ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວິສາຫະກິດຮ່ວມທຶນ ລາວ-ຈີນ ຄັດເລືອກ ບ. ເອກະຊົນຈີນ ເປັນທັງ ຜູ້ຮັບເໝົາກໍ່ສ້າງ ທາງລົດໄຟ ແລະ ເປັນທີ່ປຶກສາ


ພິທີ ວາງສີລາລືກ ເລີ້ມຕົ້ນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈາກດ່ານຊາຍແດນ ບໍ່ເຕັນ-ບໍ່ຫານ ມານະຄອນຫລວງວຽງຈັນ.
ພິທີ ວາງສີລາລືກ ເລີ້ມຕົ້ນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈາກດ່ານຊາຍແດນ ບໍ່ເຕັນ-ບໍ່ຫານ ມານະຄອນຫລວງວຽງຈັນ.

ວິສາຫະກິດຮ່ວມທຶນ ລາວ-ຈີນ ຕົກລົງຄັດເລືອກ ບໍລິສັດ
ເອກະຊົນຈີນ ໃຫ້ເປັນຜູ້ຮັບເໝົາກໍ່ສ້າງທາງລົດໄຟ ຈາກ
ແຂວງວຽງຈັນ ມາ ນະຄອນຫລວງວຽງຈັນ ສ່ວນທີ່ປຶກສາ
ກໍເປັນບໍລິສັດຈາກຈີນເຊັ່ນກັນ.

ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນ ສົ່ງ ເປີດເຜີຍວ່າ ຄະນະຊີ້ນຳວຽກງານໂຄງການທາງລົດໄຟລາວ-ຈີນ ແລະວິສາຫະກິດ
ຮ່ວມທຶນລາວ-ຈີນ ໄດ້ຕົກລົງຄັດເລືອກ ບໍລິສັດກໍ່ສ້າງທາງລົດໄຟຈີນເລກ 2 ໃຫ້ເປັນຜູ້
ຮັບເໝົາກໍ່ສ້າງທາງລົດໄຟ ລະຍະທີ 6 ເຊື່ອມຕໍ່ຈາກແຂວງວຽງຈັນ ມານະຄອນຫລວງ
ວຽງຈັນ ພ້ອມກັນນັ້ນ ກໍໄດ້ຄັດເລືອກບໍລິສັດ Great Wall Henan ຈາກຈີນໃຫ້ເປັນທີ່
ປຶກສາການກໍ່ສ້າງທາງລົດໄຟ ໃນລະຍະດັ່ງກ່າວ ເມື່ອເດືອນທັນວາ 2015 ທີ່ຜ່ານມາ.

ທັງນີ້ ໂດຍລັດຖະບານລາວ ແລະຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍ ການຮ່ວມມືພັດ
ທະນາ ໂຄງລ່າງລົດໄຟ ແລະໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢ່າງເປັນທາງການ
ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ກຸງປັກກິ່ງ ໂດຍເປັນການຮ່ວມທຶນ ລະຫວ່າງ ລັດຖະ
ບານລາວກັບຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນ ລວມ
38,700 ລ້ານຢວນ ຫຼື ປະມານ 6,040 ລ້ານໂດລາ.

ພິທີ ເຊັນສັນຍາ ວ່າດ້ວຍການຮ່ວມມື ພັດທະນາໂຄງລ່າງລົດໄຟ ແລະໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.
ພິທີ ເຊັນສັນຍາ ວ່າດ້ວຍການຮ່ວມມື ພັດທະນາໂຄງລ່າງລົດໄຟ ແລະໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.

ກ່ອນໜ້ານີ້ ທະນາຄານເພື່ອການສົ່ງອອກ ແລະນຳເຂົ້າຂອງຈີນ
ກໍໄດ້ຕົກລົງໃຫ້ເງິນກູ້ ແກ່ລັດຖະບານລາວ ໃນມູນຄ່າ 480 ລ້ານ
ໂດລາ ເພື່ອນຳໃຊ້ເຂົ້າໃນການຮ່ວມລົງທຶນໃນໂຄງການ ຊຶ່ງກໍ
ໝາຍຄວາມວ່າ ລັດຖະບານລາວ ຍັງຈະຕ້ອງຈັດຫາເງິນທຶນອີກ
ໃນມູນຄ່າ 1,332 ລ້ານໂດລາ ຈຶ່ງຈະພຽງພໍສຳລັບການຮ່ວມລົງ
ທຶນໃນສັດສ່ວນ 30 ເປີເຊັນ ດັ່ງກ່າວ ຊຶ່ງຄາດໝາຍວ່າ ຈະເປັນ
ການກູ້ຢືມຈາກສະຖາບັນການເງິນ ໃນປະເທດຈີນເຊັ່ນດຽວກັນ.

ໂດຍສຳລັບການກູ້ຢືມຈາກຈີນດັ່ງກ່າວ ຈະມີລະຍະເວລາ ຜ່ອນ
ຊຳລະຄືນ ໃນ 5 ປີ ດ້ວຍອັດຕາດອກເບ້ຍ 2.3 ເປີເຊັນ ຕໍ່ປີ ແລະ
ລັດຖະບານລາວຍັງຈະຕ້ອງຮັບປະກັນໜີ້ເງິນກູ້ພ້ອມດອກເບ້ຍ ດ້ວຍລາຍໄດ້ຈາກບໍ່ແຮ່
Potash ເຖິງ 5 ແຫ່ງ ທີ່ເປັນໂຄງການລົງທຶນ ຂອງກຸ່ມທຸລະກິດຈາກຈີນໃນລາວ.

ໂຄງການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ມີລະຍະທາງຍາວລວມ 427.2
ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມານະຄອນຫລວງວຽງຈັນ ດ້ວຍລາງລົດ
ໄຟຂະໜາດກວ້າງ 1.435 ແມັດ ທີ່ແຍກກັນລະຫວ່າງຂະບວນໂດຍສານ ແລະຂະບວນ
ຂົນສົ່ງສິນຄ້າທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງ ຕາລຳດັບ ຫາກແຕ່
ສຳລັບ ຂະບວນໂດຍສານທີ່ຢູ່ເຂດທົ່ງພຽງ ກໍຄືຈາກວັງວຽງມານະຄອນຫລວງວຽງຈັນນັ້ນ
ຈະແລ່ນດ້ວຍຄວາມໄວ 200 ກິໂລແມັດຕໍ່ຊົ່ວໂມງ.

ທາງລົດໄຟຈາກດ່ານບໍ່ເຕັນມານະຄອນຫລວງວຽງຈັນ ຈະມີສະຖານີທັງໝົດ 33 ແຫ່ງ
ໂດຍໃນນີ້ ກໍຈະເປັນສະຖານີ ສຳລັບຫລີກລົດໄຟ 21 ແຫ່ງ ສະຖານີໂດຍສານ 11 ແຫ່ງ
ທີ່ເປັນສະຖານີຂະໜາດໃຫຍ່ 5 ແຫ່ງ ທີ່ບ້ານນາເຕີຍ ທີ່ເມືອງໄຊ ທີ່ຫລວງພະບາງ ທີ່
ວັງວຽງ ທີ່ນະຄອນຫລວງວຽງຈັນ ແລະເປັນສະຖານີສິນຄ້າອີກ 1 ແຫ່ງ ໂດຍນຳໃຊ້ເທັກ
ໂນໂລຈີ້ ລົດໄຟຂອງຈີນທີ່ຂັບເຄື່ອນດ້ວຍໄຟຟ້າ ແລະຮອງຮັບນ້ຳໜັກໄດ້ 3,000 ໂຕນ
ຕໍ່ 1 ຂະບວນລົດໄຟ.

ແຕ່ເນື່ອງຈາກວ່າ ສະພາບພູມິປະເທດໃນລາວ ສ່ວນຫຼາຍເປັນເຂດພູດອຍ ແລະແມ່ນ້ຳ
ລຳເຊ ຈຶ່ງເຮັດໃຫ້ຈະຕ້ອງມີການເຈາະອຸໂມງ 72 ແຫ່ງມີລວງຍາວລວມກັນເຖິງ 183
ກິໂລແມັດ ທີ່ຄິດເປັນ 43 ເປີເຊັນ ຂອງລະຍະທາງຍາວທັງໝົດ ຂອງລາງລົດໄຟ ທັງຍັງ
ຈະຕ້ອງກໍ່ສ້າງຂົວ 170 ແຫ່ງ ຍົກລະດັບລາງລົດໄຟເປັນລະຍະທາງຍາວ 175 ກິໂລແມັດ
ແລະທໍ່ລະບາຍນ້ຳ 567 ແຫ່ງ ໂດຍມີຂອບເຂດແລວທາງລົດໄຟກວ້າງເບື້ອງລະ 50 ແມັດ
ແລະຈະຕ້ອງນຳໃຊ້ທີ່ດິນ ສຳລັບຮອງຮັບສະຖານີລົດໄຟຄິດເປັນເນື້ອທີ່ລວມ 3,058 ເຮັກຕາ.

ທ່ານລັດຕະນະມະນີ ຢືນຢັນດ້ວຍວ່າ ຈະມີການເປີດປະມູນ ເພື່ອຄັດເລືອກບໍລິສັດ ຮັບ
ເໝົາກໍ່ສ້າງໃນອີກ 5 ລະຍະທີ່ເຫຼືອໃນມໍ່ໆນີ້ ແລະຄາດຫວັງວ່າ ຈະມີບໍລິສັດເອກະຊົນ
ລາວເຂົ້າມາມີສ່ວນຮ່ວມ ໃນການກໍ່ສ້າງດ້ວຍ ດັ່ງທີ່ທ່ານໄດ້ເໜັ້ນຢ້ຳວ່າ:

“ໃນການລົງທຶນ ກະແມ່ນນັບຕັ້ງແຕ່ເລີ່ມຕົ້ນກໍ່ສ້າງ ກະຢາກໃຫ້ຄົນລາວ ມີວຽກເຮັດ
ງານທຳ ມີລາຍໄດ້ ຄຽງຄູ່ກັນນັ້ນ ກະຢາກໃຫ້ບໍລິສັດຂອງລາວນີ້ ເຂັ້ມແຂງ ເຕີບໂຕ
ມີພື້ນຖານກ່ຽວກັບທາງລົດໄຟ ເພື່ອວ່າ ເຮົາສ້າງໂຄງການໃໝ່ຕໍ່ໄປ ກໍຍັງຊິສ້າງອີກເດ້
ໂຄງການໃໝ່ຕໍ່ໄປ ກະຢາກໃຫ້ມີບໍລິສັດລາວນີ້ ມີຄວາມເຂັ້ມແຂງເປັນຫລັກອີກຕື່ມ
ເຮົາຈະຕ້ອງສ້າງຄວາມເຂັ້ມແຂງ ໃຫ້ບໍລິສັດພາຍໃນຂອງເຮົາ ບໍ່ແມ່ນແຕ່ທາງດ້ານ
ການກໍ່ສ້າງ ທາງດ້ານການຂົນສົ່ງ Logistic ທັງບໍລິສັດທີ່ປຶກສາຄືກັນ ກະສ້າງຄວາມ
ເຂັ້ມແຂງໄປພ້ອມກັນ.”

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ມີການວາງສີລາລືກເພື່ອເລີ່ມດຳເນີນໂຄງການ
ຢ່າງເປັນທາງການ ໃນວັນທີ 2 ທັນວາ 2015 ທັງຍັງຖືເປັນການສະເຫຼີມສະຫຼອງ ໃນໂອກາດ
ການສະຖາປະນາ ສປປ. ລາວ ຄົນຮອບ 40 ປີອີກດ້ວຍ.

XS
SM
MD
LG