ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວ​ລາວ​ບາງ​ຄົນ​ບໍ່​ເຫັນ​ດີ​ນຳ ​ການເອົາ​ທ່າ​ທີ​ຂອງ​ລັດ​ຖະ​ບານ​ລາວ ໃນ​ເວ​ທີສາ​ກົນ​ ເລື້ອງລະ​ເມີດ​ສິ​ດ​ທິ​ມະ​ນຸດ​ຂອງ ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ


ພວກ​ຜູ້​ຊາຍ​ພາ​ກັນ​ໃສ່​ຊຸດ​ປ້ອງ​ກັນ​ພະ​ຍາດ​ຂຸດ​ເອົາ​ສົ​ບຂອງ​ພົນ​ລະ​ເຮືອນ​ທີ່​ຖືກ​ສັງ​ຫານ​ໝູ່ຢູ່​ໃນ​ເມືອງ Bucha ຊຶ່ງ​ເປັນ​ເຂດ​ຍຶດ​ຄອງ​ຂອງ​ຣັດ​ເຊຍ​ຢູ່​ຊານ​ເມືອງຂອງ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ​ໃນວັນ​ທີ 13 ເມ​ສາ, 2022.
ພວກ​ຜູ້​ຊາຍ​ພາ​ກັນ​ໃສ່​ຊຸດ​ປ້ອງ​ກັນ​ພະ​ຍາດ​ຂຸດ​ເອົາ​ສົ​ບຂອງ​ພົນ​ລະ​ເຮືອນ​ທີ່​ຖືກ​ສັງ​ຫານ​ໝູ່ຢູ່​ໃນ​ເມືອງ Bucha ຊຶ່ງ​ເປັນ​ເຂດ​ຍຶດ​ຄອງ​ຂອງ​ຣັດ​ເຊຍ​ຢູ່​ຊານ​ເມືອງຂອງ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ​ໃນວັນ​ທີ 13 ເມ​ສາ, 2022.

ໃນສອງ​ຄັ້ງ​ທີ່​ຜ່ານ​ມາ ສ​ປ​ປ ລາວ​ໄດ້​ງົດອອກ​ສຽງ​ກ່ຽວ​ກັບ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ຫລັງ​ຈາກ​ຣັດ​ເຊຍ​ເລີ້ມ​ບຸກ​ລຸກ​ປະ​ເທດ​ດັ່ງ​ກ່າວຢ່າງ​ເຕັມ​ສ່ວນນັບ​ແຕ່​ວັນ​ທີ 24 ກຸມ​ພາ​ເປັນ​ຕົ້ນ​ມາ. ແຕ່​ວ່າ ໃນ​ວັ​ທີ 7 ເມ​ສາ​ຜ່ານ​ມານີ້ ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ເອົາ​ບາດ​ກ້າ​ວ​ທີ່​ບໍ່​ຄ່ອຍ​ເຫັນ​ກັນດ້ວຍ​ການຈັດ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງຕໍ່​ຍັດ​ຕິທີ່ສັ່ງ​ໃຫ້​ຣັດ​ເຊຍ​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຊົ່ວ​ຄາວ​ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ. ໃນ​ກ​ານ​ລົງ​ຄະ​ແນນ​ສຽງ​ຄັ້ງ​ທີ 3 ລາວ​ແມ່ນ​ຮວມ​ຢູ່​ໃນ 24 ປະ​ເທດ​ທີ່ບໍ່​ເຫັນ​ດີ​ນຳ​ຍັດ​ຕິດັ່ງ​ກ່າວ ​ຂະ​ນະ​ທີ່ ມີ 93 ປະ​ເທດ​ທີ່​ເຫັນ​ດີ​ນຳ ແລະ 58 ປະ​ເທດບໍ່​ອອກ​ສຽງ​. ນີ້​ເປັນ​ການສ​ະ​ແດງ​ໃຫ້​ເຫັນເຖິງທ່າ​ທີທາງ​ການ​ເມືອງຂອງ​ລາວ​ທີ່​ໜັກ​ແໜ້ນ​ຂຶ້ນ​ຕໍ່​ເລື້ອງ​ການ​ບຸກ​ລຸກຂອງ​ຣັດ​ເຊຍໃນ​ຢູເຄ​ຣນ​ທີ່ເປັນ​ການ​ຂັດ​ຕໍ່​ສຽງ​ສ່ວນ​ຫລາຍ​ໃນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ຄົນ​ລາວ​ບາງ​ຄົນ​ເຫັນ​ວ່າ​ມັນບໍ່​ຖືກ​ຕ້ອງ​ເລີຍ ດັ່ງ​ທີ່​ພະ​ນັກ​ງານ​ອາ​ວຸ​ໂສໃນ​ອົງ​ການ​ສາ​ກົນທ່ານ​ນຶ່ງ ​ທີ່​ຕິດ​ຕາມ​ເລື້ອງນີ້​ມາ​ຕະ​ຫລອດ​ໃຫ້​ທັດ​ສະ​ນະວ່າ:

ທ່ານບອກ​ອີກວ່າ ​ການ​ລະ​ເມີດ​ສິດ​ມະ​ນຸດ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນນັ້ນ ເປັນ​ການ​ຈະ​ແຈ້ງ​ທີ່​ສຸດ ເພາະ​ມີ​ການ​ເກັບ​ກຳ​ຫລັກ​ຖານ​ມາ​ຈາ​ກ​ຫລາຍ​ແຫລ່ງ​ ແລະ​ມີ​ພາບ​ທີ່​ຖ່າຍ​ຈາກ​ດາວ​ທຽມ​ໃນ​ມື້​ທີ່​ເກີດ​ເຫດປະ​ກອບ​ໄປ​ນ້ຳ​ດ້ວຍ. ແຕ່ເນື່ອງ​ຈາກ​ການ​ເສບ​ຂ່າວ​ຂອງ​ຄົນ​ລາວ ແລະ​ການ​ນຳ​ບາງ​ຄົນ ແມ່ນບໍ່​ໄດ້ມາ​ຈາກ​ຫລາຍ​ແຫລ່ງ ທີ່​ໜ້າ​ເຊື່ອ​ຖື​ໄດ້​ຈຶ່ງ​ສະ​ຫລຸບ​ວ່າຢູ​ເຄ​ຣນ​ເປັນ​ຜູ້​ເສກ​ສັນ​ປັ້ນ​ເລື້ອງຂຶ້ນ​ມາ ຊຶ່ງທ່ານ​ອະ​ທິ​ບາຍ​ວ່າ:

​ທ່ານບອກວ່າ​ມັນເປັນ​ໄປ​ບໍ່​ໄດ້​ທີ່​ລັດ​ຖະ​ບານ​ຢູ​ເຄ​ຣນ​ຈະ​ເອົາ​ສົບ​ຂອງ​ປະ​ຊາ​ຊົນ​ຂອງ​ຕົນ​ເອງ​ມາ​ຮວມ​ກັນແລ້ວ​ສ້າງວີ​ດິ​ໂອ ແລະ​ພາບ​ຂຶ້ນ​ມາ​ ເພື່ອ​ຈະ​ໃສ່​ຮ້າຍ​ປ້າຍ​ສີ​ຢູ​ເຄ​ຣນໄດ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

International Prosecutors: ‘Ukraine Is a Crime Scene’
please wait

No media source currently available

0:00 0:03:46 0:00
XS
SM
MD
LG