ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວໝັ້ນໃຈວ່າ ການເດີນລົດໄຟເຊື່ອມຕໍ່ລະຫວ່າງເມືອງຄຸນໝິງ ກັບນະຄອນຫລວງວຽງຈັນ ຈະສົ່ງຜົນດີຕໍ່ການຄ້າລາວ ແລະຈີນ


ຮູບພາບຂອງ ລົດໄຟຄວາມໄວສູງ ເທີງເສັ້ນທາງລົດໄຟ ລາວ-ຈີນ.
ຮູບພາບຂອງ ລົດໄຟຄວາມໄວສູງ ເທີງເສັ້ນທາງລົດໄຟ ລາວ-ຈີນ.

ທາງການລາວໝັ້ນໃຈວ່າການເດີນລົດໄຟທີ່ເຊື່ອມຕໍ່ລະຫວ່າງເມືອງຄຸນໝິງກັບນະຄອນຫລວງວຽງຈັນ ຈະສົ່ງຜົນດີຕໍ່ການຄ້າລາວ-ຈີນ ແລະໃນເຂດລຸ່ມນໍ້າຂອງ, ທັງຈະເຮັດໃຫ້ລາວສົ່ງສິນຄ້າໄປຈີນເພີ້ມຂຶ້ນດ້ວຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກໍາ ແລະການຄ້າໄດ້ໃຫ້ການຄາດໝາຍວ່າການເດີນລົດໄຟລາວ-ຈີນຢ່າງເປັນທາງການໃນວັນທີ 2 ທັນວາ, ປີ 2021 ຈະສົ່ງຜົນດີຕໍ່ການຄ້າລະຫວ່າງລາວກັບຈີນ ແລະປະເທດໃນລຸ່ມແມ່ນໍ້າຂອງດ້ວຍກັນ ໂດຍສະເພາະການຄ້າລະຫວ່າງລາວກັບຈີນນັ້ນກໍຄາດການວ່າຈະມີການເຕີບໂຕເພີ່ມຂຶ້ນເກີນກວ່າ 25 ເປີເຊັນໃນປີທໍາອິດຂອງການເດີນລົດໄຟລາວ-ຈີນທີ່ມີລົດຂົນສົ່ງສິນຄ້າເຖິງ 17 ຂະບວນຕໍ່ວັນ ເມື່ອປະກອບກັບປະເທດເພື່ອນບ້ານໃນລຸ່ມແມ່ນໍ້າຂອງດ້ວຍກັນກໍສາມາດທີ່ຈະໃຊ້ບໍລິການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນໄດ້ດ້ວຍເຊັ່ນກັນ ຈຶ່ງໝັ້ນໃຈວ່າການຄ້າລະຫວ່າງລາວ-ຈີນ ແລະໃນລຸ່ມແມ່ນໍ້າຂອງຈະມີມູນຄ່າເພີ້ມຂຶ້ນນັບມື້ຢ່າງແນ່ນອນ.

ສ່ວນທ່ານ ພິມແກ້ວ ທໍາລາສິນ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຫລວງນໍ້າທາຢືນຢັນວ່າ ການສົ່ງສິນຄ້າກະສິກໍາຈາກແຂວງຫລວງນໍ້າທາໄປ ຈີນ ມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ, ສະເພາະໃນປີ 2020 ແຂວງຫລວງນໍ້າທາໄດ້ສົ່ງສິນຄ້າກະສິກໍາໄປ ຈີນ ເກີນກວ່າ 876,000 ໂຕນ, ໂດຍໃນນີ້ລວມເຖິງຢາງພາລາ 66,000 ກວ່າໂຕນ, ແປ້ງມັນຕົ້ນ 58,000 ກວ່າໂຕນ, ອ້ອຍ 450,000 ກວ່າໂຕນ, ໝາກກ້ວຍກວ່າ 21,700 ໂຕນ, ໝາກແຕງໂມ 26,500 ກວ່າໂຕນ, ສາລີ 250,000 ກວ່າໂຕນ, ພືດຕະກຸນຖົ່ວ ແລະອີກໝາກໄມ້ຈໍານວນນຶ່ງ ດັ່ງທີ່ທ່ານພິມແກ້ວໄດ້ໃຫ້ການຢືນຢັນວ່າ:
“ການຜະລິດເປັນສິນຄ້າ ໂດຍສະເພາະສິນຄ້າກະສິກໍາທີ່ມີທ່າແຮງຮັບໃຊ້ພາຍໃນ ແລະສົ່ງອອກ ແມ່ນໄດ້ອີງໃສ່ຈຸດພິເສດ ແລະ ທ່າແຮງ ແລະສິ່ງອໍານວຍຄວາມສະດວກຂອງແຂວງທີ່ໄດ້ກໍາໜົດໄວ້ເຊັ່ນ: ຢາງພາລາ, ອ້ອຍ, ມັນຕົ້ນ, ໝາກກ້ວຍ, ໝາກແຕງໂມ, ໝາກອຶ, ໝາກສາລີ ແລະຄຽງຄູ່ກັນນັ້ນກໍແມ່ນພືດຕະກຸນຖົ່ວໄມ້ໃຫ້ໝາກຈໍານວນນຶ່ງ ລວມຜົນຜະລິດໃນແຕ່ລະປີກໍບໍຫລຸດ 87,6000 ກວ່າໂຕນທີ່ສົ່ງອອກໄປ ສປ. ຈີນ.”

ໂດຍທາງການລາວກັບຈີນໄດ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດກະສິກໍາ ເມື່ອບໍ່ນານມານີ້ ເຊິ່ງກໍຈະເຮັດໃຫ້ຝ່າຍຈີນນໍາເຂົ້າສິນຄ້າກະສິກໍາຈາກລາວເພີ້ມຂຶ້ນອີກ 9 ຊະນິດນັບແຕ່ປີ 2021 ເປັນຕົ້ນໄປ ອັນຖືເປັນການເພີ້ມເຕີມຈາກໂຄວຕ້າເຂົ້າ ແລະງົວ ທີ່ທາງການຈີນໄດ້ຕົກລົງຊື້ຈາກລາວໃນຊ່ວງກ່ອນໜ້ານີ້, ດັ່ງທີ່ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ຢືນຢັນວ່າ:
“ກະຊວງອຸດສາຫະກໍາ-ການຄ້າກໍໄດ້ສົມທົບກັບກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບບໍລິສັດເອກະຊົນພາຍໃນຂອງ ສປປ ລາວ ຂອງພວກເຮົາ ໃນການຈັດການເຊັນບົດບັນທຶກຮ່ວມກັບບໍລິສັດໃຫຍ່ຈາກ ສປ ຈີນ ເພື່ອຮັບຊື້ ແລະການສົ່ງອອກ 9 ລາຍການສິນຄ້າກະສິກໍາຂອງ ສປປ ລາວ ກໍເປັນອີກວຽກນຶ່ງ ທີ່ສາມາດຮັບປະກັນຕະຫລາດໃຫ້ແກ່ຜູ້ຜະລິດ ນອກຈາກໂຄວຕ້າສົ່ງອອກງົວ ແລະເຂົ້າທີ່ໄດ້ຮັບຈາກຈີນມາກ່ອນໜ້ານີ້.”

ໂດຍຮ່ວມລົງນາມໃນຂໍ້ຕົກລົງດັ່ງກ່າວ ກໍຄືບໍລິສັດ AIDC Lao ຈໍາກັດກັບບໍລິສັດ Zhengzhou ອຸດສາຫະກໍາສະບຽງອາຫານຈໍາກັດຈາກຈີນທີ່ຈະຮ່ວມມືກັນເຂົ້າໃນການຈັດຊື້ສິນຄ້າກະສິກໍາຈາກກະສິກອນລາວ ເພື່ອສົ່ງໄປຈີນເພີ້ມຂຶ້ນອີກ 9 ລາຍການຄື ຖົ່ວດິນ, ຖົ່ວເຫລືອງ, ແປ້ງມັນຕົ້ນ, ກ້ວຍ, ນໍ້າຕານ, ໝາກໝ່ວງ, ໝາກໝ່ວງຫິມະພານ, ຖົ່ວລຽນ ແລະຊີ້ນງົວແຊ່ແຂງ ໃນປະລິມານລວມ 1,450,000 ລ້ານໂຕນ, ຄິດເປັນມູນຄ່າ 1,500 ລ້ານໂດລາໃນລະຫວ່າງປີ 2021-2025 ທີ່ຈະສ້າງລາຍຮັບໃຫ້ແກ່ກະສິກອນລາວ 1 ແສນກວ່າຄົວເຮືອນ.

ເຊິ່ງກໍເຊັ່ນດຽວກັນກັບກອງທັບປະຊາຊົນລາວ ກັບບໍລິສັດສາງຈຽງການລົງທຶນຈາກຈີນ ທີ່ຮ່ວມກັນຕັ້ງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນ ດ້ວຍເງິນລົງທຶນລວມ 300 ລ້ານໂດລາ ເພື່ອດໍາເນີນກິດຈະການ 30 ປີໃນການລ້ຽງ ແລະສົ່ງງົວຈາກລາວໄປ ຈີນ ໃຫ້ໄດ້ 4​ ແສນຕົວຕໍ່ປີ ຄິດເປັນ 80 ເປີເຊັນຂອງໂຄວຕ້າທັງໝົດທີ່ ຈີນ ຈະຮັບຊື້ງົວຈາກ ລາວ 5 ແສນໂຕຕໍ່ປີນັ້ນ ແລະສາເຫດທີ່ມີການຕັ້ງບໍລິສັດຮ່ວມທຶນລາວ-ຈີນດັ່ງກ່າວນີ້ ກໍເພາະວ່າການລ້ຽງສັດໃນລາວຍັງຕ້ອງໄດ້ຮັບການພັດທະນາໃນດ້ານເທັກນິກສະໄໝໃໝ່ຢ່າງຮີບດ່ວນທີ່ສຸດ ຫາກບໍ່ດັ່ງນັ້ນຈະບໍ່ສາມາດຕອບສະໜອງໂຄວຕ້າຂອງລັດຖະບານຈີນໄດ້ເລີຍນັ້ນເອງ.

XS
SM
MD
LG