ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຈະເລີ່ມກໍ່ສ້າງ ເຂື່ອນປາກແບງ ໃນຕົ້ນປີ 2017 ໂດຍໄດ້ສະເໜີຕໍ່ ຄະນະກຳມາທິການ MRC


ສະຖານທີ່ ໂຄງການກໍ່ສ້າງເຂື່ອນປາແບງ ຢູ່ເທິງແນວແມ່ນ້ຳຂອງ ໃນເຂດແຂວງອຸດົມໄຊ.
ສະຖານທີ່ ໂຄງການກໍ່ສ້າງເຂື່ອນປາແບງ ຢູ່ເທິງແນວແມ່ນ້ຳຂອງ ໃນເຂດແຂວງອຸດົມໄຊ.

ທາງການລາວ ຈະເລີ່ມກໍ່ສ້າງເຂື່ອນປາກແບງເທິງແນວແມ່ນ້ຳຂອງ ໃນຕົ້ນປີ 2017 ໂດຍໄດ້ສະເໜີຕໍ່ຄະນະກຳມາທິການແມ່ນ້ຳຂອງແລ້ວ ຫາກແຕ່ກໍຖືກຄັດຄ້ານ ຈາກ ນັກອະນຸລັກສິ່ງແວດລ້ອມແລ້ວເຊັ່ນກັນ.

ສຳນັກເລຂາທິການ ຄະນະກຳມາທິການແມ່ນ້ຳຂອງ (MRC) ລາຍງານວ່າ ຫ້ອງການ ຂອງຄະນະກຳມາທິການແມ່ນ້ຳຂອງແຫ່ງ ສປປ ລາວ ໄດ້ຍື່ນເອກກະສານ ສຳຄັນ ກ່ຽວກັບແຜນການກໍ່ສ້າງເຂື່ອນປາກແບງເທິງແນວແມ່ນ້ຳຂອງ ໃນເຂດແຂວງອຸດົມໄຊ ຕໍ່ສຳນັກເລຂາທິການ MRC ຢ່າງເປັນທາງການ ເມື່ອຕົ້ນເດືອນພະຈິກ 2016 ທີ່ຜ່ານ
ມາ ເພື່ອຂໍໃຫ້ມີການຈັດກອງປະຊຸມປຶກສາຫາລື ໃນຄະນະກຳມະການຮ່ວມຂອງ MRC ທີ່ປະກອບດ້ວຍຜູ້ຕາງໜ້າ ຂອງລັດຖະບານກຳປູເຈຍ ຫວຽດນາມ ໄທ ແລະ ລາວ.

ໂດຍຍື່ນເອກກະສານສຳຄັນດັ່ງກ່າວ ທາງການລາວມີເປົ້າໝາຍທີ່ຈະນຳສະເໜີ ລາຍລະອຽດ ໃນແຜນການກໍ່ສ້າງເຂື່ອນປາກແບງ ໃຫ້ຄະນະກຳມະການຮ່ວມຂອງ
MRC ໄດ້ຮັບຮູ້ ແລະປະກອບຄວາມຄິດເຫັນ ທີ່ມີຕໍ່ໂຄງການຮ່ວມກັນ ກ່ອນທີ່ທາງ ການລາວ ແລະຜູ້ລົງທຶນ ຈະເລີ່ມລົງມືກໍ່ສ້າງເຂື່ອນປາກແບງຕໍ່ໄປ ຊຶ່ງປົກກະຕິແລ້ວ ກອງປະຊຸມປຶກສາຫາລືດັ່ງກ່າວນີ້ ຈະໃຊ້ເວລາປະມານ 6 ເດືອນ ແລະຖ້າຫາກວ່າ ການດຳເນີນງານເປັນໄປຕາມກຳນົດເວລາ ກໍຈະເຮັດໃຫ້ສາມາດລົງມືກໍ່ສ້າງ ເຂື່ອນ ປາກແບງໄດ້ ພາຍໃນ 6 ເດືອນ ຕົ້ນປີ 2017 ຕາມແຜນການ ທີ່ທາງການລາວ ໄດ້ ວາງເອົາໄວ້.

ໂຄງການ ເຂື່ອນໄຊຍະບູລີ ໄດ້ກໍ່ສ້າງຄືບໜ້າໄປແລ້ວ ເກີນກວ່າ 60 ເປີເຊັນ ໂດຍຈະກໍ່ສ້າງ ແລ້ວເສັດ ແລະສົ່ງກະແສໄຟຟ້າຂາຍໃຫ້ໄທ ນັບແຕ່ທ້າຍປີ 2019 ເປັນຕົ້ນໄປ.
ໂຄງການ ເຂື່ອນໄຊຍະບູລີ ໄດ້ກໍ່ສ້າງຄືບໜ້າໄປແລ້ວ ເກີນກວ່າ 60 ເປີເຊັນ ໂດຍຈະກໍ່ສ້າງ ແລ້ວເສັດ ແລະສົ່ງກະແສໄຟຟ້າຂາຍໃຫ້ໄທ ນັບແຕ່ທ້າຍປີ 2019 ເປັນຕົ້ນໄປ.

ໂຄງການເຂື່ອປາກແບງລົງທຶນໂດຍກຸ່ມບໍລິສັດ Datang Oversea Investment ຈາກຈີນ ໂດຍຈະມີຂະໜາດຕິດຕັ້ງ 912 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້ ເຖິງ 4,700 ລ້ານກິໂລວັດ/ໂມງ ຕໍ່ປີ ໂດຍ 90 ເປີເຊັນ ຂອງກະແສໄຟຟ້າທີ່ຜະລິດໄດ້ ຈະສົ່ງໄປຂາຍໃຫ້ໄທ ພາຍໃຕ້ຂໍ້ຕົກລົງຊື້-ຂາຍພະລັງງານໄຟຟ້າ ລະຫວ່າງລາວ-ໄທ ໃນປະລິມານລວມ 9,000 ເມກາວັດ ສ່ວນພະລັງງານໄຟຟ້າ 10 ເປີເຊັນ ທີ່ເຫລືອ ຈະຕອບສະໜອງການຊົມໃຊ້ ພາຍໃນປະເທດ ເປັນດ້ານຫລັກ.

ໂຄງການເຂື່ອນປາກແບງນັບເປັນໂຄງການທີ 3 ທີ່ກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງ ໃນ
ລາວ ຕໍ່ຈາກໂຄງການເຂື່ອນໄຊຍະບູລີ ແລະໂຄງການເຂື່ອນດອນສະໂຮງ ຊຶ່ງຢູ່ໃນ ແຜນການຂອງລັດຖະບານລາວ ທີ່ຈະກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃຫ້ໄດ້ເຖິງ
9 ໂຄງການ ຫາກແຕ່ວ່າ ແຜນການດັ່ງກ່າວ ກໍຖືກຄັດຄ້ານ ຈາກບັນດາອົງການອະນຸລັກ ສິ່ງແວດລ້ອມໃນລຸ່ມແມ່ນ້ຳຂອງ ມາໂດຍຕະຫຼອດເຊັ່ນກັນ ເພາະເຊື່ອວ່າ ການກໍ່ສ້າງ ເຂື່ອນຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ໃນລຸ່ມແມ່ນ້ຳຂອງ ຢ່າງກວ້າງຂວາງ ດັ່ງທີ່ ທ່ານວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການເຄືອຂ່າຍພະລັງງານ ແລະສິ່ງແວດລ້ອມ ໃນລຸ່ມແມ່ນ້ຳຂອງ ໄດ້ຢືນຢັນວ່າ:

“ເວລາເຮົາສ້າງໂຄງການຂະໜາດໃຫຍ່ ຜົນກະທົບມັນເລີຍພົມແດນ ມັນມີຜົນ ກະທົບສະສົມ ຄືເຮົາບໍ່ໄດ້ສ້າງເຂື່ອນໆດຽວ ເຂື່ອນມັນເກີດຂຶ້ນຈຳນວນຫຼາຍ ຜົນກະທົບ ຂອງເຂື່ອນ ເອ ນີ້ ເວລາໄປຮ່ວມກັບຜົນກະທົບຂອງເຂື່ອນ ບີ ມັນກໍ ເພີ່ມທະວີຂຶ້ນ ຈົນເຖິງຈຸດໜຶ່ງ ທີ່ເຂົາເອີ້ນວ່າ ຂີດຄວາມສາມາດຂອງລະບົບ ທຳມະຊາດນີ້ ມັນຮອງຮັບບໍ່ໄຫວ ສ່ວນຂໍ້ຕົກລົງແມ່ນ້ຳຂອງນີ້ ມັນກໍມີລັກສະນະ ທີ່ອາດຈະຍັງລໍ່ໄດ້ນຳມາປະຕິບັດຢ່າງແທ້ຈິງ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນວ່າ ໂຄງການ
ເຂື່ອນໄຊຍະບູລີ ໄດ້ກໍ່ສ້າງຄືບໜ້າໄປແລ້ວ ເກີນກວ່າ 60 ເປີເຊັນ ໂດຍຈະກໍ່ສ້າງ ແລ້ວເສັດ ແລະສົ່ງກະແສໄຟຟ້າຂາຍໃຫ້ໄທ ນັບແຕ່ທ້າຍປີ 2019 ເປັນຕົ້ນໄປ ແລະ ລັດຖະບານລາວ ກໍຍັງໄດ້ວາງແຜນການ ທີ່ຈະສົ່ງເສີມການລົງທຶນ ກໍ່ສ້າງເຂື່ອນໄຟຟ້າ ໃນແຂວງໄຊຍະບູລີ ເພີ່ມຂຶ້ນອີກເຖິງ 13 ໂຄງການ ອີກດ້ວຍ.

ຊຶ່ງໃນນີ້ປະກອບດ້ວຍ 3 ໂຄງການທີ່ຈະກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງ ກໍຄືໂຄງການ ປາກແບງ ໂຄງການປາກລາຍ ແລະໂຄງການດອນເໝັນ ສ່ວນອີກ 10 ໂຄງການ ຈະ ກໍ່ສ້າງຢູ່ໃນແມ່ນ້ຳສາຂາ ຄື ໂຄງການປາງື່ມ ໂຄງການນ້ຳພູນ ໂຄງການນ້ຳແມດ ໂຄງການນ້ຳສິງ ໂຄງການນ້ຳຍາງ ໂຄງການນ້ຳປຸຍ ໂຄງການນ້ຳງື່ມ 2 ໂຄງການນ້ຳຮຸ່ງ
1, 2 ແລະ 3 ຕາມລຳດັບ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ບອກວ່າ ໃນປັດຈຸບັນ ໂຄງການເຫຼົ່ານີ້ ຍັງຢູ່ໃນຂັ້ນຕອນ ຂອງການສຶກສາ ສຳຫຼວດຄວາມເປັນໄປໄດ້ ຂອງໂຄງການ ແລະຖ້າຫາກວ່າ ໄດ້ມີ ການກໍ່ສ້າງໃນທຸກໂຄງການດັ່ງກ່າວ ກໍຈະເຮັດໃຫ້ແຂວງໄຊຍະບູລີ ສາມາດຜະລິດ ພະລັງງານໄຟຟ້າ ໄດ້ເພີ່ມຂຶ້ນອີກເກີນກວ່າ 3,600 ເມກາວັດ ຊຶ່ງເມື່ອລວມກັບ ໂຄງການຫົງສາລິກໄນຕ໌ ແລະໂຄງການເຂື່ອນໄຊຍະບູລີດ້ວຍນັ້ນ ກໍຈະເຮັດໃຫ້ມີ ພະລັງງານໄຟຟ້າ ທີ່ຜະລິດໃນແຂວງໄຊຍະບູລີ ທີ່ສົ່ງເຂົ້າລະບົບສາຍສົ່ງ ຂອງລັດ ວິສາຫະກິດໄຟຟ້າລາວ (EDL) ສຳລັບຕອບສະໜອງການຊົມໃຊ້ໃນປະເທດ ແລະ
ສົ່ງໄປຂາຍຕ່າງປະເທດເພີ່ມຂຶ້ນອີກເຖິງ 6,800 ເມກາວັດ.

XS
SM
MD
LG