ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການລາວ ຂຶ້ນລາຄາ ຈຳໜ່າຍນ້ຳມັນ ໃນອັດຕາ ລະຫວ່າງ 320 ຫາ 360 ກີບຕໍ່ລິດ


ພະນັກງານບໍລິການ ປະຈຳປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນ ວຽງຈັນ ກຳລັງໃສ່ນ້ຳມັນ ໃຫ້ແກ່ລູກຄ້າ.
ພະນັກງານບໍລິການ ປະຈຳປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນ ວຽງຈັນ ກຳລັງໃສ່ນ້ຳມັນ ໃຫ້ແກ່ລູກຄ້າ.

ທາງການລາວປັບຂຶ້ນລາຄາຈຳໜ່າຍນ້ຳມັນ ໃນອັດຕາລະຫວ່າງ 320 ຫາ 360 ກີບ
ຕໍ່ລິດ ພ້ອມກັນນີ້ ກໍໄດ້ເຂັ້ມງວດກວດກາເພື່ອປ້ອງກັນ ບໍ່ໃຫ້ມີການສວຍໂອກາດປັບ
ຂຶ້ນລາຄາສິນຄ້າ ທີ່ບໍ່ເໝາະສົມ.

ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະການຄ້າ
ໄດ້ລົງມາອະນຸມັດການປັບຂຶ້ນລາຄາ ຈຳໜ່າຍນ້ຳມັນເຊື້ອໄຟ ແລະໃຫ້ມີຜົນບັງຄັບໃຊ້
ນັບຕັ້ງແຕ່ເວລາ 6 ໂມງເຊົ້າຂອງວັນທີ 10 ເມສາ 2019 ເປັນຕົ້ນມາ ຊຶ່ງເປັນການປັບ
ຂຶ້ນລາຄານ້ຳມັນແອັດຊັງພິເສດ ແລະນ້ຳມັນແອັດຊັງທຳມະດາ ໃນອັດຕາ 360 ກີບ
ແລະ 320 ກີບຕໍ່ລິດ ສ່ວນນ້ຳມັນກາຊວນ ຍັງໃຫ້ຄົງລາຄາເດີມ ພ້ອມກັນນີ້ ກໍໄດ້ຫລຸດ
ຄັງແຮ່ນ້ຳມັນແອັດຊັງພິເສດ ແລະນ້ຳມັນກາຊວນລົງ 200 ກີບຕໍ່ລິດດ້ວຍ.

ໂດຍການປັບຂຶ້ນລາຄາຈຳໜ່າຍນ້ຳມັນໃນຄັ້ງຫລ້າສຸດນີ້ ໄດ້ເຮັດໃຫ້ລາຄາຈຳໜ່າຍ
ນ້ຳມັນແອັດຊັງພິເສດ ໄດ້ປັບຂຶ້ນມາຢູ່ທີ່ 10,520 ກີບຕໍ່ລິດ ແອັດຊັງທຳມະດາ 9,310
ກີບກຕໍ່ລິດ ແລະກາຊວນ 8,600 ກີບຕໍ່ລິດ ໃນເຂດນະຄອນວຽງຈັນ ແລະແຂວງວຽງຈັນ
ສ່ວນແຂວງອື່ນໆນັ້ນ ກໍມີລາຄາທີ່ແຕກຕ່າງກັນ ລະຫວ່າງ 30 ກີບເຖິງ 760 ກີບຕໍ່ລິດ
ຊຶ່ງກໍຂຶ້ນຢູ່ກັບໄລຍະທາງຂອງການຂົນສົ່ງນ້ຳມັນ ໂດຍແຂວງຜົ້ງສາລີ ເປັນເຂດທີ່ນ້ຳມັນ
ມີລາຄາຈຳໜ່າຍສູງທີ່ສຸດ ຄືນ້ຳມັນແອັດຊັງທຳມະດາ 10,070 ກີບຕໍ່ລິດ ກາຊວນ
9,360 ກີບຕໍ່ລິດ ແລະບໍ່ມີການຈຳໜ່າຍນ້ຳມັນແອັດຊັງພິເສດແຕ່ຢ່າງໃດ.

ທັງນີ້ ທ່ານນາງເຂັມມະນີ ຢືນຢັນວ່າ ການປັບຂຶ້ນລາຄານ້ຳມັນ ເປັນໄປຕາມກົນໄກ
ລາຄານ້ຳມັນໃນຕະຫຼາດໂລກ ຊຶ່ງລັດຖະບານລາວ ກໍໄດ້ພະຍາຍາມຫລຸດຜ່ອນຜົນ
ກະທົບ ດ້ວຍການລົດອັດຕາການເກັບເງິນເຂົ້າຄັງແຮ່ນ້ຳມັນຈາກ 550 ກີບ ເປັນ 50-
100 ກີບຕໍ່ລິດ ຊຶ່ງຖືເປັນອັດຕາທີ່ຕ່ຳສຸດນັບແຕ່ປີ 2014 ເປັນຕົ້ນມາ ດັ່ງທີ່ ທ່ານນາງ
ເຂັມມະນີ ຢືນຢັນ ວ່າ:

“ມາຮອດທ້າຍປີ 2014 ລາຄາ ໄດ້ມີທ່າອຽງຫລຸດລົງ ພວກເຮົາກະແມ່ນປ່ຽນຕາມ
ຕົວຈິງ ຄືດຽວນີ້ ພວກເຮົາເຮັດນີ້ ແລະນອກຈາກນັ້ນ ອັດຕາແລກປ່ຽນ ກໍປ່ຽນຕາມ
ອັດຕາແລກປ່ຽນຂອງທະນາຄານການຄ້າຕ່າງປະເທດ ແລະພວກເຮົາກໍໄດ້ເລີ້ມ
ເກັບຄັງແຮ່ ນອກຈາກນັ້ນ ພວກເຮົາກະໄດ້ເພີ້ມກອງທຶນທາງ ຈາກ 420 ເປັນ 520
ມາຮອດປີ 2016 ລັດຖະບານ ກະໄດ້ມີການອະນຸມັດໃຫ້ເກັບເລື້ອງການກວດກາ
ຄຸນນະພາບ ຫລັງຈາກນັ້ນ ກໍໄດ້ເພີ້ມຄັງແຮ່ ຖືວ່າມູນຄ່າສູງສຸດທີ່ເກັບຫັ້ນ ແມ່ນ 550
ແລ້ວມາຮອດ ປັດຈຸບັນນີ້ ແມ່ນໄດ້ລົງມາຮອດ 50 ກີບຕໍ່ລິດ ສຳລັບແອັດຊັງທຳມະດາ
ກັບກາຊວນ ສ່ວນແອັດຊັງພິເສດຫັ້ນ ຍັງຮັກສາໄວ້ 100 ກີບຕໍ່ລິດ”

ແຈ້ງການ ຂອງກະຊວງອຸດສາຫະກຳ ແລະການຄ້າ ເລື້ອງການປັບຂຶ້ນລາຄາຂາຍຍ່ອຍນ້ຳມັນແອັດຊັງພິເສດ ແລະນ້ຳມັນແອັດຊັງທຳມະດາ
ແຈ້ງການ ຂອງກະຊວງອຸດສາຫະກຳ ແລະການຄ້າ ເລື້ອງການປັບຂຶ້ນລາຄາຂາຍຍ່ອຍນ້ຳມັນແອັດຊັງພິເສດ ແລະນ້ຳມັນແອັດຊັງທຳມະດາ

ຍິ່ງໄປກວ່ານັ້ນ ກະຊວງອຸດສາຫະກຳ ແລະການຄ້າ ຍັງໄດ້ດຳເນີນມາດຕະການຄວບຄຸມ
ລາຄາສິນຄ້າ ແລະບໍລິການຕ່າງໆດ້ວຍ ຫາກແຕ່ກໍບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີ
ປະສິດທິພາບ ໂດຍສະເພາະແມ່ນສິນຄ້າ ຢູ່ໃນບັນຊີຄວບຄຸມ ແລະບັນຊີເຝົ້າລະວັງ
ເຊັ່ນອາຫານ ເຄື່ອງດື່ມ ຄ່າຮັກສາສຸຂະພາບ ຄ່າຫ້ອງພັກຢູ່ທີ່ໂຮງໝໍ ຄ່າເສີມສວຍ ຄ່າ
ບໍລິການຕັດເຄື່ອງ ແລະຄ່າສ້ອມແປຍານພາຫະນະຕ່າງໆນັ້ນ ຖືເປັນພາກສ່ວນ ທີ່
ຄວບຄຸມໄດ້ຍາກທີ່ສຸດ.

ສ່ວນທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງ
ການເງິນ ກໍຍອມຮັບວ່າ ມາດຕະການແຊກແຊງລາຄານ້ຳມັນຂອງລັດຖະບານ ມີ
ໂອກາດທີ່ຈະເກີດຂຶ້ນໄດ້ນ້ອຍທີ່ສຸດ ເນື່ອງຈາກວ່າ ເງິນໃນຄັງແຮ່ນ້ຳມັນມີບໍ່ຫຼາຍ
ຈຶ່ງບໍ່ສາມາດທີ່ຈະເຂົ້າໄປແຊກແຊງລາຄານ້ຳມັນໃນທິດທີ່ກົງກັນຂ້າມກັບລາຄານ້ຳມັນ
ໃນຕະຫຼາດໂລກໄດ້ເລີຍ ໂດຍໃນປີ 2018 ທີ່ຜ່ານມາ ການນ້ຳເຂົ້ານ້ຳມັນ ກໍເປັນພາກ
ສ່ວນນຶ່ງ ທີ່ເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດ ໃນມູນຄ່າລວມເກີນກວ່າ 438
ລ້ານໂດລາ.

ທາງດ້ານທ່ານ ຢາຊູຊີ ເນກີຊີ ຜູ້ອຳນວຍການທະນາຄານພັດທະນາເອເຊຍ ຫຼື ADB
ປະຈຳລາວ ໃຫ້ການຢືນຢັນວ່າ ການຊົມໃຊ້ນ້ຳມັນທີ່ເພີ້ມຂຶ້ນ ເຮັດໃຫ້ລາວຕ້ອງປະເຊີນ
ກັບບັນຫາຂາດດຸນບັນຊີການຊຳລະເງິນເພີ້ມຂຶ້ນທຸກປີ ໂດຍຄາດວ່າ ລາວຈະຂາດດຸນ
ບັນຊີການຊຳລະເງິນທີ່ລະດັບເກີນກວ່າ 15 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍ
ໃນ ຫຼື GDP ໃນປີ 2019 ແລະຄາດວ່າ ຈະນຳເຂົ້ານ້ຳມັນຫຼາຍກວ່າ 1,960 ລ້ານລິດ
ຫຼືເພີ້ມຂຶ້ນເກີນກວ່າ 12 ເປີເຊັນ ທຽບໃສ່ປີ 2018 ທີ່ຜ່ານມາ.

XS
SM
MD
LG