ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການ ລາວ ຈະສ້າງ ລາຍໄດ້ ຫຼາຍກວ່າ 950 ລ້ານໂດລາ ຈາກຂະແໜງ ການທ່ອງທ່ຽວ


ປະຊາຊົນ ເລາະຊື້ເຄື່ອງຂອງຢູ່ຕາມຕະຫຼາດມືດໃນ ແຂວງຫຼວງພະບາງ.
ປະຊາຊົນ ເລາະຊື້ເຄື່ອງຂອງຢູ່ຕາມຕະຫຼາດມືດໃນ ແຂວງຫຼວງພະບາງ.

ທາງການ ລາວ ວາງເປົ້າໝາຍທີ່ຈະສ້າງລາຍຮັບ ຈາກການທ່ອງທ່ຽວໃຫ້ໄດ້ຫຼາຍກວ່າ 950 ລ້ານໂດລາດ້ວຍການດຶງດູດຊາວຕ່າງຊາດໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ໃຫ້ໄດ້ເຖິງ 6 ລ້ານຄົນໃນປີ 2020.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເປີດເຜີຍວ່າ ເປົ້າ ໝາຍສຳຄັນຂອການພັດທະນາໃນພາກບໍລິການ ແລະ ການທ່ອງທ່ຽວຂອງ ລາວ ໃນໄລ ຍະ 5 ປີຕໍ່ໜ້າຄືການສ້າງລາຍຮັບໃນພາກບໍລິການ ແລະ ການທ່ອງທ່ຽວໃຫ້ໄດ້ ຫຼາຍກວ່າ 950 ລ້ານໂດລາໃນປີ 2020 ຊຶ່ງເຮັດໃຫ້ຕ້ອງດຶງດູດເອົາຊາວຕ່າງຊາດໃຫ້ ເດີນທາງເຂົ້າ ມາທ່ອງທ່ຽວໃນ ລາວ ໃຫ້ໄດ້ເຖິງ 6 ລ້ານຄົນໃນປີ 2020 ຊຶ່ງເປັນປີທີ່ສິ້ນ ສຸດການຈັດຕັ້ງ ປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ນັ້ນ.

ເຈົ້້າໜ້າທີ່ຂັ້ນສູງຂອງ ລາວ ຢືນຢັນວ່າເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ທາງ ການ ລາວ ກໍໄດ້ວາງແຜນການພັດທະນາໃນ 3 ໜ້າວຽກດ້ວຍກັນກໍຄືກັນຄຸ້ມຄອງການ ທ່ອງທ່ຽວ, ການໂຄສະນາການທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວໃຫ້ກັບນັກທ່ອງ ທ່ຽວໃຫ້ໄດ້ຢ່າງຄັກແນ່ ຊຶ່ງກໍລວມເຖິງການມີບ່ອນພັກເຊົາສຳລັບນັກທ່ອງທ່ຽວຊາວຕ່າງ ຊາດຢ່າງພຽງພໍກັບຄວາມ ຕ້ອງການທີ່ເພີ່ມຂຶ້ນດ້ວຍ.

ທັງນີ້ໂດຍພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ມີໂຮງແຮງ ແລະ ບ້ານພັກທັງ ໝົດ 1,926 ແຫ່ງທີ່ມີຈຳນວນຫ້ອງພັກລວມກັນ 32,960 ຫ້ອງໃນປີ 2011 ແລະ ເພີ່ມຂຶ້ນ ເປັນ 2,426 ແຫ່ງມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງໃນປີ 2015 ແລະ ຄາດວ່າ ຈຳນວນຫ້ອງພັກຈະເພີ່ມຂຶ້ນເປັນ 50,000 ຫ້ອງພາຍໃນປີ 2016 ນີ້.

ໂດຍການມີຈຳນວນຫ້ອງພັກເພີິ່ມຂຶ້ນດັ່ງກ່າວນີ້ ຍັງເຮັດໃຫ້ພາກທຸລະກິດບໍລິການ ແລະ ການທ່ອງທ່ຽວໃນ ລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ເພີ່ມຂຶ້ນທຸກປີອີກ ດ້ວຍ ກໍຄືຈາກ 2.7 ລ້ານກວ່າຄົນໃນປີ 2011 ເປັນ 4.1 ລ້ານກວ່າຄົນໃນປີ 2014 ແລະ ຫຼາຍກວ່າ 4.3 ລ້ານຄົນໃນປີ 2015 ທັງຍັງເຮັດໃຫ້ພາກທຸລະກິດບໍລິການຂອງ ລາວ ມີ ລາຍຮັບເພີ່ມຂຶ້ນຈາກ 400 ລ້ານໂດລາໃນປີ 2011 ແລະ 560 ລ້ານໂດລາໃນປີ 2014 ເປັນຫຼາຍກວ່າ 670 ລ້ານໂດລາໃນປີ 2015 ອີກດ້ວຍ.

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະ ລາຍຮັບດັ່ງກ່າວຍັງຖືເປັນສະພາ ວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນຕາມລຳ ດັບຊຶ່ງເປັນຜົນຈາກການພັດທະນາໃນຫຼາຍດ້ານເພື່ອອຳນວຍຄວາມສະດວກໃຫ້ແກ່ນັກ ທ່ອງທ່ຽວເຊັ່ນ ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ການບໍລິການນຳທ່ຽວດັ່ງຈະເຫັນ ໄດ້ຈາກການທີ່ ລາວ ມີບໍລິສັດທ່ອງທ່ຽວຫຼາຍກວ່າ 340 ລາຍໃນປະຈຸບັນ.

ນອກຈາກນັ້ນ ລັດຖະບານ ລາວ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດໃນການເສີມສ້າງ ຄວາມຮ່ວມມືດ້ານການທ່ອງທ່ຽວກັບ ປະເທດເພື່ອນບ້ານ ໂດຍຫຼ້າສຸດລັດຖະມົນຕີດ້ານ ການທ່ອງທ່ຽວຂອງ ມຽນມາ, ລາວ, ໄທ, ຈຳປູເຈຍ ແລະ ຫວຽດນາມ ກໍໄດ້ຕົກລົງກັນຢູ່ທີ່ ນະຄອນຫຼວງ ເນປີດໍ ຂອງ ມຽນມາ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານການທ່ອງ ທ່ຽວຢ່າງຮອບດ້ານດ້ວຍການພັດທະນາ 5 ປະເທດໃຫ້ເປັນເປົ້າໝາຍດຽວກັນ ເພື່ອຮອງ ຮັບນັກທ່ອງທ່ຽວທັງໃນອາຊຽນ ແລະ ຈາກພູມີພາກອື່ນໆໃນທົ່ວໂລກໃຫ້ໄດ້ໄວທີ່ສຸດ.

ແຕ່ຢ່າງໃດກໍຕາມ ພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ກໍຍັງຈຳເປັນຕ່ອງດຳເນີນການ ພັດທະນາດ້ານຊັບພະຍາກອນມະນຸດໃຫ້ພຽງພໍ ແລະ ເທົ່າກັບການເພີ່ມຂຶ້ນຂອງຈຳນວນ ນັກທ່ອງທ່ຽວຊາວຕ່າງຊາດທີ່ເດີນທາງເຂົ້າມາໃນ ລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງໂດຍສະ ເພາະແມ່ນໃນຖານະທີ່ ລາວ ກໍເປັນສະມາຊິກໜຶ່ງໃນປະຊາຄົມ ອາຊຽນ ດ້ວຍນັ້ນດັ່ງທີ່ ເຈົ້າ ໜ້າທີ່ຂັ້ນສູງໄດ້ໃຫ້ການຢືນຢັນວ່າ.

"ສິ່ງທີ່ພວກເຮົາຈະຕ້ອງປັບປຸງ ອັນສຳຄັນກະແມ່ນການພັດທະນາຊັບພະຍາກອນມະ ນຸດໃນຂະແໜງການທ່ອງທ່ຽວເພື່ອໃຫ້ມັນທັນກັບເວລາທີ່ພວກເຮົາຈະໄປສູ່ປະຊາຄົມ ເສດຖະກິດ ອາຊຽນ ໂດຍສະເພາະແລ້ວແມ່ນພະນັກງານທີ່ເຮັດວຽກໃນຂະແໜງການ ທ່ອງທ່ຽວຕ້ອງເປັນພະນັກ ງານທີ່ມີຄຸນນະພາບ ດັ່ງນັ້ນຢາກໄດ້ພະນັກງານທີ່ມີຄຸນນະ ພາບ ພວກເຮົາກໍຕ້ອງໄດ້ມີການສຶກສາໃຫ້ພວກນ້ອງໆໄດ້ຮັບການສຶກສາຕາມມາດຕະ ຖານໃນ ມະຫາວິທະຍາໄລ ຫຼືວ່າ ໂຮງຮຽນວິຊາຊີບຕ່າງໆ ເພື່ອໃຫ້ເຂົ້າເຈົ້າມີຄວາມຮູ້ ຄວາມສາມາດໃນການບໍລິການນັກທ່ອງທ່ຽວ."

ທາງດ້ານທ່ານນາງ ກອບການ ວັດທະນະວະລາງກູນ ລັດຖະມົນຕີວ່າການກະຊວງທ່ອງ ທ່ຽວ ແລະ ກິລາຂອງ ໄທ ຍອມຮັບວ່າແຜນການຮ່ວມມືດ້ານການທ່ອງທ່ຽວໃນ 5 ປະເທດ ດັ່ງກ່າວນີ້ຍັງບໍ່ສາມາດຕັດຕັ້ງປະຕິບັດໄດ້ຢ່າງແທ້ຈິງ ໂດຍສະເພາະການກວດລົງກາ Visa ຄັ້ງດຽວ (Single Visa) ນັ້ນກໍຍັງຖືເປັນບັນຫາທີ່ຍັງບໍ່ສາມາດຕັດຕັ້ງປະຕິບັດ ໄດ້ ເລີຍໂດຍທີ່ມີສາເຫດຈາກຄວາມບໍ່ພ້ອມໃນດ້ານບຸກຄະລາກອນ ແລະ ເທັກນິກ ລວມເຖິງ ການທີ່ລັດຖະບານຂອງບາງປະເທດໄດ້ໃຫ້ຄວາມສຳຄັນກັບດ້ານຄວາມໝັ້ນຄົງຫຼາຍ ກວ່າການສົ່ງເສີມດ້ານການທ່ອງທ່ຽວອີກດ້ວຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG