ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການພົວພັນ ແລະຮ່ວມມື ລະຫວ່າງ ຜູ້ນຳລາວ ແລະຈີນ ເຮັດໃຫ້ ຈີນລົງທຶນໃນລາວ ເພີ່ມຂຶ້ນ


ພິິທີການລົງນາມ ເອກກະສານສຳຄັນຈຳນວນ 16 ສະບັບ
ທີ່ກ່ຽວກັບການຮ່ວມມືຮອບດ້ານລະຫວ່າງ ລາວ-ຈີນ ໂດຍມີ ທ່ານທອງລຸນ ສີສຸລິດ ກັບ ທ່ານຫລີ ເຄີ້ ຈຽງ ນາຍົກລັດຖະມົນຕີ ຂອງທັງ 2 ປະເທດ ເຂົ້າຮ່ວມເປັນສັກຂີພະຍານ.
ພິິທີການລົງນາມ ເອກກະສານສຳຄັນຈຳນວນ 16 ສະບັບ ທີ່ກ່ຽວກັບການຮ່ວມມືຮອບດ້ານລະຫວ່າງ ລາວ-ຈີນ ໂດຍມີ ທ່ານທອງລຸນ ສີສຸລິດ ກັບ ທ່ານຫລີ ເຄີ້ ຈຽງ ນາຍົກລັດຖະມົນຕີ ຂອງທັງ 2 ປະເທດ ເຂົ້າຮ່ວມເປັນສັກຂີພະຍານ.

ການພົວພັນ ແລະຮ່ວມມືຢ່າງໃກ້ຊິດ ລະຫວ່າງຜູ້ນຳລາວແລະຈີນ ໄດ້ເປັນຜົນເຮັດໃຫ້
ບັນດາບໍລິສັດຈາກຈີນ ຍັງເປັນຜູ້ລົງທຶນຫຼາຍທີ່ສຸດໃນລາວ ທັງມີທ່າອຽງທີ່ຈະລົງທຶນ
ເພີ່ມຂຶ້ນຢ່າງຕໍ່ເນື່ອງດ້ວຍ.

ທ່ານວິຈິດ ສິນດາວົງ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ ຖະແຫລງຢືນ
ຢັນວ່າ ການພົວພັນ ແລະປຶກສາຫາລືກັນຢ່າງໃກ້ຊິດ ລະຫວ່າງ ຜູ້ນຳລາວກັບຈີນ ຖື
ເປັນປັດໄຈສຳຄັນທີ່ສຸດ ທີ່ເຮັດໃຫ້ການຮ່ວມມື ລະຫວ່າງລາວກັບຈີນ ໄດ້ຂະຫຍາຍ
ຕົວເພີ່ມຂຶ້ນໃນທຸກໆດ້ານ ໂດຍສະເພາະ ແມ່ນການສະຖາປະນາຄວາມສຳພັນ ທາງ
ການທູດ ລະຫວ່າງລາວ-ຈີນ ນັບຈາກປີ 1961 ເປັນຕົ້ນມາ ທີ່ການນຳສູງສຸດຂອງທັງ
ສອງປະເທດ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງກັນ ຢ່າງໝັ້ນ
ແກ່ນນັ້ນ ກໍຍ້ອນວ່າ ການນຳທັງສອງຝ່າຍ ໄດ້ພົບປະເຈລະຈາ ແລະກຳນົດແນວທາງ
ຂອງການຈັດຕັ້ງປະຕິບັດຮ່ວມກັນມາ ຢ່າງຕໍ່ເນື່ອງ ດັ່ງທີ່ທ່ານວິຈິດ ໄດ້ໃຫ້ການຢືນຢັນ
ວ່າ:

“ການພົວພັນຮ່ວມມືມິດຕະພາບ ແລະການຮ່ວມມືໃນດ້ານຕ່າງໆ ກໍໄດ້ຮັບການ ທະນຸຖະໜອມ ແລະເພີ່ມພູນຄູນສ້າງ ຈາກບັນດາການນຳ ຂອງສອງປະເທດ ໃນ
ລຸ້ນຕໍ່ໆມາ ນັບຕັ້ງແຕ່ການນຳສູງສຸດລົງໄປຮອດທ້ອງຖິ່ນດຽວນີ້ ທັງໝົດທັງປວງ
ໃນການຮ່ວມມື ລາວ-ຈີນ ໄດ້ມີໝາກມີຜົນຄືສູ່ມື້ນີ້ ບັນຫາຕັດສິນນີ້ ກະແມ່ນການນຳ
ຂອງສອງປະເທດ ໄດ້ຮັກສາເພີ່ມທະວີ ການໄປ-ມາຫາສູ່ ແລກປ່ຽນຄວາມເຫັນ
ປຶກສາຫາລື ກຳນົດທິດທາງ ໃນການຂະຫຍາຍການຮ່ວມມືລະຫວ່າງສອງປະເທດ.”

ນາຍົກລັດຖະມົນຕີ ຂອງລາວ ແລະຈີນ ຖືສັນຍາການຮ່ວມມືຮອບດ້ານ ຊຶ່ງໃນນີ້ ລວມເຖິງສັນຍາ ເງິນກູ້ ໃນໂຄງການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວ-ຈີນ ແລະ ເອກກະສານສຳຄັນສະບັບອື່ນໆ ກໍປະກອບດ້ວຍການສະໜອງເງິນກູ້ດອກເບ້ຍຕ່ຳ ເພື່ອປັບປຸງສາຍສົ່ງກະແສໄຟຟ້າ ໃນຕົວເມືອງ.
ນາຍົກລັດຖະມົນຕີ ຂອງລາວ ແລະຈີນ ຖືສັນຍາການຮ່ວມມືຮອບດ້ານ ຊຶ່ງໃນນີ້ ລວມເຖິງສັນຍາ ເງິນກູ້ ໃນໂຄງການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວ-ຈີນ ແລະ ເອກກະສານສຳຄັນສະບັບອື່ນໆ ກໍປະກອບດ້ວຍການສະໜອງເງິນກູ້ດອກເບ້ຍຕ່ຳ ເພື່ອປັບປຸງສາຍສົ່ງກະແສໄຟຟ້າ ໃນຕົວເມືອງ.

ໂດຍໃນປັດຈຸບັນ ບັນດາບໍລິສັດຈາກຈີນ ນັບເປັນຜູ້ລົງທຶນໃນລາວ ເປັນອັນດັບທີ 1
ຈາກທັງໝົດ 53 ປະເທດທີ່ມີມູນຄ່າການລົງທຶນໃນລາວ ລວມກັນຫຼາຍກວ່າ 25,000
ລ້ານໂດລາ ທັງນີ້ສາເຫດສຳຄັນທີ່ເຮັດໃຫ້ການລົງທຶນຂອງຈີນໃນລາວ ເພີ່ມຂຶ້ນ ຢ່າງ
ຕໍ່ເນື່ອງ ກໍເພາະວ່າ ທາງການທັງ 2 ຝ່າຍໄດ້ຕົກລົງເສີມຂະຫຍາຍການຮ່ວມມື ທາງ
ເສດຖະກິດ ແລະເທັກນິກເພື່ອຈັດຕັ້ງປະຕິບັດຮ່ວມກັນ ນັບຈາກປີ 2016 ເປັນຕົ້ນມາ
ແລະຍັງຈະດຳເນີນການຈັດຕັ້ງປະຕິບັດຮ່ວມກັນ ຕໍ່ໄປຈົນເຖິງປີ 2020 ອີກດ້ວຍ.

ໂດຍການລົງທຶນຂອງບັນດາບໍລິສັດເອກກະຊົນ ໃນລາວ ທັງໃນສ່ວນທີ່ເປັນການ
ລົງທຶນຂອງຈີນທັງ 100 ເປີເຊັນ ແລະຮ່ວມທຶນກັບເອກກະຊົນລາວນັ້ນ ກໍມີຢູ່ເຖິງ 765
ໂຄງການ ໂດຍມີມູນຄ່າການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາ ໃນປັດຈຸບັນ
ແລະການລົງທຶນ ຂອງບັນດາບໍລິສັດຈາກຈີນຢູ່ໃນລາວ ກໍໄດ້ເນັ້ນໜັກ ທັງການຜະລິດ
ໃນພາກກະສິກຳ ແລະປ່າໄມ້ ພາກພະລັງງານ ໂດຍສະເພາະ ແມ່ນການກໍ່ສ້າງເຂື່ອນ
ຜະລິດໄຟຟ້າ ແລະການຂຸດຄົ້ນແຮ່ທາດ ເປັນດ້ານຫລັກ.

ກ່ອນໜ້ານີ້ ທາງການລາວ-ຈີນ ກໍໄດ້ລົງນາມໃນເອກກະສານສຳຄັນຈຳນວນ 16 ສະບັບ
ທີ່ກ່ຽວກັບການຮ່ວມມືຮອບດ້ານລະຫວ່າງກັນ ໂດຍທ່ານທອງລຸນ ສີສຸລິດ ກັບ ທ່ານຫລີ
ເຄີ້ ຈຽງ ນາຍົກລັດຖະມົນຕີ ຂອງທັງ 2 ປະເທດຮ່ວມເປັນສັກຂີພະຍານ ໃນພິິທີການລົງ ນາມດັ່ງກ່າວ ຊຶ່ງໃນນີ້ ລວມເຖິງການລົງນາມໃນສັນຍາເງິນກູ້ ໃນໂຄງການກໍ່ສ້າງທາງ
ລົດໄຟ ເຊື່ອມຕໍ່ລາວ-ຈີນ ດ້ວຍ.

ສ່ວນເອກກະສານສຳຄັນສະບັບອື່ນໆ ກໍປະກອບດ້ວຍການສະໜອງເງິນກູ້ດອກເບ້ຍຕ່ຳ
ເພື່ອປັບປຸງສາຍສົ່ງກະແສໄຟຟ້າ ໃນເຂດນະຄອນວຽງຈັນ ຮ່າງແຜນແມ່ບົດ ວ່າດ້ວຍ
ການຮ່ວມມືໃນ ໂຄງຂ່າຍນຶ່ງແລວທາງ-ນຶ່ງເສັ້ນທາງ (One Belt-One Road) ສັນຍາ
ການພັດທະນາຄວາມສາມາດຂອງການຜະລິດສິນຄ້າ ການຮ່ວມມືໃນການສ້າງແຜນ
ພັດທະນາແບບກວມລວມ ໃນຂົງເຂດໄຟຟ້າ ການທ່ອງທ່ຽວ ແລະຂົງເຂດວັດທະນະທຳ
ບັນທຶກການອຳນວຍຄວາມສະດວກດ້ານພາສີ ສັນຍາເງິນກູ້ສຳລັບເຂດພັດທະນາ
ກວມລວມທີ່ເມື່ອງໄຊເສດຖາ ນະຄອນວຽງຈັນ ສັນຍາເງິນກູ້ ເພື່ອໂຄງການກໍ່ສ້າງເຂື່ອນ
ນ້ຳງື່ມ 4 ເຂື່ອນນ້ຳອູ ລະຍະທີ 2 ແລະ ສັນຍາຮ່ວມທຶນໃນໂຄງການກໍ່ສ້າງເຂື່ອນ ຢູ່
ແຂວງຫົວພັນ ເປັນຕົ້ນ.

ສ່ວນການຄ້າ ລະຫວ່າງລາວ-ຈີນ ໃນປີ 2012 ມີມູນຄ່າ 1,700 ລ້ານໂດລາ ແລະ 2,700
ລ້ານໂດລາ ໃນປີ 2013 ສ່ວນໃນຊ່ວງປີ 2014-2016 ການຄ້າລາວ-ຈີນກໍລົດລົງຈາກ
3,600 ລ້ານໂດລາ ມາເປັນ 2,780 ລ້ານໂດລາ ແລະ 2,000 ລ້ານໂດລາ ຕາລຳດັບ
ເພາະການຕົກຕ່ຳລົງຂອງລາຄາແຮ່ທາດ ແລະຢາງພາລາ ໃນຕະຫຼາດໂລກ.

XS
SM
MD
LG