ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂື່ອນດອນສະໂຮງ ເລີ່ມເດີນເຄື່ອງ ຜະລິດພະລັງງານໄຟຟ້າ ເພື່ອສົ່ງຂາຍໃຫ້ກັບລັດຖະບານ ກຳປູເຈຍ


ເຂື່ອນດອນສະໂຮງ.
ເຂື່ອນດອນສະໂຮງ.

ເຂື່ອນດອນສະໂຮງເທິງແນວແມ່ນໍ້າຂອງໃນ ລາວ ເລີ່ມເດີນເຄື່ອງຜະລິດພະລັງງານໄຟຟ້າເພື່ອສົ່ງຂາຍໃຫ້ກັບລັດຖະບານ ກຳປູເຈຍ ຄິດເປັນສັດສ່ວນເຖິງ 90 ເປີເຊັນຂອງກຳລັງຕິດຕັ້ງລວມທັງ ໝົດ 260 ເມກະວັດ.


ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ຖະແຫຼງວ່າການເດີນເຄື່ອງຈັກຜະລິດກະແສໄຟຟ້າຂອງໂຄງການເຂື່ອນດອນສະໂຮງ ເພື່ອສົ່ງກະແສໄຟຟ້າຂາຍໃຫ້ກັບລັດຖະບານ ກຳປູເຈຍ ໄດ້ເລີ່ມຂຶ້ນໃນວັນທີ 4 ພະຈິກ 2020 ທີ່ຜ່ານມາ ໂດຍຄິດເປັນສັດສ່ວນ 90 ເປີເຊັນຂອງກຳລັງຕິດຕັ້ງລວມທັງໝົດ 260 ເມກະວັດ, ສ່ວນອີກ 10 ເປີເຊັນທີ່ເຫຼືອນັ້ນຈະສະໜອງໃຫ້ກັບແຂວງພາກໃຕ້ຂອງ ລາວ ໂດຍສະເພາະແມ່ນການຕອບສະໜອງພະລັງງານໄຟຟ້າໃຫ້ແກ່ເຂດພັດທະນາມະຫານາທີ ສີພັນດອນ-ຄອນພະເພັງໃນເຂດເມືອງໂຂງ, ແຂວງຈຳປາສັກ ຊຶ່ງເປັນເຂດສຳປະທານຂອງກຸ່ມທຶນຈາກປະເທດ ຈີນ ນັ້ນ.

ການສົ່ງໄຟຟ້າຈາກເຂື່ອນດອນສະໂຮງໄປ ກຳປູເຈຍ ດັ່ງກ່າວນີ້ກໍຄືສ່ວນນຶ່ງຂອງການຕົກລົງຊື້-ຂາຍພະລັງງານໄຟຟ້າລະຫວ່າງລັດຖະບານ ລາວ ກັບ ກຳປູເຈຍ ໃນປະລິມານລວມ 1,700 ເມກະວັດ ດ້ວຍການສົ່ງຜ່ານຕາໜ່າງສາຍໄຟຟ້າແຮງສູງຂະໜາດ 500 KV ຂອງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ເປັນການຮ່ວມທຶນກັນລະຫວ່າງລັດວິສາຫະກິດໄຟຟ້າແຫ່ງຊາດລາວ (EDL) ກັບລັດວິສາຫະກິດຕາໜ່າງໄຟຟ້າພາກໃຕ້ຂອງຈີນ (CSG) ເມື່ອເດືອນກັນຍາ 2020 ພາຍໃຕ້ເປົ້າໝາຍເພື່ອພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງໃນ ລາວ ໃຫ້ທັນສະໄໝ ເພື່ອເຊື່ອມຕໍ່ ແລະ ຕອບສະໜອງໄຟຟ້າໃຫ້ກັບບັນດາປະເທດໃນລຸ່ມແມ່ນໍ້າຂອງ ແລະ ອາຊຽນ ໃຫ້ໄດ້ຢ່າງທົ່ວເຖິງ ກໍຄືການເຮັດໃຫ້ ລາວ ເປັນໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງ ດ້ວຍການສະໜັບ ສະໜູນທາງດ້ານເງິນທຶນ ແລະ ເທັກໂນໂລຈີຈາກ ຈີນ ນັ້ນເອງ.

ທັງນີ້ໃນຊ່ວງປີ 2020-2022 ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ກໍໄດ້ວາງແຜນການຈະລົງທຶນໃນມູນຄ່າ 2,000 ລ້ານໂດລາເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງ 500 KV ໃນ ລາວ ທີ່ເຊື່ອມຕໍ່ກັບຕາໜ່າງສາຍສົ່ງໄຟຟ້າໃນແຂວງ ຢຸນໜານ ຂອງ ຈີນ ທັງຈະກໍ່ສ້າງຕາຂາຍສາຍສົ່ງໄຟຟ້າແຮງສູງຂະໜາດ 500 KV ໃນພາກໃຕ້ຂອງ ລາວ ເພື່ອເຊື່ອມຕໍ່ແຂວງພາກເໜືອຂອງກຳປູເຈຍ ອັນເປັນການປະຕິບັດຕາມສັນຍາທີ່ ກຳປູເຈຍ ຈະຊື້ໄຟຟ້າຈາກ ລາວ ໃຫ້ເຖິງ 1,700 ເມກະວັດ ນັບຈາກປີ 2022 ເປັນຕົ້ນໄປດ້ວຍ.

