ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການ ລາວ ຈະດຳເນີນ ການກວດສອບ ຄຸນນະພາບ ຂອງນ້ຳມັນເຊື້ອໄຟ ໃນທົ່ວປະເທດ


ທ່ານ ບໍ່ວຽງຄຳ ວົງດາຣາ ລັດຖະມົນຕິວ່າການກະຊວງ
ວິທະຍາສາດ ແລະ ເທັກໂນໂລຈີ ກ່າວຄຳປາໄສໃນກອງ
ປະຊຸມ.
ທ່ານ ບໍ່ວຽງຄຳ ວົງດາຣາ ລັດຖະມົນຕິວ່າການກະຊວງ ວິທະຍາສາດ ແລະ ເທັກໂນໂລຈີ ກ່າວຄຳປາໄສໃນກອງ ປະຊຸມ.

ທາງການ ລາວ ຈະດຳເນີນການກວດສອບຄຸນນະພາບຂອງນ້ຳມັນເຊື້ອໄຟໃນ ທົ່ວປະເທດ ເພື່ອປ້ອງກັນການລັກລອບນຳເຂົ້ານ້ຳມັນໂດຍຜິດກົດໝາຍທີ່ ເຮັດໃຫ້ລັດຖະບານ ລາວ ສູນເສຍລາຍຮັບເພີ່ມຂຶ້ນນັບມື້.

ທ່ານ ບໍວຽງຄຳ ວົງດາຣາ ລັດຖະມົນຕິວ່າການກະຊວງວິທະຍາສາດ ແລະ ເທັກ ໂນໂລຈີ ຢືນຢັນວ່າ ການກວດສອບຄຸນນະພາບຂອງນຳ້ມັນເຊື້ອໄຟຈະເລີ່ມດຳ ເນີນການໃນພາກ ຕົວຈິງນັບແຕ່ ວັນທີ 1 ສິງຫາປີນີ້ເປັນຕົ້ນໄປ ພາຍໃຕ້ເປົ້າ ໝາຍເພື່ອຮັບປະກັນວ່ານຳ້ມັນ ເຊື້ອໄຟທີ່ນຳເຈົ້າມາຊົມໃຊ້ໃນ ລາວ ນັ້ນມີຄຸນ ນະພາບຕາມມາດຕະຖານແຫ່ງຊາດ ແລະ ມາດຕະຖານສາກົນຢ່າງແທ້ຈິງ.

ໂດຍສາເຫດທີ່ເຮັດໃຫ້ຕ້ອງດຳເນີນການກວດສອບຄຸນ ນະພາບນຳ້ມັນເຊື້ອໄຟ ດັ່ງກ່າວນີ້ ກໍເພາະວ່າມີິການຮ້ອງຮຽນຈາກປະຊາຊົນ ແລະ ພາກສ່ວນຕ່າງໆ ໃນທົ່ວສັງຄົມ ລາວ ໃນໄລຍະທີ່ຜ່ານມາ ວ່າໄດ້ມີການຈຳໜ່າຍນຳ້ມັນເຊື້ອໄຟ ຄຸນນະພາບຕ່ຳ ແລະ ສົ່ງຜົນ ກະທົບຕໍ່ຜູ້ຊົມໃຊ້ນ້ຳມັນເຊື້ອໄຟໃນ ລາວ ຢ່າງ ກວ້າງຂວາງເພາະສະນັ້ນການກວດສອບ ຄຸນນພາບຂອງນ້ຳມັນເຊື້ອໄຟໃນ ຂອບເຂດທົ່ວປະເທດ ລາວ ຈຶ່ງຖືເປັນວິທິການໜຶ່ງຂອງ ການແກ້ໄຂບັນຫາ ດັ່ງກ່າວ ດັ່ງທີ່ທ່ານ ບໍວຽງຄຳ ໄດ້ໃຫ້ການຊີ້ແຈງວ່າ.

"ການວດກາຄຸນນະພາບນ້ຳມັນເຊື້ອໄຟດັ່ງກ່າວນີ້ ຈະເລີ່ມຈາກການກວດກາ ບັນດາ ເອ ກະສານຢັ້ງຢືນການນຳເຂົ້ານ້ຳມັນເຊື້ອໄຟ ຫຼັງຈາກນັ້ນກໍຈະໄດ້ ເກັບຕົວຢ່າງຢູ່ຕາມ ລົດບັນທຸກ ເກັບຕົວຢ່າງຢູ່ຕາມປ້ຳນ້ຳມັນ ແລະ ບ່ອນທີ່ ຊົມໃຊ້ນຳ້ມັນເຊື້້ອໄຟຕ່າງໆ ເພື່ອມາກວດກາຄຸນນະພາບ ສະນັ້ນພວກເຂົາເຈົ້າ ຈະພະຍາຍາມດຳເນີນການກວດ ກາໃຫ້ມີຄວາມໂປ່ງໃສ ໃຫ້ມີຄວາມວ່ອງໄວ ແລະ ດ້ວຍນ້ຳໃຈຮັບຜິດຊອບສູງເພື່ອເຮັດ ໃຫ້ສັງຄົມຂອງພວກເຮົາໄດ້ຊົມ ໃຊ້ນ້ຳມັນເຊື້້ອໄຟທີ່ມີ ຄຸນນະພາບໃນລະດັບມາດຕະ ຖານແຫ່ງຊາດ ແລະ ມາດຕະຖານສາກົນ."

ຍິ່ງໄປກວ່ານັ້ນ ການດຳເນີນການກວດສອບຄຸນນະພາບຂອງນ້ຳມັນເຊື້ອໄຟດັ່ງ ກ່າວນີ້ ກໍຍັງຖືເປັນວິທີການ ໜຶ່ງທີ່ສາມາດຈະກວດສອບໄດ້ວ່າການນຳເຂົ້າ ນຳ້ມັນເຊື້ອໄຟຂອງ ບັນດາບໍລິສັດຕ່າງໆໃນ ລາວ ໄດ້ຈັດຕັ້ງປະຕິບັດຢ່າງຖືກ ຕ້ອງຕາມກົດໝາຍ ຫຼື ບໍ່ອີກດ້ວຍ ເພາະອົງການກວດສອບແຫ່ງລັດໄດ້ ກວດພົບວ່າລັດຖະບານ ລາວ ສູນເສຍລາຍ ຮັບ ໄປຫຼາຍກວ່າ 2,000 ຕື້ກີບ ຫຼື ເກີນກວ່າ 250 ລ້ານໂດລາ ໂດຍມີສາເຫດມາຈາກການຍົກເວັ້ນພາສີການ ນຳເຂົ້ານ້ຳມັນເຊື້ອໄຟໃຫ້ກັບບັນດາບໍລິສັດ ຕ່າງຊາດ ທີ່ເຂົ້າມາ ລົງທຶນໃນ ລາວ ໃນຊ່ວງປີ 2013-2015 ທັງຍັງມີທ່າອຽງທີ່ຈະສູນເສຍເພີ່ມຂຶ້ນເລື້ອຍໆ ໂດຍໃນປີ 2015 ບັນດາບໍລິສັດເອກະຊົນ ລາວ ໄດ້ນຳເຂົ້ານ້ຳມັນເຊື້ອໄຟເກີນ ກວ່າ 1,200 ລ້ານລິດ ຊຶ່ງຍັງບໍ່ລວມນ້ຳມັນເຊື້ອໄຟທີ່ນຳເຂົ້າໂດຍບັນດາບໍລິສັດຕ່າງຊາດທີ່ລົງ ທຶນໃນ ລາວ ອີກ 300 ກວ່າລ້ານລິດແຕ່ຢ່າງໃດ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍເຮັດໃຫ້ການຈັດຕັ້ງປະຕິບັດຂອງ ອົງການ ກວດສອບແຫ່ງລັດໃນແຜນການປີ 2014-2015 ທີ່ວາງຄາດໝາຍ ໄວ້ວ່າຕ້ອງດຳເນີນ ການກວດສອບໜ່ວຍງານລັດຖະບານ ໃຫ້ໄດ້ບໍ່ນ້ອຍກວ່າ 95 ຫົວໜ່ວຍນັ້ນ ຫາກແຕ່ວ່າ ຈາກການຈັດຕັ້ງປະຕິບັດໃນພາກຕົວຈິງ ສາມາດທຳການກວດສອບໄດ້ພຽງ 60 ຫົວໜ່ວຍ ຄິດເປັນ 63 ເປີເຊັນ ເທົ່ານັ້ນຂອງແຜນການ ທັງຍັງເຮັດໃຫ້ຕ້ອງຫຼຸດເປົ້າໝາຍໃນການກວດສອບ ໃນແຜນການປີ 2015-2016 ລົງເຫຼືອພຽງ 89 ຫົວໜ່ວຍເທົ່ານັ້ນ.

ສ່ວນອົງການເພື່ອຄວາມໂປ່ງໃສສາກົນ (transparency International) ຊຶ່ງໄດ້ ທຳ ການສຳຫຼວດຄວາມຄິດເຫັນຂອງນັກທຸລະກິດ ກ່ຽວກັບ ສະພາບການສໍ້ ລາດບັງຫຼວງຢູ່ໃນ 167 ປະເທດທົ່ວໂລກນັ້ນ ກໍໄດ້ຈັດໃຫ້ ລາວ ຢູ່ອັນດັບທີ 139 ໃນປີ 2015 ໂດຍໄດ້ຮັບ ຄວາມໄວ້ວາງໃຈຈາກບັນດານັກທຸລະກິດຊາວຕ່າງ ຊາດ ທີ່ລົງທຶນໃນ ລາວ ລະດັບ 25 ຄະແນນເທົ່ານັ້ນຈາກ 100 ຄະແນນເຕັມ.

XS
SM
MD
LG