ທາງການ ລາວ ຈະເພີ່ມການຊ່ວຍເຫຼືອໃຫ້ແກ່ຄົນພິການ ຫຼື ຜູ້ທີ່ໄດ້ຮັບເຄາະຈາກລະ
ເບີດບໍ່ທັນແຕກ ໂດຍສ້າງອາຊີບທີ່ລ້ຽງຕົນເອງໄດ້ຢ່າງຍືນຍົງ ດ້ວຍທຸນຊ່ວຍເຫຼືອ 5
ລ້ານ 5 ແສນໂດລາ ຈາກລັດຖະບານ ເກົາຫຼີໃຕ້.
ທ່ານ ບຸນເພັງ ສີສະຫວາດ ຮັກສາການຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ
ແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວ (UXO-
LAO) ຖະແຫຼງຢືນຢັນວ່າ ອົງການຮ່ວມມືສາກົນຂອງລັດຖະບານ ເກົາຫຼີໃຕ້
(KOICA) ໄດ້ຕົກລົງໃຫ້ການຊ່ວຍເຫຼືອທາງດ້ານງົບປະມານໃນມູນຄ່າ ຫ້າລ້ານຫ້າ
ແສນໂດລາ ສຳລັບນຳໃຊ້ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດ UXO ໃນ ລາວ ໃນ
ຊ່ວງປີ 2019-2022 ຊຶ່ງໃຫ້ຄວາມສຳຄັນເປັນພິເສດໃນການຊ່ວຍເຫຼືອບັນດາຄົນພິ
ການ ຫຼື ຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ເປັນວຽກງານຫຼັກ ດ້ວຍການສ້າງອາຊີບ
ທີ່ລ້ຽງຕົນເອງໄດ້ຢ່າງຍືນຍົງໃຫ້ກັບບັນດາຄົນພິການໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍ
ໄດ້ ດັ່ງທີ່ທ່ານ ບຸນເພັງ ໄດ້ໃຫ້ການຢືນຢັນວ່າ
"ພິເສດຂອງປີນີ້ແມ່ນວ່າ ພວກເຮົາຈະໄດ້ສຸມໃສ່ວຽກງານຊ່ວຍເຫຼືອຜູ້ປະສົບເຄາະ
ຮ້າຍ ທຶນສະໜັບສະໜູນກະແມ່ນຈຳນວນ ສອງລ້ານຫ້າແສນໂດລາ ຂອງຈຳນວນ
ຫ້າລ້ານຫ້າແສນໂດລາຫັ້ນ ທີ່ວ່າຈະໄດ້ຊ່ວຍຜູ້ປະສົບເຄາະຮ້າຍ ແລະ ໂຄງການລະ
ອຽດ ພວກເຮົາກະສິໄດ້ສືບຕໍ່ປຶກສາຫາລື ເປັນຕົ້ນລະແມ່ນເວົ້າເລື່ອງການຝຶກອົບຮົມ
ວິຊາຊີບໃຫ້ຜູ້ເຄາະຮ້າຍເນາະ ແລ້ວກະໃຫ້ການສະໜັບສະໜູນ ຊຶ່ງໄລຍະຜ່ານມາ
ພວກເຮົາກະໄດ້ຝຶກອົບຮົມການລ້ຽງສັດໃຫຍ່ເປັນ ງົວ, ເປັນແບ້ ໃຫ້ຜູ້ເຄາະຮ້າຍ
ເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ນອກຈາກນັ້ນກະຊິເວົ້າເລື່ອງກອງທຶນ
ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ພວກເຮົາຈະໄດ້ໃຫ້ທຶນປິ່ນປົວແກ່ເຂົາເຈົ້າ."
ທາງດ້ານອົງການການສຶກສາໂລກປະຈຳ ລາວ ລາຍງານວ່າການຮ່ວມມືລະຫວ່າງ
ອົງການການສຶກສາໂລກ ກັບກະຊວງສຶກສາທິການ ແລະ ກິລາຂອງ ລາວ ໃນຕະ
ຫຼອດປີ 2019 ຈະເນັ້ນໜັກໃນການໃຫ້ຄວາມຮູ້ ກ່ຽວກັບ ອັນຕະລາຍຈາກລະເບີດ
UXO ດ້ວຍການເສີມສ້າງຄວາມຮູ້ໃຫ້ກັບບັນດາຄູໃນ 88 ເມືອງໃນເຂດ 10 ແຂວງ
ເພື່ອທີ່ວ່າບັນດາຄູເຫຼົ່ານີ້ ຈະໄດ້ນຳເອົາຄວາມຮູ້ດັ່ງກ່າວໄປສອນໃນໂຮງຮຽນ ເພື່ອ
ເຮັດໃຫ້ນັກຮຽນສາມາດຈະປ້ອງກັນອັນຕະລາຍຈາກລະເບີດ UXO ໃຫ້ໄດ້ຢ່າງມີ
ປະສິດທິຜົນ ແລະ ຢ່າງກວ້າງຂວາງຕໍ່ໄປ.
ໂຮງຮຽນທີ່ຢູ່ໃນເຂດເປົ້າໝາຍ 88 ເມືອງໃນ 10 ແຂວງດັ່ງກ່າວ ປະກອບດ້ວຍແຂວງ
ຫຼວງພະບາງ 12 ເມືອງ, ຊຽງຂວາງ 7 ເມືອງ, ຫົວພັນ 10 ເມືອງ, ຄຳມ່ວນ 10 ເມືອງ,
ສະຫວັນນະເຂດ 15 ເມືອງ, ສາລະວັນ 8 ເມືອງ, ເຊກອງ 4 ເມືອງ, ຈຳປາສັກ 10
ເມືອງ, ອັດຕະປື 5 ເມືອງ, ບໍລິຄຳໄຊ 7 ເມືອງ ໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ
17 ຕື້ກີບຈາກກະຊວງການຕ່າງປະເທດຂອງ ສະຫະລັດ ອາເມຣິກາ.
ການປະຕິບັດແຜນການສຳຫຼວດ ແລະ ເກັບກູ້ລະເບີດ UXO ທີ່ເປັນການຮ່ວມມືລະ
ຫວ່າງ ລັດຖະບານ ລາວ ກັບ ນານາຊາດໄລຍະທີ 3 ໄດ້ເລີ່ມປະຕິບັດນັບແຕ່ປີ 2017
ໄປຈົນເຖິງປີ 2021 ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດໃນການຂະຫຍາຍການຮ່ວມ
ມືລະຫວ່າງລັດຖະບານ ລາວ ກັບອົງການສາກົນ ທີ່ບໍ່ຂຶ້ນກັບລັດຖະບານໃຫ້ຫຼາຍຂຶ້ນ
ດ້ວຍ ເພາະເຊື່ອວ່າຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບສູງຂຶ້ນ ຊຶ່ງລວມ
ເຖິງການຮ່ວມມືກັບໜ່ວຍງານຂອງສະຫະລັດ ອາເມຣິກາ ດ້ວຍ.
ທັງນີ້ເພື່ອຈະເຮັດໃຫ້ສາມາດບັນລຸເປົ້າໝາຍທີ່ທາງການ ລາວ ໄດ້ວາງໄວ້ໃນ 3 ດ້ານ
ດ້ວຍກັນຄື ການໂຄສະນາອົບຮົມກ່ຽວກັບ ອັນຕະລາຍຂອງລະເບີດ UXO ເພື່ອເຮັດ
ໃຫ້ອຸບັດຕິເຫດຈາກລະເບີດບໍ່ທັນແຕກຫຼຸດລົງໃຫ້ຕ່ຳກວ່າ 40 ກໍລະນີຕໍ່ປີ ການຊ່ວຍ
ເຫຼືອ-ປິ່ນປົວຜູ້ຖືກເຄາະຈາກລະເບີດ UXO ທີ່ມີຢູ່ກວ່າ 20,000 ຄົນ ລວມທັງການ
ຝຶກອົບຮົມວິຊາຊີບໃຫ້ພວກເຂົາເຈົ້າ ແລະ ການກວດກູ້ລະເບີດ UXO ໃຫ້ໝົດໄປ
ຈາກບັນດາເຂດບູລິມະສິດສຳລັບໂຄງການພັດທະນາຕ່າງໆຂອງລັດຖະບານ ລາວ
ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ 400 ກວ່າຈຸດສຸມໃນເຂດທີ່ມີລະເບີດ UXO ຕົກ
ຄັ້ງຢູ່ນັ້ນ.
ກ່ອນໜ້ານີ້ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນ
ມູນຄ່າ ນຶ່ງລ້ານເຈັດແສນໂດລາ ສຳລັບນຳໃຊ້ໃນການສຳຫຼວດທີ່ບໍ່ແມ່ນວິຊາການ
ໃນພື້ນທີ່ 950 ບ້ານໃນເຂດແຂວງພາກໃຕ້ ໂດຍໄດ້ສຳຫຼວດຮ່ວມກັນລະຫວ່າງ Lao
UXO ກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ລາວ ເພື່ອເຮັດໃຫ້ການສຳຫຼວດ
ມີປະສິດທິພາບສູງຂຶ້ນ ທັງຍັງໄດ້ສຳຫຼວດແບບວິຊາການໃນພື້ນທີ່ 338 ບ້ານພາຍ
ໃຕ້ເປົ້າໝາຍເພື່ອຈະເກັບກູ້ລະເບີດ UXO ໃຫ້ໝົດໄປຈາກເຂດຢູ່ອາໄສ ແລະ ທີ່ທຳ
ກິນຂອງປະຊາຊົນ ອັນເປັນສ່ວນນຶ່ງໃນເຂດບູລິມະສິດການພັດທະນາຂອງລັດຖະ
ບານ ລາວ ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ເປັນຮູບປະທຳ ໂດຍໃນຊ່ວງປີ 1990-
2018 ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ UXO-LAO ຫຼາຍກວ່າ
145 ລ້ານໂດລາ.