ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງມະນີພອນ ສຸນດາຣາ ນັກທຸລະກິດ ທີ່ປະສົບຜົນສຳເລັດ ໃນການສ້າງຕັ້ງໂຮງງານຜະລິດຂຽບໝູ ໃນການາດາ


ຍານາງມະນີພອນ ສຸນດາຣາແລະສາມີ ທ່ານບຸນສະຖາພອນ ເຈມສ໌ ຊະນະນິກອນ, ລູກສາວກົກນາງແຈກເກີລິນ ເຖົາມະນີ ຊະນະນິກອນ, ຮຽນຈົບມະຫາວິທະຍາໄລ ສາຂາບໍລິຫານທຸລະກິດ-ການເງິນ ແລະລູກຊາຍທ້າວວິນສຕັນ ວິຊາສຖາພອນ ຊະນະນິກອນ ຮຽນຢູ່ມະຫາວິທະຍາໄລ ປີທີສີ່ ສາຂາວິທະຍາສາດດ້ານຄອມພິວເຕີ້.
ຍານາງມະນີພອນ ສຸນດາຣາແລະສາມີ ທ່ານບຸນສະຖາພອນ ເຈມສ໌ ຊະນະນິກອນ, ລູກສາວກົກນາງແຈກເກີລິນ ເຖົາມະນີ ຊະນະນິກອນ, ຮຽນຈົບມະຫາວິທະຍາໄລ ສາຂາບໍລິຫານທຸລະກິດ-ການເງິນ ແລະລູກຊາຍທ້າວວິນສຕັນ ວິຊາສຖາພອນ ຊະນະນິກອນ ຮຽນຢູ່ມະຫາວິທະຍາໄລ ປີທີສີ່ ສາຂາວິທະຍາສາດດ້ານຄອມພິວເຕີ້.

ໃນຄຳຄືນນີ້ ວີໂອເອ ພະ​ແນກ​ພາ​ສາລາວ ຈະນຳທ່ານໄປພົບ ກັບນັກທຸລະກິດຍິງ ຊື່ວ່າ ມະນີພອນ ສຸນດາຣາ ຈາກເມືອງເຊີຣີ ແຂວງບຣິດທິສໂຄລຳເບຍ ຂອງການາດາ ຜູ້ທີ່ບໍ່ພຽງແຕ່ໄດ້ປະສົບຄວາມສຳເລັດ ໃນການຕັ້ງໂຮງງານຜະລິດຂຽບໝູແຫ່ງນຶ່ງເທົ່ານັ້ນ ແຕ່ປັດຈຸບັນນີ້ ກຳລັງຍະຫຍາຍກິດຈະການເພື່ອຕັ້ງໂຮງງານແຫ່ງທີ່ສອງຂຶ້ນນຳດ້ວຍ ຊຶ່ງ ໄຊຈະເລີນສຸກຈະນຳເອົາການສຳພາດກັບຍານາງມະນີພອນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງມະນີພອນ ສຸນດາຣາ ເກີດໃນປີ 1967 ຢູ່ບ້ານສວນມອນ ເມືອງສີສັດຕະນາກ ຄະນອນຫຼວງວຽງຈັນ ມີເອື້ອຍນ້ອງນຳກັນ 5 ຄົນເປັນຍິງທັງໝົດ ຊຶ່ງເພິ່ນເປັນລູກສາວຄົນທີສອງ. ຕົກມາໃນປີ 1979 ຄອບຄົວຂອງເພິ່ນພ້ອມກັບພໍ່ແມ່ແລະນ້າສາວ ໄດ້ພາກັນອົບພະຍົບຂ້າມໄປຝັ່ງໄທ ເຂົ້າສູນໜອງຄາຍ ດັ່ງທີ່ຍານາງເລົ່າໃຫ້ຟັງວ່າ:

ຫຼັງຈາກໄດ້ອາໄສຢູ່ໃນສູນໜອງຄາຍເປັນເວລາສາມເດືອນ ຄອບຄົວຂອງເພິ່ນກໍໄດ້ເດີນທາງໄປປະເທດການາດາ ໃນເດືອນມິຖຸນາປີ 1980 ໂດຍມີຜູ້ອຸປະຖຳເປັນຊາວການາດາ ນັບຖືສາສະໜາຄຣິສຕຽນ ປະກັນເອົາ. ໃນເບື້ອງຕົ້ນ ຄອບຄົວຂອງເພິ່ນໄປຕົກຢູ່ທີ່ນະຄອນແວນຄູເວີ ແຂວງບຣິດທິສ ໂຄລຳເບຍ ຊຶ່ງຍານາງມະນີພອນ ກ່າວໃຫ້ຟັງເຖິງຊີວິດການເປັນຢູ່ໃນຊ່ວງນັ້ນວ່າ:

ໃນຊ່ວງເວລາເຂົ້າໂຮງຮຽນມັດທະຍົມປາຍຢູ່ໃນແວນຄູເວີນັ້ນ ຍານາງມະນີພອນ ກ່າວໃຫ້ຟັງ ເຖິງຄວາມຍາກລຳບາກອີກປະການຶ່ງ ໃນເບື້ອງຕົ້ນວ່າ ຊາວອົບພະຍົບລາວຫຼືຊາດອື່ນໆ ກໍບໍ່ຄ່ອຍມີຫຼາຍ ສະນັ້ນຫຼັກສູດການສິດສອນພາສາອັງກິດ ໃຫ້ແກ່ຊາວອົບພະຍົບຢູ່ໃນໂຮງຮຽນກໍບໍ່ມີເລີຍ ຊຶ່ງເພິ່ນໄດ້ອະທິບາຍໃຫ້ຟັງວ່າ:

ໃນຂະນະທີ່ເພິ່ນພ້ອມກັບເອື້ອຍນ້ອງໄປຮ່ຳຮຽນຢູ່ນັ້ນ ພໍ່ແລະແມ່ຂອງຍານາງ ກໍຄື ອາຈານແພງ ສຸນດາຣາ ແລະຍາແມ່ວັນລີ ສອນນະສິນ ສຸນດາຣາ ກໍໄດ້ໄປຮຽນພາສາອັງກິດຕື່ມເຊັ່ນກັນ ແລະຍານາງກ່າວໃຫ້ຟັງວ່າ ພໍ່ຂອງຍານາງ ເຄີຍເປັນອາຈານແລະຜູ້ອຳນວຍການໃຫຍ່ຂອງມະຫາວິທະຍາໄລດົງໂດກ ຊຶ່ງເພິ່ນກໍໄດ້ຮຽນຕໍ່ ມະຫາວິທະຍາໄລທີ່ແວນຄູເວີຈົນຈົບ ແລ້ວກໍໄດ້ເປັນນາຍຄູສອນພາສາຢູ່ໂຮງຮຽນມັດທະຍົມປາຍ ໄລຍະນຶ່ງ ແລ້ວກໍປ່ຽນອາຊີບໄປເຮັດວຽກເປັນຜູ້ຊ່ວຍຢູ່ໃນຫ້ອງຜ່າຕັດທີ່ໂຮງໝໍ ແລະເມື່ອບໍ່ດົນມານີ້ ເພິ່ນກໍໄດ້ເສຍຊີວິດໃນເດືອນກຸມພາ ປີນີ້ ຍ້ອນພະຍາດຂອງເພິ່ນເອງ.

ພາຍຫຼັງທີ່ຍານາງມະນີພອນໄດ້ຮຽນຈົບຊັ້ນມັດທະຍົມແລ້ວ ເພິ່ນກໍໄດ້ສະແຫວງ ຫາຄວາມຮູ້ຕໍ່ໄປ ທັງໃນວິທະຍາໄລ ແລະມະຫາວິທະຍາໄລຫຼາຍແຫ່ງ ໃນວິຊາອາຊີບໝໍແຂ້ວແລະຈິດຕະແພດດ້ານອາຊະຍາກຳ ດັ່ງທີ່ເພິ່ນກ່າວໃຫ້ຟັງດັ່ງນີ້:

ຂຽບໝູ ທີ່ຜະລິດຈາກໂຮງງານຂອງຍານາງມະນີພອນ ສຸນດາຣາ ໃນເມືອງເຊີຣີ ແຂວງບຣິດທິສ ໂຄລຳເບຍ ຂອງການາດາ.
ຂຽບໝູ ທີ່ຜະລິດຈາກໂຮງງານຂອງຍານາງມະນີພອນ ສຸນດາຣາ ໃນເມືອງເຊີຣີ ແຂວງບຣິດທິສ ໂຄລຳເບຍ ຂອງການາດາ.

ທຸລະກິດຂອງຍານາງແລະສາມີ ທ່ານບຸນສະຖາພອນ ເຈມສ໌ ຊະນະນິກອນ ເປັນໂຮງງານຜະລິດຂຽບໝູທີ່ໄດ້ມາດຕະຖານສາກົນ ແລະໄດ້ຮັບການກວດກາຈາກອົງການອາຫານແລະຢາຂອງການາດາ ທີ່ມີຊື່ວ່າ Sunasia Best Brand Food Co. Ltd. ແລະບໍລິສັດສາຂາທີສອງຄື Sun Asia Empire Holding ພາຍໃຕ້ບໍລິສັດນີ້ ກໍໄດ້ຕັ້ງອີກບໍລິສັດນຶ່ງຂຶ້ນມາ ຊື່ວ່າ Atlas Goods Ltd. ໂດຍມອບໃຫ້ລູກສາວກົກ ນາງແຈກເກີລິນ ເຖົາມະນີ ຊະນະນິກອນ ເປັນຜູ້ບໍລິຫານ ຊຶ່ງຍານາງເລົ່າເຖິງການຕັ້ງບໍລິສັດເຫຼົ່ານີ້ ໃຫ້ຟັງວ່າ:

ຍານາງມະນີພອນ ກ່າວໃຫ້ວີໂອເອ ລາວ ຟັງອີກວ່າ ລາຍໄດ້ຈາກການຂາຍຂຽບໝູຂອງບໍລິສັດທຳອິດຂອງເພິ່ນນັ້ນ ມີມູນຄ່າ “ຫຼາຍລ້ານໂດລາການາດາ ໃນແຕ່ລະປີ” ແລະຄວາມຮຽກຮ້ອງຕ້ອງການຂຽບໝູ່ຂອງບໍລິສັດ ມີຫຼາຍກວ່າທີ່ໂຮງງານຈະສະໜອງໃຫ້ລູກຄ້າ ສະນັ້ນເພິ່ນຈຶ່ງຕ້ອງໄດ້ຂະຫຍາຍກິດຈະການອອກຕື່ມ.

ນອກຈາກນັ້ນແລ້ວຍານາງຍັງໄດ້ປະກອບສ່ວນໃນສັງຄົມ ດ້ວຍການອຸປະຖຳສະມາຄົມລາວ ແລະສະມາຄົມອື່ນໆຮວມທັງວັດລາວ ແລະໂບດສາສະໜາ ຄຣິສຕຽນ ເປັນຕົ້ນ ດັ່ງທີ່ເພິ່ນກ່າວໃຫ້ຟັງວ່າ:

ຍານາງມະນີພອນ ໄປຮ່ວມງານສະຫຼີມສະຫຼອງພະທາດຫຼວງຈຳລອງປະຈຳປີ 2021 ໃນການາດາ.
ຍານາງມະນີພອນ ໄປຮ່ວມງານສະຫຼີມສະຫຼອງພະທາດຫຼວງຈຳລອງປະຈຳປີ 2021 ໃນການາດາ.

ຍານາງກ່າວໃຫ້ຟັງອີກວ່າ ແຂວງບຣິດທິສ ໂຄລຳເບຍ ເປັນແຂວງທີ່ສວຍສົດງົດງາມກວ່າແຂວງອື່ນໆ ເພາະມັນມີທຳມະຊາດເຕັມໄປດ້ວຍພູຜາປ່າໄມ້ ເຮັດໃຫ້ອາກາດສົດຊື່ນ ມີສີ່ລະດູການ ຄື ລະດູບານໃໝ່ ລະດູຮ້ອນ ລະດູໃບໄມ້ຫລົ່ນ ແລະລະດູໜາວ ປະຊາຊົນໃນແຂວງນີ້ ມັກອະນຸລັກທຳມະຊາດ ໃນຍາມລະດູຮ້ອນພວກເຂົາມັກໄປຍ່າງຕາມພູ ແລະລະດູໜາວ ກໍໄປຫຼິ້ນສະກີ້ ນອກຈາກນັ້ນຍັງມີທະເລທີ່ສວຍສົດງົດງາມທາງເຂດຝັ່ງຕາເວັນຕົກນຳດ້ວຍ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບຍານາງມະນີພອນ ສຸນດາຣາ ນັກທຸລະກິດຍິງ ຊາວການາດາເຊື້ອສາຍລາວ ທີ່ປະສົບຄວາມສຳເລັດ ໃນການຕັ້ງໂຮງງານຜະລິດຂຽບໝູ ເພື່ອສົ່ງຂາຍພາຍໃນການາດາ ແລະຕ່າງປະເທດ ມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ອາທິດໜ້າເວລາດຽວກັນນີ້.

XS
SM
MD
LG