ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການລາວກຳນົດ 3 ແຜນປະຕິບັດການ ເພື່ອລົດ ຈຳນວນຄົນ ທີ່ຕິດເຊື້ອ HIV-AIDS


ກອງປະຊຸມ ກ່ຽວກັບ ແຜນຍຸດທະສາດ ແຫ່ງຊາດ ເພື່ອປ້ອງກັນ ການຕິດເຊື້ອໄວຣັສ HIV-AIDS ໃນລາວ ພາຍໃນປີ 2020 ຢູ່ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມ ກ່ຽວກັບ ແຜນຍຸດທະສາດ ແຫ່ງຊາດ ເພື່ອປ້ອງກັນ ການຕິດເຊື້ອໄວຣັສ HIV-AIDS ໃນລາວ ພາຍໃນປີ 2020 ຢູ່ທີ່ນະຄອນຫຼວງວຽງຈັນ.

ທາງການລາວກຳນົດ 3 ແຜນປະຕິບັດການ ເພື່ອລົດຈຳນວນຄົນທີ່ຕິດເຊື້ອໄວຣັສ HIV-AIDS ໃນລາວ ໃຫ້ໄດ້ຢ່າງເປັນຮູບປະທຳໃນປີ 2020 ດ້ວຍການສ້າງສະພາບ ແວດລ້ອມ ທີ່ເອື້ອຕໍ່ການຕອບໂຕ້ເຊື້ອໂຣກ.

ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຖະແຫລງວ່າ ນັບຈາກປີ 1990 ເປັນຕົ້ນມາຈົນເຖິງເດືອນມິຖຸນາ 2016 ນີ້ ໄດ້ກວດພົບຜູ້ຕິດເຊື້ອ
ໄວຣັສ HIV ໃນລາວ ຈຳນວນທັງໝົດ 8,776 ຄົນ ໂດຍໃນນີ້ເປັນໂຣກ AIDS ແລ້ວ ຈຳນວນ 4,909 ຄົນ ແລະເສຍຊີວິດຍ້ອນໂຣກ AIDS ຈຳນວນ 1,843 ຄົນ ຫາກແຕ່ ຈາກສະພາບການຕົວຈິງກໍເຊື່ອວ່າ ມີຜູ້ຕິດເຊື້ອ HIV-AIDS ໃນລາວຫຼາຍກວ່າ ສະຖິຕິດັ່ງກ່າວ.

ທັງນີ້ ກໍເພາະວ່າ ສະພາວະການຕິດເຊື້ອ HIV-AIDS ໃນກຸ່ມປະຊາກອນລາວ ທີ່ ອາຍຸລະຫວ່າງ 15-49 ປີ ທີ່ເຖິງແມ່ນວ່າ ຈະມີອັດຕາສະເລ່ຍພຽງແຕ່ 0.3 ເປີເຊັນ ເທົ່ານັ້ນ ແລະເປັນອັດຕາການຕິດເຊື້ອ ທີ່ຕ່ຳທີ່ສຸດໃນອາຊຽນດ້ວຍກັນກໍຕາມ ຫາກ ແຕ່ກໍເປັນອັດຕາການຕິດເຊື້ອທີ່ເພີ່ມຂຶ້ນຈາກ 0.16 ເປີເຊັນ ໃນປີ 2003 ຫຼືເພີ່ມຂຶ້ນ ເກືອບໜຶ່ງເທົ່າຕົວນັ້ນເອງ.

ກຸ່ມພວກແມ່ຍິງລາວ ທີ່ຂາຍບໍລິການທາງເພດ ເປັນກຸ່ມໜຶ່ງທີ່ມີຄວາມສ່ຽງສູງທີ່ສຸດ ທີ່ຈະຕິດເຊື້ອ ໄວຣັສ HIV-AIDS.
ກຸ່ມພວກແມ່ຍິງລາວ ທີ່ຂາຍບໍລິການທາງເພດ ເປັນກຸ່ມໜຶ່ງທີ່ມີຄວາມສ່ຽງສູງທີ່ສຸດ ທີ່ຈະຕິດເຊື້ອ ໄວຣັສ HIV-AIDS.

ໂດຍອີງຕາມລາຍງານປະຈຳປີ 2016 ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ຂອງລາວ ລະບຸວ່າ ໃນປັດຈຸບັນມີປະຊາຊົນລາວບໍ່ນ້ອຍກວ່າ
11,958 ຄົນ ທີ່ຕິດເຊື້ອ HIV-AIDS ໂດຍໃນນີ້ ກໍຄິດເປັນ ເຖິງ 88 ເປີເຊັນ ທີ່
ເປັນການຕິດເຊື້ອຈາກການມີເພດສຳພັນ ແລະ ກຸ່ມທີ່ມີຄວາມສ່ຽງສູງທີ່ສຸດ ກໍແມ່ນ ກຸ່ມຮັກຮ່ວມເພດຊາຍດ້ວຍກັນ ຕິດຕາມດ້ວຍການຂາຍ ບໍລິການທາງເພດ ຂອງ
ແມ່ຍິງທີ່ເພີ່ມຂຶ້ນຢ່າງໄວວາ ຊຶ່ງຮວມເຖິງກຸ່ມແຮງງານເຄື່ອນຍ້າຍ ແລະ ການຕິດ ເຊື້ອຂອງເດັກທີ່ເກີດຈາກແມ່ທີ່ເປັນ AIDS ດ້ວຍ.

ທັງນີ້ ໂດຍນະຄອນຫຼວງວຽງຈັນ ເປັນເຂດທີ່ມີຜູ້ຕິດເຊື້ອ HIV-AIDS ຫຼາຍທີ່ສຸດ ໃນ ລາວ ຄິດເປັນ 40.5 ເປີເຊັນ ຕິດຕາມດ້ວຍສະຫວັນນະເຂດ ຈຳປາສັກ ຫລວງພະບາງ ຄຳມ່ວນ ແລະແຂວງວຽງຈັນ ຕາມລຳດັບ ໂດຍໃນປີ 2015 ມີຜູ້ເສຍຊີວິດຍ້ອນໂຣກ AIDS ໄປຫຼາຍກວ່າ 130 ຄົນ ອັນເປັນສະພາບການທີ່ຮຸນແຮງກວ່າປີ 2014 ທີ່ກວດ ພົບຜູ້ຕິດເຊື້ອ HIV-AIDS ລາຍໃໝ່ 830 ກວ່າຄົນ ແລະເສຍຊີວິດ 107 ຄົນ ສ່ວນ ໃນທ້າຍປີ 2016 ນີ້ ກໍຄາດວ່າ ຈະມີຜູ້ຕິດເຊື້ອ HIV-AIDS ເພີ່ມຂຶ້ນ ເປັນເກີນກວ່າ 12,453 ຄົນ ທາງດ້ານກົມຄວບຄຸມພະຍາດຕິດຕໍ່ ກໍໄດ້ກວດພົບຜູ້ທີ່ຕິດເຊື້ອ HIV-
AIDS ຈຳນວນ 8,168 ຄົນ ໃນຊ່ວງປີ 1992-2015 ໃນນີ້ກໍມີເຖິງ 5,340 ຄົນ ທີ່ ເປັນໂຣກ AIDS ແລະ 1,789 ຄົນ ເສຍຊີວິດຍ້ອນ AIDS ໃນຊ່ວງດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະພະຍາດຕິດຕໍ່ໃນລາວ ກໍລາຍ
ງານວ່າ ໃນປັດຈຸບັນ ມີປະຊາຊົນລາວ 3 ກຸ່ມດ້ວຍກັນທີ່ຖືວ່າ ເປັນກຸ່ມປະຊາກອນ ທີ່ມີຄວາມສ່ຽງສູງສຸດ ທີ່ຈະຕິດເຊື້ອໂຣກ HIV-AIDS ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງ ປະກອບດ້ວຍກຸ່ມແມ່ຍິງລາວ ທີ່ຂາຍບໍລິການທາງເພດ ກຸ່ມຮັກຮ່ວມເພດດຽວກັນ ແລະກຸ່ມທີ່ຊົມໃຊ້ຢາເສບຕິດດ້ຍການສີດເຂົ້າເສັ້ນເລືອດ ດ້ວຍເຫດນີ້ ທາງການລາວ ຈຶ່ງໃຫ້ຄວາມສຳຄັນ ກັບກຸ່ມສ່ຽງດັ່ງກ່າວເປັນພິເສດ ຮວມເຖິງການໂຄສະນາ ໃນ ສະຖານສຶກສາດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນສູນຕ້ານໂຣກ HIV-AIDS ໄດ້ໃຫ້ ການຢືນຢັນວ່າ:

“ການເຮັດວຽກຊ່ວງ 10 ປີຫລັງນີ້ ມັນແບ່ງເປັນ 2 ລັກຊະນະໆ ໂຕທີໜຶ່ງກໍຄື ເຂົາຮ້ອງວ່າ ເພັ່ງເລັງໃສ່ ໃນການຄວບຄຸມ ກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະ ແມ່ນໄດ້ຮ່ວມກັຍບັນດາພວກ NGOs ພວກອົງການຈັດຕັ້ງທາງສັງຄົມ ທີ່ ເຂົາເຈົ້າເຮັດວຽກກັບກຸ່ມສາວບໍລິການ ກັບກຸ່ມຊາຍທີ່ມີເພດສຳພັນກັບຊາຍ ນອກຈາກນັນ ຍັງມີໂຮງຮຽນເຮັດຫລັກສູດການຝຶກອົບຮົມ ການໂຄສະນາ
ຕ່າງໆ ຖືເປັນຈຸດເດັ່ນຂອງລາວ ໃນການໂຕ້ຕອບບັນຫາໂຣກເອດສ໌.”

ທັງນີ້ ໂດຍຈາກການເກັບກຳຂໍ້ມູນພາກສະໜາມ ໃນຂັ້ນເບື້ອງຕົ້ນ ເມື່ອບໍ່ນານ
ມານີ້ ກໍເຮັດໃຫ້ທາງການລາວ ໄດ້ປະເມີນສະພາບການວ່າ ມີແມ່ຍິງລາວຫຼາຍກວ່າ 15,340 ຄົນ ທີ່ຂາຍບໍລິການທາງເພດເປັນອາຊີບ ໃນຂະນະດຽວກັນ ກໍມີຜູ້ຊາຍ ຫຼາຍກວ່າ 58,320 ຄົນ ທີ່ຮັກຮ່ວມເພດດຽວກັນ ແລະອີກຫຼາຍກວ່າ 50,000 ຄົນ ກໍຢູ່ໃນກຸ່ມທີ່ຊົມໃຊ້ຢາເສບຕິດເປັນປະຈຳໂດຍສະເພາະແມ່ນກຸ່ມທີ່ຊົມໃຊ້ຢາເສບ
ຕິດດ້ວຍການສີດເຂົ້າເສັ້ນເລືອດນັ້ນ ກໍເປັນກຸ່ມປະຊາກອນທີ່ຕິດເຊື້ອ HIV-AIDS ເພີ່ມຂຶ້ນຢ່າງວ່ອງວອີກດ້ວຍ.

ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ກະຊວງສາທາລະນະສຸກຂອງລາວ ຈຶ່ງໃຫ້ຄວາມ
ສຳຄັນເປັນພິເສດ ທີ່ຈະເພີ່ມປະສິດທິພາບ ຂອງການໃຫ້ບໍລິການປິ່ນປົວ ແລະ ຮັກສາສຸຂະພາບ ແກ່ຜູ້ຕິດເຊື້ອໂຣກ ໃຫ້ທົ່ວເຖິງ ແລະພຽງພໍກັບສະພາບບັນຫາ
ຕົວຈິງ ຮວມເຖິງການສ້າງສະພາບແວດລ້ອມທີ່ເອື້ອຕໍ່ການຕອບໂຕ້ເຊື້ອໂຣກ ຢ່າງມີປະສິດທິຜົນພາຍໃນປີ 2020 ຕໍ່ໄປ.

XS
SM
MD
LG