ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໙ ຕຸລາ ໒໐໒໔

ວີໂອເອ ລາວ ສຳພາດທ່ານນາງ ສຸວິຈິດ ຄົນ ລາວ ທີ່ອາໄສຢູ່ເມືອງ ບຣິສໂຕລ ປະເທດ ອັງກິດ


ທ່ານນາງ ສຸວິຈິດ ຄິງ ພ້ອມກັບຄອບຄົວ.
ທ່ານນາງ ສຸວິຈິດ ຄິງ ພ້ອມກັບຄອບຄົວ.

ຄົນລາວທີ່ອາໄສຢູ່ໃນ ສະຫະຣາຊະອານາຈັກ ຫຼືປະເທດ ອັງກິດ ປາກົດວ່າບໍ່ມີຜູ້ໃດຕິດເຊື້ອໄວຣັສ ໂຄໂຣນາ. ແຕ່ການດຳລົງຊີວິດ ແມ່ນມີ ຄວາມຫຍຸ້ງຍາກ ໃນລະຫວ່າງໂຣກລະບາດທີ່ວ່ນີ້, ພຸດທະສອນມີສຳພາດ ກັບທ່ານນາງ ສຸວິຈິດ ຄິງ, ຜູ້ອາໄສຢູ່ ໃນເມືອງ ບຣິສໂຕລ ປະເທດ ອັງກິດ ມາສະ ເໜີທ່ານໃນອັນດັບຕໍ່ໄປ.


ທ່ານນາງ ສຸວິຈິດ ເປັນແມ່ຍິງຈາກເມືອງມໍລະດົກໂລກຫຼວງພະບາງທີ່ໄດ້ຍົກ ຍ້າຍຖິ່ນຖານໄປຢູ່ເມືອງ ບຣິສໂຕລ ຣາຊະອານາຈັກ ອັງກິດ. ເມືອງ ບຣິສໂຕລ ເປັນເມືອງທ່າເຮືອປະຫວັດສາດ, ຕັ້ງຢູ່ພາກໃຕ້ ໃກ້ກັບປະເທດ ເວລສ໌.

“ເອື້ອຍຊື່ ສຸວິຈິດ, ດຽວນີ້ເອື້ອຢູ່ ອັງກິດ, ຢູ່ເມືອງທາງພາກໃຕ້ຊື່ວ່າເມືອງ ບຣິສ ໂຕລ. ຖ້າທຽບໃສ່ເມືອງ ລາວ ກະຊິຄ້າຍຄືກັນ ກັບ ປາເຊ, ເປັນຈຸດສຸມ ຂອງ ພາກໃຕ້ຂອງ ອັງກິດ. ຖ້າໃຜຊິໄປສາຍໃຕ້ກະຕ້ອງຜ່ານນີ້ກ່ອນຫັ້ນນະ. ເອື້ອຍ ມາຢູ່ພີ້ ໄດ້ 14 ປີແລ້ວ, ແຕ່ງງານແລ້ວ, ໄດ້ລູກສອງຄົນ. ຍິງ ນຶ່ງ,​ ຊາຍນຶ່ງ. ຜູ້ກົກຫັ້ນ ໄດ້ 12 ປີ ຜູ້ທີສອງຫັ້ນໄດ້ 8 ປີ.”

ທ່ານນາງໄດ້ຍ້າຍຈາກ ແຂວງຫຼວງພະບາງ ລົງມາຢູ່ນະຄອນຫຼວງ ວຽງຈັນ ເພື່ອ ການຮໍ່າຮຽນ, ແລະ ເຮັດວຽກ. ກ່ອນທີ່ຈະຍ້າຍໄປຢູ່ ອັງກິດ ນັ້ນລາວ ໄດ້ເຮັດວຽກຢູ່ອົງການ Cope Laos, ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ ຟື້ນຟູຄົນພິການ. ທ່ານນາງ ສຸວິຈິດ ໄດ້ແຕ່ງງານກັບສາມີຄົນ ອັງ ກິດ, ຈາກ ການແນະນຳຂອງໝູ່ຢູ່ໂຮງຮຽນສອນພາສາອັງກິດ ເວລາທີ່ລາວໄດ້ເດີນທາງ ເມືອຢາມບ້ານ. ທັງສອງຄົນໄດ້ຄົບຫາເບິ່ງໃຈກັນ ເປັນເວລາສາມປີກ່ອນຈະ ແຕ່ງງານກັນ. ທ່ານ ນາງ ສຸວິຈິດ ເວົ້າວ່າ ຕອນທີ່ໄດ້ພົບກັບສາມີໃໝ່ນັ້ນ ລາວມີອາຍຸ 27 ປີ.

