ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດບັນທຸກສິນຄ້າລາວ ຕ້ອງຈອດລຽນແຖວຍາວກວ່າ 50 ກິໂລແມັດ ເພາະທາງການຈີນດຳເນີນມາດຕະການສະກັດກັ້ນ ໂຄວິດ-19


ລົດບັນທຸກສິນຄ້າຈາກລາວ ລຽນແຖວສອງຟາກທາງເລກທີ 13 ເໜືອ ເປັນໄລຍະທາງຍາວກວ່າ 50 ກິໂລແມັດ ເພື່ອລໍຖ້າການອະນຸຍາດຂ້າມຊາຍແດນໄປຈີນ ຢູ່ທີ່ດ່ານບໍ່ເຕັນ.
ລົດບັນທຸກສິນຄ້າຈາກລາວ ລຽນແຖວສອງຟາກທາງເລກທີ 13 ເໜືອ ເປັນໄລຍະທາງຍາວກວ່າ 50 ກິໂລແມັດ ເພື່ອລໍຖ້າການອະນຸຍາດຂ້າມຊາຍແດນໄປຈີນ ຢູ່ທີ່ດ່ານບໍ່ເຕັນ.

ລົດບັນທຸກສິນຄ້າຂອງລາວ ຕ້ອງຈອດລຽນກັນເປັນແຖວ ຍາວກວ່າ 50 ກິໂລ ແມັດ ເພາະວ່າທາງການຈີນດຳເນີນມາດຕະການສະກັດກັ້ນ ໂຄວິດ-19 ໂດຍຈຳກັດໃຫ້ລົດຂົນສົ່ງສິນຄ້າລາວ ໄປຈີນໄດ້ 150 ຄັນຕໍ່ວັນ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ພະແນກໂຍທາທິການແລະຂົນສົ່ງ ແຂວງອຸດົມໄຊ ໄດ້ມີໜັງສືແຈ້ງການເຖິງບັນດາຜູ້ປະກອບການລົດບັນທຸກສິນຄ້າຈາກທຸກແຂວງ ທີ່ຈະເດີນທາງຜ່ານຖະໜົນເລກ 13 ເໜືອ ເຂົ້າມາພື້ນທີ່ແຂວງອຸດົມໄຊ ເພື່ອຂົນສົ່ງສິນຄ້າໄປຍັງຊາຍແດນ ລາວ-ຈີນ ທີ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ຫຼື ໄປຍັງຊາຍແດນ ລາວ-ໄທ ໃນແຂວງບໍ່ແກ້ວນັ້ນ ຕ້ອງລະງັບການເດີນທາງໄວ້ກ່ອນ ເປັນການຊົ່ວຄາວ ເນື່ອງຈາກວ່າ ຍັງຄົງມີປະລິມານລົດບັນທຸກທີ່ຈອດລໍຖ້າຂ້າມດ່ານບໍ່ເຕັນ ເພື່ອເຂົ້າໄປສົ່ງສິນຄ້າໃນຝັ່ງຈີນ ຢູ່ເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ມີລົດຕິດສະສົມຈາກໜ້າດ່ານບໍ່ເຕັນໄປຕາມຖະໜົນ R3a ແລະເລີຍ 3 ແຍກບ້ານນາເຕີຍ ໄປຕາມຖະໜົນເລກ 13 ເໜືອໄປເຖິງບ້ານປາງທອງ ເມືອງນາໝໍ້ ແຂວງອຸດົມໄຊ ຊຶ່ງກໍເຮັດໃຫ້ການຈະລາຈອນຕາມຖະໜົນເລກ 13 ເໜືອຕິດຂັດຢ່າງໜັກ ແລະລົດບົນທຸກສິນຄ້າຕ້ອງຈອດລຽນກັນ ເປັນໄລຍະທາງຍາວກວ່າ 50 ກິໂລແມັດ ເພື່ອລໍຖ້າການອະນຸຍາດຂ້າມຊາຍແດນໄປຈີນ.

ໂດຍສາເຫດທີ່ເຮັດໃຫ້ເກີດບັນຫາດັ່ງກ່າວ ກໍເພາະວ່າ ທາງການຈີນໄດ້ເພີ້ມຄວາມເຂັ້ມງວດໃນການກວດສຸຂະພາບຂອງຄົນຂັບລົດບັນທຸກ ແລະກວດກາສິນຄ້າທຸກຊະນິດຢ່າງລະອຽດ ທັງນີ້ເພື່ອສະກັດກັ້ນໄວຣັສໂຄວິດ-19 ບໍ່ໃຫ້ແຜ່ລະບາດຈາກລາວ ເຂົ້າໄປໃນຈີນ ຈຶ່ງອະນຸຍາດໃຫ້ລົດບັນທຸກສິນຄ້າຈາກລາວ ເຂົ້າໄປຈີນໄດ້ພຽງ 150 ຄັນຕໍ່ວັນເທົ່ານັ້ນ ໃນຂະນະທີ່ມີລົດບັນທຸກສິນຄ້າລາວ ໄປຈີນຫຼາຍກວ່າ 350 ຄັນຕໍ່ວັນ ອັນເຮັດໃຫ້ມີລົດບັນທຸກສິນຄ້າຕົກຄ້າງຢູ່ໃນລາວສະເລ່ຍ 200 ຄັນໃນແຕ່ລະມື້ ນັບຕັ້ງແຕ່ກາງເດືອນທັນວາ 2021 ເປັນຕົນມາ.

