ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງ​ການ​ລາວ​ ​ຮ່າງ​ກົດໝາຍ​ສະບັບ​ໃໝ່ ​ວ່າດ້ວຍ ​ການ​ບໍລິຫານ ​ແລະ​ ຄຸ້ມ​ຄອງ​ການ​ລົງທຶນ​


ທ່ານນາງບົວທາ ຂັດຕິຍະ ລັດຖະມົນຕີຊ່ວຍ ແລະ ຮອງປະທານ ຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດສະເພາະ ກ່າວຖະແຫລງ ໃນໂອກາດການປະຊຸມສຳມະນາ ເພື່ອການຮ່າງກົດກໝາຍ.
ທ່ານນາງບົວທາ ຂັດຕິຍະ ລັດຖະມົນຕີຊ່ວຍ ແລະ ຮອງປະທານ ຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດສະເພາະ ກ່າວຖະແຫລງ ໃນໂອກາດການປະຊຸມສຳມະນາ ເພື່ອການຮ່າງກົດກໝາຍ.

ທາງ​ການ​ລາວ​ດຳ​ເນີນ​ການ​ຮ່າງ​ກົດໝາຍ​ສະບັບ​ໃໝ່ ​ເພື່ອ​ບັງຄັບ​ໃຊ້​ໃນ​ການ​ບໍລິຫານ ​ແລະ​ຄຸ້ມ​ຄອງ​ການ​ລົງທຶນ​ ​ໃນ​ເຂດ​ເສດ​ຖະ​ກິດພິ​ເສດ ​ແລະ ​ເຂດ​ເສດ​ຖະກິດສະ​ເພາະ​ໃນ​ທົ່ວ​ປະ​ເທດ​ລາວ.

ທ່ານນາງບົວທາ ຂັດຕິຍະ ລັດຖະມົນຕີຊ່ວຍ ແລະ ຮອງປະທານ ຄະນະກຳມະການ
ແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດສະເພາະ ໄດ້ຖະແຫລງ ໃນໂອກາດການປະຊຸມ
ສຳມະນາ ເພື່ອການຮ່າງກົດກໝາຍ ວ່າດ້ວຍເຂດເສດຖະກິດພິເສດ ວ່າຮ່າງກົດໝາຍ
ສະບັບນີ້ ຈະປະກອບມີ 16 ພາກ 22 ໝວດ 171 ມາດຕາ ຊຶ່ງກໍຈະຍັງຄົງຮັກສາເນື້ອໃນ
ສຳຄັນ ຂອງເຂດເສດຖະກິດພິເສດ ທີ່ກຳນົດໄດ້ໃນກົດໝາຍດຳລັດ ແລະ ຂໍ້ຕົກລົງຕ່າງໆ
ຢ່າງຄົບຖ້ວນ ເຊັ່ນກົດໝາຍ ວ່າດ້ວຍການລົງທຶນ ສະບັບເລກທີ 02 ຂອງສະພາແຫ່ງຊາດ ລາວ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 443
ແລະ ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 34 ວ່າດ້ວຍ ການແບ່ງຄວາມຮັບ
ຜິດຊອບ ພາຍໃນຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ເປັນຕົ້ນ.

ພິທີເປີດການກໍ່ສ້າງ ໂຄງການສູນການຄ້າ ສະກາຍຊີຕີ້ ຊຶ່ງບໍລິສັດ ຈາກຈີນເປັນຜູ້ລົງທຶນແຕ່ຝາຍດຽວ.
ພິທີເປີດການກໍ່ສ້າງ ໂຄງການສູນການຄ້າ ສະກາຍຊີຕີ້ ຊຶ່ງບໍລິສັດ ຈາກຈີນເປັນຜູ້ລົງທຶນແຕ່ຝາຍດຽວ.

ສ່ວນ​ທີ່​ໄດ້​ມີ​ການ​ບັນຍັດ​ຂຶ້ນ​ໃໝ່ ​ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ສະພາບ
​ການ​ຕົວ​ຈິງ ​ແລະ ​ໄດ້​ມາດຕະຖານ​ໃນ​ລະດັບ​ສາກົນ​ນັ້ນ ກໍຄື​
ການບນຍັດ​ກ່ຽວ​ກັບຫຼັກການ​ສ້າງຕັ້ງ ​ແລະ​ການ​ເຄື່ອ​ນ​ໄຫວ
ຂັ້ນຕອນ​ໃນ​ກາ​ນສ້າງຕັ້ງ ​ແລະ ຮູບ​ແບບ​ໃນ​ການ​ພັດທະນາ
ສິດທິ ​ແລະ ພັນທະ​ຂອງ​ຜູ້​ພັດທະນາ ​ແລະ​ ຜູ້​ລົງທຶນ ການ​ປ່ຽນ
​ແປງ ການ​ໂຈະ ​ການ​ຍົກ​ເລີກ ​ແລະ ການ​ສິ້ນ​ສຸດ​ການ​ພັດທະນາ
​ແລະ ການ​ລົງທຶນ ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ ​ການ​ກວດກາ​ ຂໍ້​ຫ້າມ
ນະ​ໂຍບາຍ​ຕໍ່​ຜູ້​ທີ່​ມີ​ຜົນງານ ​ແລະ ມາດ​ຕະການ​ຕໍ່​ຜູ້​ລະ​ເມີດ
ຕາມ​ລຳດັບ.​

ທ່ານ​ນາງ​ບົວ​ທາ ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ດ້ວຍ​ວ່າ ຮ່າງ​ກົດໝາຍດັ່ງກ່າວ​ນີ້ ຈະ​ເຮັດ​ໃຫ້​ມີ​
ການ​ລົ​ງທຶນ​ເຂົ້າມາ ​ໃນເຂດ​ເສດຖະກິດ​ພິ​ເສດ​ຂອງ​ລາວ​ເພີ້​ມຂຶ້ນ ຢ່າງ​ຕໍ່​ເນື່ອງ ​ໂດຍ​ໃນ​
ປັດຈຸບັນ​ນີ້ ກໍ​ມີ​ບໍລິສັດ​ເອກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ເຖິງ 198 ລາຍ ທີ່​ລົງທຶນ​ຢູ່​ໃນ​ເຂດ
ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ທັງ 10 ​ແຫ່ງ ​ແລະ ມີ​ທຶນ​ຈົດ​ທະບຽນ
​ລວມກັນ​ຫຼາຍກວ່າ 6,000 ລ້ານດອນ​ລາ ຊຶ່ງ​ໃນ​ນີ້ ກໍ​ໄດ້​ມີ​ການ​ລົງທຶນ​ຕົວ​ຈິງ​ແລ້ວຫຼາຍກວ່າ
1,000 ລ້ານ​ດອນ​ລາ ​ແລະ ມີ​ຜູ້​ປະກອບ​ການ​ຫ້າງ​ຮ້ານ ທີ່​ເປີດ​ບໍລິການ​ແລ້ວ​ເຖິງ 217 ລາຍ ທັງ​ນີ້​ໂດຍ​ເຂດ​ທີ່​ມີ​ມູນ​ຄ່າ​ລົງທຶນຫຼາຍທີ່​ສຸດ ຄື​ເຂດ​ເສດຖະກິດ​ພິ​ເສດ ສາມຫລ່ຽມ​ຄຳ​ຢູ່​ເມືອງ​ຕົ້ນ​ເຜິ້ງ ​ແ​ຂວງ​ບໍ່​ແກ້ວ​ທີ່​ໄດ້​ລົງທຶນ​ໄປ​ແລ້ວຫຼາຍກວ່າ 500 ລ້ານ​ດອນ​ລາ ຈາກ​ແຜນການ​ລົງທຶນ​ລວມ​ເຖິງ 2,250 ລ້ານ​ດອນ​ລາ ທີ່​ເປັນ​ການ​ລົງທຶນ​ທັງ 100 ​ເປີ​ເຊັນ ຂອງ​ບໍລິສັດ​ເອກະ​ຊົນ ຈາກ​ປະ​ເທດຈີນ.

ສ່ວນ​ ເຂດ​ເສດຖະກິດ​ສະ​ເພາະ ບໍ່​ແຕນ​ແດນ​ງາມ ຊຶ່ງ​ຕັ້ງຢູ່​ຊາຍ​ແດນ​ລະຫວ່າງ​ລາວ​ກັບຈີນ ​ໃນ​ເຂດ​ແຂວງ​ຫລວງ​ນ້ຳທານັ້ນ ກໍ​ເປັນ​ອີກ​ເຂດ​ໜຶ່ງ​ທີ່​ເປັນ​ການ​ລົງທຶນ ຂອງ​ກຸ່ມ​ບໍລິສັດ ຈາກ​ປະ​ເທດ​ຈີນ​ເຊັ່ນ​ດຽວ​ກັນ ​ໂດ​ຂ​ໃນ​ປັດຈຸບັນ ກຸ່ມ​ຜູ້​ລົງທຶນ​ກຳລັງ​ກໍ່ສ້າງ​ສາງ​ສິນຄ້າ ​ແລະ​ສູນ​ກັກ​ກັນ​ພືດອັນ​ເປັນ​ສ່ວນ​ໜຶ່ງ ​ຂອງ​ແຜນການ​ພັດທະນາ​ໃຫ້​ເປັນ​ເຂດ​ການ​ຄ້າ ​ແລະ ບໍລິການ​ຄົບ​ວົງ​ຈອນ​ ທີ່​ຈະ​ໃຊ້​ເງິນ​ລົງທຶນ​ລວມ​ເຖິງ 500 ລ້ານ​ດອນ​ລາ.

​ແຕ່​ ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ປິດ​ບ່ອນ​ກາສິ​ໂນ ຢູ່​ທີ່​ເຂດ​ເສດຖະກິດ​ສະ​ເພາະ ບໍ່​ແຕນ​ແດນ​ງານ​ຕັ້ງ​ແຕ່​ປີ 2012 ​ເປັນຕົ້ນມາ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນຫາ​ຫຍໍ້​ຖໍ້ ທີ່​ເກີດ​ຂຶ້ນຢູ່​ໃນ​ບ່ອນ​ກາສິ​ໂນ​ດັ່ງກ່າວ ທັງ​ຍັງ​ໄດ້​ເປັນສາ​ເຫດ​ເຮັດ​ໃຫ້​ທາງ​ການ​ລາວ ຈະ​ບໍ່​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນ​ໃນ​ເຂດ​ເສດຖະກິດ ທີ່​ຈະ​ສ້າງຕັ້ງຂຶ້ນ​ໃໝ່​ອີກ​ດ້ວຍ ດັ່ງ​ທີ່​
ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອ​ງນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ
ການ​ຜະລິດ ​ແລະ​ຈະລາຈອນ​ ໃນ​ຖານະ​ປະທານຂອງ​ຄະນະ​ກຳມະການ​ຄຸ້ມຄ້ອງ​ເຂດ​
ເສດຖະກິດ ພິ​ເສດ​ແລະ​ເຂດ​ເສດຖະກິດ​ສະ​ເພາະ​ແຫ່ງ​ຊາດ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ຍ້ອນ ​ວ່າ​ກາສິ​ໂນ​ມັນ​ມີ​ ​ເກີດ​ເລື້ອງ​ກັນ ມີ​ການ​ຂ້າ​ກັນ​ແດ່​ອີ່​ສັງ​ກັນ​ແດ່ ​ແລ້ວ​ລັດຖະບານ​ເຫັນ​ວ່າ ມັນ​ເປັນ​ການ​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນ ລາວ​ກັບ​ຈີນ
ຈຶ່ງ​ໄປ​ເຈລະຈາ​ກັບ​ຜູ້​ພັດທະນາ​ຫັ້ນແຫລະ ​ໃນ​ທີ່​ສຸດ​ເຂົາ​ເຈົ້າກະ​ເຫັນດີ​ວ່າ ຍົກ​ເລີກ​
ບໍ່ໃຫ້ມີກາສິ​ໂນ ສະນັ້ນ ລັດຖະບານ​ຈຶ່ງ​ເວົ້າວ່າ ຢຸດ​ໄວ້​ກ່ອນ​ວ່າ​ຈັ່ງ​ຊັ້ນສະ ​ແຕ່​ວ່າ​ອັນ​
ທີ່​ມີ​ແລ້ວ ກະ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຕາມ​ສັນຍາ ເມື່ອ​ໝົດ​ສັນຍາ​ແລ້ວ ​ແລ້ວ​ເຊົາ ວ່າ​
ແນວ​ນັ້ນ​ແຫລະ ບໍ່​ຂະຫຍາຍ​ໃໝ່.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ສ້າງຕັ້ງ​ເຂດ​ເສດຖະກິດ ​ໃຫ້​ໄດ້​ບໍ່​ນ້ອຍ​ກວ່າ 20 ​ແຫ່ງ​ພາຍ​ໃນ 2015 ຈາກ​ເປົ້າໝາຍ​ທີ່​ຈະ​ສ້າງຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ ​ໃນ​ເຂດ​ແຂວງ​ຕ່າງໆ ​ໃຫ້​ໄດ້​ທັງ​ໝົດ​ເຖິງ 41 ​ແຫ່ງ​ໃນ​ທົ່ວ​ປະ​ເທດ ສຳ​ຫລັບ​ເຂດ​ເສດຖະກິດ​ທັງ 10 ​ເຂດ​ທີ່​ໄດ້​ສ້າງຕັ້ງຂຶ້ນ​ແລ້ວນັ້ນ ລັດຖະບານ​ລາວ ​ໄດ້​ອະນຸຍາດ​ໃຫ້​ສຳ​ປະທານ​ທີ່​ດິນ​ໄປ​ແລ້ວ ຄິດ​ເປັນ​ພື້ນ​ທີ່ ລວມກວ້າງກວ່າ 13,000 ​ເຮັກຕາ.

XS
SM
MD
LG