ບໍ່ວ່າແມ່ນໃຜກໍຕາມທີ່ຍົກຍ້າຍຖິ່ນຖານໄປຢູ່ປະເທດໃໝ່ ແມ່ນມີບັນຫາໃນການ ຕັ້ງຕົວ, ບໍ່ວ່າຈະເປັນການປັບຕົວໃຫ້ເຂົ້າກັບສັງຄົມ, ອາກາດ, ການຫາຢູ່ຫາກິນ ຫຼື ແມ່ນກະທັ້ງຊອກຫາໝູ່ຄູ່ ໂດຍສະເພາະແມ່ນຄົນທີ່ມາຈາກປະເທດດຽວກັນ. ເຊິ່ງທ່ານນາງ ສຸວິຈິດ ໄດ້ກ່າວວ່າ

“ຖ້າຊິວ່າຍາກທີ່ສຸດກະຊິແມ່ນເລື່ອງຊອກວຽກເຮັດຫັ້ນແຫຼະ, ເພາະວ່າຢູ່ເມືອງນີ້ ບໍ່ມີຄົນລາວເລີຍຕອນເອື້ອຍມາຢູ່ທຳອິດຫັ້ນ. ຊອກຫາຄົນລາວບໍ່ມີຈັກຄົນເລີຍ. ເອື້ອຍກະຊອກເບິ່ງເນາະ ກະເຫັນ LA, UK ຫັ້ນ ກະໄປຊອກຕິດຕໍ່. ສະໄໝ ນັ້ນ ບໍ່ໄດ້ມີເຟສບຸກເທື່ອໃດ. ຖາມໄປຖາມມາລະມີຜູ້ນຶ່ງສົ່ງຂໍ້ຄວາມາບອກວ່າ ຮູ້ຈັກຄົນລາວຢູ່ທາງ ລອນດອນ. ກະເລີຍວ່າໄດ້ຕິດຕໍ່ຫາລາວຫັ້ນລະກະຮູ້ຈັກ ວ່າເພິ່ນ ມີສະມາຄົມລາວ. ລະກະຈົດທະບຽນ ເຂົ້າສະມາຊິກນຳເພິ່ນ. ເລີ່ມຮູ້ ຈັກຫຼາຍຄົນ ມາຝ່າຍລາວເຮົາຢູ່ທາງ ໄອແລນເໜືອ, ຢູ່ທາງເນເທີແລນ, ຝຣັ່ງ. ແຕ່ວ່າຢູ່ ອັງກິດ ເອງບໍ່ຄ່ອຍມີຫຼາຍ. ຢູ່ກະແຈກກະຈາຍກັນຫັ້ນນາ. ຫຼາຍສຸດ ກະຊິແມ່ນຢູ່ ລອນດອນ. ຢູ່ບ່ອນເອື້ອຍຢູ່ສາມປີຫຼັງມີຜູ້ນຶ່ງຍ້າຍມາຢູ່, ຢູ່ເມືອງ ເອື້ອຍນີ້ ແລະ ກໍຮູ້ຈັກອີກຜູ້ນຶ່ງຢູ່ໃກ້ກັນນີ້ເຄິ່ງຊົ່ວໂມງ.

ພຸດທະສອນ ຖາມ: ຄົນລາວຢູ່ອັງກິດນີ້ມີຮອດ 1,000​ ຄົນບໍ່?

ທ່ານນາງ ສຸວິຈິດ ກ່າວວ່າ “ເອື້ອຍຄິດວ່າບໍ່ຮອດໃດ. ຄິດວ່າຊິປະມານຫ້າຫົກ ຮ້ອຍຄົນນີ້ແຫຼະບໍ່ແນ່ໃດ. ຄືຊິບໍ່ຮອດ 200 ຄອບຄົວຊັ້ນດອກ.”

ສຳລັບການພົບປະກັນນັ້ນ, ທາງສະຖານທູດ ລາວ ກໍໄດ້ຈັດງານພົບປະຕ່າງໆ, ແຕ່ກໍຈຳກັດຈຳ ນວນຄົນ, ເຊິ່ງຈະເຊື້ອເຊີນຜູ້ຕາງໜ້າໃຫ້ແຕ່ລະພາກສ່ວນຂອງ ປະເທດນັ້ນເຂົ້າຮ່ວມ. ແຕ່ວ່າທ່ານນາງ ສຸວິຈິດ ແມ່ນບໍ່ໄດ້ເຂົ້າໄປຈັກເທື່ອ ນັບ ຕັ້ງແຕ່ມີສະຖານທູດລາວເປັນຕົ້ນມາ.

ຕັ້ງແຕ່ຍ້າຍໄປຢູ່ ອັງກິດ ທ່ານນາງ ສຸວິຈິດ ເຄີຍໄປວັດພຽງແຕ່ສອງຄັ້ງເພາະວ່າເມືອງ ບຣິສໂຕລ ແມ່ນບໍ່ມີວັດ ລາວ ຫຼື ແມ່ນກະທັ້ງວັດ ໄທ. ລາວຕ້ອງໄດ້ ເດີນທາງໄປວັດລາວ ທີ່ຕັ້ງຢູ່ໃກ້ເມືອງ ລີເວີພູລ ທາງພາກກາງຂອງປະເທດ. ເວລາໄປວັດລາວ ກໍຈະນັດກັບຄົນລາວທີ່ຮູ້ຈັກເພື່ອໄປພົບພໍ້ກັນຢູ່ທີ່ນັ້ນ.

ປັດຈຸບັນນີ້ທ່ານນາງ ສຸວິຈິດ ເຮັດວຽກຢູ່ສອງບ່ອນ ເຊິ່ງທ່ານນາງກ່າວວ່າ “ເອື້ອຍເຮັດວຽກພາດໄທມ໌ກັບອົງການຊ່ວຍເຫຼືອພໍ່ແມ່ທີ່ວ່າມີລູກພິການ, ມີ ລູກຜິດປົກກະຕິຫັ້ນນະ. ເຂົາເອີ້ນວ່າ Parents Carer ກັບ Carer Center. ເຮັດສອງບ່ອນແຕ່ວ່າພາດໄທມ໌ໝົດທຸກບ່ອນ. ບ່ອນນຶ່ງຫັ້ນມີແຕ່ເຮັດຢູ່ເຮືອນ ເລີຍມີ ແຕ່ຜ່ານທາງໂທລະສັບ ອອນໄລນ໌, ບ່ອນນຶ່ງຫັ້ນໄດ້ໄປ. ແຕ່ວ່າຊ່ວງນີ້ ລັອກດາວນ໌ລະບໍ່ໄດ້ໄປ.”

ການລະບາດຂອງໄວຣັສໂຄໂຣນາໃນເມືອງ ບຣິສໂຕລ ແມ່ນບໍ່ຮ້າຍແຮງຫຼາຍ. ມີຜູ້ຕິດໄວຣັສໂຄ ໂຣນາ 700 ກວ່າຄົນ. COVID-19 ໄດ້ມີຜົນດີ ແລະ ບໍ່ດີ ຕໍ່ຄອບຄົວຂອງທ່ານນາງ. ເຊິ່ງການກັກບໍລິເວນເຮັດໃຫ້ລາວ ແລະ ສາມີເຮັດ ວຽກຢູ່ບ້ານ, ລູກກໍໄດ້ຮຽນໜັງສືຢູ່ບ້ານ ເຮັດໃຫ້ຄອບມີໂອ ກາດໃຊ້ເວລານຳກັນ ຫຼາຍຂຶ້ນ. ແຕ່ຂໍ້ຫຍຸ້ງຍາກກໍແມ່ນການສອນລູກຢູ່ເຮືອນ, ເຊິ່ງລາວເວົ້າວ່າມັນ ຍາກຫຼາຍ, ເພາະວ່າຕົນເອງບໍ່ໄດ້ຮຽນໃນລະບົບການສຶກສາຂອງ ອັງກິດ ແລະ ບໍ່ໝັ້ນໃຈໃນການສອນລູກ ເພາະຢ້ານວ່າ ຈະເຮັດໃຫ້ລູກສັບສົນ. ແລະ ການ ຮຽນນັ້ນແມ່ນນາຍຄູບໍ່ໄດ້ສອນຜ່ານການລົມກັນສົດທອງ ອອນໄລນ໌ ເຊິ່ງທ່ານ ນາງ ສຸວິຈິດ ອະທິບາຍດັ່ງນີ້

“ມີແຕ່ເຮັດເປັນເຊັດໃຫ້ເລີຍຜ່ານແອັບ ຄືຂອງຜູ້ໃຫຍ່ຫັ້ນລາວຢູ່ມໍຕົ້ນຫັ້ນ. ລາວ ເຮັດເປັນເຊັດໃຫ້ເລີຍແຕ່ລະມື້ນີ້. ເຈົ້າຕ້ອງໃຫ້ແລ້ວເປັນ Task ໄປ. ມີຄູໂທມາ ຫາອາທິດນຶ່ງສາມເທື່ອ. ແຕ່ຜູ້ນ້ອຍຫັ້ນຄູໂທມາອາທິດລະຄັ້ງ. ບໍ່ໄດ້ສອນອອນ ໄລນ໌, ແບບວ່າຮຽນດ້ວຍໂຕເອງເລີຍນະ. ປ່ອຍໃຫ້ຮຽນເອງເລີຍ. ຖ້າບໍ່ເຂົ້າໃຈ ກະຖາມພໍ່ແມ່ ຫຼືວ່າສົ່ງອີເມລໄປຖາມອາຈານ. ແຕ່ວ່າບໍ່ໄດ້ໂທລົມກັນ.”

ນັກຮຽນຊັ້ນປະຖົມແມ່ນມີກຳນົດຈະກັບຄືນໄປໂຮງຮຽນ ໃນວັນທີ 1 ມິຖຸນາ ແລະ ຊັ້ນມັດທະຍົມ ແມ່ນຈະກັບໄປໂຮງຮຽນ ໃນວັນທີ 15 ມິຖຸນານີ້.

ເຄື່ອງປຸງແຕ່ງອາຫານ ລາວ ແມ່ນຫາບໍ່ຍາກຢູ່ເມືອງ ບຣິສໂຕລ. ທຸກຢ່າງແມ່ນ ສາມາດຫາໄດ້ ຈາກຮ້ານຊຸບເປີມາເກັດຂອງ ໄທ. ແຕ່ວ່າອາຫານຂອງຊາວຕາ ເວັນຕົກນັ້ນບາງຢ່າງແມ່ນຫຍັງຂາດແຄນຢູ່, ເຊັ່ນແປ້ງສຳລັບເຮັດເຂົ້າຈີ່ ເຂົ້າ ໜົມ, ເຈລລ້າງມື ແມ່ນບໍ່ມີ ແລະ ເຈ້ຍຫ້ອງນໍ້າແມ່ນມີໃຫ້ຊື້ໃນຈຳນວນທີ່ຈຳກັດ.

ການໄປຈັບຈ່າຍຊື້ເຄື່ອງຂອງນັ້ນ ແມ່ນຕ້ອງໄດ້ປະຕິບັດຕາມກົດລະບຽບການຢູ່ຫ່າງກັນໃນສັງຄົມ.

“ຊຸບເປີມາເກັດຫຍັງຫັ້ນແມ່ນເປີດ. ແຕ່ວ່າເພິ່ນມີລະບຽບວ່າຕ້ອງໄດ້ຢືນລຽນ ແຖວກັນຫ່າງກັນສອງແມັດ. ມີທາງເຂົ້າມີທາງອອກ. ສ່ວນຫຼາຍຖ້າບໍ່ຈຳເປັນ ແທ້ໆກະບໍ່ໄປຕະຫຼາດ. ສອງອາທິດຈຶ່ງໄປເທື່ອນຶ່ງ.”

ພຸດທະສອນ ຖາມວ່າ ເພິ່ນບັງຄັບໃສ່ໜ້າກາກບໍ່?

ທ່ານນາງ ສຸວິຈິດ ກ່າວວ່າ “ບໍ່, ເພິ່ນອີງໃສ່ຜົນວິໄຈ ເພິ່ນວ່າ ມັນບໍ່ໄດ້ມີສ່ວນ ທີ່ວ່າປ້ອງກັນຫັ້ນນະ, ທີ່ວ່າມີເປີເຊັນສູງທີ່ວ່າປ້ອງກັນຫັ້ນນະ ເພິ່ນບໍ່ໄດ້ແນະນຳ ວ່າເຈົ້າຕ້ອງໃສ່. ບໍ່ໄດ້ບັງຄັບຫັ້ນນະ ແຕ່ ວ່າຖ້າໄປບ່ອນແອອັດກະຈະເອົາຜ້າພັນ ຄໍມາປິດປາກ. ບໍ່ເປັນຂໍ້ບັງຄັບວ່າຕ້ອງໃສ່ ແຕ່ຖ້າເຈົ້າຢາກໃສ່ກະໃສ່.”

ໂຣກລະບາດໄວຣັສໂຄໂຣນາຍັງໄດ້ກໍ່ໃຫ້ເກີດບັນຫາທາງສັງຄົມອີກອັນນຶ່ງ ເຊິ່ງ ກໍແມ່ນການຈຳ ແນກເຊື້ອຊາດຜິວພັນ. ມັນໄດ້ເຮັດໃຫ້ຄົນສ່ວນຫຼາຍຢ້ານຄົນທີ່ມີ ຜິວພັນສີອື່ນ ໂດຍສະເພາະແມ່ນຄົນເອເຊຍ ເນື່ອງຈາກວ່າໄວຮັສດັ່ງກ່າວ ໄດ້ ເກີດຂຶ້ນໃນປະເທດ ຈີນ. ແລະ ການໃສ່ໜ້າກາກນັ້ນ ຍິ່ງເຮັດໃຫ້ຄົນມີຄວາມຮູ້ ສຶກລະແວງສົງໄສຫຼາຍຂຶ້ນ.

“ໃນນາມສ່ວນຕົວນີ້ເອື້ອຍບໍ່ຢາກໃສ່ ເພາະວ່າ ເອື້ອຍເປັນຄົນຕ່າງຢູ່ແລ້ວ, ຖ້າວ່າໃສ່ລະມັນຄືວ່າ ເປັນຈຸດສົນໃຈ. ເວົ້າປະສົບການເອື້ອຍເອງສະເນາະ ຕອນກ່ອນລັອກດາວ ເອື້ອຍກະໄປວຽກໄປການຕາມປົກກະຕິກະຮູ້ສຶກວ່າ ມີຄົນລັງກຽດ. ກະ ຊິວ່າຕົວຢ່າງມື້ນຶ່ງເນາະໄປສົ່ງລູກໄປໂຮງຮຽນ ກະເລີຍໄປຕະຫຼາດ ລະກະຂາກັບມາ ເອື້ອຍເຫັນຜູ້ຊາຍຄົນນຶ່ງ ໄກເຕີບ ພໍດີເຮົາມອງເຫັນ ຫັ້ນນະ ລາວຈູງໝາຍ່າງໄປ ລະມີຜູ້ຍິງຄົນນຶ່ງຫິ້ວຖົງສອງຖົງ ເພິ່ນກະໄປຕະຫຼາດມາ ຄືກັນ ເພິ່ນລະຍ່າງ ຜ່ານຜູ້ຊາຍທີ່ມີໝາຫັ້ນນະ ເພິ່ນລະປົງຖົງລົງລະເອົາມືລູບ ຫົວໝາຫັ້ນເນາະ ລະຫຼັງຈາກນັ້ນ ກະກາຍຜູ້ຊາຍຄົນນັ້ນໄປ ບາດລາວຍ່າງ, ຜູ້ຍິງຄົນນັ້ນຍ່າງໃກ້ມາ, ໃກ້ມາຊິຮອດເອື້ອຍຫັ້ນນະ ລາວຮີບເອົາຜ້າພັນຄໍລາວ ມາປິດປາກ ເພາະວ່າ ເອື້ອຍຄືວ່າດຳເນາະ ລາວຊິຢ້ານເອື້ອຍເອົາພະຍາດໄປ ໃສ່ລາວຫັ້ນນາ. ເອື້ອຍກະຄິດຢາກຫົວຢູ່, ບາດໝາຄືບໍ່ລັງກຽດລະຄືມາລັງກຽດ ຂ້ອຍນໍ…ກະມີແນວນັ້ນ ເນາະ. ສົມມຸດເຮົາໄປຂີ່ລົດເມ ຂີ່ແມ່ນຫຍັງກະມີຄົນ ແບບມີລັກສະນະຢາກໃຊ້ ສາຍຕາລັງກຽດຫັ້ນນະ. ເອື້ອຍກະຖ້າຂຶ້ນລົດເອື້ອຍ ກະຮີິບໄປຢູ່ເທິງຫົວພຸ້ນ ທາງທີ່ວ່າເປັນ Deckup bus ສົມມຸດວ່າເນາະ ໄປ ຊັ້ນສອງໄປຢູ່ຫົວພຸ້ນ ແບບວ່າ ເຮົາບໍ່ເຫັນໃຜລະແລ້ວຫັ້ນນະ.”

ເມືອງ ບຣິສໂຕລ ມີຄົນຕ່າງຊາດອາໄສຢູ່ຫຼາຍ, ລວມມີຄົນ ຈີນ, ໄທ, ຟີລິບ ປິນ, ອິນເດຍ ແລະ ອື່ນໆ. ຄ່າຄອງຊີບແມ່ນສູງຫຼາຍ ຮອງຈາກນະຄອນຫຼວງ ລອນດອນ ເທົ່ານັ້ນ. ແລະ ການເກີດໂຣກລະບາດແນວນີ້ທາງລັດຖະບານ ອັງກິດ ກໍໄດ້ໃຫ້ການຊ່ວຍແກ່ຜູ້ທີ່ໄດ້ຮັບຜົນກະທົບ. ເຊິ່ງທ່ານນາງ ສຸວິຈິດ ເວົ້າວ່າ

“ສຳລັບພວກທີ່ວ່າມີລາຍໄດ້ຂັ້ນຕໍ່າ ທີ່ວ່າເພິ່ນຕ້ອງການການຊ່ວຍເຫຼືອຫັ້ນ ເພິ່ນ ກະຊ່ວຍເຫຼືອຢູ່ ເພິ່ນຈະມີອາຫານ ໃຫ້ອາທິດລະກ່ອງ ແມ່ນຫຍັງຫັ້ນນະ. ກະ ຊ່ວຍເພີ່ມ. ພວກທີ່ວ່າຕ້ອງໄດ້ຢຸດງານ ເພິ່ນມີທຶນສຸກເສີນທີ່ວ່າຈ່າຍໃຫ້ບໍລິສັດ ຫ້າງຮ້ານຫັ້ນນະ ມາຈ່າຍໃຫ້ພະນັກງານ, ພະນັກງານຈະໄດ້ເງິນ 80 ເປີເຊັນ ຂອງເງິນເດືອນຕອນທີ່ວ່າບໍ່ໄດ້ໄປເຮັດວຽກຫັ້ນນະ. ແຕ່ວ່າໃນກໍລະນີເອື້ອຍນີ້ ບໍ່ໄດ້ຫຍັງ ເພາະວ່າເພິ່ນໄລ່ໃສ່ກໍລະນີທີ່ວ່າ ຄົນກຸ້ມກິນແລ້ວ.”

ຄົນ ລາວ ອັງກິດ ຖືວ່າໂຊກດີບໍ່ມີຜູ້ໃດຕິດໄວຣັສໂຄໂຣນາ. ຄອບຄົວຂອງທ່ານ ນາງ ສຸວິຈິດ ກໍໄດ້ເອົາໃຈໃສ່ໃນການປ້ອງກັນໂຣກຢ່າງເຕັມທີ່ຄື ດຸໝັ່ນລ້າງມື, ໃຊ້ເຫຼົ້າຂ້າເຊື້ອທຳຄວາມສະອາດ ແລະ ກໍອະນາໄມສິ່ງຂອງຕ່າງໆເປັນຢ່າງດີ.

XS
SM
MD
LG