ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, 08 ສິງຫາ 2022

ການພັດທະນາເສດຖະກິດ ລາວ ໄປສູ່ລະບົບດິຈິຕອລ ໃຫ້ໄດ້ໃນປີ 2025 ຍັງປະເຊີນບັນຫາຂາດແຄນ ດ້ານບຸກຄະລາກອນ ແລະ ເທັກໂນໂລຈີ


ບໍລິສັດ ລາວ ໂທລະຄົມ ເປີດຕົວລະບົບອິນເຕີເນັດ 5G.

ການພັດທະນາເສດຖະກິດ ລາວ ໄປສູ່ລະບົບດິຈິຕອລ ໃຫ້ໄດ້ໃນປີ 2025 ຍັງປະເຊີນບັນຫາຂາດແຄນດ້ານບຸກຄະລາກອນ ແລະ ເທັກໂນໂລຈີ ຈຶ່ງຄາດຫວັງວ່າ ລາວ ຈະໄດ້ຮັບການຊ່ວຍເຫຼືອໃນທັງ 2 ດ້ານຈາກລັດຖະບານ ຈີນ.

ທ່ານ ລິນຄຳ ດວງສະຫວັນ ສະມາຊິກສະພາແຫ່ງຊາດ ລາວ ແລະ ປະທານຄະນະກຳມາທິການ ເສດຖະກິດເທັກໂນໂລຈີ ແລະ ສິ່ງແວດລ້ອມ ຖະແຫຼງວ່າແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ 9 ທີ່ຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ນັ້ນໄດ້ວາງເປົ້າໝາຍໄວ້ຢ່າງຊັດເຈນວ່າຈະພັດທະນາເສດຖະກິດ ລາວ ໄປສູ່ລະບົບດິຈິຕອລ ໃຫ້ໄດ້ຢ່າງເປັນຮູບປະທຳພາຍໃນປີ 2025 ຫາກແຕ່ການທີ່ຈະສາມາດຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງນັ້ນກໍບໍ່ແມ່ນເລື່ອງງ່າຍ ເພາະວ່າລັດຖະບານ ລາວ ຍັງຂາດແຄນທັງໃນດ້ານເງິນທຶນ, ດ້ານບຸກຄະລາກອນ ແລະ ເທັກໂນໂລຈີທັນສະໄໝ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນການໄດ້ດຳເນີນໄປຢ່າງຊັກຊ້າ ແລະ ມີປະ ສິດທິພາບຕໍ່າ ດັ່ງທີ່ທ່ານ ລິນຄຳ ໄດ້ໃຫ້ການຢືນຢັນວ່າ

“ການກຳນົດຍຸດທະສາດ ແລະ ແຜນງານການປັບປຸງ ແລະ ຂະຫຍາຍເທັກໂນໂລຈີ ດິຈິຕອລ ເຫັນວ່າຍັງມີລັກສະນະກວມລວມ ການນຳໃຊ້ອິນເຕີເຮັດຄວາມໄວສູງ 4G-5G ຍັງຈຳກັດສ່ວນຫຼາຍໃຊ້ໄດ້ສະເພາະແຕ່ໃນຕົວເມືອງໃຫຍ່, ການກຳນົດຍຸດທະສາດ ແລະ ແຜນການພັດທະນາຊັບພະ ຍາກອນມະນຸດທາງດ້ານດິຈິຕອລຍັງບໍ່ທັນມີຈຸດສຸມ ບໍ່ທັນກຳນົດເປົ້າໝາຍທີ່ເປັນບູລິມະສິດ ເປັນຕົ້ນແມ່ນພະນັກງານລັດຖະກອນຂອງຂະແໜງການຄວນກຳນົດກົນໄກ, ວິທີການ ແລະ ການແບ່ງຄວາມຮັບຜິດຊອບໃຫ້ລະອຽດ-ຈະແຈ້ງ ເພື່ອສະດວກໃນການປະຕິບັດວຽກງານຕົວຈິງ.”

ໂດຍລັດຖະບານ ລາວ ຄາດຫວັງວ່າການຮ່ວມມືຢ່າງໃກ້ຊິດກັບ ຈີນ ທີ່ໃຫ້ການຊ່ວຍເຫຼືອ ລາວ ຫຼາຍທີ່ສຸດທັງໃນດ້ານເງິນທຶນ ແລະ ດ້ານເທັກໂນໂລຈີການສື່ສານຢ່າງຄົບວົງຈອນນັ້ນ ຈະເຮັດໃຫ້ການພັດທະນາ ແລະ ການນຳໃຊ້ລະບົບດິຈິຕອລໃນພາກທຸລະກິດຕ່າງໆໃນ ລາວ ມີການຂະຫຍາຍຕົວເພີ່ມຂຶ້ນນັບມື້ໂດຍສະເພາະແມ່ນເຄືອຂ່າຍລະບົບສັນຍານໄຮ້ສາຍ ທັງໂຄງຂ່າຍໂທລະສັບມື ແລະ ລະບົບອິນເຕີແນັດ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ໂດຍເຄືອຂ່າຍໂທລະສັບມືຖືກວມເຖິງ 90 ເປີເຊັນຂອງບ້ານທັງໝົດ ແລະ ປະຊາກອນ ລາວ 95 ເປີເຊັນໄດ້ນຳໃຊ້ໂທລະສັບມືຖື ສ່ວນການນຳໃຊ້ລະບົບອິນເຕີແນັດເຖິງແມ່ນວ່າຈະຄິດເປັນ 57 ເປີເຊັນຂອງປະຊາ ກອນ ລາວ ແຕ່ກໍຖືເປັນພື້ນຖານສຳຄັນທີ່ຮອງຮັບການພັດທະນາເສດຖະກິດ ລາວ ໄປສູ່ລະບົບດິຈິຕອລໃຫ້ໄດ້ຢ່າງເປັນຮູບປະທຳຕາມເປົ້າໝາຍທີ່ວາງໄວ້ໃນປີ 2025 ດັ່ງກ່າວ.

ທັງນີ້ເຄືອຂ່າຍໂທລະສັບມືຖື ແລະ ອິນເຕີແນັດໃນ ລາວ ໄດ້ນຳໃຊ້ລະບົບຮັບສົ່ງສັນຍານດາວທຽມ Lao Sat-1 ທີ່ບໍລິຫານໂດຍບໍລິສັດດາວທຽມ ລາວ ເອເຊຍ-ປາຊີຟິກ ຈຳກັດ ມີລູກຄ້າ 5 ລາຍທີ່ເຊົ່າໃຊ້ບໍລິການ 5 ຊ່ອງສັນຍານຈາກທັງໝົດ 22 ຊ່ອງສັນຍານ. ສ່ວນ 17 ຊ່ອງສັນຍານທີ່ເຫຼືອຈັດໄວ້ສຳລັບລູກຄ້າຢູ່ຕ່າງປະເທດ ທີ່ໄດ້ເຊົ່າໃຊ້ບໍລິການດາວທຽມ Lao Sat-1 ໃນການຮັບ-ສົ່ງສັນ ຍານໂທລະພາບຈຳນວນ 130 ຊ່ອງທີ່ຖ່າຍທອດອອກອາກາດ 9 ພາສາກໍຄື ອັງກິດ, ລາວ, ຈີນ, ໄທ, ກຳປູເຈຍ, ຫວຽດນາມ, ມຽນມາ, ຝຣັ່ງ ແລະ ສເປນ ຊຶ່ງເຮັດໃຫ້ດາວທຽມ Lao Sat-1 ມີຄູ່ຮ່ວມການຄ້າ 200 ກວ່າລາຍໃນປັດຈຸບັນ.

ແຕ່ຢ່າງໃດກໍຕາມ ການແຂ່ງຂັນໃນທຸລະກິດດາວທຽມໃນປັດຈຸບັນນີ້ ກໍນັບເປັນປັດໄຈທີ່ທ້າທາຍ ຕໍ່ການສ້າງລາຍຮັບຂອງດາວທຽມ Lao Sat-1 ບໍ່ໜ້ອຍ ໂດຍສະເພາະດາວທຽມລຸ້ນໃໝ່ ທີ່ສາມາດຮອງຮັບການຮັບ-ສົ່ງສັນຍານໂທລະພາບ ທີ່ມີຄວາມຄົມຊັດສູງແລະສາມາດຕອບສະໜອງການຮັບ-ສົ່ງຂໍ້ມູນຂ່າວສານໃນລະບົບ 5G ໄດ້ດ້ວຍ ໂດຍສະເພາະແມ່ນດາວທຽມໄທຄົມດວງທີ 6, 7 ແລະ 8 ນັ້ນ ກໍຄືຄູ່ແຂ່ງສຳຄັນ ທີ່ຈະສົ່ງຜົນກະທົບຕໍ່ການເພີ້ມຈຳນວນລູກຄ້າຂອງດາວທຽມ Lao Sat-1 ຢ່າງຫລີກລ່ຽງບໍ່ໄດ້.

ຍິ່ງໄປກວ່ານັ້ນ ລັດຖະບານລາວຍັງມີພັນທະທີ່ຈະຕ້ອງຊຳລະໜີ້ເງິນກູ້ພ້ອມດ້ວຍດອກເບ້ຍຄືນໃຫ້ກັບທະນາຄານ ຈີນ ຄິດເປັນມູນຄ່າລວມເຖິງ 341 ລ້ານໂດລາໃນປີ 2033 ໂດຍຫັກໃນອັດຕາ 80 ເປີເຊັນຈາກຜົນກຳໄລໃນແຕ່ລະປີ ດາວທຽມລາວ Lao sat-1 ມີ 22 ຊ່ອງສັນຍານທີ່ແບ່ງເປັນ C-Band ຈຳນວນ 14 ຊ່ອງສັນຍານ ແລະ KU-Band 8 ຊ່ອງສັນຍານມີອາຍຸການໃຊ້ງານ 16 ປີ ເຄິ່ງກໍຄືເຖິງປີ 2033 ນັ້ນເອງ.

ສ່ວນກະຊວງການເງິນກໍໄດ້ມີການຕິດຕັ້ງລະບົບ ເອເລັກໂທຣນິກ ທີ່ທັນສະໄໝເພື່ອນຳໃຊ້ໃນການຈັດເກັບລາຍຮັບຈາກພາສີອາກອນ ແລະ ບັນດາຄ່າທຳນຽມຕ່າງໆໄວ້ທີ່ດ່ານສາກົນ 24 ແຫ່ງ ແລະ ເຂດເສດຖະກິດພິເສດ 3​ ແຫ່ງທີ່ເຊື່ອມຕໍ່ກັບລະບົບຄວບຄຸມການບໍລິການແບບປະຕູດຽວ Single Window ຂອງກົມພາສີໄດ້ຢ່າງຄົບຖ້ວນແລ້ວໃນປີ 2020 ທີ່ຜ່ານມາໂດຍແນໃສ່ການຈັດເກັບລາຍຮັບຈາກພາສີອາກອນ ແລະ ຄ່າທຳນຽມຕ່າງໆເຂົ້າງົບປະມານຂອງລັດຖະບານໃຫ້ໄດ້ເພີ່ມຂຶ້ນ ເພາະວ່າລະບົບດັ່ງກ່າວສາມາດຮອງຮັບການແຈ້ງເສຍພາສີຂອງນັກທຸລະກິດໄດ້ໂດຍລະບົບ ເອເລັກໂທຣນິກ ທີ່ດ່ານສາກົນທັງ 24 ແຫ່ງ ແລະ ເຂດເສດຖະກິດພິເສດ 3 ແຫ່ງທີ່ເຊື່ອມກັບລະບົບປະຕູດຽວຂອງກົມພາສີນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG