ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານາງນິພາພອນ ແລະສາມີ ສ້າງເນື້ອສ້າງຕົວຢູ່ໃນເມືອງແວນຄູເວີ ຂອງການາດາ ປະສົບຄວາມສຳເລັດ


ຍາງນາງນິພາພອນ ແລະສາມີ ທ່ານເພັດ ນາກກະເສນ
ຍາງນາງນິພາພອນ ແລະສາມີ ທ່ານເພັດ ນາກກະເສນ

ສະບາຍດີທ່ານຜູ້ຟັງ ໃນລາຍງານຊຸມຊົນຊາວລາວ ໃນທະວີບອາເມຣິການ ສຳລັບຄຳຄືນນີ້ ທ່ານຈະໄດ້ຮັບຟັງການສຳພາດກັບ ຍານາງນິພາພອນ ນາກກະເສນ ຜູ້ທີ່ໄດ້ພັດພາກຈາກບິດາແລະມານດາ ຕັ້ງແຕ່ຍັງເຍົາໄວ ອົບພະຍົບໄປຢູ່ປະເທດການາດາ ກັບແມ່ລ້ຽງທີ່ເປັນຫຼານສາວຂອງບິດາ ແລະໄດ້ເຕີບໃຫຍ່ຢູ່ໃນເມືອງຄາວແກຣີ ແລະ ບຣິຕິສ ໂຄລຳເບຍ ຂອງການາດາ ເພິ່ນໄດ້ບຸກບືນສ້າງເນື້ອສ້າງຕົວກັບສາມີ ຈົນໄດ້ເປັນເຈົ້າຂອງຮ້ານອາຫານລາວ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງນິພາພອນ ເກີດຢູ່ທີ່ແຂວງສະຫວັນນະເຂດ ເມື່ອເພິ່ນມີອາຍຸໄດ້ປະມານ 5-6 ປີ ຈຶ່ງໄດ້ໄປຢູ່ກັບແມ່ລ້ຽງ ຊື່ວ່າຍານາງແສງຈັນ ຢູ່ນະຄອນວຽງຈັນ ກ່ອນທີ່ເພິ່ນຈະພາຍານາງ ຂີ່ເຮືອຂ້າມໄປຝັ່ງໄທ ຂຶ້ນຟາກເຂດຈັງຫວັດໜອງຄາຍ ຕໍ່ຈາກນັ້ນ ກໍໄດ້ເຂົ້າສູນອົບພະຍົບ ຊຶ່ງຍານາງກ່າວເຖິງການຫລົບໜີອອກຈາກລາວ ໃນ ປີ 1979 ໃຫ້ຟັງວ່າ:

ໃນຂະນະທີ່ອາໄສຢູ່ໃນສູນໜອງຄາຍຫຼາຍເດືອນ ພວກເພິ່ນກໍໄດ້ຮັບການອຸປະຖຳ ໂດຍທາງໂບດຄຣິສຕຽນ ຈາກການາດາ ແລ້ວກໍໄດ້ອອກເດີນທາງໄປເມືອງຄາວແກຣີ ແຂວງອາລເບີດຕາ ທາງພາກໃຕ້ຂອງການາດາ ຕິດກັບຊາຍແດນລັດມອນຕານາ ຂອງສະຫະລັດ ໃນເດືອນ 10 ປີດຽວວກັນນັ້ນ ຊຶ່ງເພິ່ນເລົ່າສູ່ຟັງວ່າ:

ພວກເພິ່ນໄດ້ອາໄສຢູ່ທີ່ເມືອງຄາວແກຣີ ເປັນເວລາ 3 ປີ ຊຶ່ງຍານາງເລົ່າເຖິງຊີວິດການເປັນຢູ່ໃນເມືອງນີ້ ໃຫ້ຟັງວ່າ “ປະຊາຊົນສ່ວນໃຫຍ່ເປັນຄົນຜິວຂາວ ແລະໄດ້ເລີ້ມໄປເຂົ້າໂຮງຮຽນຊັ້ນທີ 1 ຮອດ ຊັ້ນທີ 3 ເພື່ອນນັກຮຽນກໍມີແຕ່ຄົນຜິວຂາວ ແຕ່ພວກເຂົາຢາກຈະຊ່ອຍແລະມາລົມນຳ ສ່ວນຄົນເອເຊຍມີພຽງເລັກນ້ອຍ 2-3 ຄົນເທົ່ານັ້ນ.”

ຕົກມາໃນປີ 1983 ສອງແມ່ລູກ ກໍໄດ້ຍົກຍ້າຍໄປຢູ່ເມືອງແວນຄູເວີ ບຣິທິສ ໂຄລຳເບຍ ທາງກ້ຳຕາເວັນຕົກສຽງໃຕ້ ຫ່າງຈາກແຄມຝັ່ງທະເລປາຊີຟິກບໍ່ໄກ ຊຶ່ງເພິ່ນໄດ້ໄປຮ່ຳຮຽນຕໍ່ທີ່ໂຮງຮຽນປະຖົມ ແລະເພິ່ນເລົ່າໃຫ້ຟັງເຖິງຊາວເມືອງແວນຄູເວີ ໃນເຂດເທດສະບານຂອງບຣິທິສ ໂຄລຳເບຍ ວ່າ ເຂົາເວົ້າພາສາອັງກິດສ່ວນຫຼາຍ ແລະຢູ່ໂຮງຮຽນເຂົາສອນທັງພາສາອັງກິດແລະຝຣັ່ງ ຊຶ່ງຍານາງເວົ້າວ່າ:

ຫຼັງຈາກໄດ້ຮຽນຈົບ ໂຮງຮຽນມັດທະຍົມສົມບູນແລ້ວ ເພິ່ນກໍໄດ້ສ້າງຄອບຄົວກັບທ່ານເພັດ ນາກກະເສນ ຊຶ່ງສາມີຂອງເພິ່ນມີບໍລິສັດຕິດຕັ້ງຮາວເຫຼັກໃສ່ຕຶກອາຄານ ສ່ວນຍານາງນິພາພອນ ກໍໄດ້ໄປເຮັດວຽກເປັນພະນັກງານຂາຍປີຍົນ ຢູ່ບໍລິສັດທ່ອງທ່ຽວ ມາໄດ້ຫຼາຍປີ ແລ້ວຈຶ່ງໄດ້ເປີດຮ້ານອາຫານໄທ ຂະໜາດນ້ອຍ ມາໄດ້ໄລຍະນຶ່ງ ຊຶ່ງຕອນນັ້ນ ເພິ່ນກ່າວວ່າ ບໍ່ມີປະສົບການໃນການຄົວກິນເລີຍ ແຕ່ໄດ້ຮຽນເຮັດອາຫານດ້ວຍຕົນເອງ ຕໍ່ມາບໍ່ດົນເພິ່ນກໍໄດ້ຖືພາລູກສາວກົກ ຈຶ່ງໄດ້ຕັດສິນໃຈຂາຍຮ້ານຍ້ອນບໍ່ມີເຫື່ອມີແຮງ ແລະກໍໄດ້ພາກັນຍົກຍ້າຍຊ້າຍສອຍໄປຊື້ເຮືອນຢູ່ເມືອງແລ່ງລີ ຢູ່ເຂດຊານເມືອງຂອງແວນຄູເວີ ໃກ້ຊາຍແດນຕິດກັບລັດວໍຊິງຕັນຂອງສະຫະລັດ ຈົນເຖິງປັດຈຸບັນນີ້.

ຮ້ານອາຫານລາວແລະໄທ ບີສໂຕຣ ຢູ່ໃນເມື່ອງແລ່ງລີ ເຂດເທດສະບານບຣິທິສ ໂຄລຳເບຍ ປະເທດການາດາ ທີ່ຍານາງນິພາພອນ ນາກກະເສນ ເປັນເຈົ້າຂອງ ເປີດບໍລິການໃນປີ 2015.
ຮ້ານອາຫານລາວແລະໄທ ບີສໂຕຣ ຢູ່ໃນເມື່ອງແລ່ງລີ ເຂດເທດສະບານບຣິທິສ ໂຄລຳເບຍ ປະເທດການາດາ ທີ່ຍານາງນິພາພອນ ນາກກະເສນ ເປັນເຈົ້າຂອງ ເປີດບໍລິການໃນປີ 2015.

ຕົກມາໃນປີ 2015 ຫຼັງຈາກທີ່ລູກສາວຂອງຍານາງນິພາພອນ ຮຽນຈົບວິທະຍາໄລແລ້ວ ລູກສາວຂອງເພິ່ນຢາກເຮັດທຸລະກິດສ່ວນຕົວ ຍານາງ ຈຶ່ງໄດ້ເປີດຮ້ານອາຫານລາວ ຊື່ວ່າ Naka Bistro Lao & Thai Cuisine ແຫ່ງທຳອິດຂອງເມືອງແລ່ງລີ ສາມາດຮັບແຂກໄດ້ 50 ຫາ 60 ຄົນ ແລະມີພະນັກງານລວມທັງໝົດແປດຄົນ ຊຶ່ງຍານາງກ່າວເຖິງລູກຄ້າທີ່ເຂົ້າມາຮັບປະທານອາຫານໃຫ້ຟັງວ່າ:

ທຸລະກິດຮ້ານອາຫານຂອງຍານາງ ກໍມີລູກຄ້ານິຍົມຊົມຊອບຢ່າງຫຼວງຫຼາຍ ແຕ່ເມື່ອມີພະຍາດໂຄວິດລະບາດ ຮ້ານຂອງຍານາງ ໄດ້ຂາຍອາຫານສັ່ງໄປກິນຢູ່ບ້ານ ມາໄດ້ນຶ່ງເດືອນ ແຕ່ບັດນີ້ທາງການອະນຸຍາດໃຫ້ລູກຄ້າເຂົ້າມາກິນອາຫານໃນຮ້ານໄດ້ຕາມປົກກະຕິແລ້ວ ແລະທຸລະກິດຂອງເພິ່ນກໍດີຂຶ້ນເລື້ອຍໆ.

ໃນຊ່ວງນີ້ຄົນລາວ ກໍເລີ້ມມີຫຼາຍຂຶ້ນນັບມື້ ແລະຍານາງກ່າວໃຫ້ຟັງວ່າ ມີວັດລາວແຫ່ງດຽວຢູ່ໃນເຂດເມືອງແລ່ງລີ ຊື່ວ່າ Lao Canadian Buddhist Temple Society of BC Canada ບ່ອນທີ່ຊາວລາວໃນເມືອງແລ່ງລີ ແລະເຂດໃກ້ຄຽງພາກັນມາເຮັດບຸນກິນທ່ານ ຫຼາຍຮ້ອຍຄົນ ໃນຍາມບຸນປະເພນີຕ່າງໆ ນອກນັ້ນແລ້ວ ຍັງມີສະມາຄົມລາວຕ່າງໆຈຳນວນນຶ່ງເຊັ່ນກັນ.

ໄຊຈະເລີນສຸກ ວີໂອເອ

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນການສຳພາດກັບຍານາງນິພາພອນ ນາກກະເສນ ຄົນລາວຊັນຊາດການາດາ ທີ່ມີຄວາມດຸໝັ່ນ ມານະອົດທົນ ສ້າງເນື້ອສ້າງຕົວຈົນປະສົບຜົນສຳເລັດ ມີຮ້ານອາຫານລາວ ແລະສາມີເປັນເຈົ້າຂອງບໍລິສັດຕິດຕັ້ງຮາວເຫຼັກໃສ່ລະບຽງຕຶກອາຄານ ມາພົບກັບລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG