ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ປະຕິເສດ ຕໍ່ຄວາມເປັນຫ່ວງ ກ່ຽວກັບ ໂຄງການເຂື່ອນປາກແບງ


ສະຖານທີ່ກໍ່ສ້າງ ເຂື່ອນປາກແບງ ຢູ່ໃນແມ່ນ້ຳຂອງ ໃນແຂວງອຸດົມໄຊ.
ສະຖານທີ່ກໍ່ສ້າງ ເຂື່ອນປາກແບງ ຢູ່ໃນແມ່ນ້ຳຂອງ ໃນແຂວງອຸດົມໄຊ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງລາວ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້ກ່າວ​ວ່າ ການສະ​ເໜີ​ສ້າງ
ເຂື່ອນໄຟ​ຟ້າພະລັງ​ນ້ຳປາກ​ແບ​ງ ຈະ​ບໍ່​ເປັນ​ຜົນ​ກະທົບ ​ທີ່​ສຳຄັນ​ໃດໆ ​ຕໍ່​ບັນດາ​ປະ
ຊາຄົມ​ທີ່ຢູ່​ລຸ່ມ​ລົງ​ມາ ​ໂດຍອ້າງ​ວ່າ ​ເຂົາເຈົ້າ​ຈະ​ໃຊ້​ເວລາ​ເພື່ອ​ສຶກສາ​ເບິ່ງ​ຜົນ​ກະທົບ
ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ.

ເຂື່ອນປາກ​ແບ​ງ ​ມູນ​ຄ່າ 2 ພັນ​ 3 ຮ້ອຍລ້ານ​ໂດ​ລາ ທີ່ຕັ້ງຫ່າງ​ຈາກ​ຊາຍ​ແດນກຳປູ​
ເຈຍ​ເໜືອ​ຂຶ້ນ​ໄປ 1,500 ກິ​ໂລ​ແມັດຈະ​ເປັນ​ເຂື່ອນ​ທີສາມ​ທີ່​ລາວຈະ​ສ້າງໃສ່​ລຳແມ່​
ນໍ້າຂອງ.

​ໂຄງການ​ດັ່ງກ່າວ​ຄາດ​ວ່າ ​ຈະ​ເລີ້ມລົງມື​ກໍ່​ສ້າງ ​ແລະ​ແລ້ວ​ສຳ​ເລັດໃນ​ປີ 2024.

​ສອງໂຄງການເຂື່ອນ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງຂອງລາວ ທີ່​ສ້າງ​ໃສ່​ແມ່​ນ້ຳຂອງ ຄື​ເຂື່ອນ​
ໄຊ​ຍະ​ບູລີ ​ແລະ​ດອນ​ສະໂຮງ ​ໄດ້​ກາຍ​ບັນຫາ​ທີ່​ສ້າງຄວາມ​ເປັນ​ຫ່ວງ​ອັນ​ສຳຄັນ​ຕໍ່​ສິ່ງ​
ແວດ​ລ້ອມ ແລະ​ບັນດາ​ປະຊາ​ຄົມ​ ຢູ່​ລຸ່ມ​ລົງ​ມາ ຜູ້​ທີ່​ອາ​ໄສລະບົບ​ນິ​ເວດ​ ຂອງແມ່​ນໍ້າ
ສາຍ​ນີ້.

ຢູ່​ໃນ​ກອງ​ປະຊຸມ​ຂົງ​ເຂດ​ຂອງ​ຜູ້ມີ​ສ່ວນ​ໄດ້​ສ່ວນ​ເສຍເປັນ​ເວລາສອງ​ວັນ​ໃນອາທິດ​ນີ້
ຊຶ່ງຈັດ​ຂຶ້ນ​ໂດຍ​ກຳມາ​ທິການ​ແມ່​ນໍ້າຂອງສາກົນຫຼື MRC ລັດຖະມົນຕີ​ຊັບພະຍາ
ກ​ອນທຳ​ມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມຂອງ​ປະ​ເທດ ທ່ານສົມ​ມາດ ພົນ​ເສນາ ກ່າວ​ວ່າ
ມັນ​ຈະ​ມີ​ຄວາມ​ລຳບາກ​ທີ່​ຈະ​ບັນລຸ “ຂໍ້​ຕົກລົງ​ຢ່າງ​ແທ້​ຈິງ” ກ່ຽວ​ກັບ​ເຂື່ອນນີ້.


ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ກໍ​ເຊັ່ນ​ດຽວ​ກັບ​ກັບ​ທ່ານ. ຂ້າພະ​ເຈົ້າ​ມີ​ຄວາມ​ຮັບຜິດຊອບ
​ຕໍ່​ຊັບພະຍາກອ​ນທຳ​ມະ​ຊາດ ​ແລະ​ສິ່ງແວດ​ລ້ອມ. ຂ້າພະ​ເຈົ້າ​ຢາກ​ປະ​ໃຫ້​ສິ່ງ​ແວດ​
ລ້ອມ​ທີ່​ດີໆ​ໄວ້​ໃຫ້​ແກ່ອະນຸຊົນ​ລຸ້ນຕໍ່​ໄປ​ຂອງ​ພວກ​ເຮົາ.”

ລັດຖະມົນ​ຕີທ່ານ​ນີ້ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ບັນດາ​ສະມາຊິກ ໃນກຳມາ​ທິ
ການແມ່ນ້ຳຂອງ ມີ​ຄວາມ​ຮັບຜິດຊອບ ​ຕໍ່​ປະຊາຊົນ​ ຂອງ​ລາວ ​ໄທ ຫວຽດນາມ ​ແລະ
​ກໍ​າປູ​ເຈຍ ​ແລະ​ມັນ​ເປັນ​ໜ້າ​ທີ່​ຂອງ​ລັດຖະບານ​ລາວ ​ໂດຍ​ສະ​ເພາະ​ກະຊວງນີ້ ທີ່​ຈະ
​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​ເປັນ​ຫ່ວງຂອງ​ເຂົາ​ເຈົ້າ.”

ທ່ານດາວ​ວົງ ພອນ​ແກ້ວ ​ເລຂາທິການ​ຖາ​ວອນ​ ກະຊວງ​ພະລັງງານ​ຂອງ​ລາວ ກ່າວ​
ຕໍ່​ວີ​ໂອ​ເອ ພະ​ແນ​ກພາສາ​ກຳປູ​ເຈຍ​ວ່າ ​ເຂື່ອນດັ່ງກ່າວ​ຈະ​ບໍ່​ມີ​ຜົນ​ກະທົບ ​ທີ່ສຳຄັນ​ຕໍ່
​ບັນດາ​ປະ​ເທດໃນ​ເຂດ​ລຸ່ມ​ແມ່​ນໍ້າ​ຂອງ.

ທ່ານ​ກ່າວຕື່ມ​ວ່າ “​ແລະເຂື່ອນປາກ​ແບ​ງ ທີ່ຢູ່​ເທິງແມ່ນໍ້າ ​ເໜືອ​ໄຊ​ຍະ​ບູລີ​ຂຶ້ນ​ໄປ.
ພວກ​ເຮົາ​ຈະ​ຕິດຕາມ​ເບິ່ງ​ໃນ​ມາດຕະຖານ​ດຽວ​ກັນ ໃຕ້​ຂໍ້​ບັງຄັບ​ກັນ. ​ເພາະສະ
​ນັ້ນຂ້າພະ​ເຈົ້າ​ເຊື່​ອວ່າ ນີ້​ເປັນ​ເລື່ອງ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ໜ້ອຍ​ກວ່າສຳລັບ​ເຂື່ອນ ​
ປາກ​ແບ​ງ.”

ເວລາມີການຖາມວ່າ ລາວຈະສືບຕໍ່ສ້າງເຂື່ອນຕື່ມອີກຫຼືບໍ່ ທ່ານດາວວົງກ່າວວ່າ
ແນ່ນອນ ແນ່ນອນທີ່ສຸດ. ມັນຂຶ້ນຢູ່ກັບ ຕົ້ນທຶນ ແລະກຳໄລ ແລະກໍເສດຖະກິດ
ຂອງໂຄງການ. ຖ້າຫາກວ່າໂຄງການເປັນປະໂຫຍດທາງດ້ານການເງິນ ເສດຖະ
ກິດແລະສິ່ງແວດລ້ອມແລ້ວ ຖ້າເປັນຈັ່ງຊັ້ນເປັນຫຍັງຈຶ່ງຈະບໍ່ສ້າງ? ນີ້ແມ່ນເປັນ
ຫຼັກການງ່າຍໆ.

ທ່ານດາວວົງກ່າວຕື່ມວ່າ ລາວຄວນຈະພິຈາລະນາເບິ່ງພະລັງງານຈາກແສງຕາ
ເວັນແລະລົມ ຖ້າຫາກມີຕົ້ນທຶນຕ່ຳກວ່າເຂື່ອນໄຟຟ້າພະລັງນ້ຳ.

ກ່ອນເປີດກອງປະຊຸມນັ້ນ ກຸ່ມປົກປ້ອງສິ່ງແວດລ້ອມຂອງກຳປູເຈຍໄດ້ຮ້ອງຂໍໃຫ້
ລັດຖະບານ ປະຕິເສດຕໍ່ໂຄງການນີ້ ທີ່ພາກັນກັງວົນຈາກຜົນກະທົບທີ່ອາດມີຂຶ້ນ
ຕໍ່ການຫາປາແລະການໄຫລຂອງດິນຝຸ່ນ ໃນແມ່ນ້ຳຂອງ.

ເປັນທີ່ຄາດກັນວ່າ 25 ບ້ານໃນລາວ ແລະ 2 ບ້ານໃນໄທ ຈະໄດ້ຮັບຜົນກະທົບ
ໂດຍກົງຈາກການສ້າງເຂື່ອນປາກແບງຊຶ່ງກະປະມານວ່າຈະມີການຕັ້ງຖິ່ນຖານ
ໃໝ່ໃຫ້ແກ່ 6,700 ຄົນ ອີງຕາມອົງການແມ່ນ້ຳສາກົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG