ທາງການລາວ ຈະສ້າງຕັ້ງເຂດເສດຖະກິດພິເສດ ເພື່ອຮອງຮັບເອົາການລົງທຶນໃນພື້ນທີ່ຕິດຕໍ່ກັບເຂດກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບຈັງຫວັດບຶງການຂອງໄທ.
ທ່ານເລື່ອນວິໄລ ຈັນທະລະພັນ ຫົວໜ້າຮ້ອງການແຜນການແລະການລົງທຶນ ແຂວງບໍລິຄຳໄຊ ຖະແຫລງຢືນຢັນວ່າ ທາງການແຂວງບໍລິຄຳໄຊ ກຳລັງທຳການສຶກສາສຳຫຼວດ ເພື່ອຈັດສັນພື້ນທີ່ຮອງຮັບການສ້າງຕັ້ງເຂດເສດຖະກິດພິເສດໃນພື້ນທີ່ຕໍ່ເນື່ອງກັບເຂດກໍ່ສ້າງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ຈາກ ແຂວງບໍລິຄຳໄຊ ໄປຍັງຈັງຫວັດບຶງການ ດ້ວຍເປົ້າໝາຍຈະຮອງຮັບເອົາການລົງທຶນຂອງຕ່າງປະເທດ ທີ່ຈະເຂົ້າມາໃນລາວເພີ້ມຂຶ້ນ ພາຍຫລັງການກໍ່ສ້າງຂົວຂ້າມນ້ຳຂອງດັ່ງກ່າວ ທີ່ຈະແລ້ວເສັດຕາມແຜນການພາຍໃນປີ 2022 ຫາກແຕ່ວ່າ ຈົນເຖິງປັດຈຸບັນນີ້ ກໍຍັງບໍ່ໄດ້ມີການສ້າງຕັ້ງເຂດເສດຖະກິດພິເສດຂຶນ ແຕ່ຢ່າງໃດ ຈຶ່ງຢ້ານວ່າ ຈະບໍ່ທັນກັບການລົງທຶນຂອງຕ່າງຊາດ ທີ່ຈະເຂົ້າມາໃນແຂວງບໍລິຄຳໄຊນັ້ນເອງ ດັ່ງທີ່ ທ່ານເລື່ອນວິໄລ ຢືນຢັນວ່າ:
“ຄວາມຫຍຸ້ງຍາກ ພວກເຮົານີ້ນ່ະ ນັກລົງທຶນມາ ຖ້າເຮົາບໍ່ມີສະຖານທີ່ວ່າ ເອົາ ເຈົ້າຕ້ອງການທຶນນີ້ ໄປລົງທຶນຢູ່ບ່ອນນີ້ເດີ້ ບ່ອນນັ້ນເດີ້ ຄັນເວົ້າແນວນຶ່ງ ເພິ່ນເອີ້ນວ່າ ປູເສື່ອໃຫ້ນັກລົງທຶນ ເຮົາກະຍັງເຮັດບໍ່ໄດ້ ຄັນນັກລົງທຶນສົນໃຈໃນດ້ານນັ້ນ ແລ້ວຢາກພານັກລົງທຶນນັ້ນ ໄປຄົ້ນຄວ້າເບິ່ງວ່າ ບ່ອນນີ້ເໝາະບໍ່ ບ່ອນນັ້ນເໝາະບໍ່ ກະເຮັດໃຫ້ມັນຫຍຸ້ງຍາກຫັ້ນແຫລະ ຄັນເຮົາມີເນື້ອທີ່ກຳນົດໄວ້ໂລດ ຄືເສດຖະກິດພິເສດບໍ ມັນກະງ່າຍ ແລະຜູ້ປະກອບການສ່ວນໃຫຍ່ ມາບາງເທື່ອເຂົາເຈົ້າກໍບໍ່ທັນໄດ້ ກຳລະບຽບກົດໝາຍຂອງລາວເຮົາປານໃດ.”
ທັງນີ້ ໂດຍລັດຖະບານລາວ ກັບໄທ ໄດ້ຕົກລົງກັນຢ່າງເປັນທາງການວ່າ ຈະຮ່ວມມືກັນດຳເນີນການກໍ່ສ້າງຂົວຂ້າມນ້ຳຂອງທີ 5 ໃຫ້ເສັດແລະເປີດນຳໃຂ້ໃນປີ 2022 ແລະເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມເປົ້າໝາຍຢ່າງແທ້ຈິງ ລັດຖະບານໄທ ກໍໄດ້ອະນຸມັດເງິນທຶນ ສຳລັສະໜັບສະໜຸນການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທີ 5 ຢ່າງເປັນທາງການແລ້ວ ໃນຂະນະທີ່ກະຊວງຄົມມະນາຄົມຂອງໄທ ກໍໄດ້ທຳການສຶກສາອອກແບບກໍ່ສ້າງຂົວດັ່ງກ່າວເສັດແລ້ວ ຊຶ່ງຈະນຳໃຊ້ເງິນທຶນໃນມູນຄ່າ 3,930 ລ້ານບາດ ແບ່ງເປັນຄວາມຮັບຜິດຊອບຂອງທາງການລາວ ແລະໄທ ໃນມູນຄ່າ 1,248 ລ້ານບາດ ແລະ 2,630 ລ້ານບາດຕາມລຳດັບ ຊຶ່ງລັດຖະບານໄທ ໄດ້ອະນຸມັດງົບປະມານສະໜັບສະໜຸນເຕັມຈຳນວນ ດ້ວຍການຈັດສັນເປັນທຶນຊ່ວຍເຫຼືອລ້າ ແລະໃຫ້ລັດຖະບານລາວ ກູ້ຢືມຄິດເປັນສັດສ່ວນ 30 ເປີເຊັນ ກັບ 70 ເປີເຊັນ ຂອງເງິນທຶນໃນມູນຄ່າ 1,248 ລ້ານບາດດັ່ງກ່າວ.
ຂົວຂ້າມນ້ຳຂອງແຫ່ງທີ 5 ທີ່ເຊື່ອມຕໍ່ ລະຫວ່າງ ຈັງຫວັດບຶງການກັບແຂວງບໍລິຄຳໄຊ ດັ່ງກ່າວ ຍັງສາມາດເຊື່ອມຕໍ່ໄປຍັງພາກກາງຂອງຫວຽດນາມໄດ້ດ້ວຍຖະໜົນເລກ 8 ໃນລາວ ໂດຍຈາກການດຳເນີນງານໃນໄລຍະຜ່ານມາ ທີ່ສຳເລັດທັງການສຳຫຼວດ ແລະອອກແບບກໍ່ສ້າງແລ້ວນັ້ນ ຈຶ່ງຍັງລໍ ຖ້າພຽງການລົງນາມໃນຂໍ້ຕົກລົງຮ່ວມ ລະຫວ່າງລັດຖະບານລາວ ກັບໄທຢ່າງເປັນທາງການເທົ່ານັ້ນ ຊຶ່ງກໍເຊັ່ນດຽວກັນ ກັບຂົວຂ້າມນ້ຳຂອງແຫ່ງທີ 6 ທີ່ເຊື່ອມຕໍ່ຈາກອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ໄປທີ່ເມືອງ ລະຄອນເພັງ ແຂວງສາລະວັນນັນ ກໍໄດ້ຮັບການສະໜັບສະໜຸນເງິນທຶນ ຈາກລັດຖະບານໄທ ໃນມູນຄ່າລວມ 4,300 ລ້ານບາດ ຊຶ່ງໃນນີ້ແບ່ງເປັນ 2,400 ລ້ານບາດ ທີ່ເປັນເງິນທຶນສຳລັບການກໍ່ສ້າງຂົວໃນເບື້ອງໄທ ແລະ 1,900 ລ້ານບາດ ເປັນການຊ່ອຍເຫຼືອ ແລະເງິນກູ້ທີ່ຈັດສັນໃຫ້ແກ່ລັດຖະບານລາວ ໃນສັດສ່ວນ 30 ເປີເຊັນ ແລະ 70 ເປີເຊັນ ຕາມລຳດັບ ໂດຍຈະກໍ່ສ້າງໃຫ້ເສັດໃນປີ 2023.
ໃນປັດຈຸບັນນີ້ ຢູ່ລາວ ມີຂົວຂ້າມນ້ຳຂອງທີ່ກໍ່ສ້າງເສັດ ແລະໃຊ້ເພື່ອເຊື່ອມຕໍ່ ການຄົມມະນາຄົມຂົນສົ່ງແລ້ວ 10 ແຫ່ງ ໃນນີ້ 5 ແຫ່ງທີ່ເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງພາຍໃນລາວ ຄືຂົວທີ່ເຊື່ອມຕໍ່ເມືອງປາກເຊ ກັບເມືອງໂພນທອງ ແຂວງຈຳປາສັກ ຂົວຂ້າມດອນໂຂງ ທີ່ເມືອງໂຂງ ແຂວງຈຳປາສັກ ຂົວທີ່ເມືອງເງິນ ແຂວງຫລວງພະບາງ ກັບເມືອງຕໍ່ທ່າເດື່ອ ແຂວງໄຊຍະບູລີ ແລະຂົວທີ່ເຊື່ອມຕໍ່ນະຄອນວຽງຈັນ ກັບໜອງຄາຍ ສະຫວັນນະເຂດ ກັບມຸກດາຫານ ຄຳມ່ວນກັບນະຄອນພະນົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບອຳເພີຊຽງຂອງ ຈັງຫວັດຊຽງຣາຍ ແລະຂົວທີ່ເມືອງທ່າຂີ້ເລັກ ໃນເຂດລັດລັກສານຂອງມຽນມາ ກັບເມືອງຊຽງກົກ ໃນແຂວງຫລວງນ້ຳທາ.