ທ່ານຜູ້ຟັງ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັງແລງມື້ນີ້ ທ່ານຈະຮັບຟັງເລື້ອງລາວ ຂອງຍານາງທັສນີ ໂພທິຂັນ ຜູ້ທີ່ອຸທິດຕົນເພື່ອຮັກສາສິລະປະວັດທະ ນະທຳແລະປະເພນີທີ່ດີງາມຂອງຊາວລາວ ເຊັ່ນການຟ້ອນລຳຢູ່ໃນພະຣາຊະວັງ ແລະການນຸ່ງຖືຕ່າງໆເປັນຕົ້ນ ພ້ອມທັງສືບທອດໃຫ້ແກ່ພວກລູກຫຼານຄົນລຸ້ນທີ່ເກີດໃໝ່ໃຫຍ່ລຸນ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຍານາງທັສນີ ໂພທິຂັນ ເກີດຢູ່ນະຄອນຫຼວງພະບາງ ໄດ້ເລົ່າໃຫ້ຟັງເຖິງການອົບພະຍົບຫລົບໜີອອກຈາກລາວ ໃນຊຸມປີ 1979 ເມື່ອເພິ່ນມີອາຍຸໄດ້ 16 ປີ ໂດຍເດີນທາງຈາກແຂວງຫຼວງພະບາງ ລົງໄປນະຄອນວຽງຈັນ ກັບແມ່ສອງຄົນເພື່ອຂ້າມໄປຝັ່ງໄທ ໃຫ້ວີໂອເອ ລາວ ຟັງດັ່ງນີ້:
ຍານາງພ້ອມກັບແມ່ ໄດ້ອາໄສຢູ່ໃນສູນໜອງຄາຍ ເປັນເວລານຶ່ງປີ ຕົກມາໃນປີ 1980 ສູນອົບພະຍົບແຫ່ງນີ້ ກໍໄດ້ເກີດອັກຄີໄພໄຟໄໝ້ສູນ ຫຼັງຈາກນັ້ນສອງເດືອນ ຄອບຄົວເພິ່ນຈຶ່ງໄດ້ຕັດສິນໃຈເດີນທາງໄປຍັງສະຫະລັດ ພ້ອມກັບຄະນະຟ້ອນນາດຕະສິນຂອງພະຣາຊະວັງ ຫຼາຍຄອບຄົວນຳກັນ ຊຶ່ງເພິ່ນກ່າວໃຫ້ຟັງວ່າ:
ການທີ່ໄດ້ເດີນທາງໄປສະຫະລັດໃນຄັ້ງນີ້ ຍານາງອາທິບາຍວ່າ “ຄະນະຟ້ອນນາດຕະສິນຊຸດນຶ່ງໄດ້ເດີນທາງໄປຝຣັ່ງແລ້ວ ແລະພວກຝຣັ່ງເຂົາໝົດງົບປະມານ ແລ້ວຕໍ່ມາມີຄົນອາເມຣິກາຜູ້ນຶ່ງ ຊື່ວ່າ ບີລ ເຊດຈ໌ ໄດ້ຕິດຕໍ່ເອົາມາຊັ້ນນະ.” ຍານາງອະບາຍຕື່ມວ່າ ທ່ານບີລ ເຊດຈ໌ ເປັນຜູ້ປະສານງານຊອກຫາຜູ້ອຸປະທຳ ຫຼື sponsor ຢູ່ທາງສະຫະລັດ ໃຫ້ແກ່ແຕ່ລະຄອບຄົວຂອງຄະນະນາດຕະສິນ ຊຶ່ງເພິ່ນເວົ້າວ່າ:
ເມື່ອມາຕົກຢູ່ໃນນະຄອນແນສວີລ ຂອງລັດເທັນເນສຊີ ທີ່ມີສື່ສຽງໂດ່ງດັງ ໃນດ້ານສິລະປະດົນຕີ ແລະເພງພື້ນເມືອງ ຫຼືທີ່ເອີ້ນກັນວ່າ ຄອນທຣີ ມິວຊິກ (country music) ແລ້ວ ຍານາງເລົ່າເຖິງຄວາມຍາກລຳບາກໃນເບື້ອງຕົ້ນ ວ່າ:
ແຕ່ລະຄອບຄົວ ກໍໄດ້ພະຍາຍາມຕັ້ງເນື້ອຕັ້ງໂຕ ຫາວຽກເຮັດງານທຳເພື່ອເລີ້ມຕົ້ນຊີວິດໃໝ່ ສ່ວນຍານາງທັສນີ ກໍໄດ້ເລີ້ມການສຶກສາຮ່ຳຮຽນພາສາ ແລະໄດ້ເຂົ້າໂຮງຮຽນມັດທະຍົມປາຍສີ່ປີ ສ່ວນພວກທີ່ມີອາຍຸເກີນ ກໍຕ້ອງໄດ້ໄປຊອກວຽກເຮັດ ດັ່ງທີ່ເພິ່ນເລົ່າວ່າ:
ເມື່ອຮຽນຈົບຈາກມັດທະຍົມປາຍແລ້ວ ເພິ່ນກໍໄດ້ໄປສຶກສາຮ່ຳຮຽນຕໍ່ ດັ່ງທີ່ເພິ່ນເວົ້າວ່າ “ໄປຮ່ຳຮຽນຕໍ່ທີ່ວິທະຍາໄລ ແບລມອນ ໃນຝ່າຍການແພດເປັນພະຍາບານ ແຕ່ວ່າ ສະພາບແວດລ້ອມ ພາຊົມພາສາ ອີ່ຫຍັງເນາະ ມັນກໍບໍ່ອຳນວຍປານໃດ ແລ້ວອີກຢ່າງນຶ່ງເມື່ອຮຽນໄປແລ້ວ ຮູ້ສຶກວ່າ ບໍ່ມັກ ບໍ່ແມ່ນສິ່ງທີ່ວ່າຢາກເຮັດຫັ້ນນະ ກະເລີຍເຊົາແລ້ວອອກໄປ ແລ້ວໄປຮຽນຢູ່ວິທະຍາໄລຊຸມຊົນຝ່າຍບັນຊີ ແລະບໍລິຫານທຸລະກິດ ໄດ້ສອງປີ.”
ຍານາງແລະແມ່ ອາໄສຢູ່ນຳກັນພຽງສອງຄົນ ແມ່ຂອງເພິ່ນຈຶ່ງຮູ້ສຶກບໍ່ປອດໄພ ແລ້ວຂໍໃຫ້ເພິ່ນແຕ່ງງານກັບສາມີຜູ້ທີ່ຄຸ້ນເຄີຍຮັກແພງກັນ ຊຶ່ງແມ່ຂອງຍານາງກ່າວວ່າ ລາວເປັນຄົນດີ. ຕໍ່ມາຍານາງໄດ້ຖືພາລູກຜູ້ທຳອິດ ໃນລະຫວ່າງການຮ່ຳຮຽນ ຈຶ່ງໄດ້ເຊົາຮຽນຫຼັງຈາກທີ່ຮຽນມາໄດ້ສອງປີ. ໃນປັດຈຸບັນນີ້ ຍານາງເຮັດວຽກຢູ່ທີ່ໂຮງງານຜະລິດອຸປະກອນການແພດ ໃນຕຳແໜ່ງຜູ້ບໍລິຫານຫ້ອງການ ແລະທັງເປັນຜູ້ກວດກາຄຸນນະພາບນຳດ້ວຍ.
ຕະຫຼອດໄລຍະຊາວປີທີ່ໄດ້ເຂົ້າມາຕັ້ງຖິ່ນຖານໃນແນສວີລ ແຕ່ລະຄອບຄົວຂອງຄະນະນາດຕະສິນກໍໄດ້ຍົກຍ້າຍອອກໄປບາງສ່ວນ ການເຕົ້າໂຮມກັນເພື່ອຝຶກຊ້ອມການຟ້ອນລຳແລະເສບດົນຕີທີ່ໄດ້ເຄີຍປະຕິກັນມາ ກໍຕ້ອງໄດ້ຖືກໂຈະໄວ້ໄລຍະນຶ່ງ ດັ່ງທີ່ຍານາງເວົ້າໃຫ້ຟັງວ່າ:
ເຖິງຢ່າງໃດກໍຕາມ ພວກເພິ່ນກໍໄດ້ເຕົ້າໂຮມກັນອີກຄັ້ງນຶ່ງ ໂດຍມີຄອບຄົວຂອງຄະນະນາດຕະສິນ ແລະອາຈານສອນຜູ້ທີ່ມີພອນສະຫວັນທ່ານນຶ່ງເລີ້ມກັບຄືນມາສອນພວກລູກສິດລຸ້ນໃໝ່ ຊຶ່ງຍານາງກ່າວໃຫ້ຟັງວ່າ:
ຕໍ່ມາຍານາງແລະສາມີ ພ້ອມກັບຊາວລາວໃນນະຄອນແນສວີລ ກໍໄດ້ພາກັນສ້າງຕັ້ງວັດແຫ່ງທີ່ສອງ ແລະທີສາມ ໃນລັດເທັນເນສຊີ ຂຶ້ນມາ ແລະຊາວລາວອົບພະຍົບທີ່ໄດ້ຕັ້ງຖິ່ນຖານຢູ່ໃນເມືອງໃກ້ຄຽງເຊັ່ນ ເມີຟິສໂບໂຣ ກໍໄດ້ສ້າງຕັ້ງວັດແຫ່ງທຳອິດ ໃນລັດເທັນເນສຊີ ຂຶ້ນ ແລະຊາວລາວອົບພະຍົບທີ່ມານຳຫຼັງກໍພາກັນໄປຕັ້ງຖິ່ນຖານຢູ່ໃນເມືອງນີ້ ຫຼາຍຂຶ້ນນັບມື້ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:
ໃນປີ 2017 ສາມີຂອງຍານາງໄດ້ເສຍຊີວິດ ຫຼັງຈາກທີ່ໄດ້ສ້າງຄອບຄົວມານຳກັນ ເປັນເວລາ 30 ກວ່າປີ ແຕ່ຍານາງທັສນີ ກໍບໍ່ໄດ້ທໍ້ແທ້ໃນພາລະກິດການສົ່ງເສີມເຜີຍແຜ່ວັດທະນະທຳຂອງຊາວລາວ ຕາມຄວາມຕັ້ງໃຈຂອງມື້ລາງສາມີ ແລະຍານາງ ໄດ້ສືບຕໍ່ພາຄະນະພວກລູກສິດທີ່ມາຮຽນຟ້ອນທັງຫຼາຍ ໄປທຳການສະແດງລີລາການຟ້ອນແບບສະໄໝຣາຊະອານາຈັກ ຢູ່ງານບຸນປະເພນີໃນວັດຕ່າງໆ ແລະທີ່ງານສຳຄັນໆຢູ່ຕ່າງລັດ ພ້ອມທັງງານປະຈຳປີຂອງນະຄອນແນສວີລ ທີ່ເອີ້ນວ່າ Celebration of Nashville ໃນແຕ່ລະປີ ມາຕະຫຼອດໂດຍບໍ່ຂາດ ແຕ່ໃນໄລຍະຫຼັງໆມານີ້ ຍານາງຮູ້ສຶກເມື່ອຍ ແລະຂາດກຳລັງໃຈ ດັ່ງທີ່ຍານາງກ່າວວ່າ:
ສາເຫດທີ່ໝົດກຳລັງໃຈ ຍານາງກ່າວເນັ້ນຢ້ຳວ່າ ກໍເພາະວ່າ ພວກຜູ້ໃຫຍ່ບາງສ່ວນບໍ່ໃຫ້ກຳລັງໃຈ ແລະບໍ່ເຫັນຄຸນຄ່າ ແລະຄວາມສຳຄັນຂອງພວກລູກຫຼານ ຜູ້ທີ່ໄດ້ສະລະເວລາ ແລະທຸ້ມເທຈິດໃຈໃສ່ໃນການຝຶກຊ້ອມທຸກໆອາທິດ ເພື່ອກຽມພ້ອມໄປສະແດງຢູ່ທີ່ງານຕ່າງໆ ແລະເພື່ອທີ່ຈະອະນຸລັກຮັກສາວັດທະນະທຳຂອງຊາວລາວໄວ້ ໝົດທຸກພາກສ່ວນຕ້ອງຮ່ວມກັນສົ່ງເສີມໃຫ້ກຳລັງໃຈແກ່ພວກລູກຫຼານຄົນລຸ້ນໃໝ່.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນເລື້ອງລາວຂອງຍານາງທັສນີ ໂພທິຂັນ ແມ່ຍິງລາວອາເມຣິກັນ ຜູ້ທີ່ໄດ້ອຸທິດທຸກສິ່ງທຸກຢ່າງບໍ່ວ່າ ຈະເປັນເຮື່ອແຮງ ຊັບສິນ ແລະເວລາອັນມີຄ່າ ເພື່ອຮັກສາສິລະປະວັດທະນະທຳອັນດີງາມຂອງຊາວລາວ ໃຫ້ແກ່ພວກຄົນລຸ້ນຫລັງ ໄດ້ສືບຕໍ່ຮຽນຮູ້ແລະປະຕິບັດໄປຊົ່ວລຸ້ນລູກລຸ້ນຫຼານ ມາຮັບຟັງລາຍການຊີວິດຊາວໃນຕ່າງແດນກັບພວກເຮົາໄດ້ອີກໃນວັນອາທິດໜ້າເວລາດຽວກັນນີ້.