ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການອະນຸມັດ ການລົງທຶນ ຂອງທາງການລາວ ຍັງຊັກຊ້າ ແລະ ຫຼາຍຂັ້ນຕອນ


ໂຮງງານຜະລິດເຈ້ຍ ຂອງບໍລິສັດຈີນ ໃນລາວ
ໂຮງງານຜະລິດເຈ້ຍ ຂອງບໍລິສັດຈີນ ໃນລາວ

ນັກທຸລະກິດລາວ ຢືນຢັນວ່າ ການອະນຸມັດການລົງທຶນຂອງບັນດາບໍລິສັດຕ່າງປະເທດ
ໃນລາວ ຍັງມີການຊັກຊ້າຫຼາຍຂັ້ນຕອນ ທັງຍັງຂາດການໂຄສະນາປະຊາສຳພັນ ເພື່ອ
ດຶງດູດການລົງທຶນ ໃນຕ່າງປະເທດດ້ວຍ.

ນັກທຸລະກິດລາວ ໃນແຂວງຊຽງຂວາງ ໃຫ້ການຢືນຢັນວ່າ ການສົ່ງເສີມການລົງທຶນ
ຂອງຕ່າງ ປະເທດຢູ່ໃນແຂວງຊຽງຂວາງ ຍັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງຈຳກັດ
ຈຶ່ງເຮັດໃຫ້ໂຄງການລົງທຶນສ່ວນໃຫຍ່ ທີ່ເຂົ້າມາໃນແຂວງຊຽງຂວາງນັ້ນ ເປັນການ
ລົງທຶນຂອງນັກທຸລະກິດຈີນ ແລະຫວຽດນາມ ຊຶ່ງເນັ້ນໜັກການລົງທຶນ ສະເພາະໃນ
ດ້ານ ພະລັງງານໄຟຟ້າ ການຂຸດຄົ້ນແຮ່ທາດ ແລະກະສິກຳເປັນດ້ານຫຼັກ ໂດຍໃນປີ
2018 ກໍມີການລົງທຶນຂອງນັກທຸລະກິດຈີນ ແລະຫວຽດນາມ ໃນແຂວງຊຽງຂວາງ
ພຽງ 8 ໂຄງການ ທີ່ມີມູນຄ່າການລົງທຶນລວມ ພຽງແຕ່ 1,000 ຕື້ກີບ ຫຼື 116 ກວ່າ
ລ້ານໂດລາ ເທົ່ານັ້ນ ສ່ວນໃນປີ 2019 ກໍຄາດໝາຍວ່າ ການລົງທຶນຂອງຕ່າງຊາດ
ໃນແຂວງຊຽງຂວາງ ຈະມີມູນຄ່າລວມບໍ່ເກີນ 874 ຕື້ກີບ ຫຼືບໍ່ເຖິງ 102 ລ້ານໂດລາ
ຊຶ່ງກໍເປັນຍ້ອນວ່າ ການໂຄສະນາປະຊາສຳພັນ ເພື່ອດຶງດູດການລົງທຶນຈາກຕ່າງ
ປະເທດ ໃຫ້ເຂົ້າມາໃນລາວ ຍັງຈັດຕັ້ງປະຕິບັດໄດ້ໃນວົງແຄບ ດັ່ງທີ່ນັກທຸລະກິດ
ລາວ ທີ່ບໍ່ປະສົງຈະອອກນາມ ໄດ້ໃຫ້ການຢືນຢັນວ່າ:

“ການດຶງດູດການລົງທຶນນີ້ ຕົ້ນຕໍກະແມນມີການເປີດປະຕູ ສູ່ກັບນັກລົງທຶນຕ່າງປະ
ເທດ ໂດຍສະເພາະແມ່ນ ສສ ຫວຽດນາມ ກັບ ສປ ຈີນນີ້ ໂດຍເອົາການປະສານ
ງານຈາກຜູ້ທີ່ມາລົງທຶນກ່ອນ ແລ້ວເຮົາກະມີການໂຄສະນາຈຸດຂາຍ ຢູ່ໃນແຂວງ
ຊຽງຂວາງ ໃຫ້ເຂົາເຈົ້າຮັບຮູ້ ອັນຕົ້ນຕໍລ່ະແມ່ນພວກເຮົາ ເວົ້າເລື້ອງກົດໝາຍສົ່ງ
ເສີມການລົງນີ້ແຫຼະ ຕ້ອງໄດ້ແຈ້ງໃຫ້ບັນດານັກລົງທຶນ ທີ່ເຂົາເຈົ້າສົນໃນຫັ້ນ ເພາະ
ວ່າ ຄັນເຮົາບໍ່ແຈກຢາຍອັນນີ້ ໃຫ້ເຂົາເຈົ້າຮູ້ ເຂົາເຈົ້າກະຄຶດວ່າ ການລົງທຶນມັນສິ
ຍາກ ຢູ່ໃນ ສປປ ລາວ ເວົ້າລວມ ເວົ້າສະເພາະກໍຢູ່ໃນແຂວງຊຽງຂວາງ.”

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍຖະແຫລງຍອມຮັບວ່າ ການ
ອະນຸມັດ ການລົງທຶນຂອງບັນດາບໍລິສັດຕ່າງຊາດ ໃນລາວ ຍັງພົບກັບບັນຫາຊັກຊ້າ
ແລະຫຼາຍຂັ້ນຕອນ ເຖິງແມ່ນວ່າ ຈະໄດ້ມີການດັດແກ້ກົດໝາຍ ວ່າດ້ວຍການສົ່ງເສີມ
ການລົງທຶນ ເພື່ອເຮັດໃຫ້ສາມາດພິຈາລະນາ ແລະອະນຸມັດການລົງທຶນໄດ້ ໂດຍຜ່ານ
ລະບົບໃຫ້ບໍລິການແບບປະຕູດຽວ (One Stop Service) ນັບແຕ່ປີ 2016 ເປັນຕົ້ນ
ມາແລ້ວ ກໍຕາມ ແຕ່ການຈັດຕັ້ງປະຕິບັດໃນພາກຕົວຈິງ ກໍຍັງບໍ່ສາມາດຕອບສະໜອງ
ໄດ້ ເພາະບຸຄະລາກອນສ່ວນໃຫຍ່ ຍັງປະຕິບັດໜ້າທີ່ຢ່າງບໍ່ມີປະສິດທິພາບ ແລະຂາດ ຄວາມຮັບຜິດຊອບ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ຢ່າງຮີບດ່ວນທີ່ສຸດ ດັ່ງທີ່ ທ່ານ
ທອງລຸນ ໄດ້ໃຫ້ການເນັ້ນຢ້ຳວ່າ:

“ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ ກໍຕ້ອງຜ່ານຫຼາຍຂອດ ຕໍ່ໄປນີ້ເຮັດໃຫ້ຂອດ
ມັນນ້ອຍລົງ ແລະສັ້ນເຂົ້າ ແລະແນະນຳໃຫ້ພາກສ່ວນກ່ຽວຂ້ອງ ໄປກວດຄືນເບິ່ງ
ອັນໃດ ມັນຍາວເຮັດໃຫ້ສັ້ນເຂົ້າ ອັນໃດມັນຫຼາຍເຮັດໃຫ້ນ້ອຍລົງ ບັນຫາໃຫຍ່ໃຫ້
ແກ້ໄຂໃຫ້ມັນເປັນບັນຫານ້ອຍ ບັນຫານ້ອຍກະແກ້ໄຂໃຫ້ມັນບໍ່ໃຫ້ມີບັນຫາ ຖ້າແນວ
ທາງນີ້ ໄດ້ຈັດຕັ້ງປະຕິບັດ ກະຂໍການຮ່ວມມືຈາກພາກທຸລະກິດ ສະເໜີຂໍ້ຂັດຂ້ອງ
ໝອງໃຈຕ່າງໆນັ້ນ ຂຶ້ນມາໃຫ້ທາງການ.”

ໂຮງງານອຸດສາຫະກຳ ຂອງບໍລິສັດລາວ ແຫ່ງນຶ່ງ
ໂຮງງານອຸດສາຫະກຳ ຂອງບໍລິສັດລາວ ແຫ່ງນຶ່ງ

ແຕ່ຢ່າງໃດກໍຕາມ ດ້ວຍການເປັນຄູ່ຮ່ວມຍຸດທະສາດ ການພັດທະນາຮອບດ້ານ ລະ
ຫວ່າງລາວ ກັບຈີນ ກໍໄດ້ເປັນຜົນເຮັດໃຫ້ບັນດາບໍລິສັດຈີນ ໄດ້ຮັບການຕອບສະໜອງ
ແລະອຳນວຍຄວາມສະດວກຈາກບຸຄະລາກອນ ຂອງທາງການລາວ ເປັນຢ່າງດີ ເຮັດ
ໃຫ້ການລົງທຶນຂອງຈີນໃນລາວ ມີມູນຄ່າລວມເກີນກວ່າ 11,000 ລ້ານໂດລາແລ້ວ ໃນ
ປັດຈຸບັນນີ້ ຊຶ່ງຖືເປັນອັນດັບທີ 1 ທັງໃນຖານະຜູ້ລົງທຶນທີ່ມີມູນຄ່າລົງທຶນລວມຫຼາຍ
ທີ່ສຸດ ແລະມີມູນຄ່າການລົງທຶນໃນພາກພະລັງງານ ແລະຂຸດຄົ້ນແຮ່ທາດຫຼາຍທີ່ສຸດ
ໃນລາວອີກດ້ວຍ.

ທັງນີ້ ໂດຍບັນດາບໍລິສັດຈີນ ໄດ້ລົງທຶນໃນລາວ ຫຼາຍກວ່າ 840 ໂຄງການ ຊຶ່ງຮວມເຖິງ
ການລົງທຶນ ໃນພາກພະລັງງານ 9 ໂຄງການ ທີ່ຜະລິດໄຟຟ້າແລ້ວ ກໍຄືເຂື່ອນນ້ຳລີກ
1, 2 ເຂື່ອນນ້ຳງື່ມ 5, ເຂື່ອນນ້ຳງ້ຽບ 2, ເຂື່ອນນ້ຳອູ 2, 5 ແລະ 6, ເຂື່ອນນໍ້າມັງ 1,
ເຂື່ອນນ້ຳໄຜ່ ແລະເຂື່ອນນໍ້າແບ່ງ ທັງຍັງມີອີກ 10 ກວ່າໂຄງການ ທີ່ກຳລັງກໍ່ສ້າງ ແລະ
ຈະແລ້ວເສັດພາຍໃນປີ 2020 ນອກຈາກນັ້ນ ຍັງມີການລົງທຶນກໍ່ສ້າງລະບົບສາຍສົ່ງ
ກະແສໄຟຟ້າຂະໜາດ 230 KV ແລະ 500 KV ຈຳນວນ 8 ໂຄງການ ສ່ວນການຂຸດ
ຄົ້ນແຮ່ທາດນັ້ນ ກໍມີເຖິງ 52 ໂຄງການທີ່ໄດ້ຂຸດຄົ້ນແລ້ວ ແລະອີກກວ່າ 20 ໂຄງການ
ທີ່ກຳລັງດຳເນີນການສຳຫຼວດ ທັງຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ ທີ່ເປັນຜົນຈາກການເປັນ
ຄູ່ຮ່ວມຍຸດທະສາດຮອບດ້ານ ນັບແຕ່ປີ 2009 ເປັນຕົ້ນມາ.

ສ່ວນການລົງທຶນຂອງບັນດາບໍລິສັດເອກກະຊົນໄທໃນລາວນັ້ນ ມີມູນຄ່າລວມ 4,495
ກວ່າລ້ານໂດລາ ທີ່ເປັນການລົງທຶນໃນ 752 ໂຄງການ ໂດຍຖືເປັນອັນດັບທີ 2 ຮອງ
ຈາກຈີນ ແລະຫວຽດນາມ ຕາມມາໃນອັນດັບທີ 3 ມີມູນຄ່າການລົງທຶນລວມ 4,100
ກວ່າລ້ານໂດລາ ໂດຍເປັນການລົງທຶນໃນ 500 ກວ່າໂຄງການ.

XS
SM
MD
LG