ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການກໍ່ສ້າງ ທາງລົດໄຟລາວ-ຈີນ ໃກ້ຈະເສັດສິ້ນແລ້ວ ແຕ່ຈະເປັນຜົນກະທົບ ຕໍ່ພະນັກງານໃນທ້ອງຖິ່ນ


ພະນັກງານສ້າງທາງລົດໄຟລາວ-ຈີນ.
ພະນັກງານສ້າງທາງລົດໄຟລາວ-ຈີນ.

ການກໍ່ສ້າງທາງລົດໄຟລາວຈີນ ໃນແຂວງຫຼວງນໍ້າທາໃກ້ຈະແລ້ວເສັດ ແຕ່ໃນຂະນະດຽວກັນ ກໍເຮັດໃຫ້ມີການເລີກຈ້າງແຮງງານລາວ ເພີ້ມຂຶ້ນນັບມື້ ໂດຍບຸກຄະລາກອນທີ່ຍັງຢູ່ສ່ວນໃຫຍ່ ກໍລ້ວນແຕ່ເປັນຄົນຈີນ ຊຶ່ງຊົງລິດ ໂພນເງິນ ມີລາຍ ງານຈາກບາງກອກ.

ທ່ານຈັນທະຈອນ ແກ້ວນະຄອນ ຜູ້ປະສານງານໂຄງການກໍ່ສ້າງທາງລົດໄຟລາວ ຈີນ ຢູ່ທີ່ແຂວງຫຼວງນໍ້າທາຖະແຫຼງວ່າ ການກໍ່ສ້າງທາງລົດໄຟລາວຈີນໃນແຂວງ ຫຼວງນໍ້າທາ ທີ່ມີໄລຍະທາງຍາວກວ່າ 16 ກິໂລແແມັດນັ້ນໃກ້ຈະແລ້ວເສັດ ທັງ 100 ເປີເຊັນ ໃນໄວໆນີ້ ຊຶ່ງຮວມເຖິງການກໍ່ສ້າງສະຖານີລົດໄຟ ທີ່ເຂດບ້ານ ນາເຕີຍ ແລະການກໍ່ສ້າງອຸໂມງ ທີ່ເຊື່ອມຕໍ່ຈາກຊາຍແດນຈີນເຂົ້າມາໃນລາວດ້ວຍ ນັ້ນ ຈຶ່ງຖືງເປັນຄວາມຄືບໜ້າທີ່ຮັບປະກັນວ່າ ການເດີນລົດໄຟລາວຈີນ ຂະບວນ ປະຖົມມະເລີກ ຈະສາມາດດຳເນີນການໄດ້ຕາມກຳໜົດໃນວັນວັນຊາດລາວ ທີ 2 ທັນວາ ປີ 2021 ນີ້ຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມການກໍ່ສ້າງທາງລົດໄຟລາວຈີນ ທີ່ໃກ້ຈະແລ້ວເສັດດັ່ງກ່າວກໍໄດ້ ກະທົບ ຕໍ່ການຈ້າງແຮງງານລາວ ໃນໂຄງການກໍ່ສ້າງທາງລົດໄຟລາວຈີນ ຢ່າງ ຫລີກລ່ຽງບໍ່ໄດ້ ເພາະແຮງງານລາວສ່ວນໃຫຍ່ເປັນແຮງງານບໍ່ມີຝີມື ໃນຂະນະ ທີ່ວຽກງານທີ່ເຫຼືອຢູ່ສ່ວນໃຫຍ່ເປັນວຽກງານທີ່ຕ້ອງໃຊ້ທັກສະຄວາມຮູ້ທາງເທັກນິກ ຂັ້ນສູງ ຈຶ່ງເຮັດໃຫ້ມີການເລີກຈ້າງແຮງງານລາວເພີ້ມຂຶ້ນນັບມື້ ໂດຍ ສຳລັບຢູ່ທີ່ ແຂວງຫຼວງນໍ້າທາ ກໍປາກົດວ່າ ໂຄງການກໍ່ສ້າງທາງລົດໄຟລາວຈີນ ໄດ້ມີການ ເລີກຈ້າງແຮງງານລາວແລ້ວ ເກີນກວ່າ 50 ເປີເຊັນ ໃນປັັດຈຸບັນນີ້ ດັ່ງທີ່ທ່ານ ຈັນທະຈອນ ໄດ້ໃຫ້ການຢືນຢັນວ່າ:

“ໃນໄລຍະການກໍ່ສ້າງທີ່ຜ່ານມານີ້ ປະຊາຊົນໄດ້ຮັບຜົນປະໂຫຍດຈາກໂຄງການ ທາງລົດໄຟນີ້ກະຫຼາຍສົມຄວນ ໂດຍສະເພາະຊາວໜຸ່ມຢູ່ບ້ານທີ່ວ່າຕິດພັນກັບທາງ ລົດໄຟຫັ້ນເນາະ ພວກເຮົາກະໄດ້ຮ່ວມແຜນສະວັດດີການ ແລະສັງຄົມນີ້ ຮ່ວມກັນ ແລ້ວກະຊ່ວຍໃຫ້ທາງຈີນນີ້ເອົາແຮງງານລາວນີ້ຊ່ວຍເຂົາເຈົ້າເນາະ ໂດຍສະເພາະ ແມ່ນວຽກກໍ່ສ້າງທໍ່ນໍ້າ ຊ່າງຈອດເຫລັກ ໂຊເຟີລົດ ແມ່ບ້ານ ພາສາແປ ແລະ ອື່ນໆຫຍັງຕ່່າງໆເນາະ ກໍໄດ້ສ້າງວຽກເຮັດງານທຳນີ້ຫຼາຍສົມຄວນ ເພາະຢູ່ແຂວງ ຫຼວງນໍ້າທາຂອງພວກເຮົານີ້ ປີເລີ້ມຕົ້ນນີ້ກະ 300-400 ຄົນເນາະ ແລ້ວກະປັດຈຸ ບັນນີ້ ຍັງເຫຼືອຢູ່ປະມານ 200 ກວ່າຄົນ ເພາະວ່າວຽກກະເລີ້ມແລ້ວໄປແລ້ວ.”

ໂດຍກະຊວງແຮງງານ ແລະສະວັດດີການສັງຄົມ ລາຍງານວ່າໂຄງການກໍ່ສ້າງ ທາງລົດໄຟລາວຈີນ ໄດ້ມີການຈ້າງງານຫຼາຍກວ່າ 50,000 ຄົນ ແຕ່ກໍປາກົດວ່າ ມີແຮງງານລາວ 5,000 ກວ່າຄົນ ຫຼືຄິດເປັນພຽງ 10 ເປີເຊັນເທົ່ານັ້ນທີ່ໄດ້ຖືກ ວ່າຈ້າງໃຫ້ເຮັດວຽກໃນໂຄງການ ສ່ວນນອກນັ້ນລ້ວນແລ້ວແຕ່ເປັນແຮງງານຈາກ

ຈີນ ທີ່ຊ່ຽວຊານໃນການກໍ່ສ້າງທາງລົດໄຟເປັນຢ່າງດີ ທັງນີ້ທາງລົດໄຟລາວຈີນທີ່ ເຊື່ອມຕໍ່ຈາກບໍ່ເຕັນມາເຖິງນະຄອນຫຼວງວຽງຈັນ ຈະຕ້ອງຂຸດເຈາະ ແລະກໍ່ສ້າງອຸ ໂມງ 75 ແຫ່ງໃນຕະຫຼອດເສັ້ນທາງທີ່ມີໄລຍະທາງ 414 ກິໂລແມັດ ໂດຍການ ດຳເນີນງານ ນັບແຕ່ທ້າຍປີ 2016 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ກໍໄດ້ຄືບໜ້າ ແລ້ວ ຫຼາຍກວ່າ 90 ເປີເຊັນຂອງແຜນການຈຶ່ງເຮັດໃຫ້ສະພາບໍລິຫານຂອງບໍລິ ສັດລົດໄຟລາວຈີນ ໝັ້ນໃຈວ່າການກໍ່ສ້າງຈະສຳເລັດ ແລະສາມາດເປີດການເດີນ ລົດໄຟຂະບວນປະຖົມມະເລີກຈາກເມືອງຄຸນໝິງ ມາທີ່ນະຄອນຫຼວງວຽງຈັນ ໄດ້ໃນວັນ ຊາດລາວ ທີ 2 ທັນວາ ປີ 2021 ນີ້ຢ່າງແນນອນ.

ແຕ່ຢ່າງໃດກໍຕາມ ໂຄງການກໍ່ສ້າງທາງລົດໄຟລາວຈີນ ກໍໄດ້ສົ່ງຜົນກະທົບຕໍ່ປະ ຊາຊົນລາວ ຈຳນວນ 4,411 ຄອບຄົວໃນ 13 ເມືອງ ໃນແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ວຽງຈັນ ແລະນະຄອນຫຼວງວຽງຈັນ ໂດຍມີທີ່ດິນຖືກ ກະທົບເຖິງ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫຼັງ ຕົ້ນໄມ້ຕ່າງໆ ແລະໄມ້ ກິນໝາກຮວມກັນກວ່າ 1 ລ້ານຕົ້ນ ໂດຍການຊົດເຊີຍຄ່າທີ່ດິນ ໃນເຂດແຂວງ ຫຼວງນໍ້າທາ ອຸດົມໄຊ ແລະຫຼວງພະບາງ ມີອັດຕາສະເລ່ຍ 11,000-80,000 ກີບຕໍ່ຕາແມັດ ສ່ວນທີ່ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ນັ້ນໄດ້ຄ່າ ຊົດເຊີຍທີ່ດິນລະຫວ່າງ 15,000-137,000 ກີບຕໍ່ຕາແມັດຕາມລຳດັບ.

ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ໄດ້ສະເໜີລາຍງານວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງມີການຊື້ຂາຍ ໂຕຈິງ ທີ່ລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ ຫາກແຕ່ກໍປາກົດວ່າ ປະຊາ ຊົນລາວໄດ້ການຊົດເຊີຍພຽງແຕ່ 137,000 ກີບຕໍ່ຕາແມັດ ຊຶ່ງ ຄິດເປັນ 10 ເປີເຊັນ ເທົ່ານັ້ນ ຂອງລາຄາຊື້ຂາຍທີ່ດິນໂຕຈິງຢູ່ໃນເຂດດັ່ງກ່າວ.

ກ່ອນໜ້ານີ້ອຳນາດການປົກຄອງຂອງເຂດນະຄອນຫຼວງວຽງຈັນ ລາຍງານວ່າ ການເວນຄືນທີ່ດິນຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນ ເຮັດໃຫ້ເກີດຂໍ້ຂັດ ແຍ້ງເພີ້ມຂຶ້ນນັບມື້ ໂດຍມີຫຼາຍກວ່າ 4,000 ກໍລະນີທີ່ຕົກລົງກັນບໍ່ໄດ້ລະຫວ່າງ ນັກລົງທຶນໃນໂຄງການ ກັບປະຊາຊົນ ຊຶ່ງມີສາເຫດມາຈາກການປະເມີນລາຄາ ທີ່ດິນ ທີ່ຕໍ່າເກີນໄປ ແລະບໍ່ສອດຄ້ອງກັບລາຄາທີ່ດິນໂຕຈິງໃນລາວໃນປັດຈຸບັນ ນີ້.

XS
SM
MD
LG