ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການ ລາວ ສົ່ງເສີມບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ ລົງທຶນໃນເຂດເສດຖະກິດ ພິເສດ ຫຼາຍຂຶ້ນ


ແມ່ຍິງຄົນໜຶ່ງຢືນຢູ່ທາງຂ້າງປ້າຍ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລາວ - ຈີນ.
ແມ່ຍິງຄົນໜຶ່ງຢືນຢູ່ທາງຂ້າງປ້າຍ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລາວ - ຈີນ.

ທາງການ ລາວ ສົ່ງເສີມບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດເພື່ອໃຫ້ລົງທຶນໃນ
ເຂດເສດຖະກິດພິເສດໃນ ລາວ ຫຼາຍຂຶ້ນ ດ້ວຍການຍົກເວັ້ນການຈັດເກັບພາສີກຳໄລ
ເປັນເວລາເຖິງ 10 ປີຕິດຕໍ່ກັນ.

ເຈົ້າໜ້າທີ່ຂັ້ນສູງໃນກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນໄດ້ຢືນ
ຢັນວ່າ ມາດຕະການສຳຄັນທີ່ລັດຖະບານ ລາວ ຈະນຳໃຊ້ເພື່ອດຶງດູດເອົາການລົງທຶນ
ຂອງບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດໃຫ້ໄດ້ຫຼາຍຂຶ້ນນັບມື້ກໍຄືການຍົກເວັ້ນ
ການຈັດເກັບພາສີກຳໄລເປັນເວລາເຖິງ 10 ປີຕິດຕໍ່ກັນ ໂດຍມີເງື່ອນໄຂວ່າບັນດາບໍລິສັດ
ເອກະຊົນຈະຕ້ອງລົງທຶນຢູ່ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ
ເທົ່ານັ້ນ ແລະ ຫຼັງຈາກຄົບກຳນົດ 10 ປີແລ້ວນັ້ນ ຈຶ່ງຈະມີການຈັດເກັບພາສີກຳໄລໃນອັດ
ຕາດຽວກັນກັບບັນດາບໍລິສັດເອກະຊົນທີ່ລົງທຶນຢູ່ໃນເຂດອື່ນໆຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ຂັ້ນ
ສູງໃນກົມສົ່ງເສີມການລົງທຶນຂອງ ລາວ ໄດ້ໃຫ້ການຢືນຢັນວ່າ.

"ຖ້າວ່າລົງທຶນຢູ່ໃນບັນດາເຂດເຫຼົ່ານີ້ ບໍ່ວ່າຈະເປັນການລົງທຶນໃນຂະແໜງອຸດສາຫະ
ກຳ, ກະສິກຳ ຫຼື ບໍລິການ ຖ້າວ່າຖືກຈັດຢູ່ໃນໂຄງການທຸລະກິດຢູ່ໃນບ່ອນທີ່ໄດ້ຮັບ
ການຍົກເວັ້ນອາກອນກຳໄລ ຄືຖ້າວ່າສູງສຸດກໍຄື 10 ປີແລ້ວຫຼັງຈາກ 10 ປີມາກໍຈະ
ເສຍອາກອນກຳໄລທີ່ສະເໝີພາບກັນລະຫວ່າງການລົງທຶນຂອງພາຍໃນ ແລະ ຕ່າງ
ປະເທດກໍຄື 24 ເປີເຊັນເນາະອັດຕາ."

ທ່ານນາງ ບົວທາ ຂັດຕິຍະ ປະທານຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດ
ຖະກິດພິເສດ ແລະ ເຂດເສດຖະກິດສະເພາະຢືນຢັນວ່າ ການລົງທຶນໃນເຂດເສດຖະກິດ
ພິເສດ ແລະ ເຂດເສດຖະກິດສະເພາະທັງ 13 ແຫ່ງຂອງ ລາວ ໃນປັດຈຸບັນນີ້ມີມູນຄ່າ
ລວມຫຼາຍກວ່າ 4,000 ລ້ານໂດລາ ໂດຍເປັນການລົງທຶນຂອງບໍລິສັດເອກະຊົນ ລາວ
ແລະ ຕ່າງຊາດ 500 ກວ່າລາຍທີ່ມີການຈ້າງງານແລ້ວຫຼາຍກວ່າ 22,000 ຄົນ.

ໃນປັດຈຸບັນບັນດາບໍລິສັດຈາກ ຈີນ ເປັນຜູ້ລົງທຶນອັນດັບທີ 1 ຈາກທັງໝົດ 53 ປະເທດທີ່
ລົງທຶນໃນ ລາວ ຄິດເປັນມູນຄ່າລວມຫຼາຍກວ່າ 28,000 ລ້ານໂດລາ ໂດຍສາເຫດທີ່ສຳ
ຄັນທີ່ເຮັດໃຫ້ບັນດາບໍລິສັດຈາກ ຈີນ ມີການລົງທຶນໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນ
ເພາະວ່າ ທາງການຂອງທັງສອງຝ່າຍໄດ້ຕົກລົງເສີມຂະຫຍາຍການຮ່ວມມືທາງເສດຖະ
ກິດລະຫວ່າງ ກັນຢ່າງຮອບດ້ານ ແລະ ໄດ້ຮ່ວມກັນສ້າງແຜນແມ່ບົດການຮ່ວມມືທາງ
ເສດຖະກິດ ແລະ ເທັກນິກເພື່ອຈັດຕັ້ງປະຕິບັດຮ່ວມກັນນັບຈາກປີ 2016 ເປັນຕົ້ນມາ
ແລະ ຍັງຈະດຳເນີນການຈັດຕັ້ງປະຕິບັດຮ່ວມກັນຕໍ່ໄປຈົນເຖິງປີ 2020 ອັນເປັນທີ່ລັດຖະ
ບານ ລາວ ໄດ້ວາງຄາດໝາຍທີ່ຈະນຳພາ ສປປ ລາວ ໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດ
ທະນາໃຫ້ໄດ້ຢ່າງແທ້ຈິງນັ້ນ.

ໂດຍການລົງທຶນຂອງບັນດາບໍລິສັດເອກະຊົນ ຈີນ ໃນ ລາວ ທັງໃນສ່ວນທີ່ເປັນການລົງ
ທຶນຂອງ ຈີນ ທັງ 100 ເປີເຊັນ ແລະ ຮ່ວມທຶນກັບເອກະຊົນ ລາວ ນັ້ນກໍມີຢູ່ເຖິງ 765
ໂຄງການໂດຍມີມູນຄ່າການລົງທຶນຮ່ວມກັນເກີນກວ່າ 7,000 ລ້ານໂດລາໃນປັດຈຸບັນ
ແລະ ການລົງທຶນຂອງບັນດາບໍລິສັດຈາກ ຈີນ ຢູ່ໃນ ລາວ ກໍໄດ້ເນັ້ນໜັກທັງການຜະລິດ
ໃນພາກກະສິກຳ ແລະ ປ່າໄມ້, ພາກພະລັງງານໂດຍສະເພາະແມ່ນການກໍ່ສ້າງເຂື່ອນຜະ
ລິດໄຟຟ້າ ແລະ ການຂຸດຄົ້ນແຮ່ທາດເປັນດ້ານຫຼັກ.

ກ່ອນໜ້ານີ້ ທາງການ ລາວ - ຈີນ ກໍໄດ້ລົງນາມໃນເອກະສານສຳຄັນຈຳນວນ 16 ສະບັບ
ທີ່ ກ່ຽວກັບ ການຮ່ວມມືຮອບດ້ານລະຫວ່າງກັນ ໂດຍທ່ານ ທອງລຸນ ສີສຸລິດ ກັບທ່ານ ຫຼີ
ເຄີ້ ຈຽງ ນາຍົກລັດຖະມົນຕີຂອງທັງສອງປະເທດ ຮ່ວມເປັນສັກຂີພິຍານການລົງນາມດັ່ງ
ກ່າວ ຊຶ່ງໃນນີ້ລວມເຖິງການລົງນາມໃນສັນຍາເງິນກູ້ໃນໂຄງການກໍ່ສ້າງທາງລົດໄຟ
ເຊື່ອມຕໍ່ ລາວ - ຈີນ ດ້ວຍ.

ສ່ວນເອກະສານສຳຄັນສະບັບອື່ນໆ ກໍປະກອບດ້ວຍການສະໜອງເງິນກູ້ເພື່ອປັບປຸງ
ສາຍສົ່ງໄຟຟ້າໃນນະຄອນຫຼວງວຽງຈັນ ການຮ່ວມມືໃນໂຄງຂ່າຍ 1 ແລວທາງ 1 ເສັ້ນ
ທາງການພັດທະນາຄວາມສາມາດໃນການຜະລິດສິນຄ້າ, ການສ້າງແຜນພັດທະນາ
ຂົງເຂດໄຟຟ້າ, ທ່ອງທ່ຽວວັດທະນະທຳ, ການອຳນວຍຄວາມສະດວກດ້ານະພາສີ, ສັນຍາເງິນກູ້ສຳລັບເຂດພັດທະນາກວມລວມໄຊເສດຖາ ໂຄງການເຂື່ອນນໍ້າງື່ມ 4
ເຂື່ອນ, ນໍ້າອູໄລຍະທີ 2 ແລະ ສັນຍາຮ່ວມທຶນກໍ່ສ້າງເຂື່ອນຢູ່ແຂວງຫົວພັນຕາມລຳດັບ.

XS
SM
MD
LG