ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກພັດທະນາສັງຄົມ ຍື່ນມືໄປຊ່ວຍເຫລືອ ປະຊາຄົມລາວ ໃນ ສຫລ ເພື່ອເຂົ້່າຮ່ວມ ການສໍາຫລວດ ພົນລະເມືອງ ຄືແນວໃດ?


ແຜນທີ່ຈໍານວນພົນລະເມືອງອາເມຣິກັນ ເຊື້ອສາຍລາວໃນ ສະຫະລັດ
ແຜນທີ່ຈໍານວນພົນລະເມືອງອາເມຣິກັນ ເຊື້ອສາຍລາວໃນ ສະຫະລັດ

ນັບແຕ່ປີ 1790 ເປັນຕົ້ນມາ ທຸກໆ 10 ປີໃດ ລັດຖບານ ສະຫະລັດ ແມ່ນ ດໍາເນີນ ການສໍາຫລວດພົນລະເມືອງຄັ້ງນຶ່ງ. ປີນີ້ການນັບຈໍານວນພົນລະເມືອງ ກໍໄດ້ບັນ ຈົບຄົບຮອບມາອີກຄັ້ງ ແລະ ກໍເຊັ່ນດຽວກັນກັບຄັ້ງກ່ອນ ໆ ການສໍາຫລວດພົນ ລະເມືອງຢູ່ໃນ 49 ລັດ ແລະ 5 ແດນດິນຂອງປະເທດຈະເລີ້ມຕົ້ນຂຶ້ນຢ່າງເປັນ ທາງການໃນວັນທີ 1 ເມສາ ທີ່ຈະມາເຖິງນີ້. ສ່ວນຢູ່ລັດອາລັສກາ ແມ່ນໄດ້ຈັດຂຶ້ນ ໃນເດືອນມັງກອນຜ່ານມາແລ້ວ. ຂະນະທີ່ມີການກະກຽມການດໍາເນີນການນັບ ພົນລະເມືອງຢູ່ທົ່ວປະເທດນີ້ ທາງວີໂອເອ ກໍໄດ້ສໍາພາດບັນດານັກເຄື່ອນໄຫວ ເພື່ອສົ່ງເສີມສິດສະເໝີພາບ ແລະຜົນປະໂຫຍດຂອງປະຊາຄົມລາວ ໃນສະຫະ ລັດ 3 ທ່ານ ທີ່ເປັນຜູ້ປະສານງານ ແລະປຸກລະດົມຄົນໃນປະຊາຄົມລາວ ຢູ່ໃນ ລັດ ອາຣີໂຊນາ, ລັດຈໍເຈຍ ຕະຫລອດທັງທົ່ວປະເທດໃຫ້ເອົາໃຈໃສ່ ເຂົ້າຮ່ວມ ໃນການສໍາຫລວດພົນລະເມືອງທີ່ສໍາຄັນອັນນີ້. ລາຍລະອຽດຈະເປັນ ແນວໃດ ນັ້ນ ຂໍເຊີນທ່ານໄປຮັບຟັງຈາກບົວສະຫວັນ ໄດ້ໃນອັນດັບຕໍ່ໄປ.

ທ່ານຜູ້ຟັງທີ່ເຄົາລົບ, ສໍາລັບຄົນລາວຢູ່ໃນສະຫະລັດຫລາຍຄົນມາຮອດມື້ນີ້ ກໍອາດຈະໄດ້ຮັບຟອມສໍາຫລວດພົນລະເມືອງ ທີ່ສົ່ງທາງໄປສະນີຈາກຫ້ອງການ ສະຖິຕິພົນລະເມືອງອາເມຣິກັນ ທີ່ສົ່ງໄປຫາທ່ານ ໃນໄລຍະວັນທີ 12 ຫາ 20 ຜ່ານມາໃນເດືອນນີ້ ແລ້ວເນາະ. ນັບແຕ່ປີ 1790 ເປັນຕົ້ນມາ ອີງຕາມລັດຖະ ທໍາມະນູນຂອງສະຫະລັດແລ້ວທຸກໆ 10 ປີໃດລັດຖະບານຕ້ອງທໍາການສໍາຫຼວດ ພົນລະເມືອງຄັ້ງນຶ່ງ. ສໍາລັບການສໍາຫລວດພົນລະເມືອງປີ 2020 ນີ້, ກໍເໝືອນ ກັນກັບຄັ້ງກ່ອນໆ ຈະເລີ້ມຕົ້ນຢ່າງເປັນທາງການໃນວັນທີ 1 ເມສາທີ່ຈະມາເຖິງ ນີ້ ຢູ່ 49 ລັດ ແລະ 5 ແດນດິນຂອງປະເທດ. ສ່ວນຢູ່ລັດອາລາສກາ ທີ່ເປັນ ເຂດທີ່ມີ ອາກາດໜາວຈັດ ແລະ ມີຄົນຢູ່ອາໄສຢູ່ໃນເຂດຫ່າງໄກສອກຫລີກນັ້ນ ແມ່ນໄດ້ ຈັດຂຶ້ນແລ້ວໃນເດືອນມັງກອນຜ່ານມາ

ໂດຍທີ່ຫລິງເຫັນຄວາມສໍາຄັນຂອງການຖືກນັບເຂົ້າເປັນພົນລະເມືອງຂອງອາເມຣິກາ ສໍາລັບຄົນລາວຢູ່ໃນສະຫະລັດນັ້ນ ບັນດານັກເຄື່ອນໄຫວເພື່ອສົ່ງເສີມສິດທິ ແລະ ຜົນປະໂຫຍດຂອງປະຊາຊົນລາວ ໂດຍສະເພາະກໍແມ່ນ ພວກທີ່ເປັນ ຄະ ນະກໍາມະການ ແລະຜູ້ປະສານງານປະຈໍາທ້ອງຖິ່ນ ຂອງອົງການພັນທະມິດ ແຫ່ງຊາດຂອງຊາວອາເມຣິກັນເຊື້ອສາຍລາວຫລື LANA ກໍໄດ້ຮ່ວມມືກັນອອກ ແຮງປຸກລະດົມ ໃຫ້ທຸກຄົນການເຂົ້າຮ່ວມໃນຂະບວນການນັບຈໍານວນພົນລະ ເມືອງ ດັ່ງທີ່ທ່ານບັນດິດ ພອນພິບູນ, ຜູ້ອາວຸໂສໃນເມືອງຟີນິກ, ລັດອາຣີໂຊນາ ທີ່ເປັນຜູ້ນໍາພາບັນດາຄົນລາວລຸ້ນໜຸ່ມນ້ອຍ ປະມານ 10 ຄົນ ຢູ່ໃນເມືອງຂອງ ທ່ານ ທີ່ມີຈິດໃຈຢາກຊ່ວຍເຫລືອຄົນລາວນັ້ນ ຊີ້ແຈງສູ່ຟັງວ່າ:

ການໂຮມຊຸມນຸມໃນຮ້ານພີຊາແຫ່ງນຶ່ງໃນລັດຈໍເຈຍເພື່ອຮຽນຮູ້ການສໍາຫລວດພົນລະເມືອງຂອງປະຊາຄົມລາວໃນ ສຫລ
ການໂຮມຊຸມນຸມໃນຮ້ານພີຊາແຫ່ງນຶ່ງໃນລັດຈໍເຈຍເພື່ອຮຽນຮູ້ການສໍາຫລວດພົນລະເມືອງຂອງປະຊາຄົມລາວໃນ ສຫລ

ນອກຈາກນັ້ນແລ້ວ ການທີ່ຄົນລາວທຸກຄົນທີ່ອາໄສຢູ່ໃນສະຫະລັດຖືກນັບເອົາ ຢູ່ ໃນຕອນທີ່ມີການສໍາຫລວດພົນລະເມືອງຢູ່ນີ້ ຍັງມີຄວາມສໍາຄັນຕໍ່ການສຶກ ສາ ຂອງລູກຫລານຂອງພວກເຮົາອີກດ້ວຍ ດັ່ງທີ່ທ່ານ ເຈຊັນ ຄູນທະລັງສີ, ປະທານສະມາຄົມລາວ-ອາເມຣິກັນໃນລັດຈໍເຈຍ, ຊາຍໜຸ່ມເຊື້ອສາຍລາວອະທິບາຍໃຫ້ ຟັງວ່າ:

ໃນການເຂົ້າໄປຫາປະຊາຄົມລາວ ທີ່ມີຫລາຍເກນອາຍຸ ແລະຫລາຍລະດັບ ຄວາມຮູ້ດ້ານເຕັກໂນໂລຈີ ທັງຢູ່ຫລາຍບ່ອນ ຫລາຍແຫ່ງແຕກຕ່າງກັນ ເພື່ອ ອະທິບາຍໃຫ້ເຂົາເຈົ້າເຖິງຄວາມສໍາຄັນ ແລະປະກອບສ່ວນເຂົ້າໃນ ການນັບ ພົນລະເມືອງໃນສະຫະລັດຄັ້ງນີ້ນັ້ນ ພວກນັກເຄື່ອນໄຫວກໍໄດ້ໃຊ້ຫລາຍ ແບບ ຫລາຍວິທີຕາມຄວາມເໝາະສົມ ດັ່ງທີ່ ທ່ານ ເຈຊັນ ອະທິບາຍວ່າ:


ສ່ວນປະຊາຊົນທີ່ເປັນຜູ້ທີ່ມີອາຍຸແກ່ແດ່ ແລະບໍ່ຄ່ອຍໄດ້ໃຊ້ສື່ສັງຄົມອອນລາຍນັ້ນ ທາງຄະນະປະສານງານດ້ານການເກັບກໍາຕົວເລກພົນລະເມືອງຂອງສະຫະລັດນີ້ ກໍໄດ້ໃຊ້ວິທີການແບບດັ້ງເດີມ ເຊັ່ນການໂອ້ລົມແບບສ່ວນຕົວ ຢູ່ຕາມວັດ ຫລື ຜ່ານທາງໂທລະສັບ ເພື່ອໃຫ້ມີຄວາມລຶ້ງເຄີຍ ແລະເຊື່ອໃຈກັນ ແລ້ວເຂົາເຈົ້າ ຈຶ່ງຈະປະຕິບັດຕາມການແນະນໍາຂອງຄະນະນີ້ ດັ່ງການອະທິບາຍຂອງທ່ານບັນ ດິດວ່າ:

ເມື່ອເວົ້າເຖິງວີທີການຂຽນຟອມສໍາຫລວດພົນລະເມືອງນີ້ ແມ່ນເຮັດໄດ້ຫລາຍ ວິທີ ຊຶ່ງມີທັງການຂຽນໃສ່ຟອມທີ່ສົ່ງມາທາງໄປສະນີ ແລ້ວສົ່ງກັບໄປ, ການ ປະກອບ ແລະຍື່ນຟອມທາງອອນລາຍ ແລະການໂທລະສັບໄປຫາເບີໂທຟຣີ ທີ່ຂຽນຢູ່ໃນແບບຟອມທີ່ສົ່ງມາທາງໄປສະນີນັ້ນ, ອີງຕາມຄໍາແນະນໍາຂອງ ທ່ານນາງ ອະນຸສອນ ສີລິວົງໄຊ ຈັນທະຣາສີ ສີຫາມາຍາ, ຄະນະກໍາມະການ ທ່ານນຶ່ງຂອງອົງການ LANA, ຮັບຜິດຊອບປະສານງານດ້ານການເກັບກໍາ ສະຖິຕິພົນລະເມືອງ ທີ່ໄດ້ຈັດຕັ້ງລະດົມເອົາອາສາໝັກ ຢູ່ໃນແຕ່ລະລັດໃຫ້ ເຂົ້າໄປໂອ້ລົມກັບປະຊາຊົນ ເຊື້ອສາຍລາວໃນທຸກລັດຢູ່ໃນປະເທດນີ້.

