ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພັກປະຊາຊົນປະຕິວັດ ລາວ ຈະສົ່ງເສີມໃຫ້ແມ່ຍິງ ລາວ ໄດ້ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ ໃຫ້ເຖິງ 35 ເປີເຊັນ


ປະທານສະພາແຫ່ງຊາດ ລາວ ທ່ານນາງ ປານີ ຢາທໍ່ຕູ້, ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10.
ປະທານສະພາແຫ່ງຊາດ ລາວ ທ່ານນາງ ປານີ ຢາທໍ່ຕູ້, ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10.

ພັກປະຊາຊົນປະຕິວັດ ລາວ ຈະສົ່ງເສີມໃຫ້ແມ່ຍິງ ລາວ ໄດ້ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາຂັ້ນແຂວງໃຫ້ເຖິງ 35 ເປີເຊັນຂອງຈຳນວນສະມາຊິກທັງໝົດໃນການເລືອກຕັ້ງທັງ 2 ສະພາໃນວັນທີ 21 ກຸມພານີ້.

ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຢືນຢັນວ່າພັກປະຊາ ຊົນປະຕິວັດ ລາວ ໄດ້ກຳນົດແຜນການເປົ້າໝາຍຢ່າງຄັກແນ່ແລ້ວວ່າຈະໃຫ້ການສະໜັບສະໜູນສົ່ງເສີມໃຫ້ແມ່ຍິງລາວ ໄດ້ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃຫ້ໄດ້ໃນສັດສ່ວນ 35 ເປີເຊັນຂອງຈຳນວນສະມາຊິກທັງໝົດໃນທັງ 2 ສະພາ ທັງນີ້ໂດຍການເພີ່ມຈຳ ນວນຜູ້ສະໝັກເພດຍິງ ເພື່ອເຂົ້າຮ່ວມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງທີ່ໄດ້ກຳນົດໃຫ້ມີຂຶ້ນໃນວັນທີ 21 ກຸມພາ 2021 ທີ່ຈະເຖິງນີ້ ດັ່ງທີ່ທ່ານ ທອງສະຫວັນ ໄດ້ໃຫ້ການຢືນຢັນວ່າ

“ເພິ່ນໃຫ້ມີເພດຍິງທີ່ລົງສະໝັກສະພາແຫ່ງຊາດ ແລະ ສະພາແຂວງນີ້ບໍ່ໃຫ້ຫຼຸດ 35 ເປີເຊັນ ບັດນີ້ຕົວແທນກໍໄດ້ຈາກ 4 ໝວດພາສາ ອັນນີ້ເວົ້າທົ່ວປະເທດ ນຶ່ງພາສາ ລາວ, ສອງມອນ-ຂະແມ, ສາມແມ່ນກຸ່ມມົ້ງ-ອີມຽນ, ກຸ່ມທີສີ່ນີ້ ຈີນ-ຕິເບດ ອັນນີ້ແມ່ນກຸ່ມພາສາຢູ່ໃນ ສປປ ລາວ ເຮົາທີ່ມີເນາະ ສ່ວນຢູ່ນະຄອນຫຼວງກະແມ່ນສຸດແລ້ວແຕ່ຕາມສະພາບຂອງແຕ່ລະທ້ອງຖິ່ນ ວ່າຈະມີຈັກໝວດພາສາ ທີ່ສັງກັດຢູ່ໃນເຂດນະຄອນຫຼວງ ອັນນີ້ກະແມ່ນທັດສະນະຂອງພັກທີ່ໃຫ້ມີກັບໂຄງປະກອບນີ້.”

ທັງນີ້ການເລືອກຕັ້ງໃນວັນທີ 21 ກຸມພາ 2021 ຈະມີການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ 164 ຄົນຈາກຜູ້ສະໝັກທັງໝົດ 224 ຄົນ ແລະ ເລືອກເອົາສະມາຊິກສະພາຂັ້ນແຂວງ​ 492 ຄົນຈາກຜູ້ສະໝັກ 789 ຄົນ.

ສ່ວນທ່ານ ຄຳບຸນໜັກ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ-ປ່າໄມ້ຢືນຢັນວ່າ ເປົ້າໝາຍສຳຄັນຂອງການພັດທະນາຄວາມສະເໝີພາບລະຫວ່າງ ຍິງ-ຊາຍໃນຊ່ວງປີ 2016-2020 ກໍຄືການສົ່ງເສີມໃຫ້ແມ່ຍິງ ລາວ ມີສ່ວນຮ່ວມໃນບົດບາດ ແລະ ຕຳແໜ່ງຕ່າງໆໃນຄະນະລັດຖະບານ ແລະ ສະພາແຫ່ງຊາດໃຫ້ໄດ້ເຖິງ 20 ເປີເຊັນ ແລະ 30 ເປີເຊັນຕາມລຳດັບ ຫາກແຕ່ກໍຍັງບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ໂດຍທາງການ ລາວ ໄດ້ກວດກາໃນ 6 ດ້ານຄືການລົບລ້າງທຸກການຈຳແນກຕໍ່ແມ່ຍິງ, ການກຳຈັດການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ, ການກຳຈັດການຄ້າມະນຸດ ແລະ ຂູດຮີດທາງເພດທຸກຮູບແບບ, ການກຳຈັດທຸກການກະທຳທີ່ເປັນອັນຕະລາຍຕໍ່ແມ່ຍິງເຊັ່ນ ການແຕ່ງງານໃນໄວໜຸ່ມ ແລະ ການບັງຄັບໃຫ້ແຕ່ງງານ, ການຕອບສະໜອງດ້ານບໍລິການທາງສັງຄົມ ແລະ ການສົ່ງເສີມໃຫ້ມີການຮັບຜິດຊອບຮ່ວມກັນໃນຄົວເຮືອນ, ການຮັບປະ ກັນໃຫ້ແມ່ຍິງມີຄວາມເທົ່າທຽມກັບຜູ້ຊາຍໃນການຕັດສິນໃຈໃນທາງການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມຢ່າງສະເໝີພາບ.

ຫາກແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວກໍບໍ່ແມ່ນເລື່ອງງ່າຍໆໂດຍຄະນະກຳມາທິການສົ່ງເສີມ ແລະ ຄຸ້ມຄອງສິດທິສະຕີ ແລະ ເດັກໃນອາຊຽນ ໄດ້ລາຍງານວ່າການຈັດຕັ້ງປະຕິບັດແຜນ ການພັດທະນາເພື່ອຄວາມສະເໝີພາບລະຫວ່າງ ຍິງກັບຊາຍໃນ ລາວ ມີຄວາມຄືບໜ້າຕໍ່າຫຼາຍເພາະການຈັດຕັ້ງປະຕິບັດສ່ວນໃຫຍ່ເປັນງານເອກະສານ ດັ່ງຈະເຫັນໄດ້ຈາກການບັງຄັບໃຊ້ກົດ ໝາຍພັດທະນາ ແລະ ຄຸ້ມຄອງແມ່ຍິງ ເມື່ອປີ 2004 ການປະກາດເປົ້າໝາຍໃນການເພີ່ມບົດບາດຂອງແມ່ຍິງໃຫ້ໄດ້ເຖິງ 30 ເປີເຊັນຂອງຕຳແໜ່ງທາງການເມືອງທັງໝົດໃນປີ 2015 ແຕ່ວ່າກໍບໍ່ສາ ມາດປະຕິບັດໄດ້ຈິງ ຕົວຢ່າງຄືມີແມ່ຍິງບໍ່ເຖິງ 3 ເປີເຊັນທີ່ເປັນຜູ້ບໍລິຫານຂັ້ນສູງໃນອຳນາດການປົກຄອງແຂວງເຊກອງໃນປັດຈຸບັນນີ້.

ສ່ວນເຈົ້າໜ້າທີ່ຂັ້ນສູງຂອງສະຫະພັນແມ່ຍິງ ລາວ ເປີດເຜີຍວ່າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກທີ່ເປັນໜ່ວຍງານຂອງສະຫະພັນແມ່ຍິງລາວ ສາມາດໃຫ້ການຊ່ວຍເຫຼືອແມ່ຍິງລາວທີ່ຕົກເປັນເຫຍື່ອຂອງແກັ່ງຄ້າມະນຸດຂ້າມຊາດໄດ້ 146 ຄົນໃນຮອບປີທີ່ຜ່ານມາ ໃນນີ້ແບ່ງເປັນ 94 ຄົນທີ່ຕົກເປັນເຫຍື່ອຂອງແກັ່ງຄ້າມະນຸດໃນ ຈີນ ກັບ 17 ຄົນໃນ ໄທ ແລະ 3 ຄົນໃນ ຫວຽດນາມ ສ່ວນທີ່ເຫຼືອ 32 ຄົນນັ້ນຕົກເປັນເຫຍື່ອຂອງການຄ້າມະນຸດໃນ ລາວ ທີ່ມີເຄືອຂ່າຍທັງຢູ່ໃນ ຈີນ, ໄທ ແລະ ຫວຽດນາມ ໂດຍແມ່ຍິງ ລາວ ຖືກຫຼອກໃຫ້ແຕ່ດອງກັບຜູ້ຊາຍຕ່າງຊາດແລ້ວກໍຖືກບັງຄັບໃຫ້ຂາຍບໍລິການທາງເພດ ເມື່ອເດີນທາງໄປປະເທດຂອງຝ່າຍຊາຍແລ້ວນັ້ນ.

ທາງດ້ານພັນໂທ ສຸສີວັນ ລາດຊະວົງ ຫົວໜ້າຫ້ອງການຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນຖະແຫຼງວ່າໃນປີຜ່ານມາ ຜະແນກຕ້ານການຄ້າມະນຸດໄດ້ກວດກາໂຮງແຮມ, ບ້ານພັກ, ຮ້ານກິນດື່ມ ແລະ ສະຖານບັນເທີງຕ່າງໆຈຳນວນທັງໝົດ 2,425 ແຫ່ງພົບວ່າ 109 ແຫ່ງທີ່ມີການລັກລອບຂາຍບໍລິການທາງເພດໂດຍແມ່ຍິງ ລາວ 15,340 ກວ່າຄົນ.

XS
SM
MD
LG