ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ເກັບລາຍຮັບດ້ານພາສີ ອາກອນໄດ້ພຽງ 85 ເປີເຊັນ ໃນສົກປີ 2015-2016


ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ແຫ່ງ ສປປ ລາວ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ແຫ່ງ ສປປ ລາວ.

ທາງການ ລາວ ເກັບລາຍຮັບດ້ານພາສາອາກອນໄດ້ພຽງ 85 ເປີເຊັນຂອງແຜນການໃນ ສົກ ປີ 2015-2016 ໂດຍມີສາເຫດທີ່ສຳຄັນມາຈາກການມີປະສິດທິພາບຕ່ຳໃນການຈັດ ຕັ້ງປະຕິບັດຂອງພະນັກງານພາສາຂອງລັດຖະບານ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຍອມຮັບວ່າ ໃນແຜນການປະຈຳສົກປີ 2015-2016 ທີ່ຜ່ານມາການຈັດເກັບລາຍ ຮັບດ້ານພາສີອາກອນສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ຄິດເປັນອັດ ຕາສະເລ່ຍເຖິງ 15 ເປີເຊັນ ກໍຄືໃນຂະນະທີ່ແຜນການປີໄດ້ວາງເປົ້າໝາຍການຈັດເກັບ ລາຍຮັບດ້ານພາສີອາກອນໄວ້ໃນມູນຄ່າ 10,074 ຕື້ກີບ ຫາກແຕ່ການຈັດຕັ້ງປະຕິບັດຕົວ ຈິງສາມາດຈັດເກັບລາຍຮັບດ້ານພາສີອາກອນໄດ້ພຽງ 8,558 ຕື້ກີບ ຄິດເປັນ 85 ເປີເຊັນ ຂອງ ໍແຜນການປີໂດຍມີສາເຫດທີ່ສຳຄັນຈາກສະພາວະການຕົກຕ່ຳຂອງເສດຖະກິດທັງ ໃນ ລາວ ແລະ ຕ່າງປະເທດທີ່ສົມທົບກັບປະສິດທິພາບຕ່ຳໃນການຈັດຕັ້ງປະຕິບັດຂອງ ບັນດາພະນັກງານພາສີຂອງລັດຖະບານໃນທົ່ວປະເທດ.

ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ກໍໄດ້ເນັ້ນໜັກວ່າກະຊວງການເງິນຈະພັດທະນາປັບປຸງລະ ບົບການຈັດເກັບລາຍຮັບທັງດ້ານພາສີອາກອນ ແລະ ດ້ານອື່ນໆໃຫ້ມີປະສິດທິພາບສູງ ຂຶ້ນຢ່າງຕັ້ງໜ້າເພື່ອເຮັດໃຫ້ບັນລຸເປົ້າໝາຍຂອງລັດຖະບານ ລາວ ທີ່ຈະຈັດເກັບລາຍຮັບ ໃນຊ່ວງປີ 2016-2020 ໃຫ້ເພີ່ມຂຶ້ນເຖິງ 50 ເປີເຊັນເມື່ອທຽບໃສ່ປີ 2011-2015 ໂດຍ ຈະເຮັດໃຫ້ລັດຖະບານ ລາວ ມີລາຍຮັບລວມ 149,600 ຕື້ກີບ ຄິດເປັນ 19-20 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນຕະຫຼອດໄລຍະ 5 ປີດັ່ງກ່າວ.

ໂດຍຄາດໝາຍລາຍຮັບດັ່ງກ່າວນີ້ແບ່ງເປັນລາຍຮັບພາຍໃນ 131,800 ຕື້ກີບ ຫຼື ເພີ່ມຂຶ້ນ ໃນອັດຕາສະເລ່ຍເຖິງ 72 ເປີເຊັນທຽບໃສ່ແຜນການປີ 2011-2015 ພ້ອມກັນນັ້ນ ລັດຖະ ບານ ລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 176,400 ຕື້ກີບ ຄິດເປັນ 25 ເປີເຊັນຂອງ GDP ໃນຕະຫຼອດປີ 2016-2020 ໂດຍໃນນີ້ລວມລາຍຈ່າຍເງິນເດືອນ ພະນັກງານລັດໃນມູນຄ່າ 60,000 ຕື້ກີບດ້ວຍ.

ພາຍໃຕ້ສະພາບການດັ່ງກ່າວຍັງເຮັດໃຫ້ລັດຖະບານ ລາວ ໄດ້ປັບຫຼຸດອັດຕາການຂະ ຫຍາຍຕົວທາງເສດຖະກິດລົງຈາກ 7.5 ເປີເຊັນ ເປັນ 7 ເປີເຊັນໃນຊ່ວງປີ 2017 - 2020 ອີກດ້ວຍ ໂດຍຄາດວ່າ GDP ຈະມີມູນຄ່າລວມກວ່າ 597,682 ຕື້ກີບທີ່ຄິດສະເລ່ຍເປັນ ລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບ 23.82 ລ້ານກີບ ຫຼື 2,978 ໂດລາ ໃນປີ 2020 ແຕ່ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງນຳໃຊ້ເງິນ ທຶນບໍ່ໜ້ອຍກວ່າ 173,328 ຕື້ກີບ ຫຼື 21,666 ລ້ານໂດລາ ຄິດເປັນ 29 ເປີເຊັນຂອງ GDP.

ຍິ່ງໄປກວ່ານັ້ນ ລັດຖະບານ ລາວ ຍັງຈະຕ້ອງເຮັດໃຫ້ພາກກະສິກຳຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 3.2 ເປີເຊັນ, ພາກອຸດສາຫະກຳ 9.3 ເປີເຊັນ, ພາກບໍລິການ 8.9 ເປີ ເຊັນຕໍ່ປີ ແລະ ຕ້ອງລະດົມເງິນລົງທຶນໃຫ້ໄດ້ 27,000 ລ້ານໂດລາໃນຊ່ວງປີ 2016-2020 ລວມທັງຈະຕ້ອງຄວບຄຸມອັດຕາເງິນເຟີ້ ແລະ ປະລິມານເງິນທຶນໝຸນວຽນໃຫ້ໄດ້ຕາມ ແຜນການທີ່ວາງໄວ້ອີກດ້ວຍ ແຕ່ຖ້າຫາກການຈັດຕັ້ງປະຕິບັດຕົວຈິງຍັງດຳເນີນໄປຄືທີ່ ຜ່ານມາ ກໍຍ່ອມຈະສົ່ງຜົນກະທົບຕໍ່ເປົ້າໝາຍການພັດທະນາ ລາວ ໃນທຸກໆດ້ານດັ່ງທີ່ ທ່ານ ຄຳຜັນ ຄູນສະຫວັນ ສະມາຊິກສະພາແຫ່ງຊາດຈາກແຂວງ ສະຫວັນນະເຂດ ໄດ້ຍົກ ໃຫ້ເຫັນສະພາບຂອງການຈັດຕັ້ງປະຕິບັດແຜນການໃນສົກປີ 2015-2016 ທີ່ຜ່ານມາ ວ່າ.

"ການຈັດຕັ້ງປະຕິບັດຜ່ານມາກະຖືວ່າບໍ່ໄດ້ຕາມແຜນທີ່ທາງລັດຖະບານໄດ້ກຳນົດໄວ້, ເປັນຕົ້ນກະແມ່ນການສະໜອງລາຍຮັບບໍ່ໄດ້ຕາມແຜນການທີ່ວາງໄວ້. ສະນັ້ນກໍຈະ ເຫັນວ່າໄດ້ປັບຫຼຸດທາງດ້ານງົບປະມານໃນການໃຊ້ຈ່າຍການລົງທຶນຂອງລັດນີ້ລົງ 500 ຕື້ ອັນນີ້ກໍສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງ ຄົມໂດຍລວມ ເພາະວ່າ ພວກເຮົາກຳນົດໄວ້ໃນແຜນພັດທະນາຂອງເຮົານີ້ 3,800 ຕື້ ສະນັ້ນຈຶ່ງເຮັດໃຫ້ ໂຄງການຂອງທ້ອງຖິ່ນຕ້ອງຖືກຫຼຸດງົບປະມານເຊັ່ນດຽວກັນ ຕໍ່ການ ຈັດເກັບງົບປະມານນີ້ ກະເຫັນວ່າທຽບໃສ່ກັບເຂດເລືອກຕັ້ງຂອງພວກເຮົາແລ້ວກະ ເຫັນວ່າ ທຸກເຂດເລືອກຕັ້ງ ທົ່ວປະເທດກະແມ່ນຫຼຸດຈາກແຜນທີ່ວາງໄວ້."

ທາງດ້ານທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ຄາດວ່າໃນສົກປີ 2016-2017 ເສດຖະກິດ ລາວ ຍັງຈະຂະຫຍາຍຕົວຂຶ້ນໃນອັດຕາສະ ເລ່ຍ 7.9 ເປີເຊັນ ແຕ່ວ່າທະນາຄານພັດທະນາ ເອເຊຍ (ADB) ລາຍງານວ່າເສດຖະກິດ ລາວ ຂະຫຍາຍຕົວເພີ່ມຂຶ້ນ 7.3 ເປີເຊັນໃນປີ 2015-2016 ຫາກແຕ່ວ່າຈະຂະຫຍາຍ ຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ເກີນ 7 ເປີເຊັນໃນສົກປີ 2016-2017 ນີ້.

XS
SM
MD
LG