ໃນການຂຽນຈໍານວນຄົນໃນຄອບຄົວໃສ່ນັ້ນ ກໍຕ້ອງໄດ້ນັບເອົາໝົດທຸກຄົນ ລວມທັງ ແອນ້ອຍເກີດໃໝ່ໆ ດັ່ງທີ່ທ່ານນາງອານຸສອນອະທິບາຍໃຫ້ຟັງວ່າ:

ເຊັ່ນດຽວກັບກັບການກິດຈະກໍາຕ່າງໆ ທີ່ພົວພັນກັບປະຊາຄົມເປັນຈໍານວນ ຫລວງຫລາຍໃນໂລກ ການປຸກລະດົມໃຫ້ຄົນລາວ ກໍຄືຄົນໃນປະຊາຄົມອື່ນ ໃນສະຫະລັດເຂົ້າຮ່ວມໃນການສໍາຫລວດພົນລະເມືອງນີ້ ກໍໄດ້ຮັບຜົນກະທົບ ຈາກການລະບາດຂອງເຊື້ອໄວຣັສ ໂຄໂຣນາ ທີ່ເຮັດໃຫ້ຄົນປ່ວຍຢູ່ໃນປະເທດນີ້ ຫລາຍກວ່າ 53,000 ຄົນ ແລະເສຍຊີວິດໄປແລ້ວ ຫລາຍກວ່າ 700 ຄົນນັ້ນ. ສະນັ້ນ ວັນກໍານົດເສັ້ນຕາຍໃນການສໍາຫລວດຄົນໃຫ້ແລ້ວນີ້ ກໍໄດ້ເລື່ອນຈາກ ວັນ
ທີ 31 ກໍລະກົດ ໄປເປັນວັນທີ 14 ສິງຫາປີນີ້ ແລະການຊ່ວຍເຫລືອຄົນລາວໃຫ້ ເຂົ້າໃຈໃນການຂຽນຟອມ ກໍຈະເຮັດຜ່ານສື່ສັງຄົມອອນລາຍ ເຊັ່ນເຟັສບຸກ, ຢູທູບ, ອິນສຕາແກຣມ, ທວີດເຕີ ແລະໂທລະສັບເປັນສ່ວນໃຫຍ່, ອີງຕາມທ່ານ ນາງ ອານຸສອນ. ພິເສດ ໃນວັນທີ 1 ເມສາ ຊຶ່ງເປັນວັນສໍາຫລວດ ພົນລະເມືອງ ຢ່າງ ເປັນທາງການຂອງສະຫະລັດນັ້ນ, ທາງອົງການລານາ ກໍຈະເປີດສາຍດ່ວນ ຫລື Hotline, ໃຫ້ຄະນະກໍາມະການຈໍານວນນຶ່ງຂອງອົງການນີ້ ປະຈໍາການ ເພື່ອໃຫ້ ຄວາມຊ່ວຍເຫລືອ ຫລືຕອບຂໍ້ຂ້ອງໃຈຂອງພີ່ນ້ອງລາວ ໃນສະຫະລັດ.

ອ່ານສະຫລຸບຫຍໍ້ລາຍງານນີ້ເປັນພາສາອັງກິດຢູ່ລຸ່ມນີ້

Lao-American Community Development Leaders Reach Out to Help Their Communities to Participate in 2020 Census

Three Lao-American leaders in Georgia and Arizona, who are members of Laotian American National Alliance (LANA), shared with Lao Service about how they raise awareness of US Census and how they reach out to Lao community in different areas of the country. They also talked about how they adapt their strategies in reaching out to help Lao-Americans fill 2020 Census forms amid the hard hit of Coronavirus. They cancelled meetings in person in public places, such as in temples, to focus on using more social media and telephone. Particularly, on April 01, the official date of Census begins, LANA set up hotline for people to call in to talk to the representatives when they have questions or need help.

XS
SM
MD
LG