ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບປະຊາຊົນ ລາວ ກັບເອກະຊົນ ຈີນ ຮ່ວມທຶນສ້າງຕັ້ງ ບໍລິສັດພັດທະນາ ກະສິກຳ ແລະ ລ້ຽງສັດຄົບວົງຈອນ


ງົວທີ່ລ້ຽງຢູ່ຟາມໃນ ລາວ.
ງົວທີ່ລ້ຽງຢູ່ຟາມໃນ ລາວ.

ກອງທັບປະຊາຊົນ ລາວ ກັບເອກະຊົນ ຈີນ ຮ່ວມທຶນສ້າງຕັ້ງບໍລິສັດພັດທະນາກະສິກຳ ແລະ ລ້ຽງ ສັດຄົບວົງຈອນ ໂດຍໄດ້ວາງເປົ້າໝາຍທີ່ຈະຜະລິດ ແລະ ສົ່ງງົວໄປຂາຍໃຫ້ ຈີນ ໃຫ້ໄດ້ເຖິງ 400,000 ໂຕຕໍ່ປີ.

ກົມຜະລິດກະສິກຳກອງທັບປະຊາຊົນ ລາວ ກັບບໍລິສັດສາງຈຽງການລົງທຶນຈາກ ຈີນ ໄດ້ຮ່ວມລົງນາມໃນສັນຍາສ້າງຕັ້ງບໍລິສັດຮ່ວມທຶນກະສິກຳຄົບວົງຈອນຈຳກັດເມື່ອບໍ່ນານມານີ້ທີ່ນະຄອນ ຫຼວງ ວຽງຈັນ ໂດຍການຮ່ວມທຶນຄັ້ງນີ້ມີມູນຄ່າລວມ 300 ລ້ານໂດລາ ແລະ ມີໄລຍະເວລາດຳເນີນກິດຈະການເຖິງ 30 ປີ ທັງຍັງສາມາດຕໍ່ສັນຍາໄດ້ 2 ຄັ້ງ, ຄັ້ງລະ 30 ປີພາຍໃຕ້ເປົ້າໝາຍເພື່ອພັດ ທະນາການລ້ຽງສັດໃນ ລາວ ໃຫ້ໄດ້ມາດຕະຖານສາກົນ ໂດຍແນໃສ່ການຜະລິດ ແລະ ສົ່ງງົວໄປຂາຍໃຫ້ ຈີນ ໃຫ້ໄດ້ເຖິງ 400,000 ໂຕຕໍ່ປີ ຫຼືຄິດເປັນ 80 ເປີເຊັນຂອງໂຄຕ້າທັງໝົດທີ່ລັດຖະບານ ຈີນ ຈະຮັບຊື້ງົວຈາກລາວເຖິງ 5 ແສນໂຕຕໍ່ປີນັ້ນ.

ສາເຫດທີ່ຕ້ອງມີການສ້າງຕັ້ງບໍລິສັດຮ່ວມທຶນ ລາວ-ຈີນ ໃນຄັ້ງນີ້ເພາະວ່າການລ້ຽງສັດໃນ ລາວ ຍັງຈະຕ້ອງໄດ້ຮັບການພັດທະນາໃນດ້ານເທັກນິກສະໄໝໃໝ່ຢ່າງຮີບດ່ວນທີ່ສຸດ ຫາກບໍ່ສະນັ້ນກໍຈະບໍ່ສາມາດຕອບສະໜອງໂຄຕ້າຂອງລັດຖະບານ ຈີນ ໄດ້ເລີຍ ເນື່ອງຈາກການລ້ຽງງົວ-ຄວາຍຂອງກະເສດຕະກອນ ລາວ ໃນປັດຈຸບັນຍັງຂາດທັງຫຼັກວິຊາການ ແລະ ເທັກນິກທີ່ທັນສະໄໝ ລວມເຖິງການຂາດແຫຼ່ງເງິນທຶນກູ້ຢືມ ຈຶ່ງເຮັດໃຫ້ບໍ່ສາມາດຂະຫຍາຍ ແລະ ເພີ່ມຈຳນວນງົວ-ຄວາຍທີ່ລ້ຽງໄດ້ຕາມຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງກະຊວງກະສິກຳ ແລະ ປ່າໄມ້ຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

“ສຳລັບວຽກງານລ້ຽງສັດ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວຖືວ່າຍັງບໍ່ພໍ ສາ ເຫດຍັງບໍ່ພໍນີ້ມັນຍ້ອນວ່າ ພື້ນຖານຈຳນວນຝູງສັດເຮົານີ້ມັນຍັງນ້ອຍຢູ່ ຖ້າທຽບຈະລ້ຽງເປັນສິນຄ້ານີ້ ເຮົາຕ້ອງໄດ້ຊອກຈຳນວນຝູງນີ້ມາເພີ່ມເຕີມໃຫ້ມັນຫຼາຍ ໃຫ້ເປັນຖານເພື່ອເຮົາຈະມີໂຮງງານຂ້າສັດທັນສະໄໝ ແລ້ວມັນຕ້ອງໄດ້ສະໜອງໃຫ້ແຕ່ລະມື້ ແຕ່ລະມື້ ອັນໂຕນີ້ແມ່ນຖານທີ່ພວກເຮົາຍັງຈະຕ້ອງໄດ້ເພີ່ມອີກ.”

ສ່ວນທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ບອກວ່າລະບົບການລ້ຽງສັດໃນ ລາວ ທີ່ບໍ່ໄດ້ມາດຕະຖານ ຈຶ່ງບໍ່ສາມາດສົ່ງອອກໄປຕ່າງປະເທດໄດ້ຢ່າງແທ້ຈິງ ໂດຍສະເພາະກໍແມ່ນການສົ່ງໄປ ຈີນ ທີ່ໄດ້ຕົກລົງຈະຮັບຊື້ງົວຈາກ ລາວ ເຖິງ 5 ແສນໂຕຕໍ່ປີນັ້ນຈະຕ້ອງໃຊ້ເວລາ 5-10 ປີຈຶ່ງຈະສາມາດພັດທະນາໃຫ້ໄດ້ມາດຕະຖານສາກົນ ດ້ວຍການສົ່ງເສີມນັກທຸລະກິດ ຈີນ ໃຫ້ເຂົ້າ ມາລົງທຶນພັດທະນາຟາມລ້ຽງສັດຂະໜາດໃຫຍ່ໃນ ລາວ ເພີ່ມຂຶ້ນ ກໍຄືການຮ່ວມທຶນ ລາວ-ຈີນ ໃນຄັ້ງຫຼ້າສຸດນີ້ນັ້ນເອງ.

ທັງນີ້ການສຶກສາວິໄຈພົບວ່າ ການລ້ຽງສັດໃນ ລາວ ຕ້ອງໄດ້ຮັບການພັດທະນາໃນ 7 ດ້ານດ້ວຍກັນ ຄືການຍົກລະດັບການຜະລິດເພື່ອເຮັດໃຫ້ການລ້ຽງງົວກາຍເປັນອາຊີບຄົງທີ່, ການພັດທະນາຮູບ ແບບເທັກນິກໃຫ້ເປັນຕົວແບບທີ່ດີ, ການພັດທະນາຜະລິດງົວ-ຄວາຍເປັນສິນຄ້າທີ່ຄົນ ລາວ ເປັນຜູ້ປະກອບການ, ການພັດທະນາພໍ່-ແມ່ພັນ, ການຕອບສະໜອງອາຫານສັດທີ່ພຽງພໍ, ການພັດທະ ນາຄວາມສາມາດດ້ານການຮັກສາສຸຂະພາບສັດ, ການສ້າງນັກວິໄຈ ແລະ ການລ້ຽງສັດທີ່ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ.

ກະຊວງການຄ້າຂອງ ຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກ ລາວ 5 ແສນຕົວຕໍ່ປີເມື່ອປີ 2019 ທີ່ຜ່ານມາ ແຕ່ວ່າການລ້ຽງງົວໃນ ລາວ ຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນ ຈີນ ໂດຍທາງການ ຈີນ ໄດ້ຕັ້ງດ່ານກວດ ແລະ ຈັດສົ່ງຄະນະຜູ້ຊ່ຽວຊານມາກວດຟາມລ້ຽງງົວໃນ ລາວ ທີ່ຈະສົ່ງງົວໄປ ຈີນ ເພາະການສົ່ງງົວຈາກ ລາວ ໄປ ຈີນ ໃນໄລຍະຜ່ານມານັ້ນເປັນການລັກລອບຢ່າງຜິດກົດໝາຍ ຊຶ່ງທາງການ ຈີນ ຢ້ານວ່າຈະເຮັດໃຫ້ເກີດພະຍາດໃນສັດ ຈຶ່ງຕ້ອງຕັ້ງດ່ານກວດສັດດັ່ງກ່າວ.

ນອກຈາກນັ້ນ ງົວທີ່ຈະສາມາດສົ່ງໄປ ຈີນ ໄດ້ກໍຍັງຈະຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4 ປີ ໂດຍໃນປີ 2019 ລາວໄດ້ສົ່ງງົວ ແລະ ຄວາຍໄປ ຈີນ 8​ ໝື່ນໂຕ ແລະ 2 ໝື່ນໂຕຕາມລຳດັບ ແລະ ຫຼຸດລົງໃນປີ 2020 ຍ້ອນການລະບາດຂອງພະຍາດໄວຣັສໂຄວິດ-19 ໃນປັດຈຸບັນ ລາວ ມີຟາມລ້ຽງງົວ 284 ແຫ່ງ, ມີງົວ 45,000 ໂຕ ແລະ ຟາມລ້ຽງຄວາຍ 6 ແຫ່ງມີຄວາມ 7,000 ໂຕເທົ່ານັ້ນ.

XS
SM
MD
LG