ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍການຊຸມຊົນຊາວ ລາວ ໃນທະວີບ ອາເມຣິກາ ສຳພາດນາງ ມາລາຍ ສຸກສະຫວັດ, ຄົນລາວຊອດອາເມຣິກັນພື້ນເມືອງ


ນາງ ມາລາຍ ສຸກສະຫວັດ ເຂົ້າຮ່ວມການແຂ່ງຂັນເຕັ້ນຊົນເຜົ່າພື້ນເມືອງ ອາເມຣິກັນ.
ນາງ ມາລາຍ ສຸກສະຫວັດ ເຂົ້າຮ່ວມການແຂ່ງຂັນເຕັ້ນຊົນເຜົ່າພື້ນເມືອງ ອາເມຣິກັນ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວໃນທະວີບອາເມຣິກາມື້ນີ້, ພວກເຮົາມີການສຳພາດກັບ ນາງ ມາລາຍ ສຸກສະຫວັດ, ລູກຊອດ ລາວ-ອາເມຣິກັນພື້ນເມືອງ ມາສະເໜີທ່ານ. ໃນການສຳພາດນີ້ພວກເຮົາໄດ້ລົມກັບລາວ ກ່ຽວກັບ ຊີວິດສ່ວນຕົວ ແລະ ການດຳລົງຊີວິດໃນຊົນເຜົ່າຄົນພື້ນເມືອງ ອາເມຣິກັນ, ເຊີນທ່ານຕິດຕາມຟັງກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.

ເມື່ອເວົ້າເຖິງຄົນອາເມຣິກັນພື້ນເມືອງ ພວກເຮົາກໍຈະເຂົ້າໃຈໂລດວ່າເປັນຄົນ ອິນເດຍແດງ. ເຂົາ ເຈົ້າຖືກເອີ້ນວ່າ ອິນເດຍແດງ, ອາເມຣິກັນ-ອິນເດຍ ເຊິ່ງຊື່ທາງການຂອງເຂົາເຈົ້າທີ່ຖືກໃຊ້ໂດຍລັດຖະບານ ສະຫະລັດ ແມ່ນຄົນ ອາເມຣິກັນ ພື້ນເມືອງ. ທ່ານຄົງຈະຄິດພາບອອກວ່າເຂົາເຈົ້າມີໜ້າຕາ ລັກສະນະແນວໃດ, ເຂົາເຈົ້າໃສ່ຊຸດພື້ນເມືືອງ, ໃສ່ເຄື່ອງປະດັບຫົວທີ່ມີປີກນົກອິນຊີ (ບໍ່ແມ່ນປີກໄກ່ງວງຄືທີ່ຂ້າພະເຈົ້າເຄີຍຄິດມາຕະຫຼອດເນາະ).

ນາງ ມາລາຍ ແມ່ນລູກຂອງພໍຄົນ ລາວ ທີ່ເປັນອົບພະຍົບ ແລະ ແມ່ຄົນອາເມຣິກັນພື້ນເມືອງ ຊົນເຜົ່າ ລາໂກຕ້າ.

ມາລາຍ: ຊື່ຂອງຂ້ານ້ອຍແມ່ນ ມາລາຍ ສຸກສະຫວັດ, ຂ້ານ້ອຍອາຍຸ 36 ປີ ອາໄສຢູ່ລັດ ດາໂກຕ້າໃຕ້. ຂ້ານ້ອຍແມ່ນສະມາຊິກຂອງຊົນເຜົ່າ ຊູ ແມ່ນໍ້າ ໄຊແອນ ຢູ່ລັດ ດາໂກຕ້າໃຕ້. ແມ່ຂອງຂ້ານ້ອຍແມ່ນຄົນ ລາໂຄຕ້າ ຈາກລັດດາໂກຕ້າໃຕ້, ສ່ວນພໍ່ຂອງຂ້ານ້ອຍແມ່ນຄົນລາວ ມາຈາກແຂວງຫຼວງພະບາງ.”

ໃນ ສະຫະລັດ, ມີຊົນເຜົ່າອາເມຣິກັນພື້ນເມືອງຢູ່ 574​ ຊົນເຜົ່າ, ເຂົາເຈົ້າອາໄສຢູ່ທົ່ວ ສະຫະລັດ ເຖິງລັດ ອາລາສກາ ແລະ ເກາະຮາຍວາຍ.

ແຕ່ກ່ອນເຮົາຈະເວົ້າ ກ່ຽວກັບ ຄົນອາເມຣິກັນພື້ນເມືອງເພີ່ມເຕີມນັ້ນ, ເຮົາຈະມາຮູ້ຈັກຊີວິດສ່ວນ ຕົວຂອງນາງ ມາລາຍ ກ່ອນ.

ມາລາຍ: ຂ້ານ້ອຍເກີດຢູ່ ໂຣສບັດ, ລັດ ດາໂຄຕ້າໃຕ້, ເຊິ່ງແມ່ນ 1 ໃນ 7 ຊົນເຜົ່າຂອງ ດາໂຄຕ້າໃຕ້.

ພຸດທະສອນ: ເຈົ້າອ້າຍນ້ອງບໍ່?

ມາລາຍ: ໂດຍ ຂ້ານ້ອຍມີນ້ອງຊາຍສອງຄົນ ກັບນ້ອງສາວຫຼ້າຄົນນຶ່ງ. ຂ້ານ້ອຍແມ່ນລູກກົກ.

ພຸດທະສອນ: ດຽວນີ້ເຂົາເຈົ້າຢູ່ໃສ?

ນາງ ມາລາຍ ຖ່າຍຮູບໃນຊຸດຊົນເຜົ່າພື້ນເມືອງອາເມຣິກັນ.
ນາງ ມາລາຍ ຖ່າຍຮູບໃນຊຸດຊົນເຜົ່າພື້ນເມືອງອາເມຣິກັນ.


ມາລາຍ: ນ້ອງຊາຍຜູ້ທີ່ເປັນນ້ອງນຶ່ງປີ ແມ່ນອາໄສຢູ່ເມືອງ ເລກເຫວີດ ລັດ ໂຄໂລຣາໂດ ແລະ ອີກນ້ອງຊາຍຄົນນຶ່ງຜູ້ທີ່ນ້ອຍກວ່າລາວສອງປີ ຂ້ານ້ອຍເຊື່ອວ່າລາວອາໄສຢູ່ລັດ ດາໂຄຕ້າໃຕ້, ເຊິ່ງແມ່ນອີກຊົນເຜົ່ານຶ່ງຢູ່ທີ່ນີ້. ຢູ່ເຂດອະນຸລັກ ໄພນຣິດຈ໌, ແລະ ນ້ອງສາວຫຼ້າຂອງພວກເຮົາ, ລາວຫາກໍ່ໄດ້ອາຍຸ 30 ປີ ແມ່ນຢູ່ກັບຂ້ານ້ອຍຢູ່ລັດ ດາໂຄຕ້າໃຕ້.”

ພຸດທະສອນ: ພໍ່ແມ່ຂອງເຈົ້າກະຢູ່ລັດ ດາໂຄຕ້າໃຕ້ ບໍ?

ມາລາຍ: ບໍ່, ພໍ່ຂອງຂ້ານ້ອຍຫາກໍ່ຍ້າຍໄປລັດ ໂອກລາໂຮມາ ເມື່ອບໍ່ດົນມານີ້. ແຕ່ແມ່ເພິ່ນຢູ່ລັດ ດາໂຄຕ້າເໜືອ ຕອນນີ້.

ພຸດທະສອນ: ດຽວນີ້ເຈົ້າຢູ່ກັບໃຜ?

ມາລາຍ: ຕອນນີ້ຂ້ານ້ອຍຢູ່ກັບແຟນ.

ພຸດທະສອນ: ພໍ່ຂອງເຈົ້າຍ້າຍມາ ສະຫະລັດ ແຕ່ປີໃດ?

ມາລາຍ: ຂ້ານ້ອຍຄິດວ່າລາວມາປີ 1981. ຂ້ານ້ອຍຄິດວ່າລາວໄດ້ໄປຢູ່ສູນອົບພະຍົບໜອງຄາຍ ປະເທດ ໄທ, ຫຼັງຈາກນັ້ນລາວໄດ້ໄປເມືອງ ແຄຼຟິລດ໌ ລັດ ຢູທາ. ລາວເຂົ້າໂຄງການວຽກເຮັດງານທຳຢູ່ທີ່ນັ້ນ.

ພຸດທະສອນ: ພໍ່ຂອງເຈົ້າເຮັດວຽກຫຍັງຕອນນີ້?

ມາລາຍ: ອາຊີບຂອງລາວຊ່າງຈອດໂລຫະ. ລາວໄດ້ຈອດໂລຫະມາໄດ້ຫຼາຍປີແລ້ວ ແລະ ຂ້ານ້ອຍຮູ້ວ່າບໍ່ເທົ່າໃດປີທີ່ຜ່ານມາລາວກໍເລີ່ມອາຍຸສູງແລ້ວ ລາວຈຶ່ງໄດ້ເລີ່ມເຮັດສິ່ງອື່ນ ຂ້ານ້ອຍເຊື່ອວ່າເຮັດຢູ່ສວນຕົ້ນກັນຊາຢູ່ລັດ ໂອກລາໂຮມາ.

ພຸດທະສອນ: ອາຊີບຂອງເຈົ້າແມ່ນຫຍັງ?

ມາລາຍ: ຂ້ານ້ອຍແມ່ນຜູ້ຈັດການ ກ່ຽວກັບ ຜູ້ມີຄວາມຕ້ອງການພິເສດດ້ານສຸຂະພາບຈິດ ຢູ່ໂຄງ ການລິເລີ່ມ ຊິສເຊຕັນ ໂອຢາເຕ, ແລະ ນັ້ນອີກພາກສ່ວນນຶ່ງຂອງຊົນເຜົ່າຢູ່ ດາໂຄຕ້າໃຕ້.

ເມືອງ ຣາປິດ, ລັດດາໂຄຕ້າໃຕ້ ເຊິ່ງແມ່ນບ່ອນທີ່ນາງ ມາລາຍ ອາໃສຢູ່ແມ່ນບໍ່ມີຄົນລາວອາໄສຢູ່ຫຼາຍ. ບໍ່ມີຊຸມຊົນຄົນລາວ ແລະ ໝູ່ຂອງລາວແມ່ນອາໄສຢູ່ໄກອອກໄປ.

ພຸດທະສອນ: ເຈົ້າມີໝູ່ຄົນລາວບໍ່?

ມາລາຍ: ໂດຍມີ, ມີຫຼາຍຢູ່.

ພຸດທະສອນ: ມີຊຸມຊົນຄົນລາວບໍ່ຢູ່ຫັ້ນ?

ມາລາຍ: ໂດຍ ມີຊຸມຊົນຄົນລາວຂ້ອນຂ້າງໃຫຍ່, ປະມານ 4 ຊົ່ວໂມງອອກໄປ.

ພຸດທະສອນ: ເຈົ້າກໍມີໂອກາດໄດ້ໄປຫາເຂົາເຈົ້າຢູ່ບໍ?

ມາລາຍ: ບໍ່ປານໃດ. ຂ້ານ້ອຍບໍ່ໄດ້ໄປເມືອງ ມິນເນອາໂປລິສ ສອງສາມປີແລ້ວ. ແຕ່ກ່ອນໜ້ານັ້ນຂ້ານ້ອຍໄດ້ຍ້າຍໄປຫັ້ນ ແລະ ໄດ້ໃຊ້ເວລາກັບເຂົາເຈົ້າຫຼາຍຢູ່ຫັ້ນ. ສ່ວນຫຼາຍຂ້ານ້ອຍໃຊ້ເວລາກັບຄົນອາເມຣິກັນພື້ນເມືອງ ເພາະວ່າຂ້ານ້ອຍກໍຖືກລ້ຽງຢູ່ເຂດອະນຸລັກເຊັ່ນກັນ.

ພຸດທະສອນ: ເຈົ້າມັກກິນອາຫານລາວບໍ່? ຢູ່ແຖວນັ້ນກະມີອາຫານລາວຂາຍຢູ່ຫວາ?

ມາລາຍ: ຂ້ານ້ອຍມັກກິນໝົດທຸກຢ່າງ. ຂ້ານ້ອຍເດົາວ່າມັນມີຢູ່ເກືອບສອງຊົ່ວໂມງອອກໄປຢູ່ເມືອງ ຊູ ຟອລສ໌. ເຂົາເຈົ້າມີລົດຂາຍອາຫານລາວຢູ່ຫັ້ນ. ສະນັ້ນຂ້ານ້ອຍຈະຂັບລົດໄປເພື່ອສະໜັບສະໜູນເຂົາເຈົ້າ.

ພຸດທະສອນ: ເຈົ້າກະເຮັດອາຫານລາວເປັນຢູ່ບໍ?

ມາລາຍ: ໂດຍ ຂ້ານ້ອຍມັກເຮັດຕຳໝາກຫຸ່ງ, ຕຳໝາກແຕງ, ຕຳໝາກຖົ່ວ ແລະ ກໍເຂົ້າໜຽວນຳ ຈໍ້າແຈ່ວ.

ພຸດທະສອນ: ເຈົ້າມັກກິນເຜັດບໍ? ໃສ່ໝາກເຜັດຈັກໜ່ວຍ?

ມາລາຍ: ໂດຍຫຼາຍເທົ່າທີ່ຂ້ານ້ອຍໃສ່ໄດ້. ແລະ ກໍຂຶ້ນກັບສິ່ງທີ່ຂ້ານ້ອຍຈະເຮັດໝົດທ້າຍອາທິດ.”

ການໃຊ້ຊີວິດແບບຊົນເຜົ່າອາເມຣິກັນພື້ນເມືອງ

ຊົນເຜົ່າອາເມຣິກັນພື້ນເມືອງໃຊ້ຫຼາຍພາສາແຕກຕ່າງກັນ, ເຊິ່ງພາສາທີ່ໃຊ້ກັນຫຼາຍທີ່ສຸດໃນທຸກມື້ນີ້ແມ່ນພາສາ ນາວາໂຮ, ຕາມດ້ວຍພາສາ ຢູປິກ ຂອງຊົນເຜົ່າໃນລັດ ອາລາສກາ.

ແຕ່ພາສາຊົນເຜົ່າຂອງນາງ ມາລາຍ ນັ້ນເອີ້ນວ່າພາສາ ລາໂຄຕ້າ.

ພຸດທະສອນ: ສະບາຍດີ ແລະ ຂອບໃຈ ພາສາ ລາໂຄຕ້າ ວ່າແນວໃດ?

ມາລາຍ: “ມັນຂຶ້ນກັບວ່າເຈົ້າເປັນຜູ້ຊາຍຫຼືແມ່ຍິງ. ສະບາຍດີຜູ້ຊາຍຊິເວົ້າວ່າ ຮາວ, ແລະ ມາຍິງເວົ້າວ່າ ຮາ. ແລະ ຂອບໃຈແມ່ນ ພີລາມາເຢ.”

ນາງ ມາລາຍ ໄດ້ເຕີບໃຫຍ່ກັບຄົນອາເມຣິກັນພື້ນເມືອງ. ລາວຖືກລ້ຽງໂດຍແມ່ເຖົ້າຢູ່ເຂດອະນຸລັກຄົນພື້ນເມືອງ. ລາວສາມາດເວົ້າອ່ານຂຽນທຸກຢ່າງໄດ້ຄືຄົນອາເມຣິກັນພື້ນເມືອງ.

ມາລາຍ: ເວລາທີ່ຂ້ານ້ອຍໄດ້ເກີດ, ພໍ່ແມ່ຂອງຂ້ານ້ອຍຫາກໍ່ຮຽນຈົບໂຄງການວຽກເຮັດງານທຳ ແຄຼຟີລດ໌. ສະນັ້ນແມ່ເຖົ້າຂອງຂ້ານ້ອຍຈຶ່ງໄດ້ເອົາຂ້ານ້ອຍໄປລ້ຽງ ດັ່ງນັ້ນພໍ່ແມ່ຈຶ່ງສາມາດຊອກຫາບ່ອນຕັ້ງຫຼັກ. ໃນຂະນະດຽວກັນຂ້ານ້ອຍກໍຖືກລ້ຽງໂດຍພໍ່ເຖົ້າແມ່ເຖົ້າ, ເວລາທີ່ພໍ່ແມ່ໄປເຮັດວຽກນຳກັນ ແລ້ວພວກເພິ່ນກໍໄດ້ນ້ອງຊາຍຂອງຂ້ານ້ອຍ. ດັ່ງນັ້ນແມ່ເຖົ້າຈຶ່ງໄດ້ຕັດສິນໃຈລ້ຽງຂ້ານ້ອຍຢູ່ທີ່ນັ້ນ. ແທ້ຈິງແລ້ວຂ້ານ້ອຍມີຄວາມຜູກພັນກັບລາວຫຼາຍ, ສະນັ້ນຂ້ານ້ອຍຈະຢູ່ກັບພໍ່ແມ່ ແລະ ກໍກັບໄປຫາພໍ່ເຖົ້າແມ່ເຖົ້າຢູ່ເຂດນຸລັກໃນຕະຫຼອດປີການສຶກສາ. ຂ້ານ້ອຍໄດ້ເຂົ້າໂຮງຮຽນຊົນເຜົ່າຈາກຊັ້ນອະນຸບານຈົນຈົບມັດທະຍົມ.”

ພຸດທະສອນ: ຊຸມຊົນຄົນພື້ນເມືອງແຕກຕ່າງກັບຊຸມຊົນຄົນທົ່ວໄປບໍ່?

ມາລາຍ: ໂດຍ, ຕ່າງຫຼາຍ. ມັນຂຶ້ນກັບເຂດອະນຸລັກທີ່ເຈົ້າຢູ່. ເຂດອະນຸລັກທີ່ຂ້ານ້ອຍອາໄສຢູ່ ຊຸມຊົນຕ່າງໆແມ່ນໃກ້ຄຽງກັບຜູ້ທີ່ອາໄສຢູ່ໃນໂລກທີ່ສາມ ຫຼື ປະເທດດ້ອຍພັດທະນາ. ວິທີທີ່ຂ້ານ້ອຍເຕີບໃຫຍ່ແມ່ນພວກເຮົາບໍ່ມີນໍ້າປະປາ, ພວກເຮົາບໍ່ມີໄຟຟ້າ. ຂ້ານ້ອຍຄິດວ່າຍ້ອນແນວນັ້ນ ພໍ່ຂອງຂ້ານ້ອຍຈຶ່ງເປັນຜູ້ທີ່ໃຫ້ຄວາມຊ່ວຍເຫຼືອຕໍ່ພໍ່ເຖົ້າແມ່ເຖົ້າໄດ້ຫຼາຍ ເພາະວ່າລາວມາຈາກປະເທດ ລາວ. ລາວສາມາດທີ່ຈະຊ່ວຍເຫຼືອຫຼາຍຢ່າງ. ລາວສາມາດສ້າງສິ່ງຕ່າງໆ ລາວຮູ້ວິທີອາໄສຢູ່ແບບນັ້ນ.”

ພຸດທະສອນ: ເມື່ອເຈົ້າໄດ້ເຕີບໃຫຍ່ຈາກສະພາບແນວນັ້ນ, ເວລາເຈົ້າມາອາໄສຢູ່ເຂດໃນເມືອງ ມັນຊ່ວຍໃຫ້ເຈົ້າໃຊ້ຊີວິດໄດ້ງ່າຍຂຶ້ນບໍ່?

ມາລາຍ: ໂດຍ, ແນ່ນອນເລີຍ. ມັນຕ້ອງໄດ້ເຮັດວຽກໜັກໃນການອາໄສຢູ່ແບບນັ້ນ. ເຈົ້າຕ້ອງໄດ້ຫາບນໍ້າຂອງເຈົ້າເອງ, ເດີນທາງໄປຊັກເຄື່ອງດ້ວຍມື. ຫາມນໍ້າ ຫາມອາຫານ. ມັນມີບ່ອນນຶ່ງຢູ່ທີ່ນັ້ນທີ່ເປັນບໍ່ນໍ້າອຸ່ນຕະຫຼອດປີ. ພວກເຮົາເຄີຍໄປບ່ອນນັ້ນເພື່ອຊັກເຄື່ອງ, ອາບນໍ້າໃຫ້ລູກ, ລ້າງຖ້ວຍລ້າງຈານ. ພວກເຮົາລ້າງທຸກຢ່າງຢູ່ບ່ອນດຽວນັ້ນ. ແຕ່ໃນລະດູໜາວມັນກໍຍັງຮ້ອນຢູ່ ສະນັ້ນພວກເຮົາຈະໄປຊັກເຄື່ອງຢູ່ທີ່ນັ້ນຫຼາຍເທົ່າທີ່ເຮົາເຮັດໄດ້. ເຊິ່ງສ່ວນໃຫຍ່ພວກເຮົາກະມີແຕ່ເອົານໍ້າກັບມາບ້ານ ແລະ ຊັກເຄື່ອງຢູ່ເຮືອນ.”

ອີງຕາມກົດໝາຍ ສະຫະລັດ, ຊົນເຜົ່າອາເມຣິກັນພື້ນເມືອງແມ່ນມີອຳນາດອະທິປະໄຕເປັນຂອງ

ນາງ ມາລາຍ ເຕັ້ນຊົນເຜົ່າພື້ນເມືອງ ໃນລະຫວ່າງການແຂ່ງຂັນ.
ນາງ ມາລາຍ ເຕັ້ນຊົນເຜົ່າພື້ນເມືອງ ໃນລະຫວ່າງການແຂ່ງຂັນ.


ເຂົາເຈົ້າເອງ. ເຂົາເຈົ້າມີສິດທີ່ຈະຕັ້ງລັດຖະບານຂອງເຂົາເຈົ້າ ແລະ ບັງຄັບໃຊ້ກົດໝາຍຢູ່ໃນພາຍ ໃນດິນແດນຂອງເຂົາເຈົ້າ. ແຕ່ບໍ່ສາມາດທີ່ຈະດຳເນີນການພົວພັນຕ່າງປະເທດ.

ຄົນ ອາເມຣິກັນ ພື້ນເມືອງດັ້ງເດີມແລ້ວຈະພາກັນລ່າສັດ ເຮັດສວນສຳລັບການລ້ຽງຊີບ. ເຊິ່ງນາງ ມາລາຍ ກ່າວວ່າ “ຄັ້ງນຶ່ງຕໍ່ເດືອນ ພວກເຮົາຈະອອກໄປຂ້າງນນອກໃນລະດູໜາວ ໄປຊື້ສິ່ງຕ່າງໆຄືອາຫານກະປັອງ ແລະ ທຸກຢ່າງ. ແຕ່ສ່ວນໃຫຍ່ພວກເຮົາຈະລ່າສັດປ່າ, ລ່າເນື້ອ. ໃນລະດູຮ້ອນກໍຈະມີການເຕົ້າໂຮມກັນ ແລະ ເອົາອາຫານມາຕາກເພື່ອໃຫ້ມັນພຽງພໍສຳລັບລະດູໜາວ.

ຄົນອາເມຣິກັນພື້ນເມືອງມີຫຼາກຫຼາຍວັດທະນະທຳ,​ ແລະ ນາງ ມາລາຍ ກໍເປັນນຶ່ງໃນບັນດານັກ ເຕັ້ນອາເມຣິກັນພື້ນເມືອງ. ລາວໄດ້ໄປສະແດງໃນງານຕ່າງໆ ແລະ ກໍໄດ້ເຂົ້າຮ່ວມແຂ່ງຂັນໃນຫຼາຍລາຍການດ້ວຍ.

ພຸດທະສອນ: ແມ່ນໃຜສອນເຈົ້າເຕັ້ນ? ເຈົ້າໄດ້ໄປຮຽນຢູ່ໂຮງຮຽນບໍ?

ມາລາຍ: “ເວົ້າຕາມຈິງແລ້ວ ຂ້ານ້ອຍບໍ່ຮູ້ວ່າແມ່ນໃຜສອນຂ້ານ້ອຍ, ມັນຢູ່ຫັ້ນຕະຫຼອດໃນຊີວິດຂອງຂ້ານ້ອຍ.

ພຸດທະສອນ: ເຈົ້າໄປເຕັ້ນຫຼາຍບໍ່?

ມາລາຍ: ຂ້ານ້ອຍເດີນທາງໄປແຂ່ງໃນຫຼາຍງານ. ເຂົາເຈົ້າມີງານແຂ່ງຂັນຢູ່ທົ່ວ ສະຫະລັດ ຕະ ຫຼອດປີ, ເຊິ່ງສ່ວນໃຫຍ່ແມ່ນໃນລະດູຮ້ອນ. ມັນໄດ້ເຕີບໂຕຈາກການເຕັ້ນຕາມປະເພນີມາເປັນການແຂ່ງຂັນ.”

ພຸດທະສອນ: ແມ່ນໃຜເປັນຜູ້ຈັດ?

ມາລາຍ: ມັນກະແລ້ວແຕ່, ຊົນເຜົ່າຕ່າງໆ, ອົງການຈັດຕ່າງໆທັງຫຼາຍ, ກາຊີໂນ ມັນກະແລ້ວແຕ່.

ພຸດທະສອນ: ລາງວັນແມ່ນຫຍັງ?

ມາລາຍ: ເງິນ.

ວັດທະນະທຳຕ່າງໆຂອງຊົນເຜົ່າອາເມຣິກັນພື້ນເມືອງແມ່ນສາມາດຫາເບິ່ງໄດ້ໃນເກືອບທຸກລັດ, ໂດຍສະເພາະແມ່ນຫໍພິພິຕະພັນ. ຢູ່ນະຄອນຫຼວງ ວໍຊິງຕັນ ກໍມີຫໍພິພິຕະພັນອາເມຣິກັນພື້ນເມືອງຂະໜາດໃຫຍ່, ເປີດໃຫ້ເຂົ້າຊົມໂດຍບໍ່ເສຍຄ່າໃຊ້ຈ່າຍ. ແລະ ທ່ານກໍສາມາດໄປຢ້ຽມຢາມເຂດອະນຸລັກຂອງເຂົາເຈົ້າໄດ້, ເຂດອະນຸລັກຫຼາຍແຫ່ງຈະຕ້ອນຮັບນັກທ່ອງທ່ຽວ ແລະ ມີກິດຈະກຳໃຫ້ເຮັດ, ພ້ອມກັບຮັບຊົມງານສະແດງທາງດ້ານວັດທະນະທຳຕ່າງໆ.

XS
SM
MD
LG