ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ລາວ ກັບ ກຳປູເຈຍ ຕົກລົງຖອນ ກຳລັງທະຫານ ອອກຈາກເຂດ ຊາຍແດນ ທີ່ຂັດແຍ້ງກັນ


ນາຍົກລັດຖະມົນຕີກຳປູເຈຍ ທ່ານ ຮຸນ ເຊັນ, ຊ້າຍ, ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ, ຂວາ, ຈັບມືກັບໃນລະຫວ່າງການພົບປະກັນ.
ນາຍົກລັດຖະມົນຕີກຳປູເຈຍ ທ່ານ ຮຸນ ເຊັນ, ຊ້າຍ, ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ, ຂວາ, ຈັບມືກັບໃນລະຫວ່າງການພົບປະກັນ.

ນາຍົກລັດຖະມົນຕີ ລາວ ກັບ ກຳປູເຈຍ ຕົກລົງຖອນກຳລັງທະຫານຂອງທັງສອງຝ່າຍ
ອອກໄປຈາກເຂດຊາຍແດນທີ່ຂັດແຍ້ງກັນທີ່ເຂດແກ້ງຕໍມໍດອຍ ກັບຫ້ວຍຕະເງົາທີ່ມີ
ພື້ນທີ່ກວ້າງເຖິງ 550 ກິໂລແມັດມົນທົນ.

ທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ຖະແຫຼງຢືນຢັນຮ່ວມກັບທ່ານ ທອງລຸນ
ສີສຸລິດ ນາຍົກລັດຖະມົນຕີລາວ ທີ່ນະຄອນຫຼວງ ຮາໂນ່ຍ ປະເທດ ຫວຽດນາມ ເມື່ອ
ວັນທີ 13 ກັນຍາ 2018 ວ່າທັງສອງຝ່າຍຕົກລົງຖອນກຳລັງທະຫານທັງໝົດອອກໄປ
ຈາກເຂດຊາຍແດນທີ່ຂັດແຍ້ງກັນ ທັງບໍ່ອະນຸຍາດໃຫ້ປະຊາຊົນທັງສອງປະເທດພັກອາ
ໄສ ແລະ ບໍ່ອະນຸຍາດໃຫ້ປະກອບກິດຈະກຳໃດໆຢູ່ໃນເຂດດັ່ງກ່າວອີກດ້ວຍ ໂດຍຕໍ່ໄປ
ນີ້ໃຫ້ຖືເປັນເຂດຄົງຄ້າງທີ່ທັງສອງຝ່າຍຈະຮ່ວມກັນລາດຕະເວນ ເພື່ອສ້າງຄວາມໄວ້
ເນື້ອເຊື່ອໃຈກັນ ທີ່ແນໃສ່ການແກ້ໄຂບັນຫາຮ່ວມກັນໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານ ຮຸນ
ເຊັນ ຢືນຢັນວ່າ

“ໃນນັ້ນມີເງື່ອນໄຂສາມຢ່າງ ກ່ຽວກັບ ເຂດທີ່ບໍ່ທັນມີການແກ້ໄຂນີ້ ອັນທີ 1 ບໍ່ໃຫ້ມີກອງ
ກຳລັງທະຫານ, ອັນທີສອງບໍ່ໃຫ້ມີປະຊາຊົນຢູ່ຫັ້ນ, ອັນທີສາມຕ້ອງລາດຕະເວນຮ່ວມ
ກັນ. ການລາດຕະເວນທາງບົກຈະຕ້ອງແມ່ນຮ່ວມກັນ ຫຼືວ່າໃຊ້ໂດຣນ ຮ່ວມກັນ ເພື່ອ
ສ້າງຄວາມໄວ້ເນື້ອເຊື່ອໃຈຮ່ວມກັນ.”

ທັງນີ້ໂດຍເຂດຊາຍແດນທີ່ຂັດແຍ້ງກັນລະຫວ່າງ ລາວ ກັບ ກຳປູເຈຍ ທີ່ແກ້ງຕໍມໍດອຍ
ກັບຫ້ວຍຕະເງົາ ເປັນຊາຍແດນລະຫວ່າງເມືອງສະໜາມໄຊ ແຂວງອັດຕະປື ແລະ
ເມືອງແສນປາງ ແຂວງສະຕຶງ ເຕຣັງ ຂອງກຳປູເຈຍ ມີເນື້ອທີ່ກວ້າງເຖິງ 550 ກິໂລແມັດ
ມົນທົນ ຊຶ່ງທາງການທັງສອງຝ່າຍໄດ້ອ້າງເຂດແດນໂດຍຖືຕາມແຜນທີ່ທີ່ແຕກຕ່າງກັນ
ຈຶ່ງບໍ່ສາມາດຕົກລົງກັນໄດ້ຈົນເຖິງປັດຈຸບັນ.

ສ່ວນການສຳຫຼວດເພື່ອປັກປັນເຂດແດນ ລາວ ກັບ ກຳປູເຈຍ ນັ້ນໄດ້ເລີ່ມດຳເນີນການ
ນັບແຕ່ປີ 2000 ເປັນຕົ້ນມາ ໂດຍປະຕິບັດຕາມຫຼັກການ 4 ດ້ານທີ່ລັດຖະບານສອງປະ
ເທດໄດ້ຕົກລົງຮ່ວມກັນ ເມື່ອປີ 1995 ກໍຄືຫຼັກການຮັບຮູ້ເຂດຊາຍແດນທີ່ອີງຕາມແຜນ
ທີ່ມາດຕາສ່ວນ 1 ຕໍ່ 100,000 (ປີ 1933) ຫຼັກການສາກົນ ກ່ຽວກັບ ການຂີດເສັ້ນຊາຍ
ແດນ ຫຼັກການຄຸ້ມຄອງຂອງປະຊາຊົນທີ່ສືບທອດກັນມາ ຫຼັກຂອງຄວາມສະເໝີພາກ
ເຄົາລົບສິດທິ ຜົນປະໂຫຍດ ແລະ ເປັນເອກະພາບກັນຢ່າງສົມບູນ.

ແຕ່ບັນຫາຂັດແຍ້ງຢູ່ເຂດຊາຍແດນ ລາວ ກັບ ກຳປູເຈຍ ໄດ້ເກີດຂຶ້ນໃນວັນທີ 12 ສິງຫາ
2017 ທີ່ຜ່ານມາ ໂດຍມີສາເຫດມາຈາກການເຄື່ອນກຳລັງທະຫານກຳປູເຈຍ ເຂົ້າໄປໃນ
ເຂດທີ່ຍັງບໍ່ສາມາດຕົກລົງປັກປັນເຂດແດນຮ່ວມກັນໄດ້ ຊຶ່ງເຮັດໃຫ້ນາຍົກລັດຖະມົນຕີ
ທັງສອງ ຕ້ອງພົບປະເຈລະຈາກັນທີ່ນະຄອນຫຼວງ ວຽງຈັນ ໃນວັນທີ 12 ສິງຫາ 2017
ຊຶ່ງກໍໄດ້ຕົກລົງຮ່ວມກັນຖອນກຳລັງທະຫານຂອງທັງສອງຝ່າຍ ອອກໄປຈາກເຂດຂັດ
ແຍ້ງ ຫຼື ກັບໄປເຂດທີ່ຕັ້ງເດີມ ແລະ ໃຫ້ຍຸຕິສ້າງຖະໜົນໃນເຂດຂັດແຍ້ງດັ່ງກ່າວດ້ວຍ.

ສ່ວນການພົບປະເຈລະຈາຄັ້ງທີສອງລະຫວ່າງ ທ່ານ ທອງລຸນ ກັບ ທ່ານ ຮຸນ ເຊັນທີ່ນະ
ຄອນຫຼວງພະນົມເປັນ ເມື່ອວັນທີ 1 ກັນຍາ 2017 ນາຍົກລັດຖະມົນຕີທັງສອງກໍໄດ້ຕົກ
ລົງກັນໃນ 4 ດ້ານຄື ການມອບໝາຍໃຫ້ລັດຖະມົນຕີວ່າການຕ່າງປະເທດຂອງສອງຝ່າຍ
ພົບປະເຈລະຈາ ເພື່ອແກ້ໄຂຂໍ້ຂັດແຍ້ງຮ່ວມກັນໃຫ້ໄວທີ່ສຸດ ໂດຍກຳນົດໃຫ້ແກ້ໃນ 4
ພື້ນທີ່ໃຫ້ໄດ້ ປະກອບດ້ວຍພື້ນທີ່ 033, ພື້ນທີ່ 037/13, ພື້ນທີ່ 032/1 ແລະ ພື້ນທີ່ ອູສະ
ຫວາຍ ແລະ ເວີນຄຳ ຫຼັງຈາກນັ້ນຈຶ່ງໄປຕົກລົງກັນທີ່ເຂດແກ້ງຕໍມໍດອຍ ກັບຫ້ວຍສະເງົາ.

ນອກຈາກນີ້ ເພື່ອເປັນການແກ້ບັນຫາທີ່ສອງຝ່າຍຍຶດຖືເອົາແຜນທີ່ໆແຕກຕ່າງກັນ ນາ
ຍົກລັດຖະມົນຕີທັງສອງ ກໍຍັງຈະຮ່ວມກັນຮ່າງຈົດໝາຍເຖິງປະທານາທິບໍດີ ຝຣັ່ງ ເພື່ອ
ຂໍໃຫ້ມອບແຜນທີ່ມາດຕະສ່ວນ 1 ຕໍ່ 100,000 ແລະ 1 ຕໍ່ 50,000 ພ້ອມທັງເອກະສານ
ຕ່າງໆ ກ່ຽວກັບ ເຂດແດນ ລາວ-ກຳປູເຈຍ ເພື່ອໃຊ້ປະກອບການເຈລະຈາກັນຕໍ່ໄປ ທັງນີ້
ທາງການ ລາວ-ກຳປູເຈຍ ສາມາດຕົກລົງປັກຫຼັກໝາຍໄດ້ແລ້ວ 121 ຫຼັກໃນໄລຍະທາງ
465 ກິໂລແມັດ ຄິດເປັນ 87 ເປີເຊັນຂອງຊາຍແດນທີ່ມີໄລຍະຍາວ 535 ກິໂລແມັດ.

XS
SM
MD
LG