ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄະນະບໍລິຫານ ສະມາຄົມເຂື່ອນໄຟຟ້າ ລາວ ໄດ້ເຂົ້າໄປເປັນສະມາຊິກ ຂອງຄະນະກຳມາທິການສາກົນ ວ່າດ້ວຍເຂື່ອນຂະໜາດໃຫຍ່


ເຂື່ອນນໍ້າ ອູ.
ເຂື່ອນນໍ້າ ອູ.

ຄະນະບໍລິຫານສະມາຄົມເຂື່ອນໄຟຟ້າ ລາວ ໄດ້ເຂົ້າໄປເປັນສະມາຊິກຂອງຄະນະກຳມາທິການສາກົນວ່າດ້ວຍເຂື່ອນຂະໜາດໃຫຍ່ ດ້ວຍເປົ້າໝາຍທີ່ຈະສ້າງມາດຕະຖານຄວາມປອດໄພຂອງເຂື່ອນໃນ ລາວ.


ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຢືນຢັນວ່າສະມາຄົມເຂື່ອນໄຟຟ້າແຫ່ງ ສປປ ລາວ ໄດ້ຖືກຮັບຮອງໃຫ້ເປັນສະມາຊິກອັນດັບທີ 104 ຂອງຄະນະກຳມາ ທິການສາກົນວ່າດ້ວຍເຂື່ອນຂະໜາດໃຫຍ່ (ICOLD) ໃນທ້າຍປີ 2020 ຜ່ານມາ ອັນຈະເຮັດໃຫ້ຄະນະບໍລິຫານສະມາຄົມເຂື່ອນໄຟຟ້າໃນ ລາວ ໄດ້ຮັບໂອກາດເຂົ້າຮ່ວມໃນກິດຈະກຳຕ່າງໆທີ່ ICOLD ຈະຈັດໃຫ້ມີຂຶ້ນໃນໄລຍະຕໍ່ໄປ ທັງຍັງຖືເປັນໂອກາດດີສຳລັບການເສີມສ້າງຄວາມເຊື່ອ ໝັ້ນໃນລະດັບສາກົນ ເພື່ອໃຫ້ມີຕໍ່ມາດຕະຖານຄວາມປອດໄພໃນການກໍ່ສ້າງເຂື່ອນໃນ ລາວ ເປັນສຳຄັນ ດັ່ງທີ່ທ່ານ ດາວວົງ ຢືນຢັນວ່າ

“ສະມາຄົມເຂື່ອນລາວນີ້ ຈຸດປະສົງຕົ້ນຕໍກໍແມ່ນເພື່ອຢາກໃຫ້ວຽກງານເລື່ອງຄວາມປອດໄພຂອງເຂື່ອນນີ້ມີການພັດທະນາຂຶ້ນໄປເລື້ອຍໆ ຈະມີຫຼາຍໆວຽກງານທີ່ເຮົາຈະສືບຕໍ່ເຮັດ ແລະ ຈະມີການແລກປ່ຽນກັບທາງເບື້ອງສາກົນຫັ້ນ ອັນນີ້ເພື່ອວ່າໃຫ້ເປັນລະບົບມາດຕະຖານທີ່ເຊື່ອໝັ້ນແລ້ວກໍຮັບ ປະກັນໄດ້ໃນອະນາຄົດ ແລະ ກໍຈະເປັນການປະກອບສ່ວນ ແລະ ແລກປ່ຽນດ້ານວິຊາການບັນດາໂຄງການຕ່າງໆ ແລະ ມີສ່ວນຮ່ວມຂອງເບື້ອງຜູ້ປະກອບການໃຫ້ຫຼາຍທີ່ສຸດ ເພາະວ່າສິອາໄສແຕ່ເບື້ອງມະຫາພາກນີ້້ໄປຄຸ້ມຄອງກະຄິດວ່າຄືສິບໍ່ສາມາດເຮັດໄດ້ຢ່າງທົ່ວເຖິງ.”

ໃນປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ, ມີກຳລັງຕິດຕັ້ງລວມ 9,972 ເມກະວັດ ໂດຍໃນນີ້ກໍໄດ້ສົ່ງອອກໄປຂາຍໃຫ້ກັບ ໄທ 5,620 ເມກະວັດ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 7,000 ເມກະວັດໃນປີ 2022. ສ່ວນໃນຕົ້ນປີ 2021 ນີ້ກໍຈະມີໂຄງການເຂື່ອນໄຟຟ້າອີກ 12 ແຫ່ງທີ່ຈະກໍ່ສ້າງແລ້ວສຳເລັດ ອັນຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນນ 90 ແຫ່ງ ຊຶ່ງມີກຳລັງຕິດຕັ້ງລວມເກືອບເຖິງ 11,000 ເມກະວັດ ທີ່ນອກຈາກຈະເຮັດໃຫ້ມີພະລັງງານໄຟຟ້າ ເພື່ອຊົມໃຊ້ໃນປະເທດຢ່າງພຽງພໍແລ້ວ ກໍຍັງຈະເຮັດໃຫ້ ລາວ ມີພະລັງງານໄຟຟ້າທີ່ສົ່ງອອກໄປຕ່າງປະເທດເພີ່ມ ຂຶ້ນອີກດ້ວຍ ໂດຍສເພາະແມ່ນການສົ່ງໄປຂາຍໃຫ້ປະເທດສະມາຊິກອາຊຽນດ້ວຍກັນທີ່ເອີ້ນວ່າ ASEAN Power Grid ນັ້ນ.

ນອກຈາກນີ້ ລາວ ຍັງຈະມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 100 ແຫ່ງທີ່ມີກຳລັງຕິດຕັ້ງ 13,000 ເມກະວັດ, ສາມາດຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງໃນປີ 2021 ສ່ວນການຊົມໃຊ້ໄຟຟ້າໃນ ລາວ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນຫຼັງຈາກເປີດການເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ຄາດວ່າການໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເຖິງ 2 ເທົ່າ ກໍຄືຈາກ 1,800 ເມກະວັດໃນປີ 2020 ເປັນ 3,600 ເມກະວັດໃນປີ 2022 ອັນຈະເຮັດໃຫ້ ລາວ ມີພະລັງ ງານໄຟຟ້າເກີນຄວາມຕ້ອງການພາຍໃນເກືອບ 10,000 ເມກະວັດ ທີ່ຈະຕ້ອງສົ່ງອອກໄປຕ່າງປະ ເທດທີ່ບໍ່ແມ່ນປະເທດ ໄທ ເພາະວ່າ ໄທ ມີໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກະວັດຈຶ່ງບໍ່ຈຳເປັນຕ້ອງຊື້ເພີ່ມຂຶ້ນໃນ 7 ປີຕໍ່ໄປນີ້.

ຍິ່ງໄປກວ່ານັ້ນເຄືອຂ່າຍປະຊາຊົນ ໄທ ກໍຍັງສືບຕໍ່ການເຄື່ອນໄຫວເພື່ອຄັດຄ້ານການຊື້ພະລັງງານໄຟຟ້າຈາກ ລາວ ທັງຍັງສືບຕໍ່ຄັດຄ້ານໂຄງການກໍ່ສ້າງເຂື່ອນເທິງແນວນໍ້າຂອງໃນ ລາວ ອີກດ້ວຍ ເພາະມອງວ່າເຂື່ອນໄດ້ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງໃນລຸ່ມແມ່ນໍ້າຂອງໃນເວລານີ້ ດັ່ງທີ່ທ່ານ ນິວັດ ຣ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນ ໄທ ຢືນຢັນວ່າ

“ບັນຫາແມ່ນໍ້າຂອງຄືການປ່ຽນແປງຢ່າງກະທັນຫັນ ກໍຄືເຂື່ອນໃນແມ່ນໍ້າຂອງຄືຕົວສ້າງບັນຫາ ຕົວເລັ່ງວິກິດຕ່າງໆໃຫ້ກັບແມ່ນໍ້າຂອງ ເພາະສະນັ້ນຫາກຍັງມີເຂື່ອນຕໍ່ໄປ ນັ້ນຄືເຖິງການອາວະສານຂອງແມ່ນໍ້າຂອງແນ່ນອນ ໃນມຸມມອງຂອງຂ້າພະເຈົ້າ ເພາະວ່າມັນຈະສອດຮັບກັບງານທີ່ວິໄຈທີ່ບອກວ່າ ຖ້າເຈົ້າຍັງສ້າງເຂື່ອນໃນແມ່ນໍ້າຂອງຕໍ່ໄປ ເມື່ອເຖິງປີ 2040 ຕະກອນຈະຫາຍໄປຈາກປາກແມ່ນໍ້າຂອງ 97 ເປີເຊັນ.”

ແຕ່ຢ່າງໃດກໍຕາມ ລັດວິສາຫະກິດໄຟຟ້າ ລາວ ກັບ ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຂອງ ຈີນ ກໍໄດ້ຮ່ວມທຶນສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ເມື່ອເດືອນກັນຍາ 2020 ພາຍໃຕ້ເປົ້າໝາຍເພື່ອການພັດທະນາລະບົບສາຍສົ່ງໄຟຟ້າແຮງສູງໃນ ລາວ ໃຫ້ທັນສະໄໝ ໂດຍບໍລິສັດຈະລົງທຶນ 2,000 ລ້ານໂດລາ ເພື່ອກໍ່ສ້າງຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500 KV ໃນ ລາວ ເຊື່ອມຕໍ່ກັບແຂວງ ຢຸ່ນໜານ ຂອງ ຈີນ ແລະ ສົ່ງໄຟຟ້າຂາຍໃຫ້ກັບປະເທດ ກຳປູເຈຍ 1,700 ເມກະວັດ ພາຍໃນປີ 2022 ເປັນຢ່າງຊ້າ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG