ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຈະກວດສອບ ຄຸນນະພາບ ການສຶກສາຊັ້ນສູງ ຂອງເອກກະຊົນ ທົ່ວປະເທດ


ພິທີຮັບໃບປະກາດສະນີຍະບັດ ຂອງນັກສຶກສາ ທີ່ຈົບຈາກວິທະຍາໄລແຫ່ງນຶ່ງໃນລາວ
ພິທີຮັບໃບປະກາດສະນີຍະບັດ ຂອງນັກສຶກສາ ທີ່ຈົບຈາກວິທະຍາໄລແຫ່ງນຶ່ງໃນລາວ
ທາງການລາວດໍາເນີນມາດຕະການກວດສອບເພື່ອປະເມີນ
ຫຼັກສູດການຮຽນ-ການສອນຂອງບັນດາວິທະຍາໄລຂອງເອກ
ກະຊົນໃນທົ່ວປະເທດ ເນື່ອງຈາກເຫັນວ່າ ຄຸນນະພາບການ
ສຶກສາຍັງຕໍ່າ ແລະບໍ່ໄດ້ມາດຕະຖານ.

ທ່ານ ຄໍາພອນ ໄຊສົມພູ ຫົວໜ້າຫ້ອງການສະພາທີ່ປຶກສາການ
ສຶກສາພາກເອກກະຊົນ ສັງກັດໃນກະຊວງສຶກສາທິການ ແລະກິ
ລາ ໄດ້ຖະແຫຼງຢືນຢັນວ່າ ຄະນະກໍາມາທິການເພື່ອການປະຕິຮູບ
ການສຶກສາແຫ່ງຊາດໄດ້ມີມະຕິຄໍາສັ່ງໄປເຖິງບັນດາສະຖາບັນ
ການສຶກສາຊັ້ນສູງ ຫຼືວິທະຍາໄລຂອງເອກກະຊົນໃນທົ່ວປະເທດ
ລາວ ເມື່ອບໍ່ດົນມານີ້ ເພື່ອໃຫ້ໂຈະການຮັບນັກສຶກສາທີ່ຈົບການ ສຶກສາຊັ້ນສູງເຂົ້າສຶກສາ ຕໍ່ໃນລະດັບປະລິນຍາໃນສະຖາບັນດຽວກັນ ສ່ວນສະຖາບັນການ
ສຶກສາຊັ້ນສູງໃດ ທີ່ຍັງບໍ່ມີຫຼັກສູດການຮຽນ- ການສອນ ໃນລະດັບປະລິນຍາຕີນັ້ນ ກໍບໍ່ອະ
ນຸຍາດໃຫ້ເປີດຫຼັກສູດດັ່ງກ່າວເພີ່ມຂຶ້ນ ໃນໄລຍະນີ້ອີກດ້ວຍ.

ທັງນີ້ໂດຍສາເຫດທີ່ຄະນະກໍາມາທິການ ເພື່ອການປະຕິຮູບການສຶກສາແຫ່ງຊາດລາວ
ຕ້ອງອອກມະຕິຄໍາສັ່ງດັ່ງກ່າວ ກໍຍ້ອນບໍ່ເຊື່ອໝັ້ນໃນຄຸນນະພາບຂອງຫຼັກສູດ ແລະມາດ
ຕະຖານ ການຮຽນ-ການສອນຂອງບັນດາວິທະຍາໄລເອກກະຊົນ ເພາະວ່າໃນໄລຍະທີ່
ຜ່ານມາໄດ້ເກີດຫາງສຽງຂຶ້ນໃນສັງຄົມລາວຢ່າງກວ້າງຂວາງວ່າ ນັກສຶກສາທີ່ຮຽນຈົບ ຈາກວິທະຍາໄລຂອງເອກກະຊົນໃນລາວນັ້ນ ຍັງບໍ່ມີຄຸນນະພາບ ຈຶ່ງເຮັດໃຫ້ຈໍາເປັນທີ່
ຈະຕ້ອງດໍາເນີນການກວດສອບ ແລະປະເມີນຜົນເຖິງສະພາບການ ທີ່ເປັນຈິງໝົດທຸກລະ
ບົບ ແລະຫຼັງຈາກນັ້ນຈຶ່ງຈະມີການພິຈາລະນາເພື່ອອະນຸຍາດຕາມຄວາມເໝາະສົມຕໍ່ໄປ.

ແຕ່ຢ່າງໃດກໍຕາມ ທ່ານຄໍາພອນ ກໍໄດ້ໃຫ້ການຢືນຢັນວ່າ ຄໍາສັ່ງດັ່ງກ່າວບໍ່ໄດ້ເປັນການ
ຫ້າມນັກຮຽນທີ່ຈົບຊັ້ນສູງທີ່ຕ້ອງການຈະສຶກສາຕໍ່ໃນລະດັບປະລິນຍາຕີແຕ່ຢ່າງໃດ ໂດຍນັກຮຽນທີ່ຈົບຊັ້ນສູງນັ້ນ ກໍສາມາດທີ່ຈະສຶກສາຕໍ່ໄດ້ໃນສະຖາບັນການສຶກສາ
ອື່ນທີ່ບໍ່ແມ່ນສະຖາບັນດຽວກັນກັບທີ່ນັກຮຽນໄດ້ຈົບຊັ້ນສູງມານັ້ນ ສ່ວນສະຖາບັນການ ສຶກສາທີ່ມີການຮຽນ-ການສອນໃນລະດັບປະລິນຍາຕີຢູ່ແລ້ວນັ້ນ ກໍຍັງສາມາດທີ່ຈະດໍາ
ເນີນການຮຽນ-ການສອນໄດ້ຕໍ່ໄປຈົນຈົບຫຼັກສູດ ຫາກແຕ່ວ່າຈະບໍ່ສາມາດຮັບນັກສຶກ
ສາໃໝ່ແລະເປີດຫຼັກສູດໃໝ່ໄດ້ຈົນກວ່າວ່າການກວດສອບ ແລະປະເມີນຜົນຈະສໍາເລັດ
ເສຍກ່ອນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງໃນກະຊວງສຶກສາທິການ ແລະກິລາກໍຍອມຮັບວ່າ ຄຸນນະພາບຕໍ່າໃນດ້ານການສຶກສາ ບໍ່ໄດ້ເກີດຂຶ້ນສະເພາະໃນສະຖາບັນການສຶກສາ
ຂອງພາກເອກກະຊົນເທົ່ານັ້ນ ຫາກແຕ່ລວມເຖິງໃນມະຫາວິທະຍາໄລຂອງລັດຖະບານ
ທັງ 5 ແຫ່ງດ້ວຍ ກໍຄືມະຫາວິທະຍາໄລແຫ່ງຊາດ ທີ່ນະຄອນວຽງຈັນ ມະຫາວິທະຍາໄລ
ສຸພານຸວົງທີ່ຫຼວງພະບາງ ມະຫາວິທະຍາໄລສະຫວັນນະເຂດ ມະຫາວິທະຍາໄລຈໍາປາ
ສັກ ແລະມະຫາວິທະຍາໄລສຸຂະພາບນັ້ນ ຍັງໄດ້ເກີດປາກົດການຫຍໍ້ທໍ້ຂຶ້ນ ຢ່າງກວ້າງ
ຂວາງອີກດ້ວຍ ເມື່ອປາກົດວ່າມີອາຈານຈໍານວນບໍ່ໜ້ອຍທີ່ ຍອມຮັບເອົາເງິນຈາກນັກ
ສຶກສາ ເພື່ອແລກກັບການໃຫ້ຄະແນນສູງໆ ແກ່ນັກສຶກສາທີ່ໃຫ້ເງິນດັ່ງກ່າວນັ້ນເອງ.

ທ່ານ ພັນຄໍາ ວິພາວັນ, ລັດຖະມົນຕີກະຊວງສຶກສາລາວ
ທ່ານ ພັນຄໍາ ວິພາວັນ, ລັດຖະມົນຕີກະຊວງສຶກສາລາວ
ແຕ່ຢ່າງໃດກໍຕາມ ທ່ານພັນຄໍາ ວິພາວັນ ລັດຖະມົນຕີກະຊວງ
ສຶກສາທິການແລະກິລາ ກໍຖະແຫຼງຢືນຢັນກ່ອນໜ້ານີ້ວ່າ ເປົ້າໝາຍທີ່ສໍາຄັນຂອງແຜນຍຸທະສາດການປະຕິຮູບການ
ສຶກສາແຫ່ງຊາດຈົນເຖິງປີ 2015 ຄືການຂະຫຍາຍໂອ ກາດດ້ານການສຶກສາເພື່ອຄົນລາວທຸກຄົນ ໂດຍສະເພາະ
ແມ່ນການຂະຫຍາຍໂອ ກາດດ້ານການສຶກສາໄປສູ່ເຂດ
ຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ລວມທັງຍັງຈະຕ້ອງພັດທະ
ນາການສຶກສາໃນລາວໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານ
ດຽວກັນກັບປະ ເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນໃຫ້
ໄດ້ອີກດ້ວຍ.

ສໍາລັບການຈັດຕັ້ງປະຕິບັດໃນພາກຕົວຈິງທີ່ຈະເຮັດໃຫ້ທງການລາວສາມາດບັນລຸເປົ້າ
ໝາຍທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍໄດ້ຖະແຫຼງເນັ້ນຢໍ້າໃນຕອນນຶ່ງວ່າ:

ຈະສືບຕໍ່ດໍາເນີນການປະຕິຮູບລະບົບການສຶກສາລະຍະທີ່ 2 ຢ່າງເຖິງຖອງ
ຮັບປະກັນ 3 ຫຼັກສູດການສຶກສາຂອງພັກຄືລັກສະນະຊາດ ລັກສະນະວິທະ
ຍາສາດ ທັນສະໄໝ ແລະລັກສະນະມະຫາຊົນ ຮັບປະກັນໃຫ້ໄດ້ຕາມ 5 ຫຼັກ
ມຸງຂອງການ ສຶກສາຂອງພັກຄືຄຸນສົມບັດສຶກສາ ປັນຍາສຶກສາ ສິນລະປະສຶກ
ສາ ພະລະສຶກສາ ແລະແຮງງານສຶກສາ ປະຕິບັດໃຫ້ໄດ້ວິໄສທັດທີ່ວ່າສ້າງ
ຄູເພື່ອສ້າງຄົນ ແລະສ້າງ ຄົນເພື່ອສ້າງຊາດ.”


ໃນປັດຈຸບັນ ປະເທດລາວມີວິທະຍາໄລເອກກະຊົນທີ່ສອນຫຼັກສູດຊັ້ນສູງຈໍານວນ 80
ແຫ່ງ. ສ່ວນທີ່ສອນຫຼັກສູດປະລິນຍາຕີມີຢູ່ 50 ແຫ່ງ ແລະສະເພາະຢູ່ ໃນເຂດນະຄອນ
ວຽງຈັນນັ້ນ ກໍມີວິທະຍາໄລທີ່ສອນຫຼັກສູດປະລິນຍາຕີ 30 ແຫ່ງ ແລະຫຼັກສູນຊັ້ນສູງ 28
ແຫ່ງ ນອກຈາກນີ້ ກໍຍັງມີອີກ 3 ແຫ່ງທີ່ສອນຫຼັກສູດປະລິນຍາໂທ ທີ່ເປັນວິທະຍາໄລ ເອກກະຊົນ.
XS
SM
MD
LG