ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍານາງສົມລົດ ນິດ ແສນທະວີສຸກ ເດີນທາງມາ ສ​ຫລ ໃນນາມຄູ່ໝັ້ນ ທີ່ເປັນຄົນອາເມຣິກັນ ຢູ່ເມືອງ ມີລວອກກີ ລັດວິສຄອນຊິນ


ຍານາງສົມລົດ ນິດ ແສນທະວີສຸກ ເປັນເຈົ້າຂອງຮ້ານຂາຍສິ້ນໄໝ ແລະເສື້ອ ຢູ່ໃນເມືອງມີລວອກກີ ລັດວິສຄອນຊິນ
ຍານາງສົມລົດ ນິດ ແສນທະວີສຸກ ເປັນເຈົ້າຂອງຮ້ານຂາຍສິ້ນໄໝ ແລະເສື້ອ ຢູ່ໃນເມືອງມີລວອກກີ ລັດວິສຄອນຊິນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນຄ່ຳຄືນນີ້ ທ່ານຈະຟັງເລື້ອງລາວ ການເຂົ້າມາຕັ້ງຖິ່ນຖານຂອງຍິງສາວຜູ້ນຶ່ງຕາມລຳພັງ ກັບຄູ່ໝັ້ນທີ່ເປັນຄົນອາເມຣິກັນ ຢູ່ໃນເມືອງມີລວອກກີ ລັດວິສຄອນຊິນ ຂອງສະຫະລັດ ໂດຍບໍ່ຮູ້ຈັກວ່າ ຊະຕາກຳຂອງຜູ້ກ່ຽວຈະເປັນແນວໃດ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງສົມລົດ ແສນທະວີສຸກ ຊື່ຫລິ້ນ ນິດ ເກີດຢູ່ບ້ານໂພນໄຊ ເມືອງໂພນໂຮງ ແຂວງວຽງຈັນ, ຢູ່ລາວຍານາງມີອາຊີບເປັນແມ່ຄ້າຂາຍເຄື່ອງ ເມື່ອມີອາຍຸໄດ້ປະມານ 19 ປີ ມີຊາຍຊາວອາເມຣິກັນຄົນນຶ່ງ ກໍໄດ້ເຂົ້າມາລົມກັບຍານາງຊຶ່ງຍານາງບອກວ່າ ເພິ່ນເປັນຄົນໃຈດີ ແລະເວົ້າມ່ວນ ແລະຍານາງກ່າວເຖິງຄວາມເປັນມາຂອງຊາຍທ່ານນີ້ວ່າ:

ເມື່ອໄດ້ໝັ້ນໝາຍແຕ່ງງານກັນແລ້ວ ທ່ານມາກ ດູເດັນຮອບເຟີ ຜູ້ທີ່ເປັນຕຳຫຼວດ ຢູ່ເມືອງມີລວອກກີ ລັດວິສຄອນຊິນ ກໍໄດ້ຢື່ນເອກະສານໄປຍັງກົມກວດຄົນເຂົ້າເມືອງ ເພື່ອຂໍເອົາຄູ່ໝັ້ນມາຢູ່ນຳ ແລ້ວບໍ່ດົນຍານາງນິດ ກໍໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນເມືອງມີລວອກກີ ທີ່ເປັນເມືອງໃຫຍ່ສຸດອັນດັບ 31 ຂອງສະຫະລັດ ຕັ້ງຢູ່ທາງພາກຕາເວັນຕົກຕອນກາງ ຊຶ່ງຍານາງເລົ່າໃຫ້ຟັງວ່າ:

ໃນເບື້ອງຕົ້ນຍານາງຍັງເລົ່າໃຫ້ຟັງວ່າ ບໍ່ທັນຮູ້ຈັກເວົ້າພາສາອັງກິດຫຼາຍປານໃດ ແຕ່ຍ້ອນແມ່ຍ່າແລະພໍ່ປູ່ເປັນຄົນດີ ເພິ່ນໄດ້ຊ່ອຍໄປຮັບໄປສົ່ງໃຫ້ຮ່ຳຮຽນພາສາອັງກິດຢູ່ໂຮງຮຽນສຳລັບຜູ້ໃຫຍ່ ຈົນວ່າຮຽນຈົບລະດັບທີ 6 ທີ່ສາມາດໄປສອບເສັງເອົາໃບປະກາດຈົບມັດທະຍົມ ຫຼື GED. ໃນລະຫວ່າງທີ່ອາໄສຢູ່ໃນເມືອງມີລວອກກີ ດ້ວຍການທີ່ເຄີຍເປັນແມ່ຄ້າຢູ່ລາວ ແມ່ຍ່າຂອງຍານາງ ກໍໄດ້ລົງທຶນໃຫ້ຍານາງເຮັດທຸລະກິດເປີດຮ້ານຂາຍເຄື່ອງ ຊຶ່ງຍານາງກໍໄດ້ຂົນຂວາຍຫາວິທີທາງຂໍໃບອະນຸຍາດຈັດຕັ້ງບໍລິສັດຂອງຕົນເອງຂຶ້ນ ແລະຍານາງກໍໄດ້ສັ່ງເອົາສິ້ນໄໝລາວ ພ້ອມທັງເຄື່ອງຂອງຕ່າງໆຈາກເອເຊຍເຂົ້າມາຂາຍ ຈົນປະສົບຜົນສຳເລັດມາໄດ້ຫຼາຍປີ ແລະກໍເປັນທີ່ຮູ້ຈັກກັນໄປທົ່ວຊຸມຊົນຊາວລາວ ທັງຢູ່ໃນເມືອງມີລວອກກີ ຕະຫຼອດທັງລັດໃກ້ຄຽງ ແລະຢູ່ຟາກເມືອງໂຕຣອນໂຕ້ ປະເທດການາດານຳດ້ວຍ. ນອກຈາກຈະມີຊື່ມີສຽງຢູ່ໃນຊຸມຊົນຊາວລາວ ຍານາງຍັງໄດ້ໃຫ້ການສະໜັບສະໜຸນວຽກງານກ່ຽວກັບສັງຄົມລາວ ດັ່ງທີ່ເພິ່ນກ່າວໃຫ້ຟັງວ່າ:

ຍານາງສົມລົດ ໄດ້ອາໄສຢູ່ໃນເມືອງມີລວອກກີ ກັບສາມີ ທ່ານມາກ ມາໄດ້ສິບກວ່າປີ ແລະໄດ້ມີລູກສາວແລະລູກຊາຍນຳກັນສອງຄົນ ຕົກມາມື້ນຶ່ງໃນປີ 2015 ເມື່ອລູກສາວມີອາຍຸໄດ້ປະມານ 9 ປີ ແລະລູກຊາຍອາຍຸ ພຽງ 6 ປີ ຍານາງໄດ້ສູນເສຍສາມີໄປຢ່າງກະທັນຫັນ ຍ້ອນໂຣກຫົວໃຈ ຊຶ່ງຍານາງກ່າວເຖິງທ່ານມາກ ແລະເຫດການໃນວັນນັ້ນ ໃຫ້ຟັງດັ່ງນີ້:

ມື້ລາງທ່ານມາກ ດູເດັນໂຮເຟີ ສາມີຂອງຍານາງສົມລົດ ແສນທະວີສຸກ
ມື້ລາງທ່ານມາກ ດູເດັນໂຮເຟີ ສາມີຂອງຍານາງສົມລົດ ແສນທະວີສຸກ

ການສູນເສຍດັ່ງກ່າວເປັນເຫດການທີ່ສະເທືອນຈິດໃຈຂອງຄອບຄົວຍານາງທັງໝົດ ນອກຈາກນັ້ນແລ້ວ ແມ່ຍ່າແລະພໍ່ປູ່ຂອງຍານາງ ກໍໄດ້ເສຍຊີວິດບໍ່ດົນຫຼັງຈາກນັ້ນມາ ຊຶ່ງເປັນຊ່ວງໄລຍະທີ່ຍານາງ ເລົ່າໃຫ້ຟັງອີກວ່າ “ເປັນຊ່ວງມໍລະສຸມຂອງວິກິດການໃນຊີວິດ ທີ່ສັບສົນຫຍຸ້ງຍາກຫຼາຍປະການ ໃນສະພາບຈິດແລະໃຈ ຈົນວ່າຕ້ອງໄດ້ປິດຮ້ານຂາຍເຄື່ອງໄວ້ ມາເປັນເວລາສອງປີ ພ້ອມກັນນັ້ນ ລູກສາວແລະລູກຊາຍກໍປະສົມກັບບັນຫາທາງຈິດໃຈເຊັ່ນກັນ. ຄອບຄົວພີ່ນ້ອງທາງສາມີຂອງຍານາງ ທີ່ອາໄສຢູ່ໃນລັດເທັກຊັສ ກໍຢາກໃຫ້ຍານາງຍ້າຍໄປຢູ່ໃກ້ພວກເພິ່ນ ເພື່ອທີ່ຈະຊ່ອຍເຫຼືອໃນຊ່ວງເວລາທີ່ຍາກລຳລາກນີ້ໄດ້ ດ້ວຍເຫດຜົນດັ່ງກ່າວນັ້ນ ຍານາງຈຶ່ງໄດ້ຕັດສິນໃຈຂາຍຮ້ານແລະເຮືອນທັງໝົດ ແລ້ວຍົກຍ້າຍໄປລັດເທັກຊັສ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

