ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ລາວ ແລະ ​ກຳ​ປູ​ເຈຍ ຕົກ​ລົງ​ຈະ​ແກ້​ໄຂ ​ບັນ​ຫາ​ຂັດ​ແຍ່ງ ​ກ່ຽວ​ກັບ ​ເຂດ​ແດນ ລະ​ຫວ່າງ​ກັນ ຢ່າງ​ສັນ​ຕິ


ຜູ້​ນຳ​ກອງ​ທັບ​ ກຳ​ປູ​ເຈຍ ແລະ ລາວ ຈັບ​ມື​ກັນ ຫຼັງ​ຈາກ​ການ​ເຊັນ​ສັນ​ຍາ.
ຜູ້​ນຳ​ກອງ​ທັບ​ ກຳ​ປູ​ເຈຍ ແລະ ລາວ ຈັບ​ມື​ກັນ ຫຼັງ​ຈາກ​ການ​ເຊັນ​ສັນ​ຍາ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ແລະ​ກຳ​ປູ​ເຈຍ ຕົກ​ລົງ​ຈະ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ່ງ​ກ່ຽວ​ກັບ​ເຂດ
​ແດນ ລະ​ຫວ່າງ​ກັນຢ່າງ​ສັນ​ຕິ ແລະ​ຈະ​ຮ່າງ​ສົນ​ທິ​ສັນ​ຍາ ເພື່ອ​ກຳ​ນົດ​ເສັ້ນ​ຊາຍ​ແດນ
ລະ​ຫວ່າງ​ກັນ​ໃຫ້​ສຳ​ເລັດ​ໂດຍ​ໄວ​ດ້ວຍ.


ໂດຍ​ອີງ​ຕາມ​ຖະ​ແຫລງ​ການ​ຮ່ວມ​ ລະ​ຫວ່າງ​ລັດ​ຖະ​ບານ ​ລາວ ກັບ​ກຳ​ປູ​ເຈຍ ທີ່​ຈັດຂຶ້ນ​
ໃນ​ໂອ​ກາດ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ ໂດຍ​ທ່ານ​
ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຕາມ​ການ​ເຊີນ​ຂອງ ທ່ານ​ຮຸນ ເຊັນ ນາ​ຍົກ​
ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ໃນ​ວັນ​ທີ 12 ຫາ 13 ກັນ​ຍາ 2019 ຜ່ານ​ມາ. ນາ​ຍົກ​ລັດ​ຖະ​ມົນ​
ຕີ ທັງ​ສອງ ໄດ້​ຕົກ​ລົງ​ຮ່ວມ​ກັນ​ຢ່າງ​ຄັກ​ແນ່​ວ່າ ໃຫ້​ຖື​ເອົາ​ຈຸດ​ຊາຍ​ແດນ ທີ່​ບໍ​ລິ​ເວນ​ແກ້ງ​
ຕໍ​ມໍ​ຄອຍ-ຫ້ວຍ​ຕະ​ເງົາ​ເປັນ​ຈຸດ​ຊາຍ​ແດນ​ຄົງ​ຄ້າງ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ດັ່ງ​ນັ້ນ
ຈຶ່ງເຫັນ​ດີບໍ່​ໃຫ້​ມີ​ກຳ​ລັງ​ທ​ຫານ​ຂອງ​ຝ່າຍ​ໃດ​ຢູ່​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວ ທັງ​ບໍ່​ໃຫ້​ມີ​ປ​ະ​ຊາ​ຊົນ
ອາ​ໄສ​ຢູ່ ຫຼືບໍ່​ໃຫ້ດຳ​ເນີນ​ກິດ​ຈະ​ກຳ​ໃດໆ ແລະ​ໃຫ້​ມີ​ການກວດ​ກາ​ຮ່ວມ​ກັນ​ທັງ​ທາງ​ບົກ
ທາງ​ນ້ຳ ແລະ​ທາງ​ອາ​ກາດ ໂດຍ​ການກວດ​ການັ້ນ ກໍ​ສາ​ມາດ​ດຳ​ເນີນ​ການໄດ້ ດ້ວຍ​ການ
ໃຊ້ກຳ​ລັງ​ຄົນ ແລະ​ການ​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ (Drone) ພ້ອມ​ກັນ​ນີ້ ທັງ​ສອງ​ຝ່​າຍ​ກໍ​ຍັງ
ຈະ​ຮ່ວມ​ກັນ​ຮ່າງ​ສົນ​ທິ​ສັນ​ຍາ ວ່າ​ດ້ວຍ​ການ​ກຳ​ນົດ​ເສັ້ນ​ຊາຍ​ແດນ ແລະ​ການ​ປັກ​ຫລັກ​
ໝາຍ​ຊາຍ​ແດນ ລະ​ຫວ່າງ​ກັນ ໃຫ້​ສຳ​ເລັດ​ໂດຍ​ໄວ​ອີກ​ດ້ວຍ.

ກ່ອນ​ໜ້ານີ້ ກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ​ກອງ​ທັບ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​
ຕົກ​ລົງ​ພ້ອມ​ກັນ​ຖອນ​ກຳ​ລັງ​ທະ​ຫານ​ຂອງ​ທັງ​ສອງ​ຝ່າຍ​ອອກ​ຈາກ​ຈຸດ​ຊາຍ​ແດນ​ຄົງ​ຄ້າງ
ທີ່​ຕິດ​ຕໍ່​ລະ​ຫວ່າງ​ເຂດ​ເມືອງ​ມູນ​ລະ​ປະ​ໂມກ ແຂວງ​ຈຳ​ປາ​ສັກ ກັ​ບ ເມືອງ​ຈອມ​ກະ​ສານ​
ແຂວງ​ພ​ະ​ວິ​ຫານ ເມື່ອ​ວັນ​ທີ 29 ສິງ​ຫາ 2019 ທີ່​ຜ່ານ​ມາ.

ຫລັງ​ຈາກ​ທີ່​ກຳ​ລັງ​ທະ​ຫານ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ປະ​ເຊີນ​ໜ້າ​ກັນ ຢູ່​ໃນ​ພື້ນ​ທີ່​ດັ່ງ​ກ່າວ​
ເປັນ​ເວ​ລາ​ເກືອບ 2 ສັບ​ປະ​ດາ ທັງ​ຍັງ​ຖື​ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ທ່ານ​ຮຸນ ເຊັນ ໄດ້​
ເຊື້ອ​ເຊີນ​ໃຫ້​ທ່ານ​ທອງ​ລຸນ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ໃນ​ຄັ້ງ​ຫລ້າ​ສຸດນີ້ ແລະ​ດ້ວຍ
​ການ​ຕົກ​ລົງ​ຮ່ວມ​ກັນ​ດັ່ງ​ກ່າວ ກໍ​ເຮັດ​ໃຫ້​ສອງ​ຝ່າຍ​ໝັ້ນ​ໃຈ​ວ່າ ຈະ​ແກ້​ໄຂ​ບັນ​ຫາ​ຊາຍ​ແດນ
​ຮ່ວມ​ກັນ​ໄດ້​ຢ່າງ​ແນ່ນອນ ດັ່ງ​ທີ່​ທ່ານ ທອງ​ລຸນ ໄດ້​ຖະ​ແຫລງວ່າ:

“ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ແກ້​ໄຂ​ບັນ​ຫາ​ຊາຍ​ແດນ​ຂອງ​ພວກ​ເຮົາ​ທັງ​ສອງ​ປະ​ເທດນັ້ນ
ຈະເຕັມ​ໄປ​ດ້ວຍ​ບົນ​ພື້ນ​ຖານ​ຫລັກ​ການ​ແຫ່ງ​ມິດ​ຕະ​ພາບ ສະ​ເໝີ​ພາບ ແລະ​ບໍ່​ໃຫ້​ໃຜ​
ໄດ້ ໃຜ​ເສຍ ດັ່ງ​ນັ້ນ ສອງ​ນາ​ຍົກ​ ກະ​ໄດ້​ເປັນ​ເອ​ກກະ​ພາບ​ກັນ​ວ່າ ຈະ​ປົກ​ປັກ​ຮັກ​ສາ​
ຄວາມ​ສະ​ຫງົບ ບໍ່​ໃຫ້​ມີ​ຄວາມ​ເຄັ່ງ​ຕຶງ​ໃນ​ເຂດ​ຊາຍ​ແດນ ທີ່ບໍ່​ທັນ​ໄດ້​ຕົກ​ລົງ​ກັນ ດ້ວຍ​
ຫລັກ​ການ​ທີ່​ພວກ​ເຮົາ​ຕົກ​ລົງ​ກັນມື້ນີ້ ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ທີ່​ສຸດ ວ່າ ເສັ້ນ​ຊາຍ​ແດນ​
ຂອງ​ພວກ​ເຮົາ ຈະ​ໄດ້​ຮັບ​ການ​ສືບ​ຕໍ່​ແກ້​ໄຂ​ຕໍ່​ໄປ ພວກ​ເຮົາ​ຈະ​ມີ​ເສັ້ນ​ຊາຍ​ແດນ ທີ່​ສົມ
​ບູນ​ແບບ.”

ທັງ​ນີ້​ ໂດຍ​ເຂດ​ຊາຍ​ແດນ ທີ່​ຂັດ​ແຍ່ງ​ກັນ ລະ​ຫວ່າງ​ລາວ ກັ​ບ​ກຳ​ປູ​ເຈຍ ທີ່​ແກ້ງ​ຕໍ​ມໍ​ຄອຍ
​ກັບ​ຫ້ວຍ​ຕະ​ເງົາ​ ເປັນເຂດ​ຊາຍ​ແດນ​ລະ​ຫວ່າງ​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ແລະ
​ເມືອງ​ແສນ​ປາງ ແຂວງ​ສະ​ຕຶງ​ແຕ​ຣັງ​ຂອງ​ກຳ​ປູ​ເຈຍ ມີ​ເນື້ອທີ່ກວ້າງເຖິງ 550 ກິ​ໂລ​ແມັດ
​ມົນ​ທົນ ຊຶ່ງ​ທາງ​ການ​ທັງ​ສອງ​ຝ່າຍ ​ໄດ້​ອ້າງ​ເຂດ​ແດນ​ໂດຍ​ຖື​ຕາມ​ແຜນ​ທີ່ ທີ່​ແຕກ​ຕ່າງ
​ກັນ ແລະ​ຝ່າຍ​ກຳ​ປູ​ເຈຍ ຍັງ​ໄດ້​ກໍ່​ສ້າງ​ທາງ​ເຂົ້າ​ມາ​ໃນ​ເຂດ​ດັ່ງ​ກ່າວ​ດ້ວຍນັ້ນ ຈຶ່ງ​ເກີດ​
ການ​ຂັດ​ແຍ່ງ ແລະ​ເກີດ​ການ​ປະ​ເຊີນ​ໜ້າ​ກັນທາງ​ທະ​ຫານ ນັບ​ແຕ່​ເດືອນ​ສິງ​ຫາ 2017
ເປັນ​ຕົ້ນ​ມາ.

ສ່ວນ​ກາ​ນ​ສຳຫຼວດ​ເພື່ອ​ປັກ​ປັນ​ເຂດ​ແດນ ລະ​ຫວ່າງ​ລາວ ແລະ​ກຳ​ປູ​ເຈຍ ນັ້ນ ໄດ້​ເລີ້ມ
​ດຳ​ເນີນ​ການ​ເມື່ອ​ປີ 2000 ໂດຍ​ການ​ປະ​ຕິ​ບັດ​ຕາມ​ຫລັກ​ການ 4 ດ້ານ ທີ່​ລັດ​ຖະ​ບານ​
ສອງ​ປະ​ເທດ ໄດ້​ຕົກ​ລົງ​ຮ່ວມ​ກັນ ເມື່ອ​ປີ 1995 ກໍ​ຄື​ຫລັກ​ການ​ຮັບ​ຮູ້​ເຂ​ດ​ຊາຍ​ແດນ ອີງ​
ຕາມ​ແຜນ​ທີ່​ມາດ​ຕ​າ​ສ່ວນ 1 ຕໍ່ 100,000 (ປີ 1993) ຫລັກ​ການ​ສາ​ກົນ ກ່ຽວ​ກັບ​ການ​
ຂີດ​ເສັ້ນ​ຊາຍ​ແດນ ຫລັກ​ການ​ຄຸ້ມ​ຄອງ​ຂອງ​ປະ​ຊາ​ຊົນ ທີ່​ສືບ​ທອດ​ກັນ​ມາ ແລະ​ຫລັກ
​ການ​ຂອງ​ຄວາມ​ສະ​ເໝີ​ພາບ ການ​ເຄົາ​ລົບ​ໃນ​ສິດ ຜົນ​ປະ​ໂຫຍດ​ທີ່​ເປັນ​ເອ​ກະ​ພາບ​ກັນ​
ຢ່າງ​ສົມ​ບູນ.

ທັງ​ນີ້​ທາງ​ການ​ລາວ ແລະ​ກຳ​ປູ​ເຈຍ ໄດ້​ຕົກ​ລົງ​ຮ່ວມ​ກັນ ສຳຫຼວດ​ເພື່ອ​ການ​ປັກ​ປັນຫຼັກ
​ໝາຍ​ຊາຍ​ແດນ ລະ​ຫວ່າງ​ກັນ​ໃນ​ປີ 1995 ແລະ​ເລີ້ມ​ການ​ສຳຫຼວດ​ຕົວ​ຈິງ​ນັບ​ຈາກ​ປີ
2000 ເປັນ​ຕົ້ນ​ມາ ໂດຍ​ໃນ​ປັດ​ຈຸ​ບັນ ສາ​ມາດ​ຕົກ​ລົງ​ປັ​ກ​ຫລັກ​ໝາຍ​ຊາຍ​ແດນ​ຮ່ວມ​ກັນ​
ໄດ້​ແລ້ວ 121 ຫລັກ ໃນ​ລະ​ຍະ​ທາງ 465 ກິ​ໂລ​ແມັດ​ທີ່​ຄິດ​ເປັນ 87 ເປີ​ເຊັນ ຂອງ​ເສັ້ນ​
ຊາຍ​ແດນ ລະ​ຫວ່າງ​ລາວ-ກຳ​ປູ​ເຈຍ ທີ່​ມີ​ໄລ​ຍະ​ທາງ​ຍາວ​ທັງ​ໝົດ 535 ກິ​ໂລ​ແມັດ ດັ່ງ​
ນັ້ນ ຈຶ່ງ​ຍັງ​ເຫຼືອ​ເສັ້ນ​ຊາຍ​ແດ​ນ​ອີກ 70 ກິ​ໂລ​ແມັດ ຫຼື 13 ເປີ​ເຊັນ ທີ່​ສອງ​ຝ່າຍ​ຈະ​ຕ້ອງ​
ເຈ​ລະ​ຈາ​ຕົກ​ລົງ​ກັນ​ຕໍ່​ໄປ.

XS
SM
MD
LG