕະການປາບປາມທີ່ເດັດຂາດຫຼາຍຂຶ້ນກໍ່ຕາມ ຫາກແຕ່ກໍ່ຍັງບໍ່ສາມາດຮັບມືກັບບັນຫາຕົວຈິງໄດ້ຢ່າງເທົ່າທັນ ເພາະກຳລັງເຈົ້າໜ້າທີ່ມີນ້ອຍ ແຕ່ມີຜູ້ກະທຳຄວາມຜິດຈຳນວນຫຼາຍທັງຍັງເປັນແກັ່ງອາດຊະຍາກຳຂ້າມຊາດທີ່ໃຊ້ອຸປະກອນສື່ສານທີ່ທັນສະໄໝ ແລະ ມີອາວຸດ ຈຶ່ງເປັນການຍາກທີ່ຈະຕິດຕາມເພື່ອຈັບກຸມໄດ້ຢ່າງເທົ່າທັນ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ:

ລາຍໃຫຍ່ເຂົາເຈົ້າເຄື່ອນໄຫວຢ່າງເລິກແລບ ແນບນຽນ ການແກ້ໄຂກໍ່ພົບຂໍ້ຫຍຸ້ງຍາກ ບາງທີ່ເຂົາເຈົ້າໃຊ້ເຄື່ອງມືທີ່ທັນສະໄໝ ເຊັ່ນເຄື່ອງມືສື່ສານມີອາວຸດ-ກະສຸນເພື່ອຕອບໂຕ້ກັບເຈົ້າໜ້າທີ່ພວກເຮົາ ງົບປະມານຮັບໃຊ້ຂອງໄທເຮົາຖືວ່າຍັງບໍ່ທັນພຽງພໍ ການເຂົ້າເຖິງລາຍໃຫຍ່ນີ້ຍັງພົບຂໍ້ຫຍຸ້ງຍາກເພາະວ່າພວກນີ້ຈະເຄື່ອນໄຫວຢ່າງເລິກແລບ-ແນບນຽນ ບໍ່ສາມາດເຂົ້າໃກ້ໄດ້ ບໍ່ສາມາດມ້າງໄດ້ລາຍໃຫຍ່

ທັງນີ້ໂດຍການປາບປາມການຄ້າຢາເສບຕິດໃນລາວໃນປີ 2022 ທີ່ຜ່ານມາກໍ່ຍັງພົບດ້ວຍວ່າມີລະດັບຂອງການກໍ່ອາດຊະຍາກຳທີ່ມີຄວາມຮຸນແຮງເພີ່ມຂຶ້ນ ດັ່ງຈະເຫັນໄດ້ຈາກການທີ່ມີນັກໂທດຖືກຕັດສິນລົງໂທດປະຫານຊີວິດ ແລະ ໂທດຂັງຄຸກຕະຫຼອດຊີວິດເພີ່ມຂຶ້ນ ໂດຍຄ້າຍຄຸມຂັງ ແລະ ດັດສ້າງໃນທົ່ວປະເທດລາວໃນປີທີ່ຜ່ານມາ ມີນັກໂທດທັງໝົດ 17,561 ຄົນ ໃນນີ້ເປັນນັກໂທດທີ່ຖືກສານຕັດສິນປະ ຫານຊີວິດ 603 ຄົນ ແລະມີນັກໂທດທີ່ຖືກສານຕັດສິນໂທດຂັງຄຸກຕະຫຼອດຊີວິດ 996 ຄົນ ສ່ວນໃນຊ່ວງປີ 2020-2022 ທາງການຕຳຫຼວດລາວ ຈັບນັກຄ້າຢາເສບຕິດໄດ້ເຖິງ 13,987 ຄົນຈາກ 9,438 ຄະດີ ຍຶດຢາບ້າໄດ້ 37 ກວ່າລ້ານເມັດ ເຮໂຣອີນກວ່າ 735 ກິໂລກຣາມ ຢາໄອກວ່າ 2.5 ຕັນ ກັນຊາແຫ້ງກວ່າ 6 ໂຕນ ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 8 ກິໂລກຣາມ ສານເຄມີກວ່າ 20 ໂຕນ ອາວຸດແລະ ອຸປະກອນສື່ສານທັນສະໄໝກວ່າ 20 ພັນລາຍການ

ສ່ວນຄະນະກຳມະການປ້ອງກັນ-ປາບປາມຢາເສບຕິດແຫ່ງຊາດໄທ ກໍ່ໄດ້ລາຍງານວ່າການຮ່ວມມືໃນການປາບປາມຢາເສບຕິດໃນລຸ່ມນໍ້າຂອງໃນປີ 2022 ທີ່ຜ່ານມາ ນອກຈາກຈະເຮັດໃຫ້ທາງການໄທສາມາດຈັບກຸມນັກຄ້າຢາເສບຕິດໄດ້ຫຼາຍກວ່າ 1 ແສນຄົນແລ້ວ ຍັງເຮັດໃຫ້ສາມາດຂະຫຍາຍຜົນຈາກການສອບສວນໄປສູ່ການຍຶດຊັບຂອງຜູ້ຕ້ອງຫາໄດ້ຫຼາຍກວ່າ 10 ພັນລ້ານບາດອີກດ້ວຍ ແຕ່ດ້ວຍຜົນຂອງປະຕິບັດການດັ່ງກ່າວກໍ່ໄດ້ສະແດງໃຫ້ເຫັນວ່າການຄ້າຢາເສບຕິດໃນລຸ່ມແມ່ນໍ້າຂອງໄດ້ຂະຫຍາຍເປັນເຄືອຂ່າຍຂະໜາດໃຫຍ່ຂຶ້ນ ແລະ ຍາກທີ່ຈະປາບປາບໃຫ້ໝົດໄປໄດ້ຢ່າງສິ້ນເຊີງອີກດ້ວຍ ໂດຍສະເພາະແມ່ນເຂດສາມຫຼ່ຽມຄຳ ເຊິ່ງປະມານການວ່າມີການຜະລິດຢາເສບຕິດຫຼາຍກວ່າ 1 ແສນລ້ານໂດລາ ໃນແຕ່ລະປີນັ້ນ.

XS
SM
MD
LG