ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການລາວ ຈະເກັບຄ່າທຳນຽມ ຈາກລົດຍົນ ຂອງພາກເອກກະຊົນ ແລະ ປະຊາຊົນລາວ


ລົດຫຼູຫຼາ ຍີ່ຫໍ້ຕ່າງໆ ທີ່ມີຢູ່ໃນເມືອງລາວ
ລົດຫຼູຫຼາ ຍີ່ຫໍ້ຕ່າງໆ ທີ່ມີຢູ່ໃນເມືອງລາວ

ທາງການລາວ ຈະຈັດເກັບຄ່າທຳນຽມຈາກຍານພາຫະນະ ຂອງພາກເອກກະຊົນ ແລະ
ປະຊາຊົນລາວ ທີ່ຊົມໃຊ້ຖະໜົນ ຢູ່ໃນເຂດນະຄອນ ວຽງຈັນ ເພື່ອນຳເອົາເງິນ ທີ່ຈັດເກັບ
ໄດ້ ໄປສົມທົບ ເປັນກອງທຶນທາງ.

ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາປະຊາຊົນນະຄອນວຽງຈັນ ຊຸດທີ 1 ລົງ
ມະຕິຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍ ກອງທຶນທາງນະຄອນວຽງຈັນ ຢ່າງເປັນທາງການ
ໃນຕົ້ນເດືອນ ກໍລະກົດ 2017 ໂດຍມີເປົ້າໝາຍທີ່ຈະດຳເນີນການຈັດເກັບຄ່າທຳນຽມ
ຈາກຍານພາຫະນະ ຂອງປະຊາຊົນລາວ ແລະ ພາກເອກກະຊົນ ທີ່ໄດ້ມີການຊົມໃຊ້
ຖະໜົນຢູ່ໃນເຂດນະຄອນວຽງຈັນ ເພື່ອທີ່ວ່າ ຈະນຳເອົາເງິນທີ່ຈັດເກັບໄດ້ ໄປສົມທົບ
ເປັນກອງທຶນທາງ ນະຄອນວຽງຈັນ ຊຶ່ງຮັບຜິດຊອບໃນການບຳລຸງຮັກສາ ແລະ ຊ້ອມ
ແປງຖະໜົນຫົນທາງ ໃນເຂດນະຄອນວຽງຈັນ ເປັນການສະເພາະ.

ໂດຍອີງຕາມການບັງຄັບໃຊ້ ຂໍ້ຕົກລົງດັ່ງກ່າວນີ້ ກໍຈະເປັນຜົນເຮັດໃຫ້ເຈົ້າຂອງລົດຍົນ
ສ່ວນໂຕ ທີ່ມີກຳລັງຂັບ ຕັ້ງແຕ່ 3,000 CC ຂຶ້ນໄປ ຈະຕ້ອງເສຍຄ່າທຳນຽມການຊົມ
ໃຊ້ຖະໜົນ ໃນນະຄອນວຽງຈັນ ໃນອັດຕາ 5 ແສນກີບຕໍ່ປີ ຊຶ່ງກຊປາກົດວ່າ ໄດ້ຖືກ
ຄັດຄ້ານຈາກສັງຄົມລາວ ຢ່າງກວ້າງຂວາງ ໃນເວລານີ້ ເນື່ອງຈາກເຫັນວ່າ ເປັນການ
ເພີ່ມພາລະດ້ານລາຍຈ່າຍໃຫ້ປະຊາຊົນລາວ ຜູ້ຊົມໃຊ້ຍານພາຫະນະ ທີ່ໄດ້ຈ່າຍພາສີ
ການໃຊ້ຖະໜົນ ທີ່ລວມໄວ້ໃນລາຄາຈຳໜ່າຍນ້ຳມັນເຊື້ອໄຟ ໃນອັດຕາສະເລ່ຍ 520
ກີບຕໍ່ນ້ຳມັນ 1 ລິດ ຢູ່ແລ້ວນັ້ນເອງ.

ທາງສາຍນຶ່ງ ໃນນະຄອນວຽງຈັນ ໄດ້ຮັບການຊ້ອມແປງ
ທາງສາຍນຶ່ງ ໃນນະຄອນວຽງຈັນ ໄດ້ຮັບການຊ້ອມແປງ

ແຕ່ຢ່າງໃດກໍຕາມ ອຳນາດການປົກຄອງນະຄອນວຽງຈັນ ໂດຍພະແນກໂຍທາທິການ
ແລະຂົນສົ່ງ ຍັງຈະເດີນໜ້າຈັດຕັ້ງປະຕິບັດ ຂໍ້ຕົກລົງດັ່ງກ່າວຕໍ່ໄປ ເພາະຖືວ່າ ເປັນ
ການເກັບຄ່າທຳນຽມການຊົມໃຊ້ຖະໜົນທີ່ນານາຊາດໄດ້ຈັດຕັ້ງປະຕິບັດ ເປັນເລື່ອງ
ປົກກະຕິຢູ່ແລ້ວ ດັ່ງທີ່ ທ່ານເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ
ແລະຂົນສົ່ງ ນະຄອນວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ໃນເງື່ອນໄຂປັດຈຸບັນນີ້ ພວກເຮົາກຊໄດ້ຄົ້ນຄວ້າຄັກແນ່ເນາະ ໂດອີງໃສ່ການເກັບ
ຂອງບັນດາປະເທດ ໃນເຂດຕ່າງໆ ອ້ອມແອ້ມບ້ານເຮົາ ປະເທດທີ່ພັດທະນາແລ້ວ
ເຂົາເກັບປີນຶ່ງເປັນສອງ-ສາມພັນໂດລາ ອັນນີ້ ເຮົາເກັບປີນຶ່ງສົມມຸດວ່າ ແຮງເກີນ
3,000 CC ຂຶ້ນໄປກະຖືວ່າ ເປັນລົດຟຸມເຟືອຍເນາະ ຜູ້ທີ່ມີຄວາມສາມາດຊື້ໄດ້
ເຂົາຈັ່ງຊື້ ອັນນີ້ເວົ້າຄວາມເປັນຈິງ ເລື່ອງເສດຖະກິດ ຖ້າທຽບໃສ່ 5 ແສນ ຖ້າທຽບ
ເປັນມື້ນິ ມື້ນຶ່ງພັນກວ່າກີບ ລົດ Down ນີ້ ເຈົ້າມີຄວາມສາມາດຊື້ Down ໄດ້ ສົມມຸດ
ວ່າ ເດືອນນຶ່ງລ້ານປາເນາະ ແຕ່ວ່າ ອັນນີ້ປີນຶ່ງ 5 ແສນກີບ ສົມມຸດວ່າເນາະ ເຈົ້າ
ສົມທຽບ ທຽບເບິ່ງເນາະວ່າ ແພງໆ ນີ້ເປັນປີເນາະ ພວກເຮົາກະຄົ້ນຄວ້າຄວາມຄິດ
ນຳກັນໝົດທຸກອັນ.”

ແຕ່ຢ່າງໃດກໍຕາມ ຂໍ້ຕົກລົງດັ່ງກ່າວນີ້ ຈະຍັງບໍ່ມີຜົນບັງຄັບໃຊ້ ໃນການຈັດຕັ້ງປະຕິບັດ
ພາກຕົວຈິງ ເພາະຍັງຈະຕ້ອງໄດ້ຮັບການອະນຸມັດ ຈາກຄະນະລັດຖະບານລາວ ແລະ
ຜ່ານການຮັບຮອງ ຈາກສະພາແຫ່ງຊາດລາວ ຢ່າງເປັນທາງການເສຍກ່ອນ ໂດຍ
ອຳນາດການປົກຄອງນະຄອນວຽງຈັນ ຄາດວ່າ ຈະເລີ່ມບັງຄັບໃຊ້ຂໍ້ຕົກລົງໄດ້ໃນຕົ້ນປີ
2018 ອັນຈະເຮັດໃຫ້ມີເງິນທຶນສຳລັບນຳໃຊ້ໃນການພັດທະນາຖະໜົນເພີ່ມຂຶ້ນ.

ທາງດ້ານທ່ານແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນວຽງຈັນ ຢືນຢັນວ່າ
ຄະນະລັດຖະບານລາວ ໄດ້ອະນຸມັດໃນຫລັກການ ແລະມອບໝາຍໃຫ້ ອຳນາດການ
ປົກຄອງ ນະຄອນວຽງຈັນ ຮັບຜິດຊອບໂຄງການກໍ່ສ້າງທາງດ່ວນຄູ່ຂະໜານກັນ ກັບ
ຖະໜົນ ໄກສອນ ພົມວິຫານ ເພື່ອເປັນການແກ້ໄຂບັນຫາການຈະລາຈອນໃນນະຄອນ
ວຽງຈັນ ທີ່ແອອັດຫຼາຍຂຶ້ນນັບມື້.

ໂດຍທາງດ່ວນດັ່ງກ່າວ ຈະມີຂະໜາດກວ້າງເຖິງ 110 ແມັດ ຊຶ່ງແບ່ງເປັນ 70 ແມັດ
ສຳລັບທາງແລ່ນທີ່ສວນກັນເບື້ອງລະ 3 ຊ່ອງທາງ ແລະ 40 ແມັດ ສຳລັບພື້ນທີ່ ສະ
ຫງວນໃນທັງ 2 ເບື້ອງ ເບື້ອງລະ 20 ແມັດ ທີ່ເຊື່ອມຕໍ່ຈາກສູນການຄ້າ Lao-ITEC-
ຕະຫຼາດຫົວຂົວ-ບຶງທາດຫຼວງ-ໜອງໜ້ຽວ-ຖະໜົນ 450 ປີ ຜ່ານໄປສະຖານີລົດໄຟ
-ຖະໜົນເລກ 13 ໃຕ້ ແລະດົງໝາກຄາຍ ລວມໄລຍະທາງ 14.08 ກິໂລແມັດ ຊຶ່ງຈະ
ຕ້ອງໃຊ້ເງິນທຶນກໍ່ສ້າງທັງໝົດ 200 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ຍັງບໍ່ມີກຳນົດການທີ່ຊັດເຈນວ່າ ການກໍ່ສ້າງທາງດ່ວນດັ່ງກ່າວ
ຈະສາມາດເລີ່ີມລົງມືໃນພາກຕົວຈິງໄດ້ເມື່ອໃດແທ້ ເນື່ອງຈາກວ່າ ອຳນາດການ
ປົກຄອງນະຄອນວຽງຈັນ ຍັງບໍ່ມີເງິນທຶນດັ່ງກ່າວນີ້ ຈຶ່ງຈະຕ້ອງເຈລະຈາເພື່ອຂໍການ
ຊ່ອຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ກ່ອນ ໝາຍຄວາມວ່າ ບັນຫາການ
ຈະລາຈອນແອອັດ ໃນເຂດນະຄອນວຽງຈັນ ກໍຍັງຈະດຳເນີນຕໍ່ໄປ ທັງຍັງມີທ່າອຽງ
ທີ່ຈະຮຸນແຮງຫຼາຍຂຶ້ນອີກດ້ວຍ.

ໂດຍໃນແຜນການປີ 2015-2016 ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້
ກະຊວງ ໂຍທາທິການ ແລະຂົນສົ່ງ ໃນມູນຄ່າ 400 ຕື້ກີບ ສຳລັບນຳໃຊ້ໃນບ້ວງ
ກອງທຶນທາງ ໂດຍໃນໄລຍະທີ່ຜ່ານມາກໍໄດ້ນຳໃຊ້ກອງທຶນດັ່ງກ່າວນີ້ໄປ ເພື່ອການ
ປັບປຸງ ໂຄງຂ້າຍຄົມມະນາຄົມ-ຂົນສົ່ງພາຍໃນປະເທດໄດ້ເຖິງ 658 ໂຄງການ.

XS
SM
MD
LG