ຍານາງສົມລົດ ນິດ ແສນທະວີສູກ ແລະລູກສາວ ນາງຕຸ້ຍ ອານາ ດູເດັນໂຮເຟີ
ຍານາງສົມລົດ ນິດ ແສນທະວີສູກ ແລະລູກສາວ ນາງຕຸ້ຍ ອານາ ດູເດັນໂຮເຟີ

ຫຼັງຈາກທີ່ໄດ້ມາອາໄສຢູ່ໃນເມືອງພຣອສເປີ ລັດເທັກຊັສມາໄດ້ໄລຍະນຶ່ງແລ້ວ ຄວາມຝູກພັນຕ່າງໆຢູ່ໃນເມືອງມີລວອກກີ ກໍຄ່ອຍໆຈາງຫາຍໄປ ແຕ່ຄວາມຊົງຈຳກໍຍັງມີຢູ່ສະເໝີເປັນທຳມະດາ ຍານາງສົມລົດແລະລູກສອງຄົນ ກໍໄດ້ປັບຕົວເຂົ້າກັບສະພາບແວດລ້ອມໃໝ່ ຢູ່ໃນເມືອງນີ້ ແຕ່ຍານາງກ່າວວ່າ ເມືອງນີ້ບໍ່ຄ່ອຍມີຄົນລາວຫຼາຍ ແຕ່ຢູ່ເມືອງໃກ້ຄຽງອື່ນໆ ກໍມີຄົນລາວຫຼາຍ ແລະກໍໄດ້ຄົບຄ້າສະມາຄົມກັບຊຸມຊົນຊາວລາວ ອີກຄັ້ງນຶ່ງ ດັ່ງທີ່ ຍານາງເລົ່າໃຫ້ຟັງວ່າ:

ຍານາງສົມລົດ ໂຊກດີທີ່ໄດ້ພົບກັບສາມີແລະພີ່ນ້ອງຄອບຄົວຊາວອາເມຣິກັນ ທີ່ເປັນຄົນມີຈິດໃຈດີເອື້ອເຟື້ອເພື່ອແພ່ ໃຫ້ການຊ່ອຍເຫຼືອທຸກຢ່າງແລະໃຫ້ຄຳປຶກສາແກ່ຍານາງ ເວລາຕົກທຸກໄດ້ຍາກ ຈຶ່ງສາມາດຜ່ານພ່າອຸປະສັກຕ່າງໆນາໆໄດ້.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນເລື້ອງລາວການເຂົ້າມາຕັ້ງຖິ່ນຖານຂອງຍານາງ ສົມລົດ ແສນທະວີສຸກ ຜູ້ທີ່ໄດ້ປະເຊີນກັບຄວາມຍາກລຳບາກໃນດ້ານສະພາບແວດລ້ອມ ແລະວິກິດການພາຍໃນຄອບຄົວ ແຕ່ດ້ວຍຄວາມມຸ້ງໝັ້ນແລະອົດທົນ ແລະຍ້ອນລູກສອງຄົນ ພ້ອມທັງສາມີແລະຄອບຄົວຂອງເພິ່ນ ເປັນຄົນທີ່ເອື້ອເຟື້ອເພື່ອແພເຫັນອົກເຫັນໃຈ ຈຶ່ງເຮັດໃຫ້ຍານາງຜ່ານພົ້ນມໍລະສຸມຕ່າງໆມາໄດ້ຈົນເຖິງປັດຈຸບັນນີ້ ມາພົບກັບລາຍການຊຸມຊາວລາວໃນທະວີບອາເມຣິກາ ໃນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG