ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ສ້າງທາງລົດໄຟ ລາວ - ຈີນ ໄດ້ເລີ່ມຂຶ້ນ ແລ້ວ ແລະ ຄາດວ່າຈະສຳເລັດໃນປີ 2021


ບັນດາຜູ້ນຳຂັ້ນສູງ ລາວ ແລະ ຈີນ ເຂົ້າຮ່ວມພິທີ
ເປີດການກໍ່ສ້າງທາງລົດໄຟ ລາວ - ຈີນ.
ບັນດາຜູ້ນຳຂັ້ນສູງ ລາວ ແລະ ຈີນ ເຂົ້າຮ່ວມພິທີ ເປີດການກໍ່ສ້າງທາງລົດໄຟ ລາວ - ຈີນ.

ການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ໄດ້ເລີ່ມລົງມືແລ້ວ ແລະ ມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດພາຍໃນປີ 2021 ດ້ວຍເງິນທຶນກູ້ຢືມຈາກ ຈີນ ມູນຄ່າ 38,700 ລ້ານຢວນ.

ພິທີເປີດການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ໄດ້ຈັດຂຶ້ນຢ່າງ ເປັນທາງການໃນວັນທີ 25 ທັນວາ 2016 ທີ່ຜ່ານມາຢູ່ແຂວງຫຼວງພະບາງ ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານໃນພິທີ ພ້ອມດ້ວຍເອກອັກຄະ ລັດຖະທູດ ຈີນ ປະຈຳນະຄອນຫຼວງວຽງຈັນ ແລະ ຄະນະຜູ້ຕາງໜ້າຂອງທາງການທັງ 2 ປະເທດໄດ້ເຂົ້າຮ່ວມເປັນສັກຂີພິຍານ ພາຍໃຕ້ເປົ້າໝາຍທີ່ຈະກໍ່ສ້າງໃຫ້ແລ້ວສຳເລັດໃນ 60 ເດືອນ ຫຼື ພາຍໃນປີ 2021 ຕໍ່ໄປ.

ທັງນີ້ໂດຍຄະນະກຳມະການບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ - ຈີນ ໄດ້ຕົກລົງ ຄັດເລືອກ 11 ບໍລິສັດ ຈີນ ໃຫ້ເປັນພາກສ່ວນຮັບຜິດຊອບການກໍ່ສ້າງທາງລົດໄຟຢ່າງເປັນ ທາງການເມື່ອ ເດືອນຕຸລາ 2016 ທີ່ຜ່ານມາໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າ ການກະຊວງ ໂຍທາທິການ ແລະ ຂົນສົ່ງ ກັບທ່ານ ກວນ ຮວາ ປິງ ເອກອັກຄະລັດຖະທູດ ຈີນ ປະຈຳນະ ຄອນຫຼວງວຽງຈັນ ເປັນສັກຂີພິຍານໃນການຕົກລົງດັ່ງກ່າວ.

ໂດຍບໍລິສັດ ຈີນ ທັງ 11 ບໍລິສັດທີ່ໄດ້ຮັບການຄັດເລືອກໃນຄັ້ງນີ້ແບ່ງເປັນ 5 ບໍລິສັດຮັບ ເໝົາກໍ່ສ້າງກັບ 6 ບໍລິສັດທີ່ປຶກສາຄື ບໍລິສັດກໍ່ສ້າງທາງລົດໄຟເລກ 5, ບໍລິສັດກໍ່ສ້າງທາງ ລົດໄຟສາກົນ, ບໍລິສັດກໍ່ສ້າງທາງລົດໄຟເລກ 8, ບໍລິສັດ SINO-HYDRO, ບໍລິສັດກໍ່ ສ້າງໄຟຟ້າ, ບໍລິສັດທີ່ປຶກສາດ້ານວິສະວະກຳກໍ່ສ້າງທຽນສິນ, ບໍລິສັດທີ່ປຶກສາ CIECC, ບໍລິສັດທີ່ປຶກສາວິສະວະກຳ ສາງເຊິງເຫີໜານ, ບໍລິສັດທີ່ປຶກສາກວດສອບດ້ານເທັກນິກ ອູ່ຮັ້ນ ເຖ່ຍເຈີ້ງ, ສະຖາບັນທີ່ປຶກສາກວດສອບດ້ານເທັກນິກລົດໄຟ ແລະ ບໍລິສັດທີ່ປຶກສາ ຊົງເຖ່ຍ ສີຊຸ່ນ.

ນອກຈາກນັ້ນ ລັດຖະບານ ລາວ ຍັງໄດ້ຕົກລົງໃຫ້ສິດທິພິເສດແກ່ບໍລິສັດ ຈີນ ທີ່ຮ່ວມລົງ ທຶນໃນໂຄງການກໍ່ສ້າງທາງລົດໄຟ ລາວ - ຈີນ ເຖິງ 6 ດ້ານດ້ວຍກັນ ກໍຄືການນຳໃຊ້ ແລະ ສະແຫວງຫາຜົນປະໂຫຍດຈາກທີ່ດິນຕະຫຼອດແລວທາງລົດໄຟໃນ ລາວ ໂດຍບໍ່ຕ້ອງເສຍ ພາສີອາກອນ ແລະ ຄ່າສຳປະທານ, ການຍົກເວັ້ນພາສີອາກອນທຸລະກິດ ແລະ ພາສີມູນ ຄ່າເພີ່ມ, ການຍົກເວັ້ນຄ່າທຳນຽມວັດສະດຸທີ່ນຳໃຊ້ໃນການກໍ່ສ້າງ ແລະ ການຈັດເກັບຄ່າ ທຳນຽມການພັກເຊົາ ແລະ ການທຳງານຂອງຊາວຕ່າງຊາດພຽງ 50 ເປີເຊັນເທົ່ານັ້ນ.

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເປັນການຮ່ວມລົງທຶນ ລາວ - ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າລົງທຶນລວມ 38,700 ລ້ານຢວນ ຫຼື ເກືອບ 6,000 ລ້ານ ໂດລາ ຊຶ່ງກູ້ຢືມຈາກສະຖາບັນການເງິນຂອງລັດຖະບານ ຈີນ ໂດຍການສ້າງຕັ້ງບໍລິສັດ ຮ່ວມທຶນທາງລົດໄຟ ລາວ - ຈີນ ນັ້ນຄູ່ຮ່ວມທຶນແຕ່ລະຝ່າຍຈະຕ້ອງປະກອບສ່ວນການ ຊຳລະເງິນລົງທຶນໃນອັດຕາ 40 ເປີເຊັນຂອງສັດສ່ວນການຮ່ວມລົງທຶນຂອງຝ່າຍຕົນ ດັ່ງ ທີ່ທ່ານ ລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງໄດ້ໃຫ້ການອະທິບາຍວ່າ.

"40 ເປີເຊັນນີ້ໝາຍຄວາມວ່າ 40 ເປີເຊັນຂອງຫຸ້ນທີ່ວ່າເຮົາຮ່ວມທຶນກັນ ລະຫວ່າງ ລາວ ກັບ ຈີນ. ຈີນ ນີ້ຮ່ວມທຶນກັບເຮົານີ້ເພິ່ນເອົາ 70 ເປີເຊັນ ເຮົາເອົາ 30 ເປີເຊັນ. ສະນັ້ນເຮົາ ຕ້ອງໄດ້ລົງທຶນ 40 ເປີເຊັນຂອງ 30, ຝ່າຍ ຈີນ ເພີ່ນກະລົງທຶນ 40 ເປີເຊັນ ຂອງ 70 ຄວາມ ໝາຍມັນກະຈັ່ງຊັ້ນຫັ່ນນາ. ຂ້າພະເຈົ້າຈຶ່ງຢາກອະທິບາຍວ່າ ການ ວາງສີລາລືກໂຄງການ ທາງລົດໄຟຂອງພວກເຮົານີ້ ມັນແມ່ນເປັນສັນຍານບອກວ່າ ພວກເຮົາເລີ່ມຕົ້ນ, ພວກເຮົາມີບໍລິສັດກໍ່ສ້າງແລ້ວ, ໄດ້ມີການປະມູນຜູ້ຮັບເໝົາຊຶ່ງປະ ມູນນີ້ ໄດ້ເຊີນມາປະມູນຮ່ວມບໍລິສັດຮັບເໝົາຫຼັກທີ່ໄດ້ມາດຕະຖານ."

ໂດຍທາງລົດໄຟໃນ ລາວ ຈະມີໄລຍະທາງຍາວ 417 ກິໂລແມັດ ຈາກດ່ານຊາຍແດນ ບໍ່ເຕັນ ໃນແຂວງຫຼວງນ້ຳທາ ຜ່ານແຂວງອຸດົມໄຊ-ຫຼວງພະບາງ-ຊຽງຂວາງ-ວັງວຽງໃນ ແຂວງວຽງຈັນ, ຕໍ່ມານະຄອນຫຼວງ ວຽງຈັນ ໂດຍທາງລົດໄຟມີຂະໜາດກວ້າງ 1.435 ແມັດແຍກກັນລະຫວ່າງ ຂະບວນໂດຍສານ ກັບ ຂະບວນຂົນສົ່ງສິນຄ້າທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.

XS
SM
MD
LG