ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມຄິດເຫັນ ຂອງຄົນລາວ ບາງຄົນ ຕໍ່ການປະທ້ວງ ໃນ ສຫລ ຫລັງການຕາຍ ຂອງ ທ. ຟລອຍດ໌


ສະໄລດ໌ຂອງການປະທ້ວງທົ່ວສະຫະລັດ ກ່ຽວກັບການຕາຍຂອງທ້າວຟລອຍດ໌

ການປະທ້ວງແຜ່ກະຈາຍໄປຫລາຍຮ້ອຍຕົວເມືອງໃນສະຫະລັດ ແລະ ຫລາຍປະເທດທົ່ວໂລກ ເພື່ອຄວາມຍຸຕິທຳດ້ານເຊື້ອຊາດຜິວພັນ ແລະຮຽກຮ້ອງ ໃຫ້ຍຸຕິການກະທໍາທາລຸນຂອງຕຳຫຼວດນັບຕັ້ງແຕ່ຊາຍຜິວດຳຄົນນຶ່ງໄດ້ເສຍຊີວິດໄປ ໃນນະຄອນມິນເນອາໂປລິສເມື່ອວັນທີ 25 ພຶດສະພາມານັ້ນ ເຮັດໃຫ້ຊາວ ລາວຫລາຍຄົນທີ່ ຢູ່ອີກຊີກນຶ່ງຂອງໂລກ ຕິດຕາມຂ່າວນີ້ຈາກວີໂອເອແລະແຫຼ່ງ ຂ່າວອື່ນໆຢ່າງໃກ້ຊິດ. ເຖິງຈະມີການໃຊ້ກໍາລັງປາບປາມຜູ້ປະທ້ວງບາງຄົນເມື່ອ ມີການກະທໍາຮຸນແຮງ ຫລືກໍ່ຄວາມວຸ້ນວາຍຊຶ່ງເປັນສິ່ງບໍ່ສົມຄວນ ແຕ່ຢ່າງໃດກໍ ດີຕາມຄວາມຄິດສ່ວນຕົວຂອງຄົນລາວຜູ້ນຶ່ງ ທີ່ໃຫ້ສໍາພາດກັບວີໂອເອ ກໍແມ່ນ ວ່າ ສະຫະລັດ ຖືວ່າ ເປັນປະເທດນຶ່ງ ທີ່ມີກົດໝາຍຄຸ້ມຄອງ ສິດທິຂອງພົນລະ ເມືອງດີສົມຄວນ ຈຶ່ງເຮັດໃຫ້ບໍ່ພຽງແຕ່ມີການປະທ້ວງ ແຜ່ກະຈາຍອອກຢ່າງໄວ ວາ ແລະກວ້າງຂວາງໄດ້ ແຕ່ກໍຍັງເຮັດໃຫ້ເຈົ້າໜ້າທີ່ຂັ້ນສູງບາງຄົນ ໃນຄະນະ ລັດຖະບານ ກ້າອອກປາກອອກສຽງຄັດຄ້ານວິທີໃຊ້ກໍາລັງຂອງລັດຖະບານປາບ ປາມຜູ້ປະທ້ວງໄດ້ ຊຶ່ງເປັນສິ່ງທີ່ຫລາຍປະເທດ ຄວນຖອນຖອນເອົາບົດຮຽນນີ້. ບົວສະຫວັນ ມີລາຍອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການປະທ້ວງຮຽກຮ້ອງໃຫ້ມີຄວາມຍຸຕິທຳດ້ານເຊື້ອຊາດຜິວພັນແລະໃຫ້ຍຸຕິການກະທໍາທາລຸນຂອງຕຳຫຼວດທີ່ໄດ້ເລີ້ມເກີດຂຶ້ນໃນນຶ່ງມື້ ຫລັງຈາກການຕາຍຂອງທ້າວຈອຣຈ໌ ຟອຣຍດ໌, ຊາຍຜິວດໍາຂະນະທີ່ຢູ່ໃນການຄວບຄຸມໂຕຂອງຕຳຫຼວດ ໃນນະຄອນມິນເນອາໂປລິສ ເມື່ອວັນທີ 25 ພຶດສະພາມານັ້ນ ໄດ້ສ້າງຄວາມ ສົນໃຈໃຫ້ຊາວໂລກ ລວມທັງຄົນລາວຢູ່ໃນປະເທດຈັບຕາມອງເບິ່ງຢ່າງ ບໍ່ຂາດ ໄລຍະ. ຜູ້ນຶ່ງໃນຈໍານວນຊາວລາວຫລາຍຄົນທີ່ຢູ່ໃນລາວຊຶ່ງເປັນອີກຊີກ ຂອງໂລກ ທີ່ໄດ້ຕິດຕາມຂ່າວ ນີ້ຈາກວີໂອເອ ແລະແຫລ່ງຂ່າວອື່ນໆຢ່າງໃກ້ຊິດ ກໍຄືທ່ານ ສົມບູນ ມາສຸວັນ, ພະນັກງານຂັ້ນສູງທີ່ຫາກໍ່ອອກກິນເບັ້ຍບໍານານ ຈາກກະຊວງ ສຶກສາແລະກິລາ ກ່າວຕໍ່ວີໂອເອວ່າ ກໍລະນີການປະທ້ວງເພື່ອໃຫ້ ຍຸຕິການແບ່ງ ແຍກຜິວພັນທີ່ເກີດຂຶ້ນໃນສະຫະລັດແລະ ດັງກ້ອງໄປທົ່ວໂລກຢູ່ ໃນເວລານີ້ ໄດ້ເຮັດໃຫ້ເປັນຕົວຢ່າງຂອງການຕໍ່ສູ້ເພື່ອຄວາມເປັນທໍາຂອງ ປະຊາຊົນໃນປະເທດທີ່ພັດທະນາແລ້ວ.

