ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳ​ເຫັນ​ຂອງ​ຄົນ​ລາວ ບາງ​ຄົນ ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຣັດ​ເຊຍ ແລະ​ປະ​ເທດ​ອື່ນ ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ


ການ​ເກັບ​ກູ້​ລະ​ເບີດ​ທີ​ຕົກ​ຄ້າງ​ຍັງ​ບໍ່​ທັນ​ແຕກ​ໃນ​ປາງ​ສົງ​ຄາມ​ຢູ່​ລາວ
ການ​ເກັບ​ກູ້​ລະ​ເບີດ​ທີ​ຕົກ​ຄ້າງ​ຍັງ​ບໍ່​ທັນ​ແຕກ​ໃນ​ປາງ​ສົງ​ຄາມ​ຢູ່​ລາວ

ໃນ​ການ​ດໍ​າ​ເນີນຄວາມ​ພະ​ຍາ​ຍາມ​ເພື່ອເກັບກູ້ລະເບີດທີ່ບໍ່ທັນແຕກ ຫລື UXO ແລະ
ວຽກງານການດູແລຄົນພິການນັ້ນ ລັດ​ຖະ​ບານ​ລາວ ​ກໍ​ໄດ້​ຮັບການ​ຊ່ວຍ​ເຫລືອ​ຈາກ​
ຫລາຍ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ ສະ​ຫະ​ລັດອາ​ເມ​ຣິ​ກາ ທີ່​ມີຄວາມໝາຍໝັ້ນ ໃນ
ໄລຍະຍາວ ໃນການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານນີ້. ແຕ່​ວ່າ​ຣັດ​ເຊຍ​ກໍ​ບໍ່​ເຄີຍ​ໄດ້​ຍື່ນ​ມື​ມາ​
ໃຫ້​ການ​ຊ່ວຍ​ເຫຼືອ​ລາວຈົນ​ກວ່າ​ມາ​ຮອດ​ໄລ​ຍະ​ມໍ່ໆ​ມານີ້. ສະ​ນັ້ນ ທາງວີ​ໂອ​ເອ​ກໍ​ໄດ້​ສຳ​
ພາດກັບ​ເຈົ້າ​ໜ້າ​ທີ່​ຂອງ​ລາວ ແລະ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກລະເບີດທີ່ບໍ່ທັນແຕກຈຳ​
ນວນ​ນຶ່ງ. ລາຍ​ລະ​ອຽດ​ຈະ​ເປັນ​ແນ​ວ​ໃດ​ນັ້ນ ຂໍ​ເຊີນ​ທ່ານ​ຮັບ​ຟັງ​ ຈາກ​ກິ່ງ​ສະ​ຫວັນ ນັກ​
ຂ່າວ​ຂອງ​ພວກ​ເຮົາ​ໄດ້​ເລີຍ:

ຫລາຍທົດສະວັດມາແລ້ວ ທີ່ສົງຄາມແຫຼມອິນດູຈີນ (1964-1975) ໄດ້ສິ້ນສຸດລົງ ແຕ່ວ່າລະເບີດທີ່ຕົກຄ້າງຈາກປາງສົງຄາມນັ້ນກໍຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດຂອງ ປະ
ຊາຊົນຢູ່ ຊຶ່ງເຮັດໃຫ້ຢ່າງໜ້ອຍ 20 ພັນຄົນຢູ່ໃນລາວ ເສຍຊີວິດ ຍ້ອນລະເບີດ ບໍ່ທັນ
ແຕກ ນັບແຕ່ສົງຄາມດັ່ງກ່າວສິ້ນສຸດລົງ, ອີງຕາມຂໍ້ມູນໃນເວັບໄຊທ໌ຂອງອົງ ການ
Legacies of War ຫລື ສິ່ງຕົກຄ້າງຈາກສົງຄາມ, ອົງການບໍ່ຫວັງຜົນກໍາໄລ ທີ່ຕັ້ງ
ຢູ່ໃນນະຄອນຫຼວງວໍຊິງຕັນ ເພື່ອຫາທຶນສະໜັບສະໜຸນ ການເກັບກູ້ລະເບີດ ບໍ່ທັນ
ແຕກຢູ່ໃນລາວ ປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດປະເທດນຶ່ງໃນໂລກ.

ລັດ​ຖະ​ບານ​ສະ​ຫະ​ລັດ ມອບ​ລົດ Toyota Landcruiser 15 ຄັນ​ໃຫ້​ແກ່ໂຄງການ​ເກັບ​ກູ້​ລະ​ເບີດແຫ່ງ​ຊາດ​ຂອງ​ລາວ ຫລື UXO Lao ໃນປີ 2018
ລັດ​ຖະ​ບານ​ສະ​ຫະ​ລັດ ມອບ​ລົດ Toyota Landcruiser 15 ຄັນ​ໃຫ້​ແກ່ໂຄງການ​ເກັບ​ກູ້​ລະ​ເບີດແຫ່ງ​ຊາດ​ຂອງ​ລາວ ຫລື UXO Lao ໃນປີ 2018

ໃນຂະນະທີ່ລັດຖະບານລາວ ກໍາລັງດໍາເນີນຄວາມພະຍາມ ເຮັດໃຫ້ປະເທດຫລຸດ
ພົ້ນ ຈາກສະພາບຂອງປະເທດດ້ອຍພັດທະນາໃຫ້ໄດ້ໃນປີ 2020 ກໍຄືປີໜ້ານີ້ ລະ
ເບີດທີ່ຕົກຄ້າງກໍນອນຢູ່ໃນອຸປະສັກໃຫຍ່ ອັນນຶ່ງຕໍ່ການພັດທະນາປະເທດ ໃຫ້ບັນລຸ
ເປົ້າໝາຍນີ້ໄດ້. ດັ່ງການໃຫ້ສໍາພາດ ຂອງພໍ່ຕຽງລິນ ອະດີດນັກຮົບເກົ່າ ພະນັກ ງານ
ອາວຸດໂສ ຜູ້ເສຍອົງຄະຍ້ອນຖືກລະເບີດ ຊຶ່ງປະຈຸບັນແມ່ນຍ້າຍມາອາໄສຢູ່ ບ້ານຂຸດ
ສາມບາດ, ເມືອງທຸລະຄົມ ແຂວງວຽງຈັນ ຕາມການຈັດສັນທີ່ດິນຂອງລັດ ຖະບານ
ລາວສໍາລັບດິນບ້ານໃຫ້ຢູ່ອາໄສ ຂອງກຸ່ມຄົນເຫຼົ່ານີ້ວ່າ:
“ຂ້າພະເຈົ້າ ແມ່ນຄົນຊຽງຂວາງທີ່ເຄີຍຖືກລະເບີດ ຈົນເຮັດໃຫ້ເສຍອົງຄະ ແລະ ໄດ້ຮັບການປິ່ນປົວດີແລ້ວຫຼາຍປີ, ເສຍໃຈຢູ່ໃນອະດີີດຜ່ານມາ. ດຽວນີ້ໄດ້ຍ້າຍ
ມາຢູ່ບ້ານຂຸດສາມບາດ ເມືອງທຸລະຄົມ ໃນປະຈຸບັນ.”

ເພື່ອຫລຸດຜ່ອນບັນຫາດັ່ງກ່າວ ທາງລັດຖະບານລາວ ກໍໄດ້ຂົນຂວາຍຊອກຫາທຶນ
ຊ່ວຍເຫລືອຈາກຕ່າງປະເທດ ຊຶ່ງອີງຕາມຂໍ້ມູນໃນເວັບໄຊທ໌ຂອງຄະນະກໍາ ມະການ
ຄຸ້ມຄອງລະເບີດບໍ່ທັນແຕກແຫ່ງຊາດ ຫລື UXO-NRA ຊຶ່ງເປັນສະຖາ ບັນຂອງລັດ
ຖະບານລາວນັ້ນ ມີຊາວກວ່າປະເທດແລະຫຼາຍອົງການໃຫ້ຄວາມ ຊ່ວຍເຫລືອໃນ
ດ້ານນີ້ ນັບແຕ່ປີ 1990 ເປັນຕົ້ນມາ ຊຶ່ງນໍາໜ້າໂດຍສະຫະລັດ

ອາເມຣິກາ ຊຶ່ງໃຫ້ທຶນຊ່ວຍເຫລືອທັງໝົດເກືອບຮອດ 51 ລ້ານ 500 ແສນໂດລາ ໃນ
ຊ່ວງປີ 1996 ຫາ 2013 . ພ້ອມກັນນີ້ ທ່ານ​ຄຳ​ແກ້ວ ແສນ​ບຸນ​ຄຸນ​ໄຊ ຮອງ​ລັດ​ຖະ​ມົນ​
ຕີ​ກະ​ຊວງ​ແຮງ​ງານ ແລະ​ສະ​ວັດດີ​ການ​ສັງ​ຄົມ​ຢືນ​ຢັນ​ວ່າ ນັບ​ແຕ່​ປີ 1990 ເປັນ​ຕົ້​ນ​ມາ
ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ​ຫຼາຍກວ່າ
135 ລ້ານ​ໂດ​ລາ​ເພື່ອ​ນຳ​ໃຊ້​ໃນ​ການ​ສໍາ​ຫຼວດແລະ​ເກັບ​ກູ້​ລະ​ເບີດ UXO ແລະ​ໃນ​ປີ
2018 ທາງ​ການ​ສະ​ຫະ​ລັດ ຍັງ​ໄດ້ສົ່ງ​ມອບ​ຍານ​ພາ​ຫາ​ນະ 15 ຄັນ ພ້ອມ​ດ້ວຍ​ອຸບ​ປະ
​ກອນ​ສຳ​ລັບ​ນຳ​ໃຊ້​ໃນ​ການ​ສຳຫຼວດ ແລະ​ເກັບ​ກູ້​ລະ​ເບີດ UXO ຈຳ​ນວນ 150 ຊຸດ​ອີກ
​ດ້ວຍ.

ແຕ່ວ່າຣັດເຊຍ ຊຶ່ງເປັນປະເທດໃຫຍ່ໃນອະດີດສະຫະພາບໂຊຫວຽດ ທີ່ເຄີຍໃຫ້ ການ
ຊ່ວຍເຫຼືອລາວ ໃນດ້ານອາວຸດຍຸດໂທປະກອນຕ່າງໆ ໃນການເຮັດສົງຄາມ ອິນດູຈີນ
ນັ້ນ ກໍບໍ່ເຄີຍຍື່ນມື ເຂົ້າມາ ຊ່ວຍເຫລືອລາວ ໃນດ້ານນີ້ ຈັກເທື່ອ ຈົນມາ ຮອດໄລຍະ
ໃກ້ໆນີ້.ອີງຕາມອົງການຂ່າວ ຊິນຫົວຂອງທາງການຈີນ ທີ່ເຜີຍແຜ່ ໃນວັນທີ 13 ພະ
ຈິກ 2018 ທີ່ອ້າງອີງເຖິງໜັງສືພິມວຽງຈັນທາມສ໌ ຂອງລາວນັ້ນ ທະຫານຂອງຣັດເຊຍ ແລະລາວໄດ້ຮ່ວມກັນ ເກັບກູ້ລະເບີດ ຢູ່ໃນແຂວງບໍລິຄໍາໄຊ ໄດ້ປະມານ 10 ເຮັກຕາ
ໂດຍໃຊ້ອຸປະກອນຂອງຣັດເຊຍ ພາຍໃຕ້ກອບການ ຮ່ວມມືລະຫວ່າງລັດຖະບານ ແລະ ກອງທັບຂອງສອງປະເທດ ລາວກັບ ຣັດເຊຍ ແລະຈະສິ້ນສຸດລົງໃນທ້າຍປີນີ້.

ຕໍ່ສະພາບການທີ່ມີຫລາຍປະເທດໄດ້ຍື່ນມືເຂົ້າມາຊ່ວຍເກັບກູ້ລະເບີດຕົກຄ້າງນີ້ປະຊາ
ຊົນທີ່ເຄີຍໄດ້ຮັບຜົນກະທົບຈາກລະເບີດແຕກໃສ່ ເຊັ່ນພໍ່ຕຽງລິນ, ອະດີດນັກລົບເກົ່າ ເສຍອົງຄະນັ້ນ ກໍພາກັນດີໃຈຫລາຍ ຊຶ່ງພໍ່ຕູ້ໄດ້ເລົ່າສູ່ຟັງວ່າ.
“ດຽວນີ້ເຫັນວ່າມີຫຼາຍປະເທດມາຊ່ວຍເກັບກູ້ລະເບີດ ມີປະເທດ ອະເມລິກາ, ການາ
ດາ, ນີວເຊີແລນ, ອົດສະຕຣາລີ ພິເສດສຸດ ຄືປະເທດຣັດເຊຍໄດ້ສົ່ງທະ ຫານມາພ້ອມ. ດຽວນີ້ເນື້ອທີ່ຜະລິດຫຼາຍຂຶ້ນ ດີໃຈຫຼາຍ ຝາກເຖິງປະຊາຊົນ ໃຫ້ມີສະຕິລະວັງຕົວເພາະ
ຍັງມີລະເບີດຕົກຄ້າງຫຼວງຫຼາຍຢູ່ບ້ານເຮົາ”

ຍ້ອນການຊ່ວຍເຫລືອ ໃນທັງໃນດ້ານເງິນທຶນ ແລະອຸປະກອນ ພ້ອມທັງເຕັກນິກຕ່າງໆ
ຈາກຫຼາຍປະເທດ ເພື່ອເກັບກູ້ລະເບີດບໍ່ທັນແຕກຈາກປາງສົງຄາມນີ້ ເປັນ ເວລາຫຼາຍ

ປີຜ່ານມາກໍເຮັດໃຫ້ມີຄວາມເຂົ້າໃຈເພີ້ມຂຶ້ນໃນໝູ່ປະຊາຊົນ ອາໄສຢູ່ ໃນເຂດທີ່ສ່ຽງໄພ
ສູງ ແລະເຮັດໃຫ້ຜູ້ໄດ້ຮັບເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ຫລຸດລົງດັ່ງການໃຫ້ສໍາ
ພາດຂອງເຈົ້າໜ້າທີ່ຂັ້ນສູງກະຊວງຂອງລາວໜ່ວຍງານ ຮັບ​ຜິດ​ຊອບວຽກງານການ
ເກັບກູ້ລະເບີດບໍ່ທັນແຕກ ໃນ ສປປລາວ ທີ່ກ່າວວ່າ :

“ແຕ່ລະປີມັນຫຼຸດຜ່ອນ ອຸປະຕິເຫດມັນກໍ່ຫຼຸດລົງ ມັນມີໜ່ວຍໂຄສະນາເຮົາເດ ມັນ ເຂົ້າໄປເຖິງບ້ານ ບາງບ້ານເຂົ້າເຖິງມັນກໍ່ສະດວກ ບາງບ້ານກໍມີ ອສບ ອາສາສະ
ໝັກບ້ານ, ພະແນກໂຄສະນາສາຂາໜ່ວຍບ້ານ ເຂົາໃຫ້ຄວາມຮ່ວມມື, ຄັນໄປ ກວດເຂົາກໍດີໃຈ ເຂົາດີໃຈຄັນໄປກວດໃຫ້ ຢູ່ພາກສະໜາມບາງແຂວງ ກໍບໍ່ໃຫ້ ຄວາມຮ່ວມມືຕ້ອງໄດ້ເຮັດເອງ ຄັນໄປກວດເຂົາກໍດີໃຈ ກວດແລ້ວເຂົາກໍເຮັດໄຮ່ ໃສ່ນາຫັ້ນໜາ.”

ສະຫລຸບແລ້ວ ການດໍາເນີນຄວາມ​ພະ​ຍາ​ຍາມ​ໃນການເກັບກູ້ລະເບີດທີ່ບໍ່ທັນແຕກ
ຫລື UXO ແລະວຽກງານການດູແລຄົນພິການນັ້ນ ລັດ​ຖະ​ບານ​ລາວ​ກໍ​ໄດ້​ຮັບການ
​ຊ່ວຍ​ເຫລືອ​ ຈາກ​ຫລາຍ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ ສະ​ຫະ​ລັດອາ​ເມ​ຣິ​ກາ ທີ່​ມີ ຄວາມໝາຍໝັ້ນໃນໄລຍະຍາວໃນການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ດ້ານນີ້. ແຕ່​ວ່າ​ ຣັດ​
ເຊຍ​ກໍ​ບໍ່​ເຄີຍ​ໄດ້​ຍື່ນ​ມື​ມາ ​ໃຫ້​ການ​ຊ່ວຍ​ເຫລືອ​ລາວຈົ ນ​ກວ່າມາ​ຮອດ​ໄລ​ຍະ​ມໍ່ໆ ​ມານີ້.

XS
SM
MD
LG