ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນລົດໄຟ ຂະບວນປະຖົມມະລືກ ເຊື່ອມຕໍ່ລະຫວ່າງເມືອງ ຄຸນໝິງ ກັບນະຄອນຫຼວງ ວຽງຈັນ ຈະດຳເນີນຕາມກຳນົດການທີ່ວາງໄວ້


ລົດໄຟຄວາມໄວສູງຂອງ ຈີນ.
ລົດໄຟຄວາມໄວສູງຂອງ ຈີນ.

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ການເດີນລົດໄຟຂະບວນປະຖົມມະລືກເຊື່ອມຕໍ່ລະຫວ່າງເມືອງ ຄຸນໝິງ ກັບນະຄອນຫຼວງ ວຽງຈັນ ຈະດຳເນີນຕາມກຳນົດການທີ່ວາງໄວ້ຄືໃນວັນຊາດ ລາວ ທີ 2 ທັນວາ 2021 ນີ້.


ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີຖະແຫຼງຢືນຢັນວ່າ ການລະບາດພະຍາດໄວຣັສ COVID-19 ບໍ່ເປັນອຸປະສັກຕໍ່ແຜນການເດີນລົດໄຟຂະບວນປະຖົມມະລືກທີ່ເຊື່ອມຕໍ່ລະຫວ່າງເມືອງຄຸນໝິງ ໃນແຂວງ ຢຸນໜານ ຂອງ ຈີນ ກັບນະຄອນຫຼວງວຽງຈັນ ທີ່ກຳນົດຈະມີຂຶ້ນຢ່າງເປັນທາງການໃນວັນຊາດ ລາວ ທີ 2​ ທັນວາ 2021 ທີ່ຈະເຖິງນີ້ແຕ່ຢ່າງໃດ ໂດຍໃນໄລຍະທີ່ຍັງມີການລະບາດໄວຣັສ COVID-19 ການເດີນລົດໄຟກໍຈະເນັ້ນການສົ່ງສິນຄ້າເປັນຫຼັກ ແຕ່ເມື່ອຄຸມການລະບາດໄວຣັສ COVID-19 ໄດ້ແລ້ວກໍຈະສົ່ງເສີມການທ່ອງທ່ຽວອັນຈະສ້າງຜົນປະໂຫຍດໃຫ້ກັບ ລາວ ຢ່າງຫຼວງຫຼາຍ ດັ່ງທີ່ທ່ານ ພັນຄຳ ຢືນຢັນວ່າ

“ເສັ້ນທາງລົດໄຟນີ້ຖ້າສະພາບປົກກະຕິແມ່ນຈະນຳເອົາຜົນປະໂຫຍດຫຼວງຫຼາຍມາໃຫ້ປະເທດ ຊາດພວກເຮົາ ພວກເຮົາຈະອີງໃສ່ອັນນີ້ ຮັບເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ປະ ເທດເຮົາ ພວກເຮົາຈະອີງໃສ່ລົດໄຟອັນນີ້ ເພື່ອຂົນສົ່ງສິນຄ້າເຂົ້າ-ອອກ ດຽວນີ້ລັດຖະບານກຳລັງວາງແຜນເພື່ອສິເປີດການເດີນລົດໄຟອັນນີ້ ແຕ່ວ່າຄັນເຮົາເປີດກໍຕ້ອງຢູ່ໃນເງື່ອນໄຂທີ່ປອດໄພໃດເບື້ອງຕົ້ນນີ້ລະແມ່ນຈະເນັ້ນໃສ່ການຂົນສົ່ງສິນຄ້າ ຈາກນັ້ນເບິ່ງເງື່ອນໄຂຕົວຈິງນີ້ຈຶ່ງແມ່ນນັກທ່ອງ ທ່ຽວ.”

ທ່ານ ພັນຄຳ ຢືນຢັນວ່າລັດຖະບານ ລາວ ຈະເລັ່ງພັດທະນາທຸລະກິດບໍລິການ ແລະ ທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນໃຫ້ໄວທີ່ສຸດ ເພາະຄາດວ່ານັກທ່ອງທ່ຽວຕ່າງຊາດຈະເດີນທາງມາ ລາວ ເພີ່ມຂຶ້ນພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວ ຊຶ່ງເມື່ອສົມທົບດ້ວຍການເປີດການເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ນີ້ກໍຍັງຄາດຫວັງວ່າຈະມີນັກທ່ອງທ່ຽວ ຈີນ ເດີນທາງມາ ລາວ ເກີນກວ່າ 1 ລ້ານຄົນໃນປີທຳອິດຂອງການເດີນລົດ ໄຟ ລາວ-ຈີນ ຊຶ່ງເມື່ອປະກອບກັບການທີ່ ຈີນ ເປັນຜູ້ລົງທຶນອັນດັບທີ 1 ໃນ ລາວ ກໍຍັງຄາດໝາຍວ່ານັກທ່ອງທ່ຽວ ຈີນ ຈະເດີນທາງມາ ລາວ ໂດຍລົດໄຟເພີ່ມຂຶ້ນໃນອັດຕາສະເລ່ຍທີ່ເກີນກວ່າ 25 ເປີເຊັນຕໍ່ປີອີກດ້ວຍ.

ທັງນີ້ທາງການ ລາວ ໄດ້ວາງແຜນການພັດທະນາພາກທຸລະກິດການທ່ອງທ່ຽວ ແລະ ບໍລິການໃນຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ຢູ່ໃນ ລາວ ທີ່ມີໄລຍະທາງຍາວເຖິງ 422 ກິໂລແມັດ ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຜ່ານແຂວງອຸດົມໄຊ, ຫຼວງພະບາງ ແລະ ແຂວງວຽງຈັນ ມາທີ່ນະຄອນ ຫຼວງວຽງຈັນນັ້ນ ກໍຄືພື້ນທີ່ເປົ້າໝາຍທີ່ທາງການ ລາວ ຈະສົ່ງເສີມການລົງທຶນທັງພາຍໃນ ແລະ ຈາກຕ່າງປະເທດ ເພາະໝັ້ນໃຈວ່າການເປີດການເດີນລົດໄຟ ລາວ-ຈີນ ທີ່ກຳນົດຈະມີຂຶ້ນໃນວັນທີ 2​ ທັນວາ 2021 ນີ້ຍ່ອມຈະເຮັດໃຫ້ມີນັກທ່ອງທ່ຽວຕ່າງຊາດເດີນທາງມາ ລາວ ເພີ່ມຂຶ້ນນັ້ນເອງ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງ ລາວ ຢືນຢັນວ່າ

“ພາຍຫຼັງທີ່ສຳເລັດເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້ ແນ່ນອນແຫຼະຂະແໜງການທ່ອງທ່ຽວພວກເຮົາຈະໄດ້ຮັບການພັດທະນາຂຶ້ນອີກກ້າວນຶ່ງ ອັນນີ້ມັນເປັນທາງເລືອກນຶ່ງ ແລະ ເປັນຮູບແບບນຶ່ງຂອງການເດີນທາງ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວໄດ້ໃຊ້ເວລາທີ່ສັ້ນລົງ ແລະ ໃຊ້ເວລາທີ່ມັນຖືກເວລາຂອງນັກທ່ອງທ່ຽວ ແລະ ຈະບໍ່ໄດ້ເສຍເວລາໃນການເດີນທາງ ນັກທ່ອງທ່ຽວຈະຜ່ານຕາມບັນດາເສັ້ນທີ່ທາງລົດໄຟຜ່ານຫັ້ນ ກໍຈະໄດ້ສຳຜັດແລ້ວກໍໄດ້ທ່ຽວຊົມຕາມສະຖານທີ່ທ່ອງທ່ຽວຕ່າງໆໃນຂອບເຂດ ຫຼືວ່າຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້ ສະນັ້ນພວກເຮົາກະກຳລັງສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້.”

ທັງນີ້ນັກທ່ອງທ່ຽວຕ່າງຊາດເດີນທາງມາ ລາວ ຫຼຸດລົງກວ່າ 85 ເປີເຊັນ ຊຶ່ງກະທົບຕໍ່ການຈ້າງງານໃນ ລາວ ແລະ ເຮັດໃຫ້ລາຍຮັບຂອງພາກບໍລິການ ແລະ ທ່ອງທ່ຽວຫຼຸດລົງກວ່າ 700 ລ້ານໂດລາໃນປີ 2020 ສ່ວນໃນປີ 2021 ສະຖານະການກໍຍັງຄົງບໍ່ດີຂຶ້ນໂດຍເຫັນໄດ້ຈາກບັນດາຫົວໜ່ວຍທຸລະກິດພາກບໍລິການ ແລະ ທ່ອງທ່ຽວຫຼາຍກວ່າ 4,900 ລາຍໄດ້ຂໍເລື່ອນການຊໍາລະໜີ້ໃຫ້ກັບທະນາຄານໃນປີ 2021 ເພາະບໍ່ມີລາຍຮັບຈາກທຸລະກິດເລີຍ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ທີ່ມີມູນຄ່າທາງເສດຖະກິດສູງທີ່ສຸດໃນ ລາວ ນັ້ນຍ່ອມໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍເຊັ່ນກັນ ຊຶ່ງຈາກການສຳຫຼວດພົບວ່າບັນດາຫົວໜ່ວຍທຸລະກິດພາກບໍລິການຖືກກະທົບຈາກການລະບາດໄວຣັສ COVID-19 ຄິດເປັນ 85 ເປີເຊັນສ່ວນພາກອຸດສາຫະກຳ ແລະ ພາກກະສິກຳນັ້ນກໍໄດ້ຮັບຜົນກະທົບຄິດເປັນ 50 ເປີເຊັນ ແລະ 26 ເປີເຊັນຕາມລຳດັບ.

XS
SM
MD
LG