ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການ ລາວ ຕ້ອງການຄວາມຊ່ວຍເຫຼືອ 7.6 ລ້ານໂດລາ ຈາກຕ່າງປະເທດ ສຳລັບນຳໃຊ້ໃນໂຄງການ ເກັບກູ້ລະເບີດ UXO


ເຈົ້າໜ້າທີ່ເກັບກູ້ລະເບີດທີ່ບໍ່ທັນແຕກໃນລາວ ເຂົ້າຮ່ວມການຝຶກຊ້ອມ ກ່ຽວກັບ ການລະມັດລະວັງ ລະເບີດບໍ່ທັນແຕກ.
ເຈົ້າໜ້າທີ່ເກັບກູ້ລະເບີດທີ່ບໍ່ທັນແຕກໃນລາວ ເຂົ້າຮ່ວມການຝຶກຊ້ອມ ກ່ຽວກັບ ການລະມັດລະວັງ ລະເບີດບໍ່ທັນແຕກ.

ທາງການ ລາວ ຕ້ອງການຄວາມຊ່ວຍເຫຼືອດ້ານງົບປະມານຈາກຕ່າງປະເທດ 7.6 ລ້ານໂດລາ ສຳລັບນຳໃຊ້ໃນການພັດທະນາ-ປັບປຸງເພື່ອຍົກລະດັບປະສິດທິພາບການເກັບກູ້ລະເບີດ UXO ໃຫ້ສູງຂຶ້ນ.

ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ລາວ (Lao UXO) ຖະແຫຼງວ່າການຈັດຕັ້ງປະຕິບັດແຜນງານໃນສ່ວນຂອງການພັດທະນາ-ປັບປຸງເພື່ອຍົກລະດັບປະສິດທິພາບໃນການເກັບກູ້ລະເບີດ UXO ໃຫ້ສູງຂຶ້ນຈະຕ້ອງໃຊ້ງົບປະມານຢ່າງໜ້ອຍ 7.6 ລ້ານໂດລາໃນປີ 2021 ແຕ່ເນື່ອງຈາກວ່າລັດຖະ ບານ ລາວ ບໍ່ສາມດຈະໃຫ້ການຕອບສະໜອງງົບປະມານດັ່ງກ່າວໄດ້ເລີຍຈຶ່ງຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ຊຶ່ງປັດຈຸບັນນີ້ Lao UXO ກໍໄດ້ຈັດທຳຮ່າງແຜນງານເພື່ອປະກອບການສະເໜີຂໍການຊ່ວຍເຫຼືອຈາກຕ່າງປະເທດສຳເລັດແລ້ວ ແລະ ຈະນຳສະເໜີຕໍ່ບັນດາປະ ເທດຜູ້ບໍລິຈາກເພື່ອໃຫ້ການຊ່ວຍເຫຼືອແກ່ ລາວ ໃນໄວໆນີ້ດັ່ງທີ່ທ່ານ ໂຈມແຍງ ໄດ້ໃຫ້ການຢືນຢັນວ່າ

“ໄດ້ກະກຽມເອກະສານໃນຄວາມຄິດ ຫຼືວ່າເອກະສານສະເໜີຂໍທຶນ 23 ສະບັບເປັນເງິນທີ່ຕ້ອງການນີ້ແມ່ນ 7.6 ລ້ານໂດລາ ໃນນັ້ນກະລວມທັງຈະປຶກສາຫາລືເອກະພາບກັນໃນການແກ້ໄຂສະໜາມ ມິນ ໃນຕໍ່ໜ້ານອກຈາກນັ້ນກໍສິໄດ້ຂໍທຶນມາສ້າງຄວາມເຂັ້ມແຂງຍົກລະດັບຂີດຄວາມອາດສາມາດຂອງສູນຝຶກອົບຮົມ ເພື່ອເຮັດໜ້າທີ່ໃນການບໍລິຈາກກວ້າງຂວາງ ແລະ ດີຂຶ້ນກວ່າເກົ່າຈະໄດ້ປະ ເມີນປະສິດທິຜົນຂອງການຈັດຕັ້ງປະຕິບັດຢູ່ 6 ແຂວງເພື່ອປຽບທຽບປະສິດທິຜົນຂອງການຈັດຕັ້ງປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກ.”

ໃນປັດຈຸບັນການຈັດຕັ້ງປະຕິບັດແຜນການເກັບກູ້ລະເບີດ UXO ໃນ ລາວ ເປັນການຮ່ວມມືລະ ຫວ່າງ ລັດຖະບານ ລາວ ກັບ ນານາຊາດໄລຍະທີ 3 ທີ່ໄດ້ເລີ່ມການຈັດຕັ້ງປະຕິບັດນັບຈາກປີ 2017 ເປັນຕົ້ນມາ ແລະ ຈະສິ້ນສຸດໃນທ້າຍປີ 2021 ທີ່ລັດຖະບານ ລາວ ໄດ້ໃຫ້ຄວາມສຳຄັນກັບການຂະຫຍາຍການຮ່ວມມືກັບບັນດາອົງການສາກົນເປັນພິເສດໂດຍໃນນີ້ກໍລວມເຖິງການຮ່ວມມືກັບລັດຖະບານ ສະຫະລັດ ອາເມຣິກາ ດ້ວຍເພາະເຊື່ອວ່າຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດ ທິພາບສູງຂຶ້ນ ແລະ ສາມາດທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ໃນ 3 ດ້ານກໍຄືການໂຄສະນາອົບຮົມ ກ່ຽວກັບ ອັນຕະລາຍຂອງລະເບີດ UXO ທີ່ແນໃສ່ການຫຼຸດອຸບັດຕິເຫດທີ່ເກີດຈາກ UXO ລົງໃຫ້ເປັນບໍ່ເກີນ 40 ກໍລະນີຕໍ່ປີ, ການຝຶກອາຊີບໃຫ້ກັບຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ໃຫ້ໄດ້ 20,000 ກວ່າຄົນ ແລະ ສ້າງວຽກເຮັດງານທຳທີ່ຖາວອນໃຫ້ກັບພວກເຂົາເຈົ້າຢ່າງຄົບຖ້ວນ ແລະ ການກວດກູ້ລະເບີດ UXO ໃນພື້ນທີ່ພັດທະນາບູລິມະສິດຂອງລັດຖະບານ 400 ກວ່າຈຸດສຸມໃຫ້ສຳເລັດຢ່າງຄົບຖ້ວນພາຍໃນປີ 2021 ດັ່ງກ່າວ.

ທັງນີ້ລັດຖະບານ ລາວ ໄດ້ເຂົ້າຮ່ວມເປັນພາຄີໃນສົນທິສັນຍາຕ້ານລະເບີດລູກຫວ່ານສາກົນທີ່ໄດ້ລົງນາມຢ່າງເປັນທາງການທີ່ນະຄອນຫຼວງ ອອສໂລ ຂອງປະເທດ ນໍເວ ໃນທ້າຍປີ 2008 ແລະ ໃຫ້ສັດຕະຍາບັນຕົ້ນປີ 2009 ເຮັດໃຫ້ລັດຖະບານ ລາວ ມີພັນທະຕ້ອງປະຕິບັດຕາມສົນທິສັນຍານັບຈາກວັນທີ 1​ ສິງຫາ 2010 ເປັນຕົ້ນມາຊຶ່ງກໍນັບເປັນແນວທາງນຶ່ງທີ່ລັດຖະບານສາມາດໃຊ້ເປັນໂອກາດໃນການເສີມສ້າງການຮ່ວມມືເພື່ອດຶງເອົາການຊ່ວຍເຫຼືອຈາກຕ່າງປະເທດ ເພື່ອນຳໃຊ້ໃນການແກ້ໄຂບັນຫາລະເບີດ UXO ໃນ ລາວ.

ໃນປີ 2019 ທີ່ຜ່ານມາລັດຖະບານ ລາວ ກໍໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເຖິງ 45.5 ລ້ານໂດລາ ໃນນີ້ກໍລວມເຖິງການຊ່ວຍເຫຼືອຈາກລັດຖະບານ ສະຫະລັດ ອາເມຣິກາ 9.2 ລ້ານໂດລາ ຊຶ່ງແບ່ງເປັນ 1.7 ລ້ານໂດລານຳໃຊ້ເພື່ອເຮັດໃຫ້ການສຳຫຼວດທີ່ບໍ່ແມ່ນວິຊາການໃນ 950 ບ້ານທີ່ແຂວງພາກໃຕ້ມີປະສິດທິພາບສູງຂຶ້ນ ທັງຍັງໄດ້ສຳຫຼວດແບບວິຊາການໃນ 338 ບ້ານ ດ້ວຍເປົ້າ ໝາຍເພື່ອເກັບກູ້ລະເບີດ UXO ໃຫ້ໝົດໄປຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນຂອງປະຊາຊົນໃນເຂດດັ່ງກ່າວ.

ນອກຈາກນີ້ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ 4.5 ລ້ານໂດລາເພື່ອການສຳຫຼວດ ແລະ ເກັບກູ້ລະເບີດ UXO ທີ່ເມືອງ ເຊໂປນ, ເມືອງ ພິນ, ເມືອງ ວິລະບູລີ ແລະ ເມືອງ ນອງ ແຂວງສະ ຫວັນນະເຂດ ໃນປີ 2019 ແລະ ການຊ່ວຍເຫຼືອ 3 ລ້ານໂດລາເພື່ອນຳໃຊ້ໃນການເກັບກູ້ລະເບີດ UXO ໃນເຂດ 94 ບ້ານທີ່ເມືອງ ໜອງແຮດ, ເມືອງ ຄູນ ແລະ ເມືອງ ຜາໄຊ ແຂວງຊຽງຂວາງ. ນັບແຕ່ປີ 1995 ລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ ລາວ ເຖິງ 135 ລ້ານໂດລາ ແລະ ໄດ້ເກັບກູ້ລະເບີດ UXO ອອກຈາກພື້ນທີ່ 432 ກິໂລແມັດມົນທົນ, ທຳລາຍລະເບີດ UXO ຫຼາຍກວ່າ 1.6 ລ້ານໜ່ວຍຫຼື 2 ເປີເຊັນຂອງລະເບີດ UXO ທີ່ຕົກຄ້າງໃນ ລາວ.

XS
SM
MD
LG