ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ວາງແຜນການອອກໃບຕາດິນໃຫ້ກັບປະຊາຊົນໃຫ້ໄດ້ 1.6 ລ້ານຕອນພາຍໃນປີ 2025


ເນື້​ອ​ທີ່ດິນ​ທີ່​ເປັນ​ປ່າ​ແຫ່ງ​ນຶ່ງຢູ່​ໃນ​ລາວທີ່​ໃຫ້​ຕ່າງ​ປະ​ເທດ​ສຳ​ປະ​ທານ​
ເນື້​ອ​ທີ່ດິນ​ທີ່​ເປັນ​ປ່າ​ແຫ່ງ​ນຶ່ງຢູ່​ໃນ​ລາວທີ່​ໃຫ້​ຕ່າງ​ປະ​ເທດ​ສຳ​ປະ​ທານ​

ທາງການລາວ ວາງແຜນການອອກໃບຕາດິນໃຫ້ກັບປະຊາຊົນໃຫ້ໄດ້ 1.6 ລ້ານຕອນພາຍໃນປີ 2025 ຫາກແຕ່ການຈັດຕັ້ງປະຕິບັດໃນປີ 2022 ສາມາດອອກໃບຕາດິນໄດ້ພຽງ 24 ເປີເຊັນຂອງແຜນການເທົ່ານັ້ນ.

ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມລາຍງານວ່າການອອກໃບຕາດິນໃຫ້ກັບປະຊາຊົນລາວໃນປີ 2022 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 72,330 ກວ່າຕອນ ຄິດເປັນພຽງ 24 ເປີເຊັນເທົ່ານັ້ນຂອງແຜນການປີທີ່ວາງເປົ້າໝາຍຈະອອກໃບຕາດິນໃຫ້ປະຊາຊົນລາວໃຫ້ໄດ້ 3​ ແສນຕອນ ແລະ ຍັງເປັນການຈັດຕັ້ງປະຕິບັດທີ່ຕໍ່າກວ່າ 5 ເປີເຊັນຂອງແຜນການອອກໃບຕາດິນ 1.6 ລ້ານຕອນໃນປີ 2025 ອີກດ້ວຍ ໂດຍສາເຫດທີ່ສຳຄັນທີ່ທາງການລາວບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການດັ່ງກ່າວຍ້ອນວ່າກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ມີໜ່ວຍວັດແທກທີ່ດິນຢ່າງຈຳກັດ ແລະ ຍັງບໍ່ທັນມີເທັກໂນໂລຈີການສື່ສານທີ່ທັນສະໄໝເພື່ອໃຊ້ໃນການວັດແທກ ລວມເຖິງຂາດການພັດທະນາຖານຂໍ້ມູນທີ່ດິນ ດ້ວຍເທັກໂນໂລຈີຂໍ້ມູນ-ຂ່າວສານທີ່ເຊື່ອມຕໍ່ກັນໃນທົ່ວປະເທດ ແລະ ການຂາດແຄນດ້ານບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດອີກດ້ວຍ ດັ່ງທີ່ທ່ານ ສົມຈິດ ຫາບລະກອນ ສະມາຊິກສະພາແຫ່ງຊາດຈາກແຂວງຜົ້ງສາລີ ໄດ້ໃຫ້ການຢືນຢັນວ່າ

“ພວກເຮົາບໍ່ສາມາດບັນລຸໄດ້ໃນການຂຶ້ນທະບຽນ ແລະ ອອກໃບຕາດິນນັບແຕ່ການຂຶ້ນສຳມະໂນທີ່ດິນໃນຂອບເຂດທົ່ວປະເທດ ຂໍສະເໜີໃຫ້ທາງລັດຖະບານໃຫ້ເບິ່ງຄືນເພື່ອຕອບສະໜອງ ເພື່ອໃຫ້ບັນລຸຕາມເປົ້າໝາຍຫັ້ນ ບັນຫາທີ 1 ຕ້ອງໄດ້ເບິ່ງຄືນທາງດ້ານງົບປະມານໃນການນຳໃຊ້, ອັນທີ 2 ອຸປະກອນຮັບໃຊ້ໃນການອຳນວຍຄວາມສະດວກໃຫ້ທາງດ້ານວິຊາການ, ບັນຫາທີ 3 ຄວນສ້າງບຸກຄະລາກອນ ໂດຍສະເພາະບຸກຄະລາກອນໃນການເຮັດວຽກຂັ້ນຮາກຖານ ເພາະພວກເຫຼົ່ານີ້ບໍ່ໄດ້ເຮັດວຽກງານໂດຍກົງ.”

ສ່ວນທ່ານນາງ ພອນເພັດ ອຸນແກ້ວ ສະມາຊິກສະພາແຫ່ງຊາດຈາກສາລະວັນ ຢືນຢັນວ່ານອກຈາກວິກິດການທາງເສດຖະກິດທີ່ອັດຕາເງິນເຟີ້ສູງ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງໜັກທີ່ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃນທົ່ວປະເທດແລ້ວ ກໍຍັງມີອີກບັນຫານຶ່ງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງເຊັ່ນດຽວກັນ ກໍຄືບັນຫາຂັດແຍ້ງກ່ຽວກັບການຖືຄອງທີ່ດິນທີ່ເກີດຈາກການອະນຸຍາດສຳປະທານທີ່ດິນໃຫ້ແກ່ບັນດາບໍລິສັດເອກະຊົນລາວ ແລະ ຕ່າງຊາດທີ່ໄປກວມເອົາທີ່ດິນຂອງປະຊາຊົນຢ່າງກວ້າງ ຂວາງ ໃນຂະນະທີ່ການອອກໃບຕາດິນກະບໍ່ໄດ້ປະຕິບັດຕາມກົດໝາຍດ້ວຍນັ້ນ ກໍຍັງໄດ້ເຮັດໃຫ້ມີການສໍ້ໂກງ ແລະ ຍາດແຍ່ງເອົາທີ່ດິນຂອງປະຊາຊົນ ໂດຍບັນດາພະນັກງານລັດ ແລະ ບັນດາບໍລິສັດເອກະຊົນເກີດຂຶ້ນຢ່າງກວ້າງຂວາງດ້ວຍ ໃນນີ້ກໍລວມເຖິງການປອມ ແປງໃບຕາດິນ, ການຈັດທຳນິຕິກຳຊໍ້າຊ້ອນກ່ຽວກັບທີ່ດິນ ແລະ ການອອກໃບຕາດິນທີ່ໄປກວມເອົາເຂດປ່າໄມ້ຂອງລັດດ້ວຍ ຊຶ່ງຜ່ານມາທາງການລາວກໍໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວດ້ວຍການຈັດສັນທີ່ດິນ ແລະ ປ່າໄມ້ເພື່ອໃຫ້ປະຊາຊົນມີສິດທຳກິນໃນທີ່ດິນ ແລະ ໃຫ້ການຄຸ້ມຄອງປ່າໄມ້ໄປພ້ອມກັນ ດັ່ງທີ່ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ການຢືນຢັນວ່າ

“ໄດ້ເກີດມີຕົວແບບການຄຸ້ມຄອງປ່າໄມ້ແບບຍືນຍົງ ຕິດພັນກັບການສົ່ງເສີມການທ່ອງທ່ຽວທຳມະຊາດໂດຍມີສ່ວນຮ່ວມລະຫວ່າງພາກລັດ, ຜູ້ປະກອບການ ແລະ ປະຊາຊົນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດເຊັ່ນ: ນໍ້າກັດໂຢລະປາ-ແຂວງອຸດົມໄຊ, ນໍ້າປຽນໂຍລະປາ-ນະຄອນຫຼວງວຽງຈັນ, ນໍ້າກ່ານ-ແຂວງບໍ່ແກ້ວ, ພູຜາມ່ານ-ແຂວງຄຳມ່ວນ ແລະ ໄດ້ມີໜໍ່ແໜງໃນການປົກປັກຮັກສາປ່າໄມ້ຕິດພັນກັບການຊື້ຂາຍສິນເຊື່ອຄາບອນ (Carbon) ຕົວແບບໃນ 6 ແຂວງພາກເໜືອ 1 ໂຄງການມີຈຳນວນເງິນ 42​ ລ້ານໂດລາ.”

ທາງດ້ານຜູ້ຊ່ຽວຊານການລົງທຶນໃນເຂດລຸ່ມແມ່ນໍ້າຂອງເປີດເຜີຍວ່າ ການທີ່ກຸ່ມນັກທຸລະກິດ ຈີນ ເປັນຜູ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ໃນດ້ານນຶ່ງນັ້ນກໍຍ່ອມຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດຂອງລາວ ໃຫ້ຂະຫຍາຍຕົວເພີ່ມຂຶ້ນນັບມື້ ແຕ່ວ່າໃນອີກດ້ານນຶ່ງກໍໄດ້ສ້າງບັນຫາຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດໃນລາວເພີ່ມຂຶ້ນນັບມື້ດ້ວຍເຊັ່ນກັນ ໂດຍສະເພາະແມ່ນກຸ່ມທຸລະກິດຈີນ ທີ່ໄດ້ສຳປະທານທີ່ດິນເພື່ອຜະລິດທາງດ້ານກະສິກຳ ກໍຄືພາກສ່ວນທີ່ໄດ້ສ້າງບັນຫາ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນລາວຢ່າງຮຸນແຮງທີ່ສຸດ ເພາະວ່າໄດ້ມີການໃຊ້ສານເຄມີຢ່າງຫຼວງຫຼາຍນັ້ນເອງ.

ສ່ວນຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວເປີດເຜີຍວ່າບັນຫາຫຍຸ້ງຍາກທີ່ເກີດຂຶ້ນຢ່າງກວ້າງ ຂວາງໃນລາວ ຄືການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນແຮ່ທາດລະຫວ່າງປະຊາຊົນກັບພາກລັດ ແລະ ນັກລົງ ທຶນທີ່ໄດ້ມີການຟ້ອງຮ້ອງເປັນຄະດີໃນສານປະຊາຊົນເພີ່ມຂຶ້ນໂດຍລັດຖະບານລາວໄດ້ອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດໄປແລ້ວ 649 ລາຍໃນ 942 ກິດຈະການ ແລະ ການອະນຸຍາດສຳປະທານທີ່ດິນຈຳນວນ 1,758 ໂຄງການທີ່ມີພື້ນທີ່ລວມ 11,754,417 ເຮັກຕາ ແຕ່ວ່າມີການນຳໃຊ້ທີ່ດິນຕົວຈິງ 549,248 ເຮັກຕາຫຼືບໍ່ເຖິງ 5 ເປີເຊັນຂອງພື້ນທີ່ສຳປະທານທັງໝົດ.

XS
SM
MD
LG