ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​​ສ້າງ​ຂົວ ​ຂ້າມນ້ຳ​ຂອງ ​ສ​ຳ​ລັບ​ທາງ​ລົດ​ໄຟ ລາວ-ຈີນ ຢູ່​ຫຼວງ​ພະ​ບາງ ເຊື່ອມຈອດກັນແລ້ວ


ຂົວ​ທາງ​ລົດ​ໄຟ ລາວ-ຈີນ
ຂົວ​ທາງ​ລົດ​ໄຟ ລາວ-ຈີນ

ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ສ​ຳ​ລັບ​ທາງ​ລົດ​ໄຟ ລາວ-ຈີນ ຢູ່​ທີ່ຫຼວງ​ພະ​ບາງ ໄດ້​ເຊື່ອ​ມ
ຈອດກັນແລ້ວ ທັງຍັງບຸກເບີກພື້ນທີ່ກໍ່ສ້າງສະຖານີລົດໄຟ ແລະ ການພັດທະນາເຂດ
ເສດຖະກິດພິເສດ.

ທ່ານ ຟະ ເປົ້າ ເຊ້ຍ ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ທາງ​ລົດ​ໄຟ​ເລກ 8 ຈຳ​ກັດ
ຊຶ່ງຮັບເໝົາກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ເຂດແຂວງຫຼວງພະບາງ ຖະແຫຼງວ່າການ
ກໍ່ສ້າງຂົວຂ້າມນ້ຳຂອງ ສຳລັບທາງລົດໄຟ ລາວ-ຈີນ ຢູ່ແຂວງຫຼວງພະບາງ ໄດ້ເຊື່ອມຕໍ່
2 ຝັ່ງເຂົ້າກັນແລ້ວໃນທ້າຍເດືອນກໍລະກົດ 2019 ແລະ ໃນປັດຈຸບັນນີ້ຍັງໄດ້ເລັ່ງການ
ບຸກເບີກພື້ນທີ່ ສຳລັບຮອງຮັບການກໍ່ສ້າງສະຖານີລົດໄຟ ແລະ ການພັດທະນາເຂດ
ເສດຖະກິດພິເສດຢູ່ເຂດເມືອງຈອມເພັດ ອີກດ້ວຍ.

ຂົວ​ລົດ​ໄຟ​ຂ້າມ​ນ້ຳ​ຂອງ​ດັ່ງ​ກ່າວນີ້​ມີ​ຄວາມ​ຍາວ 1,458 ແມັດ ແລະ ມີ​ເສົາ​ຮອງ​ຮັບ​ໂຄງ​
ສ້າງຂົວ 34 ເສົາ, ໃນນີ້ເປັນເສົາຫຼັກ 5 ເສົາ ແລະ ສຳເລັດກ່ອນກຳນົດເຖິງ 7 ເດືອນ
ດ້ວຍເຫດນີ້ຈຶ່ງເຊື່ອໝັ້ນວ່າການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນແຂວງຫຼວງພະບາງ
ຈະສຳເລັດຕາມແຜນການທີ່ວາງໄວ້ຢ່າງແນ່ນອນ ທັງນີ້ບໍລິສັດວິສະວະກຳທາງລົດໄຟ
ເລກ 8 ຈຳກັດເປັນຜູ້ຮັບຜິດຊອບກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະທາງຍາວ 37 ກິ
ໂລແມັດຢູ່ໃນເຂດແຂວງຫຼວງພະບາງ ແລະ ຍັງຈະຕ້ອງກໍ່ສ້າງຂົວຂ້າມແຫຼ່ງນ້ຳທຳມະ
ຊາດອີກ 24 ແຫ່ງກັບຂຸດເຈາະອຸໂມງ 10 ແຫ່ງໃຫ້ແລ້ວສຳເລັດພາຍໃນທ້າຍປີ 2021
ຕໍ່ໄປ.

ສ່ວນ​ການ​ກໍ່​ສ້າງ​ສະ​ຖາ​ນີ​ລົດ​ໄຟຫຼວງ​ພະ​ບາງ​ນັ້ນ ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ທາງ​ລົດ​ໄຟ​ເລກ
8 ໄດ້ຄັດເລືອກໃຫ້ບໍລິສັດນ້ຳທາກໍ່ສ້າງຂົວ-ທາງຈຳກັດຂອງເອກະຊົນ ລາວ ເປັນຜູ້
ຮັບເໝົາກໍ່ສ້າງບົນເນື້ອທີ່ 147 ກວ່າເຮັກຕາ ໃນນີ້ເນື້ອທີ່ກວ່າ 135 ເຮັກຕາເປັນທີ່ດິນ
ເວນຄືນຈາກປະຊາຊົນ ລາວ 143 ລາຍ ຊຶ່ງຈະຕ້ອງຈ່າຍຄ່າຊົດເຊີຍໃນມູນຄ່າລວມ
24.6 ກວ່າຕືີ້ກີບ ໂດຍທີ່ຜ່ານມາໄດ້ມີການຈ່າຍຄ່າຊົດເຊີຍໄປແລ້ວພຽງ 1.15 ກວ່າ
ຕື້ກີບ ສຳລັບຜູ້ເສຍຫາຍ 30 ລາຍເທົ່ານັ້ນ.

ທາງ​ດ້ານ​ທ່ານ ຈັນ ວັນ​ນະ​ສີ ເຈົ້າ​ເມືອງໆ​ຈອມ​ເພັດ ຖະ​ແຫຼງວ່າ​ເມືອງ​ຈອມ​ເພັດ ທີ່​ມີ
ທາງລົດໄຟຜ່ານ 19 ກິໂລແມັດນັ້ນ ໄດ້ຖືກຳນົດໃຫ້ເປັນພື້ນທີ່ຮອງຮັບການພັດທະ
ນາເຂດເສດຖະກິດພິເສດໃນພື້ນທີ່ 3,850 ເຮັກຕາໃນເຂດ 10 ບ້ານ ໂດຍຜ່ານມາ
ໄດ້ດຳເນີນການສຳຫຼວດແລ້ວ 1,694 ເຮັກຕາໃນເຂດ 6 ບ້ານຈຶ່ງຍັງເຫຼືອ 4 ບ້ານທີ່
ຈະຕ້ອງສຳຫຼວດເພື່ອປະເມີນຄ່າຊົດເຊີຍທີ່ຈະຕ້ອງຊຳລະໃຫ້ປະຊາຊົນທີ່ຖືກກະທົບ
ດັ່ງກ່າວຕໍ່ໄປ.

ຊຶ່ງ​ຕໍ່​ບັນ​ຫາ​ດັ່ງ​ກ່າວ​ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ
ການ ແລະ ຂົນສົ່ງຢືນຢັນວ່າ ປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງ
ລົດໄຟ ລາວ ກັບ ຈີນ ຈະໄດ້ຮັບການຊົດເຊີນຕາມກົດໝາຍຢ່າງຄົບຖ້ວນ ໃນນີ້ລວມ
ເຖິງປະຊາຊົນທີ່ຖືກໂຍກຍ້າຍໄປຢູ່ເຂດຈັດສັນໃໝ່ທີ່ມີການສ້າງເຮືອນ ແລະ ສາທາ
ລະນຸປະໂພກຕ່າໆ ດັ່ງທີ່ທ່ານ ບຸນຈັນ ຢືນຢັນວ່າ

"ພວກ​ເຮົາ​ຈະ​ຕ້ອງ​ໄດ້​ກະ​ກຽມ​ວ່າ ​ເນື້ອ​ທີ່​ດິນນີ້​ຢູ່​ບ່ອນ​ໃດ ກວ້າງ​ເທົ່າ​ໃດ ພ້ອມ​ກັນ​ນັ້ນ
ກະສິໄດ້ມີການກະກຽມສິ່ງປູກສ້າງທີ່ພວກເຮົາຈະໄດ້ໂຍກຍ້າຍໄປນັ້ນມີເຮືອນຈັກຫຼັງ
ມີສາທາລະນຸປະໂພກຕ່າງເປັນຕົ້ນແມ່ນ ໂຮງຮຽນ, ໂຮງໝໍ, ຫຼືວ່າສຸກສາລາ, ຕະຫຼາດ,
ວັດ, ນ້ຳປະປາ, ໄຟຟ້າ, ເສັ້ນທາງ ຫຼື ອື່ນໆທີ່ເຫັນວ່າບ້ານດັ່ງກ່າວໄດ້ມີການກໍ່ສ້າງ
ຜ່ານມາ."

ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ໄດ້​ຄືບ​ໜ້າ​ແລ້ວກວ່າ 70 ເປີ​ເຊັນ​ຂອງ​ແຜນ​ການ​
ໂດຍມີໄລຍະທາງຍາວທັງໝົດ 414 ກິໂລແມັດ ຊຶ່ງການດຳເນີນງານນັບແຕ່ທ້າຍປີ
2016 ເປັນຕົ້ນມາໄດ້ນຳໃຊ້ນາຍຊ່າງ ແລະ ແຮງງານຈາກ ຈີນ ກວ່າ 30,000 ຄົນ
ເພື່ອໃຫ້ແລ້ວສຳເລັດຕາມກຳນົດໃນທ້າຍປີ 2021.

ໂຄງ​ການ​ກໍ່​ສ້າງ​ທາ​ງ​ລົດ​ໄຟ ລາວ-ຈີນ ກະ​ທົບ​ຕໍ່​ປະ​ຊາ​ຊົນ ລາວ 4,411 ຄອບ​ຄົວ​ໃນ
ເຂດແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ
ໂດຍມີທີ່ດິນຖືກກະທົບ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ ແລະ ຕົ້ນໄມ້ຕ່າງໆ
ກວ່າ 9 ແສນຕົ້ນ ໂດຍກຸ່ມແລກປ່ຽນຂໍ້ມູນທີ່ດິນລະບຸວ່າ ມີການຊົດເຊີຍຕ່ຳກວ່າ
ຄວາມເປັນຈິງ ເຊັ່ນທີ່ດິນເມືອງນາຊາຍທອງ ມີລາຄາສະເລ່ຍ 1.3 ລ້ານກີບ ແຕ່ໄດ້
ຄ່າຊົດເຊີຍພຽງ 137,000 ກີບຕໍ່ຕາແມັດເທົ່ານັ້ນ.

XS
SM
MD
LG