ສ່ວນທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຖະແຫລງຢືນຢັນວ່າ ທາງການລາວ ຈະເລັ່ງຂໍເປີດເຈລະຈາກັບທາງການຈີນໃນໄວໆນີ້ ເພື່ອຂໍໃຫ້ພິຈາລະນາເປີດດ່ານຊາຍແດນລະຫວ່າງ ລາວ-ຈີນ ເພີ້ມຂຶ້ນ ເຊັ່ນ ດ່ານປາງໄຮ-ສາເຫີ ທີ່ເມືອງສິງ ໃນແຂວງຫຼວງນ້ຳທາກັບເມືອງຫລ້າ ໃນ ເຂດສິສອງພັນນາ ດ່ານລານຕຸ້ຍ ໃນແຂວງຜົ້ງສາລີ ກັບເມືອງຄຳ ໃນເຂດຜູເອີ ແຂວງຢຸນໜານ ແລະການຂົນສົ່ງສິນຄ້າທາງເຮືອໃນແນວແມ່ນ້ຳຂອງ ຊຶ່ງຈະເປັນອີກຊ່ອງທາງນຶ່ງທີ່ຈະລະບາຍສິນຄ້າລາວ ໄປຈີນໄດ້ໄວຂຶ້ນ ຫາກບໍ່ສະນັ້ນແລ້ວ ກໍຍ່ອມຈະສົ່ງຜົນກະທົບຕໍ່ການສົ່ງອອກສິນຄ້າລາວ ໄປຈີນຢ່າງໜັກໜ່ວງ ໂດຍຄາດວ່າ ຈະມີສິນຄ້າຈາກແຂວງຫຼວງນ້ຳທາ ສົ່ງໄປຈີນ 1,651,830 ໂຕນ ແຂວງຜົ້ງສາລີ 248,455 ໂຕນ ແຂວງໄຊຍະບູລີ 195,650 ໂຕນ ແຂວງອຸດົມໄຊ 88,873 ໂຕນ ແລະແຂວງຫຼວງພະບາງ 24,586 ໂຕນ ໃນຊ່ວງ 6 ເດືອນຕົ້ນປີ 2022 ໂດຍລັດຖະບານລາວ ຈະໃຫ້ຄວາມສຳຄັນເປັນພິເສດໃນ 8 ພາກການຜະລິດສິນຄ້າເພື່ອສົ່ງອອກໄປຕ່າງປະເທດຫຼາຍຂຶ້ນ ດ້ວຍການສົ່ງເສີມເອກະຊົນທັງໃນແລະຕ່າງປະເທດ ໃຫ້ລົງທຶນໃນ 8 ພາກການຜະລິດດັ່ງກ່າວເພີ້ມຂຶ້ນ ດັ່ງທີ່ ທ່ານຄຳແພງ ຢືນຢັນວ່າ:

“ກະຊວງອຸດສາຫະກຳແລະການຄ້າ ຈະໄດ້ສຸມໃສ່ ຊຸກຍູ້ ສົ່ງເສີມ ແລະພັດທະ ນາອຸດສາຫະກຳ 8 ກຸ່ມ ອຸດສາຫະກຳປຸງແຕ່ງອາຫານແລະເຄື່ອງດື່ມ ອຸດສາ ຫະກຳແຜ່ນແພເຄື່ອງນຸ່ງຫົ່ມ ແລະເກີບ ອຸດສາຫະກຳວັດສະດຸກໍ່ສ້າງ ອຸດສາ ຫະກຳປຸງແຕ່ງ ຜະລິດຕະພັນຈາກກະສິກຳທີ່ບໍ່ແມ່ນສະບຽງອາຫານ ແລະປ່າ ໄມ້ ອຸດສາຫະກຳປຸງແຕ່ງແຮ່ທາດ ໂລຫະແລະເຄມີ ລວມທັງ ໂຮງກັ່ນນ້ຳມັນ ອຸດສາຫະກຳເຄື່ອງໃຊ້ໄຟຟ້າ ແລະຊຶ້ນສ່ວນ Electronic ອຸດສາຫະກຳ ພາ ຫະນະ ແລະກົນຈັກກະສິກຳ ອຸດສາຫະກຳສິ່ງພິມ ແລະເຄື່ອງຫຸ້ມຫໍ່.”

ສ່ວນທ່ານເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ຖະແຫລງວ່າ ການສົ່ງອອກສິນຄ້າກະສິກຳໃນປີ 2021 ມີມູນຄ່າລວມ 1,200 ລ້ານໂດລາ ໂດຍໃນນີ້ 80 ເປີເຊັນ ກໍເປັນການສົ່ງອອກໄປຈີນ ພາຍໃຕ້ລະບົບໂຄວຕາພິເສດທີ່ຈີນ ຕົກລົງຮັບຊື້ສິນຄ້າກະສິກຳ 14 ຊະນິດຈາກລາວ ປະກອບດ້ວຍເຂົ້າ ສາລີ ມັນຕົ້ນ ກ້ວຍ ໝາກໂມ ມັນດ້າງ ຖົ່ວຝັກຍາວ ຖົ່ວເຫຼືອງຝັກສົດ ຖົ່ວເບີ ໝາກໜອດ ໝາກກ້ຽງເປືອກໜາ ໝາກນາວເຫຼືອງ ແລະງົວ-ຄວາຍ ທີ່ທາງການຈີນ ໄດ້ຕົກລົງຮັບຊື້ຈາກລາວ ເຖິງ 5 ແສນໂຕຕໍ່ປີ ນັບຈາກປີ 2018 ເປັນຕົ້ນມາ ຫາກແຕ່ວ່າ ຝ່າຍລາວ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງແທ້ຈິງ.

XS
SM
MD
LG