ອາເມຣິກາ ປະທ້ວງ ຢູ່ນະຄອນຫຼວງວໍຊິງຕັນ
ອາເມຣິກາ ປະທ້ວງ ຢູ່ນະຄອນຫຼວງວໍຊິງຕັນ

ໃນຖານະທີ່ເປັນອະດີດນັກສຶກສາ ທີ່ເຄີຍໄດ້ຮັບທຶນໄປຄົ້ນຄວ້າ ແລະສືບຕໍ່ຮຽນ ໃນຂັ້ນປະລິນຍາໂທ ທີ່ມະຫາວິທະຍາໄລ ເມືອງນີວໂອລີນ, ລັດລຸຍຊີອານາ ຊຶ່ງເປັນລັດທີ່ມີປະຊາຊົນອາເມຣິກັນ ເຊື້ອສາຍອາຟຣິກາອາໄສຢູ່ເປັນຈໍານວນ ຫລາຍ ແລະມີການກໍ່ອາດຊະຍາກໍາສູງລັດນຶ່ງ ໃນສະຫະລັດ ໃນຊຸມປີ 2001-2003 ນັ້ນ ທ່ານສົມບູນ ໃຫ້ທັດສະນະ ກ່ຽວກັບເຫດການທີ່ກໍ່ໃຫ້ເກີດການປະ ທ້ວງທີ່ແຜ່ລາມໄປທົ່ວໂລກນີ້ວ່າ ເຖິງສະຫະລັດຈະເປັນປະເທດພັດທະນາແລ້ວ ທີ່ມີລະບຽບ ກົດໝາຍປົກປ້ອງເລື້ອງນີ້ ດີແລ້ວກໍຕາມແຕ່ວ່າເລິກໆແລ້ວ ການແບ່ງ ແຍກຜິວພັນ ນີ້ຍັງບົ່ມຊ້ອນຢ່າງເລິກເຊິ່ງຢູ່ໃນສັງຄົມຂອງອາເມຣິກັນ, ດັ່ງທີ່ທ່ານຊີ້ ແຈງວ່າ:

ປະຊາຊົນພາກັນໄປເບິ່ງປ້າຍປະທ້ວງທີ່ດຽວນີ້ຕິດໄວ້ຮົ້ວທີ່ລ້ອມຈະຕຸລັດ Lafayette Square ບ່ອນທີ່ພວກປະທ້ວງປະທະກັບຕໍາຫລວດຢູ່ໃກ້ທໍານຽບຂາວ ໃນວັນທີ 8 ມິຖຸນາ 2020
ປະຊາຊົນພາກັນໄປເບິ່ງປ້າຍປະທ້ວງທີ່ດຽວນີ້ຕິດໄວ້ຮົ້ວທີ່ລ້ອມຈະຕຸລັດ Lafayette Square ບ່ອນທີ່ພວກປະທ້ວງປະທະກັບຕໍາຫລວດຢູ່ໃກ້ທໍານຽບຂາວ ໃນວັນທີ 8 ມິຖຸນາ 2020

ທ່ານກ່າວຕໍ່ໄປວ່າ:

ການປະທ້ວງທີ່ກໍາລັງເກີດຂຶ້ນໃນສະຫະລັດ ແລະມີຜົນສະທ້ອນເຮັດໃຫ້ຄົນຫຼາຍ ແຫ່ງໃນໂລກ ຮູ້ສຶກຖືກບັນດານໃຈລຸກຂຶ້ນມາສະໜັບສະໜຸນການຕໍ່ສູ້ ກັບເພື່ອ ຄວາມສະເໝີພາບຂອງຊາວອາເມຣິກັນ ເຊື້ອສາຍອາຟຣິກາ ທີ່ເປັນຊົນເຜົ່າກຸ່ມ ນ້ອຍໃນສະຫະລັດນັ້ນ ແລ້ວພາກັນອອກມາປະທ້ວງເຊັ່ນກັນ ດັ່ງທີ່ທ່ານ ສົມບູນບອກວ່າ:

ທ່ານສົມບູນຍັງເວົ້າອີກວ່າ ທ່ານບໍ່ເຫັນດີນໍາຕໍ່ການໃຊ້ຄວາມຮຸນແຮງເຊັ່ນການ ທໍາຮ້າຍຮ່າງກາຍຄົນ, ການປຸ້ນຈີ້ ແລະຈູດເຜົາຮ້ານຄ້າ ແລະພາຫະນະຂອງ ຕໍາຫລວດ ແທນທີ່ຈະຕໍ່ສູ້ດ້ວຍການໃຊ້ສິດໃຊ້ສຽງ ຜ່ານການເດີນຂະບວນປະ ທ້ວງແບບສັນຕິ. ແຕ່ທ່ານກໍໃຫ້ມຸມມອງນຶ່ງອີກວ່າ ໃນນາມທີ່ສະຫະລັດ ເປັນ ປະເທດທີ່ມີການພັດທະນາໃນຫລາຍດ້ານເປັນອັນດັບນຶ່ງຂອງໂລກ ທ່ານຄິດວ່າ ການໃຊ້ກໍາລັງປາບການປະທ້ວງແມ່ນບໍ່ສົມຄວນ. ຖ້າສະຫະລັດ ຢາກໃຫ້ທົ່ວ ໂລກທີ່ກໍາລັງຈ້ອງມອງເບິ່ງສະພາບການທີ່ເກີດຂຶ້ນຢູ່ໃນປະເທດຢູ່ໃນເວລານີ້ ເຫັນວ່າ ສະຫະລັດເປັນແບບຢ່າງທີ່ດີໃນການຮັບມືກັບເຫດການກໍ່ຄວາມຮຸນແຮງ ໃນເວລາປະທ້ວງເຊັ່ນນີ້ແບບບໍ່ຈໍາເປັນຕ້ອງໃຊ້ຄວາມຮຸນແຮງ ການນໍາພາຄວນ ຈະມີຄວາມກ້າຫານທີ່ຈະຮັບຮູ້ບັນຫາແລະຫາທາງແກ້ໄຂມັນ ດ້ວຍຄວາມນຸ້ມນວນ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

ແຕ່ຢ່າງໃດກໍຕາມທ່ານສົມບູນກໍເຫັນວ່າ ການທີ່ມີປະຊາຊົນເປັນຈໍານວນຫລາຍ ແສນຄົນຢູ່ໃນຫຼາຍກວ່າ 430 ຫົວເມືອງໃນທັງໝົດ 50 ລັດ ຕະຫລອດທັງ ເຂດນະຄອນຫຼວງວໍຊິງກ້າອອກມາໃຊ້ສິດໃຊ້ສຽງຕໍ່ຕ້ານບັນຫາທີ່ບໍ່ດີທີ່ເກີດຂຶ້ນໃນສັງ ຄົມລຽນຕິດກັນມາໄດ້ 2 ອາທິດແລ້ວນີ້ ກໍຖືວ່າ ສະຫະລັດປະເທດທີ່ພັດທະນາ ແລ້ວ ປະເທດນຶ່ງທີ່ມີກົດໝາຍຄຸ້ມຄອງສິດທິຂອງພົນລະເມືອງ ແລະເສລີພາບດີ ສົມຄວນ ຊຶ່ງທ່ານຍົກເຫດຜົນໃຫ້ຟັງດັ່ງນີ້:

ນາງ ເອໂພຣ ສົມບູນອູ້ລູກສາວນ້ອຍໄປປະທ້ວງຢູ່ໃກ້ຂົວບຣຸກຄລິນໃນນະຄອນນິວຢອກ, ວັນທີ 05 ມິຖຸນາ, 2020
ນາງ ເອໂພຣ ສົມບູນອູ້ລູກສາວນ້ອຍໄປປະທ້ວງຢູ່ໃກ້ຂົວບຣຸກຄລິນໃນນະຄອນນິວຢອກ, ວັນທີ 05 ມິຖຸນາ, 2020

ເມື່ອເວົ້າເຖິງ ລະບົບກົນໄກທາງກົດໝາຍອັນແຂ່ງແກ່ນພໍຢູ່ໃນສະຫະລັດ ທີ່ເຮັດ ໃຫ້ປະຊາຊົນມີຄວາມກ້າຫານທີ່ຈະພາກັນອອກມາສະແດງຄວາມຄິດ ຄວາມເຫັນ ຢ່າງເປີດເຜີຍອີງຕາມການວິເຄາະຂອງທ່ານ ສົມບູນແລ້ວ ແມ່ນຖືວ້າ ເປັນສິ່ງທີ່ດີຫລາຍ ຊຶ່ງທ່ານໃຫ້ຂໍ້ສັງເກດດັ່ງນີ້:

ເຫດການທີ່ມີຫລາຍແສນຄົນນັບທັງຜູ້ທີ່ເປັນເຈົ້າໜ້າ ທີ່ລັດຖະບານຫລາຍຄົນ ກ້າອອກປາກອອກສຽງຄັດຄ້ານ ຕໍ່ສິ່ງບໍ່ຖືກຕ້ອງໄດ້ນີ້ ຢູ່ໃນສະຫະລັດ ຖືວ່າ ເປັນແບບຢ່າງອັນດີໃຫ້ຊາວໂລກລວມທັງປະຊາຊົນທົ່ວໄປ ຕະຫລອດທັງຜູ້ ຢູ່ໃນລະດັບການນໍາພາໄດ້ຮຽນຮູ້ນໍາ ຊຶ່ງທ່ານສົມບູນກ່າວຢໍ້າອີກວ່າ:

ສະຫລຸບແລ້ວເຫດການປະທ້ວງເພື່ອຮຽກຮ້ອງຄວາມເປັນທໍາໃຫ້ແກ່ຊາຍຜິວດໍາ ຄົນນຶ່ງທີ່ຕາຍຢູ່ໃນການຄວບຄຸມຕົວຂອງຕໍາຫລວດໃນສະຫະລັດ ແມ່ນພາໃຫ້ ເກີດຂະບວນການທີ່ມີຜົນສະທ້ອນໄປທົ່ວໂລກ ແລະຄົນລາວບາງຄົນເຫັນວ່າ ເຖິງ ການຮັບມືກັບເຫດການນີ້ຂອງລັດຖະບານສະຫະລັດ ຈະມີຂໍ້ບົກຜ່ອງແດ່ ແຕ່ໂດຍລວມກໍໄດ້ສໍ່ສະແດງໃຫ້ເຫັນວ່າ ການປະຕິບັດລະບຽບ ແລະກົດໝາຍ ໃນສະຫະລັດຖືວ່າໃຫ້ການຄຸ້ມຄອງຄົນທີ່ຢາກໃຊ້ສິດເສລີພາບໃນການປາກເວົ້າ ດີສົມຄວນ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG