ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ສັ່ງການໃຫ້ໃຊ້ ພຽງແຕ່ເງິນກີບ ເພື່ອຊຳຫຼະລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ເທົ່ານັ້ນ ໃນເຂດເສດຖະກິດພິເສດ ບໍ່ເຕັນ ແລະສາມຫຼ່ຽມຄຳ


ເງິນກີບ ແລະເງິນຈາກປະເທດອື່ນໆ
ເງິນກີບ ແລະເງິນຈາກປະເທດອື່ນໆ

ທະນາຄານແຫ່ງຊາດລາວ ມີຄຳສັ່ງໃຫ້ນຳໃຊ້ເງິນກີບ ເພື່ອຊຳຫຼະລາຄາສິນຄ້າ ແລະບໍລິການຕ່າງໆ ຢູ່ໃນເຂດເສດຖະກິດພິເສດບໍ່ເຕັນ ແລະສາມຫຼ່ຽມຄຳ ຫາກແຕ່ວ່າ ກໍຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ສືບເນື່ອງຈາກບັນຫາຄ່າເງິນກີບຕົກຕ່ຳລົງຢ່າງຕໍ່ເນື່ອງ ໃນຂະນະທີ່ການດຳເນີນມາດຕະການແກ້ໄຂບັນຫາດັ່ງກ່າວ ຂອງລັດຖະບານລາວ ກະບໍ່ມີປະສິດທິພາບ ທັງບໍ່ສາມາດຄວບຄຸມລາຄາສິນຄ້າ ແລະບໍ່ສາມາດໃຫ້ການສົ່ງເສີມການຜະລິດສິນຄ້າເພື່ອຕອບສະໜອງການຊົມໃຊ້ພາຍໃນໄດ້ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດ ແລະເຮັດໃຫ້ລາວ ຕ້ອງຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງນັ້ນ ກໍຍ່ອມເປັນໄປບໍ່ໄດ້ເລີຍທີ່ທະນາຄານແຫ່ງຊາດລາວ ຈະສາມາດຄວບຄຸມອັດຕາແລກປ່ຽນໃຫ້ຢູ່ໃນລະດັບທີ່ ທະນາຄານແຫ່ງຊາດກຳນົດ ເພາະຕະຫຼາດແລກປ່ຽນເງິນຕາທີ່ເປັນຈິງນັ້ນ ບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບຂອງເງິນກີບ ທີ່ຍັງອ່ອນຄ່າລົງນັບມື້.

ຍິ່ງໄປກວ່ານັ້ນ ການດຳເນີນມາດຕະການຂອງລັດຖະບານລາວ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນໄລຍະຜ່ານມາ ກໍຍັງບໍ່ສອດຄ່ອງກັບສະພາບບັນຫາຕົວຈິງອີກດ້ວຍ ເຊັ່ນການກຳນົດໃຫ້ຫົວໜ່ວຍທຸລະກິດຊຳຫຼະຄ່າໄຟຟ້າດ້ວຍເງິນໂດລາສະຫະລັດນັ້ນ ກໍຍິ່ງເຮັດໃຫ້ເກີດຄວາມບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບເພີ້ມຂຶ້ນອີກ ທັງຍັງປາກົດວ່າ ບັນດານັກທຸລະກິດໄດ້ພາກັນແລກປ່ຽນເງິນນອກລະບົບທະນາຄານເປັນດ້ານຫຼັກດ້ວຍ ຊຶ່ງກໍເປັນສາເຫດສຳຄັນທີ່ເຮັດໃຫ້ເງິນຕາຕ່າງປະເທດບໍ່ໄຫລເຂົ້າສູ່ລະບົບທະນາຄານໃນລາວ ນັ້ນເອງ ດັ່ງທີ່ທ່ານນາງວາຣີ ເວດສະພົງ ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກວ່າ ເຮົາໃຊ້ຫຼາຍສະກຸນ ເພາະສະນັ້ນ ບໍ່ມີເງິນກີບ ຂ້ອຍກະໃຊ້ເງິນຕາໄດ້ ເພາະບໍ່ໄດ້ຜິດກົດໝາຍ ໃຊ້ເງິນຕາ ເງິນບາດ ເງິນໂດລາຢູ່ໃນຕະຫຼາດ ບໍ່ໄດ້ຜິດກົດໝາຍ ໜີ້ແຫຼະຄືເປັນຫຍັງເງິນກີບເຮົາບໍ່ມີຄ່າ ເພາະເຮົາ ບໍ່ໄດ້ໃຊ້ເງິນກີບສະກຸນດຽວ ແລະເຮົາບໍ່ສາມາດຄວບຄຸມໄດ້ ແມ່ນກະທັງມີໃບແຈ້ງການອອກມາ ໃຫ້ເກັບຄ່າໄຟຟ້າເປັນເງິນຕາ ນັ້ນ ກໍແມ່ນກຳລັງທຳລາຍສະກຸນເງິນຂອງເຮົາເອງ ແຕ່ຢັ້ງຢືນວ່າ ສະກຸນໂດລາ ຫຼື ສະກຸນເງິນຕາຕ່າງ ປະເທດຢູ່ນອກລະບົບໜີ້ ຫຼາຍອີ່ຫຼີ ເຮົາສິເຮັດວິທີໃດ? ເພື່ອດຶງເຂົ້າມາ.”

ກ່ອນໜ້ານີ້ ທະນາຄານແຫ່ງຊາດລາວ ໄດ້ມີຄຳສັ່ງປິດຮ້ານແລກປ່ຽນເງິນຕາເອກະຊົນທັງໝົດໃນທົ່ວປະເທດ ແລະໄດ້ກຳນົດໃຫ້ສາມາດແລກປ່ຽນເງິນຕາໄດ້ສະເພາະໃນລະບົບທະນາຄານທຸລະກິດ ແລະທະນາຄານຂອງລັດຖະບານເທົ່ານັ້ນ ທັງຍັງໄດ້ສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອກວດກາການແລກ ປ່ຽນເງິນຕາໃນທົ່ວປະເທດ ແລະໄດ້ມີກາສນເປີດສາຂາທະນາຄານຂອງລັດຖະ ບານຢູ່ທີ່ເຂດເສດຖະກິດພິເສດ ບໍ່ເຕັນແດນງານ ແລະເຂດເສດຖະກີດພິເສດສາມຫຼ່ຽມຄຳ ເພື່ອຈັດຕັ້ງປະຕິລັດຄຳສັ່ງໃຫ້ນຳໃຊ້ເງິນກີບເທົ່ານັ້ນ ເພື່ອຊຳຫຼະລາຄາສິນຄ້າ ແລະບໍລິການຕ່າງໆຢູ່ໃນ 2 ເຂດເສດຖະກິດພິເສດດັ່ງກ່າວ ດັ່ງທີ່ ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ຖະແຫລງຢືນຢັນວ່າ:

“ໄດ້ສ້າງຕັ້ງ ກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອຈັດຕັງ-ປະຕິບັດກົດໝາຍ ແລະບັນດານິຕິກຳລຸ່ມກົດໝາຍ ພ້ອມກັນນີ້ ກໍໄດ້ສ້າງຫ້ອງການຕົວແທນຂອງທະນາຄານແຫ່ງ ສປປ. ລາວ ຢູ່ທີ່ 2 ເຂດເສດຖະກິດພິເສດ ຄື ດອກງິ້ວຄຳ ແລະເຂດເສດຖະກິດພິເສດບໍ່ເຕັນແດນງາມ ເພື່ອຄຸ້ມຄອງເງິນຕາຢູ່ໃນແຂດເສດຖະກິດພິເສດ ໄດ້ສຳເລັດການຍຸຕິການດຳເນີນທຸລະກິດຮ້ານແລກປ່ຽນຕົວແທນໃນຂອບເຂດທົ່ວປະເທດ ແລະຊຸກຍູ້ບັນດາທະນາຄານທຸລະກິດດຳເນີນການບໍລິການແລກປ່ຽນເງິນຕາຜ່ານບັນດາສາຂາ ໜ່ວຍບໍລິການແລກປ່ຽນຂອງຕົນ.”

ທັງນີ້ ໂດຍອັດຕາແລກປ່ຽນທີ່ທະນາຄານແຫ່ງຊາດລາວ ກຳນົດໃນສັບປະດາທີ 1 ຂອງເດືອນກໍລະກົດ 2023 ຢູ່ທີ່ອັດຕາສະເລ່ຍ 18,856 ກີບຕໍ່ໂດລາສະຫະ ລັດ ກັບ 543 ກີບຕໍ່ 1 ບາດ ແລະ 2,623 ກີບຕໍ່ 1 ຢວນ ຊຶ່ງອ່ອນຄ່າລົງຈາກເດືອນມັງກອນ 2022 ໃນອັດຕາສະເລ່ຍເກີນກວ່າ 67 ເປີເຊັນ ກັບ 60 ເປີເຊັນ ແລະ 48 ເປີເຊັນຕາມລຳດັບ ສ່ວນດັດຊະນີລາຄາການຊົມໃຊ້ໄດ້ປັບຕົວສູງຂຶ້ນເກີນກວ່າ 180 ເປີເຊັນ ແລະອັດຕາເງິນເຟີ້ ກໍສູງຂຶ້ນກວ່າ 38 ເປີ ເຊັນ ໃນເດືອນມິຖຸນາ 2023 ສ່ວນລາຄາສິນຄ້າໃນລາວ ກໍໄດ້ປັບຕົວສູງຂຶ້ນໃນທຸກໝວດ ເຊັ່ນ ໝວດອາຫານ ແລະເຄື່ອງດື່ມທີ່ປັບຕົງສູງຂຶ້ນກວ່າ 50 ເປີເຊັນ ໝວດຮັກສາສຸຂະພາບແລະຢາ ກະເພີ້ມຂຶ້ນກວ່າ 40 ເປີເຊັນ ໝວດໂຮງແຮມ-ຮ້ານອາຫານ ເພີ້ມຂຶ້ນກວ່າ 38 ເປີເຊັນ ໝວດເຄື່ອງໃຊ້ໃນຄົວເຮືອນເພີ້ມຂຶ້ນກວ່າ 35 ເປີເຊັນ ທັງຍັງປາກົດວ່າ ອັດຕາແລກປ່ຽນທີ່ເປັນຈິງໃນຕະຫຼາດນອກລະບົບທະນາຄານນັ້ນ ຢູ່ທີ່ລະດັບທີ່ສູງກວ່າ 600 ກີບຕໍ່ 1 ບາດອີກດ້ວຍ.

XS
SM
MD
LG