ທາງດ້ານທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຢືນຢັນວ່ານອກຈາກຳປູເຈຍ ແລ້ວລັດຖະບານ ຫວຽດນາມ ກໍໄດ້ຕົກລົງຈະຊື້ໄຟຟ້າຈາກ ລາວ ເຖິງ 5,000 ເມກະວັດໃນປີ 2025 ແລະ ລັດຖະບານ ໄທ ຕົກລົງຊື້ໄຟຟ້າຈາກ ລາວ 9,000 ເມກະວັດ ໃນຂະນະທີ່ລັດຖະບານ ມາເລເຊຍ ໄດ້ຕົກລົງຊື້ໄຟຟ້າຈາກ ລາວ 300 ເມກະວັດ ແລະ ລັດຖະບານ ສິງກະໂປ ຕົກລົງຊື້ໄຟຟ້າຈາກ ລາວ 100 ເມກະວັດ ເພາະສະນັ້ນການວາງສາຍສົ່ງໄຟຟ້າແຮງສູງເຊື່ອມຕໍ່ຈາກພາກໃຕ້ຂອງ ຈີນ ມາ ລາວ ເພື່ອເຊື່ອມຕໍ່ກັບປະເທດໃນລຸ່ມນໍ້າຂອງ ແລະ ອາຊຽນ ຈຶ່ງສົ່ງຜົນດີຕໍ່ການຂາຍໄຟຟ້າຂອງ ລາວ ໃນໄລຍະຍາວນັ້ນເອງ.

ປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ ມີກຳລັງຕິດຕັ້ງລວມ 9,972 ເມກະວັດ ໃນນີ້ກໍສົ່ງໄປຂາຍໃຫ້ ໄທ 5,620 ເມກະວັດ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 7,000 ເມກະວັດໃນປິ 2022 ສ່ວນທີ່ເຫຼືອກໍຈະຂາຍໃຫ້ ຫວຽດນາມ ແລະ ກຳປູເຈຍ ແຕ່ວ່ານັກອະນຸລັກສິ່ງແວດລ້ອມທຳມະຊາດໃນ ອາຊຽນ ກໍໄດ້ໃຫ້ທັດສະນະວ່າລັດຖະບານ ລາວ ຈະຕ້ອງທົບທວນຄືນແຜນການກໍ່ສ້າງເຂື່ອນໄຟ ຟ້າທັງໝົດໃນ ລາວ ໂດຍສະເພາະການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງ ກໍຍ່ອມກະທົບຂ້າມແດນຢ່າງຫຼີກລ່ຽງບໍ່ໄດ້ ດັ່ງທີ່ທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການໂຄງການຟື້ນຟູນິເວດທຳມະຊາດໃນແມ່ນໍ້າຂອງຢືນຢັນວ່າ

“ເວລາເຮົາສ້າງໂຄງການຂະໜາດໃຫຍ່ ຜົນກະທົບມັນເລີຍພົມແດນ ມັນມີຜົນກະທົບສະສົມຄືເຮົາບໍ່ໄດ້ສ້າງເຂື່ອນໆດຽວ ເຂື່ອນມັນເກີດຂຶ້ນຈຳນວນຫຼາຍ ຜົນກະທົບຂອງເຂື່ອນ A ນີ້ພໍໄປລວມກັບຜົນກະທົບຂອງເຂື່ອນ B ມັນກໍເພີ່ມເປັນທະວີຄູນ ຈົນເຖິງຈຸດນຶ່ງນີ້ເຂົາເອີ້ນວ່າຂີດຄວາມສາມາດຂອງລະບົບທຳມະຊາດນີ້ມັນຮັບບໍ່ໄຫວ.”

ລາວ ຈະມີແຫຼ່ງຜະລິດໄຟຟ້າເຖິງ 100 ແຫ່ງ ທີ່ມີກຳລັງຕິດຕັ້ງລວມກວ່າ 13,000 ເມກະວັດ ທີ່ສາມາດຜະລິດໄຟຟ້າໄດ້ເຖິງ 67,000 ລ້ານ kwh ໃນປີ 2021 ສ່ວນການຊົມໃຊ້ໄຟຟ້າໃນ ລາວ ນັ້ນກໍມີທ່າອຽງເພີ່ມຂຶ້ນນັບມື້ ໂດຍສະເພາະພາຍຫຼັງການເປີດເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ນັ້ນກໍຄາດວ່າການໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນຈາກ 1,800 ເມກະວັດເປັນ 3,600 ເມກະວັດໃນປີ 2022 ຊຶ່ງເຮັດໃຫ້ ລາວ ມີພະລັງງານໄຟຟ້າສຳລັບສົ່ງອອກໄປຕ່າງປະເທດເກືອບເຖິງ 10,000 ເມກະວັດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG