ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ສຳຫຼວດພົບ ແຮ່ທາດ ຫຼາຍກວ່າ 570 ແຫລ່ງ ໃນເນື້ອທີ່ເກີນກວ່າ 68 ເປີເຊັນ


ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບສຳປະທານ ການຂຸດຄົ້ນແຮ່ຄຳ ແຮ່ເງິນ ແລະແຮ່ອື່ນໆ ຢູ່ໃນແຂວງໄຊສົມບູນ ແລະໄດ້ສ້າງຕັ້ງໂຮງງານຜະລິດແຮ່ທາດຂຶ້ນ ເພື່ອຮອງຮັບແຮ່ທາດທີ່ໄດ້ຂຸດຄົ້ນຂຶ້ນມານັ້ນ.
ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບສຳປະທານ ການຂຸດຄົ້ນແຮ່ຄຳ ແຮ່ເງິນ ແລະແຮ່ອື່ນໆ ຢູ່ໃນແຂວງໄຊສົມບູນ ແລະໄດ້ສ້າງຕັ້ງໂຮງງານຜະລິດແຮ່ທາດຂຶ້ນ ເພື່ອຮອງຮັບແຮ່ທາດທີ່ໄດ້ຂຸດຄົ້ນຂຶ້ນມານັ້ນ.

ທາງການລາວ ສຳຫຼວດພົບແຮ່ທາດຫຼາຍກວ່າ 570 ແຫລ່ງ ໂດຍກວມເອົາເນື້ອທີ່ເກີນ
ກວ່າ 68 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດ ແລະໃນປັດຈຸບັນ ໄດ້ອະນຸຍາດໃຫ້
ສຳປະທານແກ່ 649 ບໍລິສັດ ໃນ 942 ກິດຈະການ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນ
ວ່າ ການສຳຫຼວດຫາແຫລ່ງແຮ່ທາດຕ່າງໆ ໃນທົ່ວປະເທດລາວ ໄດ້ສຳຫຼວດພົບແຮ່
ທາດແລ້ວ ຫຼາຍກວ່າ 570 ແຫລ່ງ ໂດຍກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລ
ແມັດມົນທົນ ຫຼືເກີນກວ່າ 68 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ຊຶ່ງໃນນີ້ ທາງການ
ລາວ ທັງໃນຂັ້ນສູນກາງ ແລະລະດັບທ້ອງຖິ່ນ ກໍໄດ້ອະນຸຍາດໃຫ້ສຳປະທານ ແກ່
ບໍລິສັດຂອງຄົນລາວ ແລະຊາວຕ່າງຊາດໄປແລ້ວ ເຖິງ 649 ບໍລິສັດ ໃນ 942
ກິດຈະການ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອູ ທີ່ລົງທຶນໂດຍບໍລິສັດ Power China ຂອງຈີນ
ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອູ ທີ່ລົງທຶນໂດຍບໍລິສັດ Power China ຂອງຈີນ

ໂດຍພ້ອມກັນນີ້ ທາງການລາວ ກໍຍັງໄດ້ອະນຸຍາດໃຫ້ສຳປະທານໃນການສຶກສາ ແລະ
ສຳຫຼວດທີ່ກ່ຽວກັບການພັດທະນາແຫລ່ງຜະລິດພະລັງງານໄຟຟ້າໄປແລ້ວ ເຖິງ 357
ໂຄງການ ໃນທົ່ວປະເທດນັ້ນ ຖືເປັນການຈັດຕັ້ງປະຕິບັດ ຕາມແນວທາງຫັນໄປສູ່
ອຸດສາຫະກຳ ແລະທັນສະໄໝຂອງພັກປະຊາຊົນປະຕິວັດລາວ ທີ່ແນໃສ່ການນຳໃຊ້
ຊັບພະຍາກອນຢ່າງຍືນຍົງ ແລະເປັນມິດກັບສິ່ງແວດລ້ອມທຳມະຊາດ ເປັນສຳຄັນ
ທັງຍັງສອດຄ້ອງກັບຄວາມຕ້ອງການຂອງປະເທດ ເພື່ອນມິດອີກດ້ວຍ ດັ່ງທີ່ ທ່ານ
ຄຳມະນີ ໄດ້ໃຫ້ການຢືນຢັນວ່າ:

“ການພັດທະນາອຸດສາຫະກຳພະລັງງານແລະບໍ່ແຮ່ ຢູ່ ສປປ ລາວ ໃນສົກປີທີ່ຜ່ານ
ມານັ້ນ ຕາມແນວທາງຫັນໄປສູ່ອຸດສາຫະກຳ ແລະທັນສະໄໝຂອງພັກ ບົນພື້ນຖານ
ກຳນົດເອົາການພັດທະນາວຽກງານພະລັງງານ ແລະບໍ່ແຮ່ ໂດຍອິງໃສ່ແຫລ່ງຊັບ
ພະຍາກອນທຳມະຊາດ ທີ່ມີຢູ່ຢ່າງອຸດົມສົມບູນ ເປັນທ່າແຮງນັ້ນ ແມ່ນຖືກຕ້ອງ
ສອດຄ້ອງກັບເງື່ອນໄຂສະພາບຄວາມຮຽກຮ້ອງຕ້ອງການ ຂອງປະເທດເພື່ອນມິດ
ສາກົນ ທີ່ຕ້ອງການພະລັງງານທີ່ສະອາດ ແລະເປັນມິດກັບສິ່ງແວດລ້ອມ ແລະ
ມີຄວາມຍືນຍົງ.”

ແຜນທີ່ການສຳຫຼວດແຮ່ທາດ ທີ່ມີຢູ່ໃນລາວ
ແຜນທີ່ການສຳຫຼວດແຮ່ທາດ ທີ່ມີຢູ່ໃນລາວ

ທັງນີ້ ບັນດາບໍລິສັດຈີນ ຖືເປັນພາກສ່ວນທີ່ໄດ້ລົງທຶນໃນພາກພະລັງງານ ແລະຂຸດຄົ້ນ
ແຮ່ທາດໃນລາວຫຼາຍທີ່ສຸດ ໂດຍມີມູນຄ່າລົງທຶນລວມເກີນກວ່າ 10,000 ລ້ານໂດລາ
ແລ້ວ ໃນປັດຈຸບັນນີ້ ຊຶ່ງຮວມເຖິງການລົງທຶນໃນພາກພະລັງງານ 9 ໂຄງການ ທີ່ຜະລິດ
ໄຟຟ້າແລ້ວ ແລະອີກ 10 ກວ່າໂຄງການທີ່ຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2020 ທັງ
ຍັງມີການລົງທຶນກໍ່ສ້າງລະບົບສາຍສົ່ງກະແສໄຟຟ້າຂະໜາດ 230 ກິໂລໂວຕ ແລະ
500 ກິໂລໂວຕ ຈຳນວນ 8 ໂຄງການ ສ່ວນການຂຸດຄົ້ນແຮ່ທາດກໍມີເຖິງ 52 ໂຄງການ ທີ່ໄດ້ຂຸດຄົ້ນແລ້ວ ແລະອີກກວ່າ 20 ໂຄງການທີ່ກຳລັງດຳເນີນການສຳຫຼວດ.

ໂດຍຫລ້າສຸດ ກອງປະຊຸມເປີດກວ້າງຂອງຄະນະລັດຖະບານລາວ ປະຈຳປີ 2017 ໃນ
ເດືອນກັນຍາ ທີ່ຜ່ານມາ ກໍໄດ້ມີມະຕິຕົກລົງອະນຸຍາດໃຫ້ກຸ່ມບໍລິສັດກວາງຕຸ້ງ-ແມ່ນ້ຳ
ເຫລືອງ ອຸດສາຫະກຳຈຳກັດຈາກຈີນ ເປັນຜູ້ຮັບຜິດຊອບໃນການສຶກສາຄວາມເປັນ
ໄປໄດ້ ຂອງໂຄງການພັດທະນາເຂດເສດຖະກິດພິເສດ ຄອນພະເພັງ ດອນໂຂງ ທີ່
ເມືອງໂຂງ ແຂວງຈຳປາສັກ ໂດຍການສຶກສາຄວາມເປັນໄປໄດ້ຂອງໂຄງການ ທີ່ລວມ
ເຖິງການກຳນົດເຂດ ແລະການອອກແບບພັດທະນາເຂດຕ່າງໆດ້ວຍນັ້ນ ຈະແລ້ວເສັດ
ພາຍໃນປີ 2018 ນີ້.

ໂດຍອີງຕາມແຜນການຂອງກຸ່ມບໍລິສັດກວ່າງຕຸ້ງ-ແມ່ນ້ຳເຫລືອງຈຳກັດ ກໍໄດ້ລະບຸວ່າ
ເຂດເສດຖະກິດພິເສດ ຄອນພະເພັງ-ດອນໂຂງ ຈະເປັນເຂດເສດຖະກິດພິເສດຂະ
ໜາດໃຫຍ່ທີ່ສຸດໃນລາວ ເພາະວ່າ ຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ
ທີ່ຈະພັດທະນາໃຫ້ເປັນເມືອງໃໝ່ ທີ່ທັນສະໄໝທີ່ມີສິ່ງອຳນວຍຄວາມສະດວກ ແລະ
ບໍລິການຕ່າງໆຢ່າງຄົບຊຸດ ຊຶ່ງຄາດວ່າ ຈະຕ້ອງໃຊ້ເງິນລົງທຶນ ເຖິງ 10,000 ລ້ານ
ໂດລາ ໂດຍເຂດເມືອງໃໝ່ ຈະຮອງຮັບພົນລະເມືອງໄດ້ເຖິງ 8 ແສນຄົນ ແລະຮອງຮັບ
ນັກທ່ອງທ່ຽວໄດ້ 1 ລ້ານ 2 ແສນກວ່າຄົນຕໍ່ປີ.

ທັງນີ້ ລັດຖະບານລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດ
ສະເພາະແລ້ວ 12 ແຫ່ງ ໂດຍມີ 351 ບໍລິສັດ ທີ່ມີມູນຄ່າການລົງທຶນລວມຫຼາຍກວ່າ
8,000 ລ້ານໂດລາ ໃນນີ້ລວມເຖິງ 234 ບໍລິສັດຈາກຈີນດ້ວຍ ແຕ່ຜົນຈາກການເກັບ
ກຳຂໍ້ມູນພົບວ່າ ໂຄງການພັດທະນາເຂດເສດຖະກິດພິເສດ ສາມຫລ່ຽມຄຳ ທີ່ແຂວງ
ບໍ່ແກ້ວຂອງກຸ່ມບໍລິສັດດອກງິ້ວຄຳ ຈາກຈີນນັ້ນ ຈ່າຍເງິນຊົດເຊີຍຢ່າງບໍ່ເປັນທຳ ໃຫ້
ກັບປະຊາຊົນລາວ ທີ່ຖືກເວນຄືນທີ່ດິນ ສ່ວນອົງການແມ່ນ້ຳສາກົນ (International
Rivers) ລາຍງານວາ ປະຊາຊົນໃນ 89 ບ້ານໃນແຂວງພົງສາລີ ອຸດົມໄຊ ແລະ
ຫລວງພະບາງ ທີ່ຖືກກະທົບຈາກໂຄງການເຂື່ອນນ້ຳອູ ທີ່ລົງທຶນໂດຍບໍລິສັດ Power
China ນັ້ນ ກໍຍັງບໍ່ໄດ້ຮັບການຊົດເຊີຍ ຢ່າງຍຸຕິທຳແຕ່ຢ່າງໃດ.

XS
SM
MD
LG