ເດັກນ້ອຍລາວພາກັນປະລະການຮຽນເພີ່ມຂຶ້ນນັບມື້ ແລະປະເຊີນກັບການຂາດສານອາຫານຢ່າງໜັກໜ່ວງ. ໃນຂະນະທີ່ລັດຖະບານລາວກໍສາມາດໃຫ້ການຊ່ວຍເຫລືອໄດ້ຢ່າງຈຳກັດ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.
ຜູ້ປະສານງານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາເຂດອ່າງແມ່ນໍ້າຂອງ ເປີດເຜີຍວ່າ ສະພາວະການຂາດແຄນທາງດ້ານໂພດສະນາການ ແລະສານອາຫານຂອງເດັກນ້ອຍໃນຊົນນະບົດຂອງລາວ ຍັງເປັນບັນຫາສຳຄັນທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນທີ່ສຸດ ເນື່ອງຈາກວ່າການລະບາດຂອງພະຍາດໄວລັດໂຄວິດ-19 ໃນໄລຍະປີ 2020-2023. ໄດ້ເຮັດໃຫ້ບັນຫາດັງກ່າວນີ້ຮຸນແຮງຂຶ້ນ.ໂດຍສະເພາະແມ່ນໃນເຂດຊົນນະບົດນັ້ນ. ປະກົດວ່າ: ເດັກນ້ອຍລາວອາຍຸຕ່ຳກວ່າ 5 ປີ ທີ່ມີສ່ວນສູງ ແລະ ນ້ຳໜັກຕ່ຳກວ່າເກນໄດ້ເພີ່ມຂຶ້ນຈາກສະເລ່ຍ 37 ເປີເຊັນ ໃນປີ 2019 ເປັນຫຼາຍກວ່າ 50 ເປີເຊັນ ໃນທຸກມື້ນີ້.
ນອກຈາກສະພາບການຂາດແຄນທາງດ້ານໂພດສະນາການແລ້ວ ອັດຕາການຕາຍຂອງເດັກນ້ອຍອາຍຸຕ່ຳກວ່າ 1 ປີ ກໍຍັງສູງເຖິງ 48 ຄົນຕໍ່ 1,000 ຄົນ, ໂດຍມີສາເຫດສຳຄັນມາຈາກການຂາດແຄນລະບົບການໃຫ້ບໍລິການດ້ານສາທາລະນະສຸກສຳຫລັບແມ່ ແລະ ເດັກ. ທັ້ງເຮັດໃຫ້ອັດຕາການເສຍຊີວິດຂອງແມ່ໃນຂະນະຖືພາຍັງສູງເຖິງ 197 ຄົນຕໍ່ 100,000 ຄົນ. ສ່ວນແມ່ທີ່ເກີດລູກ ໂດຍໄດ້ຮັບການຊ່ວຍເຫຼືອຈາກແພດໝໍ ແລະ ພະຍາບານກໍມີພຽງ 54 ເປີເຊັນ ເທ່ານັ້ນ ທັ້ງຍັງສົ່ງຜົນກະທົບເຮັດໃຫ້ເດັກນ້ອຍລາວໃນເຂດຊົນນະບົດໄດ້ພາກັນປະລະການຮຽນເພີ່ມຂື້ນນັບມື້ອີກດ້ວຍ ຍ້ອນວ່າພໍ່ແມ່ບໍ່ສາມາດສົ່ງລູກຂອງພວກຕົນໄປໂຮງຮຽນໄດ້ເລຍ ນັບແຕ່ເກິດວິກິດການເສດຖະກິດ-ການເງິນໃນລາວ ນັບຈາກປີ 2023 ເປັນຕົ້ນມາ ໂດຍເຮັດໃຫ້ອັດຕາການປະລະການຮຽນໃນຊັ້ນປະຖົມ ແລະ ມັດທະຍົມເພີ່ມຂຶ້ນເປັນ 2.9 ເປີເຊັນ ແລະ 12.9 ເປີເຊັນ ຕາມລຳດັບ, ດັ່ງທີ່ຄູສອນຢູ່ແຂວງບໍລິຄຳໄຊ ໄດ້ຢືນຢັນວ່າ:
“ໃນສົກຮຽນ 2024, ອັດຕາການປະລະຂອງຊັ້ນປະຖົມເນາະ ກໍສູງຂຶ້ນ 2.9 ເປີເຊັນ. ແຕ່ຄາດຫມາຍພວກເຮາບໍ່ໃຫ້ເກິນ 1 ເປີເຊັນ ແຕ່ມັນເພິ່ມຂື້ນເປັນ 2.9 ເປີເຊັນ ສ່ວນມັດທະຍມນີ້ກະເຫັນວ່າມີການປະລະ 12.9 ເປີເຊັນ ໃນປີ 2024 ໃນສະພາບແລະຄວາມເປັນຈິງໃນປັດຈຸບັນນີ້ເນາະ ອັນຫລັກໆ ກໍແມ່ນຊີວິດການເປັນຍູ່ຂອງຄອບຄົວເນາະ. ມັນແມ່ນເຮືອນຄົວທີ່ເຮັດໃຫ້ອັດຕາການປະລະນີ້ສູງຂຶ້ນ.”
ຍິ່ງໄປກວ່ານັ້ນ, ກະຊວງສຶກສາທິການ ແລະ ກິລາ ກໍຍັງສາມາດໃຫ້ການຊ່ວຍເຫຼືອໄດ້ຍ່າງຈໍາກັດແລະບໍ່ພຽງພໍໃນທຸກດ້ານດ້ວຍນັ້ນ. ຈືງເຮັດໃຫ້ໂຮງຮຽນຈຳນວນຫຼາຍຢູ່ເຂດຊົນນະບົດຕ້ອງຢຸດການຮຽນ-ການສອນໄປແລ້ວ ໂດຍໃຫ້ນັກຮຽນທີ່ພໍ່ແມ່ຍັງສາມາດໃຫ້ການສະຫນັບສະຫນູນໄດ້ນັ້ນຕ້ອງເຂ້າໄປຮຽນຕໍ່ຢູ່ໂຮງຮຽນໃນຕົວເມືອງ. ສ່ວນໂຮງຮຽນທີ່ຢຸດການຮຽນ-ການສອນແລ້ວ, ຖ້າຫາກວ່າຈະກັບຄືນມາເປິດການຮຽນ-ການສອນຕາມປົກກະຕິ, ກໍຈະຕ້ອງການການຊ່ວຍເຫຼືອຍ່າງພຽງພໍກັບຄວາມຕ້ອງການຕັວຈິງ ດັ່ງຄູສອນໂຮງຮຽນແຫ່ງນື່ງທີ່ແຂວງຫລວງພຣະບາງ ຢືນຢັນວ່າ:
“ຄັນຂໍໄດ້ ກໍຍາກຂໍເປັນປື້ມ ເປັນສໍເນາະ ເປັນອຸປະກອນການຮຽນ. ແລ້ວກະແນວກິນຂອງເດັກນ້ອຍຫັ່ນແຫລະ ຫລັກໆ ກໍກ່ຽວຂ້ອງກັບໂພຊະນາການຍາກໃຫ້ເດັກນ້ອຍໄດ້ກິນຄບຫມວດຫມູ່ຫັ່ນແຫລະ ຄືຍູ່ນີ້ມັນໄກຊອກຫລີກ ມັນບໍ່ມີຕະຫລາດ ແລ້ວກະໂດນໆ ຈືງໄດ້ກິນອັນທີ່ຄບຫມວດຫມູ່ ບາງເທື່ອກະເປັນອາທິດ ຈືງໄດ້ກິນຫມາກໄມ້ເທື່ອຫນື່ງ ຄັນມີເງື່ອນໄຂກໍຍາກໃຫ້ຊ່ວຍດ້ານໂພດສະນາການກັບອຸປະກອນການຮຽນຂອງເດັກນ້ອຍ.”
ທັ້ງນີ້ໂດຍອີງໃສ່ບົດລາຍງານຂອງກອງທຶນຫລຸດຜ່ອນປັນຫາຍາກຈົນໃນລາວ. ລະບຸວ່າ ເຂດທີ່ຂາດແຄນໂພຊະນາການຮ້າຍແຮງທີ່ສຸດ ສໍາລັບແມ່ ແລະ ເດັກນ້ອຍລາວໃນປັດຈຸບັນ ຄື: ແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະຊຽງຂວາງ. ຊຶ່ງການສຳຫຼວດໄດ້ພົບວ່າ ການຂາດແຄນໂພຊະນາການຂອງແມ່ແລະເດັກໃນ 4 ແຂວງດັ່ງກ່າວກວມເອົາເຖິງ 465 ບ້ານໃນເຂດ 12 ຕົວເມືອງ.
ໂດຍການສຳຫຼວດດັງກ່າວນີ້ ຖືໄດ້ວ່າມີຄວາມສຳຄັນໃນການສ້າງແຜນດຳເນີນງານເພື່ອປົກປ້ອງສິດ ແລະ ຍົກສູງຄຸນນະພາບຊີວິດຂອງແມ່ຍິງ ແລະ ເດັກນ້ອຍໃນລາວ ໃຫ້ໄດ້ມາດຕະຖານສາກົນ. ເນື່ອງຈາກການລະບາດຂອງໄວຣັສໂຄວິດ-19 ມັນໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ແມ່ແລະເດັກນ້ອຍໃນລາວ. ໂດຍສະເພາະແມ່ນຜົນກະທົບດ້ານໂພຊະນາການ, ການສຶກສາ, ສາທາລະນະສຸກ, ການປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ ແລະ ການເຂົ້າເຖິງການບໍລິການສາທາລະນະຕ່າງໆໃນລາວ ລ້ວນແຕ່ມີຄວາມສຳຄັນຕໍ່ການພັດທະນາລະດັບຊາດຂອງລາວທັ້ງສິ້ນ.
ຟໍຣັມສະແດງຄວາມຄິດເຫັນ